ຜູ້ບໍລິຫານອົງການຟຣັງໂກໂຟນີ ສາກົນ ຢ້ຽມຢາມພົບປະ ກັບ ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 16 Mar, 2018 At 09:32 AM | Categorized As ຂ່າວສຳຄັນ | With 0 Comments

     E

     ຕອນບ່າຍ ເວລາ 3: 30 ໂມງ ຂອງວັນທີ 14 ກຸມພາ  2018 ທີ່ຫ້ອງຮັບແຂກຊັ້ນ 4 ຂອງກະຊວງອຸດຫະກໍາ ແລະ ການຄ້າ ທ່ານ ບຸນມີ ມະນີວົງ  ຮອງລັດຖະມົນຕີ​ ກະ​ຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ ໄດ້​ ຕ້ອນຮັບ​​ການ​ຢ້ຽມຂໍ່ານັບ​ ​ທ່ານ Adama OUANE  ຜູ້ບໍລິຫານອົງການຟຣັງໂກໂຟນີສາກົນ ຫຼື ອົງການ OIF ພ້ອມດ້ວຍຄະນະຢ້ຽມຢາມພົບປະກະຊວງອຸດສາຫະກໍາ ແລະ ການຄ້າ;​  ໂດຍມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 10 ​ທ່ານ.

ການ​ເຂົ້າຢ້ຽມ​ໃນ​ຄັ້ງນີ້ ທ່ານ Adama OUANE   ໄດ້ຍົກບັນຫາທີ່ປືກສາຫາລືກ່ຽວກັບຂີດໝາຍອັນສໍາຄັນທັງສອງຝ່າຍໃນການເສີມຂະຫຍາຍສາຍພົວພັນຮ່ວມມືໃນໄລຍະຜ່ານມາ ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື ທີ່ດີຂອງ ສປປ ລາວ ກັບ ອົງການຟຣັງໂກໂຟນີສາກົນ; ຊຶ່ງຜ່ານມາໄດ້ສົ່ງເສີມການຮ່ວມມືດ້ານພາສາຝຣັ່ງ, ດ້ານການສຶກສາ, ດ້ານກະສິກໍາ,   ການຄ້າ-ການລົງທຶນ ນອກຈາກນັ້ນ ຍັງສົ່ງເສີມການຜະລິດຝ້າຍ-ໄໝ, ແຜ່ນແພ, ເຄື່ອງ ນຸ່ງຫົ່ມໃຫ້ແກ່ ສປປ ລາວ ຫຼາຍຂຶ້ນ.

D

        ຕອນ​ທ້າຍ ທ່ານ ບຸນມີ ມະນີວົງ  ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ  ຍັງ​ຂອບ​​ໃຈມາ​ຍັງ​​​ ​​ທ່ານ Adama OUANE  ຜູ້ບໍລິຫານອົງການຟຣັງໂກໂຟນີສາກົນ ຫຼື ອົງການ OIF ທີ່ໄດ້ໃຫ້ການປຶກ​ສາຫາລືເປັນຢ່າງດີ.

                                                                                                                      ຂ່າວໂດຍ: ໄພຄໍາອີ ວິໄລຄໍາ