ກອງປະຊຸມສໍາມະນາກ່ຽວກັບການສ້າງຄວາມເຂັ້ມແຂງວຽກງານແຜນການ ແລະ ການຮ່ວມມືຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ໃນຂອບເຂດທົ່ວປະເທດ ປະຈໍາປີ 2018
By sonsathit rasavong On 27 Mar, 2018 At 12:11 PM | Categorized As ຂ່າວສຳຄັນ | With 0 Comments

ໃນຕອນເຊົ້າຂອງວັນທີ 21 ມີນາ  2018 ເວລາ 8:30  ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມສໍາມະນາກ່ຽວກັບການສ້າງຄວາມເຂັ້ມແຂງວຽກງານແຜນການ ແລະ ການຮ່ວມມືຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ໃນຂອບເຂດທົ່ວປະເທດ ປະຈໍາປີ 2018. ໂດຍການເປັນປະທານ ທ່ານ ສົມຈິດ ອິນທະມິດ ຮອງລັດ ຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາ ຫົວຫນ້າພະແນກ , ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ/ນະຄອນຫຼວງ, ຫົວຫນ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ວິຊາການ ທີ່ຕາງຫນ້າ ຈາກທົ່ວປະເທດກໍ່ເຂົ້າຮ່ວມ

IMG_8448

ກອງປະຊຸມໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ໃຫ້ແກ່ພະນັກງານວິຊາການ ແຕ່ສູນກາງຮອດ ທ້ອງຖິນ  ກ່ຽວກັບວຽກງານການວາງແຜນ ເພາະວ່າໃນປັດຈຸບັນນີ້ ພັກ-ລັດ ໄດ້ກໍານົດໃຫ້ວຽກແຜນການເປັນຈຸດເລີ່ມຕົ້ນຂອງທຸກໆວຽກງານ ແລະ ຖືເອົາແຜນການເປັນໂຄງການດໍາເນີນງານທີ 2 ຂອງພັກ. ກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງໄດ້ເອົາແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ 5 ປີ ເຂົ້າຜ່ານໃນກອງປະຊຸມ ເພື່ອພິຈາລະນາ ແລະ ຮັບຮອງຕໍ່ແຜນພັດທະນາເສດຖະກິດສັງຄົມ, ສະນັ້ນຈຶ່ງຈໍາເປັນ ແລະ ສໍາຄັນທີ່ສຸດ ຕ້ອງໄດ້ສ້າງແຜນວຽກງານໃຫ້ເກາະກ່າຍກັນ ແຕ່ທ້ອງຖິ່ນຮອດສູນກາງຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ໂດຍສະເພາະວຽກຮ່ວມມືກັບຕ່າງປະ ເທດນອກຈາກຈະເປັນການຊອກຕະຫຼາດໃຫ້ແກ່ຜະລິດຕະພັນສົ່ງອອກຂອງລາວເຮົາ ກໍ່ຍັງສຳຄັນໃນການຍາດແຍ່ງເອົາການລົງທຶນ ແລະ ການຊ່ວຍເຫຼືອ ເພື່ອຍົກລະດັບມາດຕະຖານຂອງສິນຄ້າ ແລະ ການສ້າງຄວາມສາມາດໃນການແຂ່ງຂັນ ໃນຍຸກຂອງການເຊື່ອມໂຍງເສດຖະກິດກັບ

ພາກພື້ນ ແລະ ສາກົນ. ດັ່ງທີ່ຫຼາຍທ່ານຮັບຮູ້ແລ້ວວ່າ, ການຮ່ວມມືກັບຕ່າງປະເທດ ເຮົາຕ້ອງຮູ້ວ່າເຮົາຈະຮ່ວມມືໃນຂົງເຂດໃດ, ໃນວຽກງານໃດ. ໝາຍຄວາມວ່າ ເຮົາຕ້ອງກຳນົດຈຸດຢືນຂອງເຮົາເອງ, ນີ້ແມ່ນໜື່ງໃນເນື້່ອໃນຈິດໃຈຂອງມະຕິກົມການເມືອງ ວ່າດ້ວຍການເຊື່ອມໂຍງເສດຖະກິດກັບສາກົນ, ສະບັບເລກທີ 04/ກມສພ, ລົງວັນທີ 15 ກຸມພາ 2012.

IMG_8427

ໄລຍະເວລາຂອງກອງປະຊຸມ ແມ່ນ 3 ວັນ ນັບແຕ່ວັນທີ 21-23 ມີນາ 2018 ແຕ່ລະວັນມີດັ່ງນີ້:

ມື້ທີ 1: ໄດ້ນໍາສະເໜີວຽກງານຮ່ວມມືກັບຕ່າງປະເທດ ໂດຍສະເພາະວຽກງານຮ່ວມມືສອງຝ່າຍ ລາວ-ຈິນ, ລາວ-ຫວຽດ ແລະ ລາວ-ໄທ.

ມື້ທີ 2: ນໍາສະເໜີພາກທິດສະດີ, ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນບາງເນື້ອໃນສໍາຄັນ ຄື: ນໍາສະ

ເໜີເປັນຫຼັກທິດສະດີ.

ມື້ທີ 3: ໄດ້ແບ່ງກຸ່ມຄົ້ນຄວ້າ ແລະ ສົນທະນາ ເພື່ອກໍານົດວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາ 5 ປີ ເປັນຕົວຢ່າງໂດຍຫຍໍ້.

IMG_8888

ບັນຍາກາດກອງປະຊຸມໄດ້ດໍາເນີນໄປຢ່າງມີຄວາມຫມາຍຄວາມສໍາຄັນ ນັກສໍາມະນາກອນແຕ່ລະທ່ານໄດ້ເອົາໃຈ ໃສ່ປະກອບຄໍາຄິດຄໍາເຫັນ ສຸມສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການຄົ້ນຄວ້າ, ປຶກສາຫາລື, ສົນທະນາກັນຢ່າງສ້າງ ສັນ ດ້ວຍຄວາມຮັບ ຜິດຊອບສູງ ເຮັດໃຫ້ກອງປະຊຸມບັນລຸຜົນສໍາເລັດ ຕາມລະດັບຄາດຫມາຍ ແລະ ໄດ້ຮັບຫມາກ ຜົນອັນສູງສຸດ.

ຂ່າວໂດຍ: ພູຄໍາ ຫລວງສຸພົນ