ກອງປະຊຸມເຜີຍແຜ່ ວຽກງານການເຊື່ອມໂຍງ ເສດຖະກິດພາກພື້ນ ແລະ ສາກົນ ແລະ ເຜີຍເເຜ່ວຽກງານ ສູນຂໍ້ມຸນຂ່າວສານ ທາງດ້ານການຄ້າ ດ້ານບໍລິການ
By sonsathit rasavong On 18 Jun, 2018 At 11:53 AM | Categorized As ຂ່າວສຳຄັນ | With 0 Comments

ໃນວັນທີ 15 ມິຖຸນາ 2018 ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປັນເຈົ້າພາບຈັດກອງປະຊຸມເຜີຍເເຜ່ ວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແລະ ເຜີຍແຜ່ວຽກງານສູນຂໍ້ມູນຂ່າວສານທາງດ້ານການຄ້າດ້ານບໍລິການ ຢູ່ທີ່ ຫ້ອງປະຊຸມສະພາເຂດ 6, ນະຄອນຫຼວງພະບາງ. ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຄຳຂັນ ຈັນທະວີສຸກ, ເຈົ້າແຂວງ ແຂວງຫຼວງພະບາງ.

ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແມ່ນຈະເນັ້ນໃສ່ການສ້າງຄວາມເຂົ້າໃຈ ໃຫ້ພາກລັດ ແລະ ພາກທຸລະ ກິດ ກ່ຽວກັບການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນຂອງ ສປປ ລາວ ໂດຍນຳໃຊ້ປຶ້ມຄູ່ມື ສຳລັບການເຜີຍແຜ່ວຽກງານເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ຂອງ ສປປ ລາວ ແລະ ວິທີການເຂົ້າເຖິງ ສູນຂໍ້ມູນຂ່າວສານ ທາງດ້ານການຄ້າ ດ້ານບໍລິການ ທີ່ໄດ້ເປີດໂຕໃນທ້າຍປີ 2017.

IMG_7557

ນອກຈາກນີ້ ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ລາຍງານບາງຜົນງານທີ່ສາມາດຍາດແຍ່ງໄດ້ໃນປີ 2017 ຜ່ານມາມີດັ່ງນີ້:

+ ການເຊື່ອມໂຍງເສດຖະກິດອາຊຽນ

ໃນໄລຍະທີ່ ຟີລິບປີນ ເປັນປະທານອາຊຽນ 2017 ພວກເຮົາ ໄດ້​ຮ່ວມ​ກັນພິຈາລະນາ 06 ແຜນງານບູລິມະສິດ ເພື່ອສະໜັບສະໜູນມາດຕະການເຮັດໃຫ້ການຄ້າ ແລະ ການລົງທຶນໃນບັນດາປະເທດອາຊຽນເພີ່ມຂຶ້ນ ​ດັ່ງ​ນີ້:

  1. ການສ້າງຕ​ົວຊີ້​ວັດ​ການ​ອໍານວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ​ອາ​ຊຽນ
  2. ການ​ເປີດ​ເສັ້ນທາງ​ຂົນ​ສົ່ງ​ສິນ ຄ້າ​ທາງ​ທະ​ເລ​ອາ​ຊຽນ ຂອງ​ທ່າ​ເຮືອ​ດ່ານ​ຂາ​ເຂົ້າ-ຂາ​ອອກ ​ເມືອງ​ດາ​ວາວ-​ເມືອງ​ບີ​ຕຸ​ງ-​ເມືອງ​ຊານ​ໂຕດ
  3. ຂອບ​ວຽກ​ທຸລະ​ກິດ​ແບບ​ມີ​ສ່ວນ​ຮ່ວມ
  4. ວາ​ລະກາ​ນຈັດ​ຕັ້ງ​ປະຕິບັດ​ການ​ເປັນ​ຜູ້​ປະກອບ​ການ​ຍິງ​ອາ​ຊຽນ
  5. ​ແຜນ​ວຽກ​ການ​ຄ້າ​ດ້ານ​ເອ​ເລັກ​ໂຕ​ນິກອາ​ຊຽນ 2017-2025
  6. ຖະ​ແຫຼ​ງການ​​ອາ​ຊຽນວ່າ​ດ້ວຍ​ນະ​ວັດຕະ​ກໍາ​ໃໝ່;

ການເຈລະຈາໃນຂອບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນລະດັບພາກພື້ນ (RCEP) ເຫັນວ່າມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນດ້ານການຫຼຸດຜ່ອນອັດຕາພາສີ ສາມາດແລກປ່ຽນບົດສະເໜີເປີດຕະຫຼາດ ສະບັບທີ 02 ໂດຍລວມແມ່ນໄດ້ສະເໜີລົບລ້າງອັດຕາພາສີໃຫ້ແກ່ກັນ ແລະ ກັນ ໄດ້ 80-90% (ສ່ວນ ສປປ ລາວ ແມ່ນສະເໜີໄປແລ້ວ 85%, ໃນທາງກົງກັນຂ້າມ 05 ປະເທດຄູ່ຮ່ວມພັດທະນາໄດ້ສະເໜີເປີດຕະຫຼາດໃຫ້ແກ່ ສປປ ລາວ ແລ້ວ 82-100%, ຍັງມີປະເທດດຽວ ຄື: ປະເທດ ສ.ເກົາຫຼີ ທີ່ສະເໜີເປີດຕະຫຼາດໃຫ້ແກ່ ສປປ ລາວຍັງບໍ່ເຖິງລະດັບ 60% ຂອງສິນຄ້າສົ່ງອອກຂອງ ສປປ ລາວ), ສໍາລັບການຄ້າດ້ານບໍລິການ ສປປ ລາວ ສະເໜີເປີດໄດ້ແລ້ວ 80 ກວ່າຂະແໜງ ການຍ່ອຍ.

IMG_7632

IMG_7582

          + ການເຊື່ອມໂຍງການຄ້າຫຼາຍຝ່າຍ: ປັບປຸງບາງນິຕິກໍາພາຍໃນ ໃຫ້ແກ່ການເອື້ອອໍານວຍຄວາມສະດວກທາງດ້ານການຄ້າ ໃນນາມເປັນສະມາຊິກ ອົງການການຄ້າໂລດ ຄື:

-       ສຳເລັດການສ້າງດຳລັດວ່າດ້ວຍອົງການດັດສົມໂທລະຄົມ ສະບັບເລກທີ 109/ນຍ, ລົງວັນທີ 27 ມີນາ 2017;

-       ສຳເລັດການສ້າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ ສະບັບເລກທີ 22/ນຍ, ລົງວັນທີ 16 ມັງກອນ 2017;

-       ສຳເລັດການສ້າງກົດໝາຍວ່າ ດ້ວຍການປົກປ້ອງຜູ້ຜະລິດ ທີ່ໄດ້ຮັບຜົນກະທົບຈາການຳເຂົ້າສິນຄ້າ

  + ການເຊື່ອມໂຍງການຄ້າສອງຝ່າຍ ສົກປີ 2017

-      ລາວ-ຈີນ: ມູນຄ່າການຄ້າສອງຝ່າຍ ບັນລຸໄດ້ 2,163 ລ້ານໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ ເພີ່ມຂື້ນ 14%. ໃນນີ້, ລາວ ສົ່ງອອກມີມູນຄ່າ ເທົ່າກັບ 1,346 ລ້ານໂດລາສະຫະລັດ ແລະ ນໍາເຂົ້າ ມີມູນຄ່າ ເທົ່າກັບ 817 ລ້ານໂດລາສະຫະລັດ.

-      ລາວ-ຫວຽດນາມ: ມູນຄ່າການຄ້າສອງຝ່າຍ ບັນລຸໄດ້ 1,173 ລ້ານໂດລາສະຫະລັດທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂື້ນ 17%. ໃນນັ້ນ, ລາວ ສົ່ງອອກມີມູນຄ່າເທົ່າກັບ 636 ລ້ານໂດລາສະຫະລັດ ແລະ ນໍາເຂົ້າ ມີມູນຄ່າ ເທົ່າກັບ 536 ລ້ານໂດລາສະຫະລັດ.

-      ລາວ-ໄທ: ມູນຄ່າການຄ້າສອງຝ່າຍ ບັນລຸໄດ້ 4,993 ລ​້ານໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 7.67%. ໃນນັ້ນ, ລາວ ສົ່ງອອກ ມີມູນຄ່າ ເທົ່າກັບ 2,218 ລ້ານໂດລາສະຫາລັດ ແລະ ນໍາເຂົ້າ ມີມຸນຄ່າ ເທົ່າກັບ 2,774 ລ້ານໂດລາສະຫາລັດ.

ກອງປະຊຸມຄັ້ງນີ້ມີຜູ້ຕາງໜ້າຈາກຂະເເໜງການກ່ຽວຂ້ອງທັງພາກລັດ ແລະ ທຸລະກິດຈາກ 8 ແຂວງທາງພາກກາງ ແລະ ພາກເໜືອເຂົ້າຮ່ວມຮັບຟັງ ຄື: ແຂວງວຽງຈັນ, ຊຽງຂວາງ, ໄຊຍະບູລີ, ຫົວພັນ, ຫຼວງພະບາງ, ບໍ່ແກ້ວ, ອຸດົມໄຊ, ຫຼວງນ້ຳທາ ແລະ ຜົ້ງສາລີ ເຂົ້າຮ່ວມຫຼາຍກວ່າ 139 ທ່ານ ແລະ ໄດ້ສ້າງຄວາມສົນໃຈໃຫ້ເເກ່ຜູ້ເຂົ້າຮ່ວມເປັນຍ່າງຍິງ ໂດຍໄດ້ມີການເເລກປ່ຽນຄໍາຄິດເຫັນ, ຖາມຕອບ, ເເກ້ຂໍ້ຂ້ອງໃຈ ເພື່ອໃຫ້ມີຄວາມ​ຮັບ​ຮູ້​-ເຂົ້າໃຈຢ່າງຈະເເຈ້ງກ່ຽວກັບຄວາມຮູ້ພື້ນຖານຂອງວຽກງານການເຊື່ອມໂຍງເສດຖະກິດ ແລະ  ວິທີການເຂົ້າເຖິງ ຂໍ້ມູນທາງການຄ້າທີ່ຈຳເປັນໂດຍຜ່ານ ສູນຂໍ້ມູນຂ່າວສານ ທາງດ້ານການຄ້າ ດ້ານບໍລິການ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ເກີດຜົນປະ​​ໂຫຍ​ດສູງສຸດ ທັງເປັນເວທີໃນການແລກປ່ຽນຂໍ້ມູນຂ່າວສານລະຫວ່າງພາກລັດ ແລະ ພາກທຸລະກິດ ພ້ອມໆກັບການແລກປ່ຽນຂໍ້ມູນຂ່າວສານລະຫວ່າງສູນກາງ ແລະ ທ້ອງຖິ່ນ.

IMG_7608

ພາບ ແລະ ບົດຂ່າວ: ກົມນະໂຍບາຍການຄ້າຕ່າງປະເທດ

ກະຊວງອຸດສາຫະກຳ ແລະ ການຄ້າ