ນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ພົບປະສອງຝ່າຍ ທີ່ ຊິດນີ
By theu vaenvongsod On 19 Mar, 2018 At 03:23 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

than thonglun in Australia

        ໃນຕອນເຊົ້າ ຂອງວັນທີ 17 ມີນາ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົມປະກັບ ພະນະທ່ານ ມາລຄອມ ເທິນບູນ (Malcolm Turnbull), ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ທີ່ ຊິດນີ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະໄໝພິເສດ ອາຊຽນ-ອົດສະຕຣາລີ ໃນລະຫວ່າງ ວັນທີ 17-18 ມີນາ 2018.

        ໃນໂອກາດພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ທີ່ໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫຼອດຮອດໄລຍະເວລາ 66 ປີຜ່ານມາ, ໂດຍສະເພາະໃນປີ 2017, ສອງຝ່າຍໄດ້ຮ່ວມກັນຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ອົດສະຕຣາລີ ຄົບຮອບ 65 ປີ ດ້ວຍຜົນສຳເລັດຢ່າງຈົບງາມ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆ ໃນຂອບສອງຝ່າຍ ທີ່ເຫັນວ່າຫຼາຍໆໂຄງການກໍສຳເລັດແລ້ວ ແລະ ຈຳນວນໜຶ່ງກຳລັງສືບຕໍ່ຈັດຕັ້ງປະຕິບັດ.

        ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອແກ່ ສປປ ລາວ ໃນດ້ານຕ່າງໆຕະຫຼອດໄລຍະຜ່ານມາ, ເປັນຕົ້ນແມ່ນການຊ່ວຍເຫຼືອທາງການເພື່ອການພັດທະນາ, ການຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ, ດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງສປປ ລາວ.

        ການລົງທຶນຂອງ ອົດສະຕຣາລີ ຢູ່ ສປປ ລາວ ໃນປັດຈຸບັນ ມີມູນຄ່າທັງໝົດ 135 ລ້ານໂດລາສະຫະລັດ, ຈັດຢູ່ອັນດັບທີ 15 ຈາກທັງໝົດ 53 ປະເທດ ທີ່ລົງທຶນຢູ່ ສປປ ລາວ. ພ້ອມນີ້, ສອງຝ່າຍເຫັນດີສືບຕໍ່ຮ່ວມມືກັນໃນດ້ານຕ່າງໆຕື່ມອີກ ເຊັ່ນ: ດ້ານກະສິກຳ, ໂຍທາທິການ ແລະ ຂົນສົ່ງ, ດ້ານການເງິນ, ການຮ່ວມມືທາງດ້ານສິດທິມະນູດ ແລະ ດ້ານອື່ນໆ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.

[ແຫຼ່ງຂ່າວ: Support Prime Minister Thongloun Sisoulith]

[ຮູບພາບ: Vientiane times]

[ຮຽບຮຽງໂດຍ: ນ ຖື]