ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ເຜີຍແຜ່ກົດໝາຍ ວ່າດ້ວຍການຄຸ້ມຄອງເຄມີ
By theu vaenvongsod On 7 Jun, 2018 At 04:13 PM | Categorized As ຂ່າວພາຍໃນ | With 0 Comments

DSC_0007

      ໃນວັນທີ 7 ມິຖຸນາ 2018 ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ຮ່ວມ ກັບກົມອຸດສາຫະກຳ ແລະ ຫັດຖະກຳ, ພະແນກສິ່ງແວດລ້ອມ ແລະ ເຄມີ ໄດ້ຈັດກອງປະຊຸມເຜີຍແຜ່ກົດ   ໝາຍວ່າດ້ວຍການຄຸ້ມຄອງເຄມີເລກທີ 07/ສພຊ ລົງວັນທີ 10 ພະຈິກ 2016. ໃຫ້ແກ່ບັນດາພະນັກງານວິຊາການຂອງ ພະແນກອຸດສາຫະກຳ ແລະ ການຄ້າ​ແຂວງ ພ້ອມດ້ວຍບັນດາພະແນກການ, ອົງການຈັດຕັ້ງທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ຜູ້ປະກອບການດຳເນີນທຸລະກິດເຄມີຈາກບັນດາໂຮງງານຕ່າງໆ ໃນແຂວງຄຳມ່ວນ. ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ.

DSC_0010

      ຈຸດປະສົງ​ໃນ​ການ​ເຜີຍ​ແຜ່​ຄັ້ງນີ້ກໍ່ເພື່ອແນໃສ່ເຮັດໃຫ້ພະນັກງານ – ວິຊາການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ປະກອບການທຸກພາກສ່ວນໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈສາມາດກຳໄດ້ຫລັກການ, ລະບຽບການ,​ ມາດຕະການກ່ຽວກັບການຄຸ້ມຄອງ, ການຕິດຕາມກວດກາການຈັດຕັ້ງການເຄື່ອນໄຫວຂອງວຽກງານເຄມີ ​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ວຽກງານ​ດັ່ງກ່າວ​ໃຫ້​ມີ​ຄຸນ​ນະພາ​ບ, ​ ໄດ້​ມາດ ຕະຖານ​ແນໃສ່​ເຮັດ​ໃຫ້ການ​ດຳ​ເນີນ​ທຸລະ​ກິດ ​ແລະ ​ການ​ນຳ​ໃຊ້​ເຄມີຖືກຕ້ອງຕາມຫລັກວິຊາການ, ມີປະສິດທິພາບ, ປະສິດທິຜົນ ແລະ ຮັບປະກັນຄວາມປອດໃສຕໍ່ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດ ລ້ອມ ແລະ ສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ,​ ພັດທະນາປະເທດຊາດໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ. ກົດໝາຍສະບັບນີ້ປະກອບມີ 9 ພາກ, ມີ 81 ມາດຕາ ທີ່ຈັດພິມໂດຍກະຊວງອຸດສາຫະກຳ ແລະ ການຄ້າສົມທົບກັບກົມໂຄສະນາ.

DSC_0015

ຂ່າວ : ມະນີ​ວັນ

ຮຽບຮຽບໂດຍ: ນາງ ຖື