ທ ບຸນຍັງ ວໍລະຈິດ ເວົ້າວ່າ: ລາວຈະກາຍເປັນ ປະເທດກໍາລັງພັດທະນາ ທີ່ມີລາຍໄດ້ປານກາງ ໃນປີ 2030 ນີ້
By theu vaenvongsod On 3 May, 2018 At 02:02 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

Than Bounyang and USA ' ambassador

      ປະທານ​ປະ​ເທດ​ຢືນຢັນ​ວ່າ: ​ລາວ ຈະ​ຫລຸດ​ພົ້ນຈາກ​ການ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ 2020 ​ເພື່ອ​ກ້າວ ​ເຂົ້າສູ່​ປະ​ເທດ​ກໍາລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ລະດັບ​ປານ​ກາງ ​ແລະ​ ອຸດສາຫະກໍາ​ສີຂຽວ ​ແລະ​ ຍືນ​ຍົງ​ໃນ​ປີ 2030 ນີ້.

      ທ່ານ ​ບຸນ​ຍັງ ​ວໍລະ​ຈິດ ປະທານ​ປະ​ເທດ​ລາວ ຖະ​ແຫລ​ງຢືນຢັນ: ໃນ​ໂອກາດ​ສະ​ເຫລີ​ມສະຫລອງສົງການ ບຸນປີ​ໃໝ່ລາວ ພ.ສ. 2561 ນີ້ວ່າ ​ເປົ້າໝາຍທີ່​ສໍາຄັນ​ທີ່​ສຸດໃນ​ການ​ພັດທະນາ ສປປ ລາວ ພາຍ​ໃຕ້​ການ​ນໍາພາ​ ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ກໍ​ຄື​ການ​ນໍາພາ​ປະ​ເທດ​ຊາດ ​ໃຫ້​ຫລຸດ​ພົ້ນຈາກ​ສະພາບ​ດ້ອຍ​ພັດທະນາ​ໃຫ້​ໄດ້​ຢ່າງ​ແທ້​ຈິງ ພາຍ​ໃນ​ປີ 2020 ​ເພື່ອ​ກ້າວ​ໄປ​ສູ່ປະ​ເທດ​ກໍາລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ລະດັບ​ປານ​ກາງ ​ແລະ ມຸ້ງ​ໄປ​ສູ່​ອຸດສາຫະກໍາ​ສີຂຽວທີ່​ທັນ​ສະ​ໄໝ​ໃນ​ປີ 2030 ນີ້ ດັ່ງ​ທີ່​ທ່ານ​ໄດ້​ຢືນຢັນ​ວ່າ:ພ.ສ. 2561 ນີ້ ​ເປັນ​ປີ​ທີ 3 ​ແຫ່ງ​ການຈັດຕັ້ງຜັນ​ຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ 10 ຂອງ​ພັກ ​ແລະ​ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ລັດ 5 ປີ ຄັ້ງທີ 8 ຊຶ່ງ​ພວກ​ເຮົາ​ຈະ​ໄດ້​ພ້ອມ​ກັນ​ສຸມ​ໃສ່ ຈັດຕັ້ງປະຕິບັດ​ເປົ້າໝາຍສູ້​ຊົນ ​ພັດທະນາປະ​ເທດ​ໃຫ້​ຫລຸດ​ພົ້ນອອກ​ຈາກ​ສະຖານະ​ພາບ​ດ້ອຍພັດທະນາ ​ໃນ​ປີ 2020 ກ້າວ​ໄປ​ສູ່ປະ​ເທດ​ກໍາລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ລະດັບ​ປານ​ກາງຕາມ​ທິດ​ພັດທະນາ​ສີຂຽວ ​ແລະ​ ຍືນ​ຍົງ​ເມື່ອ​ເຖິງ​ປີ 2030.”

map of Laos

      ແຕ່​ຢ່າງ​ໃດ​ກໍ​ຕາມ ຄະນະກຳມະການ ວ່າດ້ວຍນະໂຍບາຍເພື່ອການພັດທະນາ ຊຶ່ງເປັນໜ່ວຍງານສະເພາະກິດໃນສະພາເສດຖະກິດ ແລະ ສັງຄົມຂອງອົງການສະຫະປະຊາຊາດຖະແຫລງການວ່າ: ລັດຖະບານລາວສາມາດຈັດຕັ້ງປະຕິບັດໄດ້ແລ້ວ 2 ໃນ 3 ເງື່ອນໄຂ ທີ່ເປັນເກນມາດຕະຖານຂອງສະຫະປະຊາຊາດ ໃນການຫລຸດພົ້ນອອກຈາກສະຖານະພາບຂອງການເປັນປະເທດດ້ອຍພັດທະນາ ຊຶ່ງເມື່ອປະເມີນຈາກການຈັດຕັ້ງປະຕິບັດ ຂອງລັດຖະບານລາວ ໃນໄລຍະຜ່ານມາຈົນເຖິງປັດຈຸບັນກໍເຮັດໃຫ້ສາມາດຄາດໝາຍໄດ້ວ່າ ສປປ ລາວ ຈະຫລຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາໄດ້ ໃນປີ 2024. ໂດຍທັງ 2 ເງື່ອນໄຂທີ່ລັດຖະບານລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວນັ້ນ ກໍຄືເກນມາດຕະຖານຂັ້ນຕ່ຳ ຂອງຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ທີ່ເກນມາດຕະຖານຂັ້ນຕ່ຳ ຂອງສະຫະປະຊາຊາດກຳນົດໄວ້ ທີ່ລະດັບ 1.242 ໂດລາຕໍ່ຄົນ ແຕ່ລັດຖະບານລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວ ທີ່ລະດັບ 1.996 ໂດລາຕໍ່ຄົນ ໃນປີ 2015 ແລະ ດັດຊະນີຊັບສິນມະນຸດ (HAI) ຊຶ່ງເກນມາດຕະຖານຂອງສະຫະປະຊາຊາດ ໄດ້ກຳນົດໄວ້ ທີ່ອັດຕາສະເລ່ຍ 66 ເປີເຊັນ ລັດຖະບານລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວ ທີ່ອັດຕາສະເລ່ຍ 72,8 ເປີເຊັນ ໃນປີ 2015 ຈຶ່ງເຫຼືອພຽງດັດຊະນີຄວາມອ່ອນໄຫວທາງເສດຖະກິດ (EVI) ເທົ່ານັ້ນ ທີ່ມາດຕະຖານຂອງສະຫະປະຊາຊາດກຳນົດໄວ້ ທີ່ລະດັບ 36,2 ເປີເຊັນ ຫາກແຕ່ລັດຖະບານລາວ ຍັງສາມາດຈັດຕັ້ງປະຕິບັດໄດ້ພຽງ 33,7 ເປີເຊັນເທົ່ານັ້ນ.

      ກ່ອນໜ້ານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍໄດ້ຢືນຢັນວ່າ: ເປົ້າໝາຍຂອງລັດຖະບານລາວ ທີ່ຈະລົບລ້າງຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງ ເພື່ອທີ່ຈະເຮັດໃຫ້ລາວ ຫລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ ຢ່າງແທ້ຈິງ ໃນປີ 2020 ນັ້ນ ບໍ່ໄດ້ໝາຍຄວາມວ່າ ຈະບໍ່ມີຄົນຍາກຈົນເຫຼືອຢູ່ໃນລາວເລີຍ ແຕ່ຢ່າງໃດ ຫາກແຕ່ແນໃສ່ເຮັດໃຫ້ປະຊາຊົນມີຢູ່ມີກິນ ໄດ້ຮັບການຮັກສາປິ່ນປົວເມື່ອເຈັບປ່ວຍ ລູກຫຼານໄດ້ເຂົ້າໂຮງຮຽນ ແລະ ສ້າງເງື່ອນໄຂໃຫ້ມີການຜະລິດສິນຄ້າ ແລະ ສະບຽງອາຫານທີ່ກຸ້ມຕົນເອງໄດ້ຢ່າງແທ້ຈິງ.

      ທາງດ້ານ ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກໍຍອມຮັບວ່າ: ການຈັດຕັ້ງປະຕິບັດແຜນການຫລຸດຜ່ອນ ບັນຫາຄວາມຍາກຈົນຂອງປະຊາຊົນລາວ ໃນປີ 2017 ເຖິງແມ່ນວ່າ ຈະປະຕິບັດໄດ້ເກີນຄາດໝາຍທີ່ວາງໄວ້ກໍຕາມ ແຕ່ກໍປາກົດວ່າ ສະພາບຊີວິດ ການເປັນຢູ່ຂອງປະຊາຊົນລາວ ຢູ່ໃນຕົວເມືອງກັບເຂດຊົນນະບົດ ມີການແຕກໂຕນກັນນັບມື້ນັບຫຼາຍຂຶ້ນ ໂດຍຈະເຫັນໄດ້ຢ່າງຊັດເຈນຈາກອັດຕາຄວາມຍາກຈົນ ຂອງປະຊາຊົນໃນເຂດນະຄອນວຽງຈັນຍັງເຫຼືອພຽງ 1 ເປີເຊັນ ເທົ່ານັ້ນ ໃນຂະນະທີ່ຄວາມທຸກຈົນຢູ່ທີ່ ແຂວງສາລະວັນ ຍັງສູງເຖິງ 49,8 ເປີເຊັນ.

      ສ່ວນທ່ານ ບຸນປອນ ສີສຸລາດ ປະທານກຳມາທິການເສດຖະກິດເທັກໂນໂລຊີ ແລະ ສິ່ງແວດລ້ອມ ຂອງສະພາແຫ່ງຊາດລາວ ຖະແຫລງວ່າ: ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມຂອງລັດຖະບານລາວ ໃນປີ 2017 ບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ ໃນເກືອບທຸກດ້ານ ເຊັ່ນ: ການສະໜອງແຮງງານໄດ້ພຽງ 47,4 ເປີເຊັນ ຂອງແຜນການ ສ່ວນການເຂົ້າເຖິງຫລັກປະກັນດ້ານສຸຂະພາບຂອງປະຊາຊົນ ກໍສາມາດປະຕິບັດໄດ້ພຽງ 34,7 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ວາງເອົາໄວ້ເຖິງ 51 ເປີເຊັນ ຂອງປະຊາກອນລາວທັງປະເທດ.

[ຂ່າວ:VOA]

[ຮຽບຮຽງໂດຍ: ນ ຖື]