ຈະມີການສົ່ງເສີມ ໃຫ້ແມ່ຍິງ ມີບົດບາດ ໃນລັດຖະບານ ແລະ ສະພາ ຫຼາຍຂຶ້ນ ພາຍໃນປີ 2020
By theu vaenvongsod On 9 Mar, 2018 At 10:30 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

women of Asembly     ສະຫະພັນ​ແມ່ຍິງ​ລາວ​ ວາງ​ເປົ້າ​ໝາຍ ​ທີ່​ຈະ​ສົ່ງ​ເສີມ​ໃຫ້​ແມ່​ຍິງ​ລາວ ​ມີ​ບົດບາດ​ ແລະ​ ຕຳ​ແໜ່​ງ​ໃນ​ຄະນະ​ລັດຖະບານ ແລະ ສະພາ​ແຫ່ງ​ຊາດ​ໃນ​ສັດສ່ວນບໍ່​ໜ້ອຍ​ກວ່າ 20 ​ເປີ​ເຊັນ ​ແລະ 30 ​ເປີ​ເຊັນ ຕາມ​ລຳດັບ ​ໃນ​ປີ 2020 ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ບາງກອກ.

 

     ທ່ານ​ນາງ​ ອິນ​ລາ​ວັນ ​ແກ້ວ​ບຸນ​ພັນ ປະທານ​ສະຫະພັນ​ແມ່ຍິງ​ລາວ ຢືນຢັນ​ວ່າ​: ເປົ້າ​ໝາຍ​ທີ່​ສຳຄັນ​ໃນ​ການສະ​ເຫຼີ​ມສະຫຼອງ​ວັນ​ແມ່ຍິງ​ສາກົນ 8 ມີນາ 2018 ນີ້ກໍ​ຄື​ການ​ພັດທະນາ​ຄວາມ​ສະ​ເໝີ​ພາບ​ ລະຫວ່າງ​ ບົດບາດ​ຍິງ-ຊາຍ ທີ່​ຕິດ​ພັນ ກັບ​ການ​ພັດທະນາ​ປະ​ເທດ​ຊາດ​ ແລະ ​ຂໍ້​ແຂ່ງຂັນ 3 ດີ​ຂອງ​ສະຫະພັນ​ແມ່ຍິງ​ລາວ​ ທີ່​ປະກອບດ້ວຍການ​ເປັນ ​ພົນ​ລະ​ເມືອງ​ດີ ພັດທະນາ​ດີ ສ້າງ​ຄອບຄົວ​ດີ ​ໃນ​ທົ່ວ​ປະ​ເທດ.

​     ໂດຍ​ສະ​ເພາະ​ແມ່ນການ​ພັດທະນາ​ຄວາມ​ສະ​ເໝີ​ພາບ​ ລະຫວ່າງ​ ບົດບາດ​ຍິງ-ຊາຍ ທີ່ຢູ່​ໃນ​ວົງ​ການ​ພັກ​-ລັດນັ້ນ ຍັງ​ໄດ້​ວາງ​ເປົ້າ​ໝາຍ​ການຈັດ​ຕັ້ງ​ປະຕິບັດ​ເຖິງ​ປີ 2020 ຄື​ການ​ສົ່ງ​ເສີ​ມ​ໃຫ້​ແມ່ຍິງ​ລາວ ມີ​ສ່ວນ​ຮ່ວມ​ໃນບົດບາດ​ ແລະ​ ຕຳ​ແໜ່​ງຕ່າງໆ ທັງ​ໃນຄະນະ​ລັດຖະບານ ​ແລະ ສະພາແຫ່ງຊາດ ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 20 ​ເປີ​ເຊັນ​ ແລະ 30 ​ເປີ​ເຊັນ ຂອງ​ຕຳແໜ່​ງທັງ​ໝົດທັງ​ໃນ​ຄະນະ​ລັດຖະບານ​ ແລະ ​ສະພາ​ແຫ່ງ​ຊາດຕາມ​ລຳດັບ ​ເຖິງ​ແມ່ນ​ວ່າເປົ້າ​ໝາຍ​ດັ່ງກ່າວ​ຈະ​ເປັນ​ສິ່ງ​ທີ່​ທ້າ​ທາຍ​ກໍ​ຕາມ ​ແຕ່​ວ່າດ້ວຍ​ການ​ພັດທະນາ​ຄວາມ​ສະ​ເໝີ​ພາບ​ ລະຫວ່າງ ຍິງ-ຊາຍ ​ໃນ​ສປປ ລາວ ທີ່​ກ້າວໜ້າ​ຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ີອງ ກໍ​ເຮັດ​ໃຫ້ເຊື່ອ​ໝັ້ນ​ວ່າ ຈະ​ສາມາດບັນລຸ​ເປົ້າ​ໝາຍ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ ດັ່ງ​ທີ່ ທ່ານ​ນາງ ອິນ​ລາ​ວັນ ​ໄດ້​ຢືນຢັນ​ວ່າ:ສຳ​ລັບ​ບົດບາດ​ຂອງ​ເອື້ອຍ​ນ້ອງ​ແມ່​ຍິງ​ພວກ​ເຮົາ​ໃນ​ປັດຈຸ​ບັນ ຕໍ່​ກ່ຽວ​ກັບ​ສັງຄົມ ຫຼື​ວ່າ​ ຕໍ່​ຕ່າງປະ​ເທດ ຖື​ວ່າສະຫະພັນ​ແມ່ຍິງ​ລາວ ພວກ​ເຮົາ​ບໍ່​ນ້ອຍ​ໜ້າ ຖື​ວ່າ​ຄັນ​ສິເວົ້າ​ເຖິງ​ສະພາ ລະ​ແມ່ນ​ຄື​ວ່າ ພວກ​ເຮົາຢູ່​ໃນ​ອັນ​ດັບ 3 ທີ່ວ່າ ມີ​ສະມາຊິກ​ແມ່ຍິງ​ໃນ​ສະພາ​ຫຼາຍ ຢູ່​ໃນ​ໂລກ​ນີ້​ປາກົດ​ວ່າ ພວກ​ເຮົາ​ກໍ​ຢູ່​ໃນ​ເກືອບ​ວ່າ​ອັນ​ດັບ 7 ຖືວ່າ ບົດບາດ​ພວກ​ເຮົາ ​ໄດ້​ສູງ​ເດັ່ນ​ຂຶ້ນ ​ແມ່ຍິງ​ພວກ​ເຮົາ​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ສະພາ​ຫຼາຍ​ຂຶ້ນໄປ​ຕັດສິນ​ບັນຫາ​ຕ່າງໆ ​ໂດຍ​ສະ​ເພາະກໍ​ແມ່ນ​ວຽກ​ທີ່​ກົດໝາຍ​ທີ່​ເວົ້າ​ເຖິງ​ການ​ສົ່ງ​ເສີມ​ຄວາມ​ກ້າວໜ້າພັກ​ ແລະ​ ລັດ ​ເພິ່ນ​ກະ​ໄດ້​ວາງ​ລະອຽດ​ຮອດ 2020 ​ແມ່ຍິງ​ຕ້ອງເປັນ​ການ​ນຳ ຢູ່​ທຸກ​ຂົງ​ເຂດ​ວຽກ​ງານ ຕ້ອງ​ກວມ​ເອົາ 20​ ເປີ​ເຊັນ ສາຍສະພາ​ເພິ່ນ​ກະໃຫ້​ເຮົາ​ກວມ​ເອົາ 30 ເປີ​ເຊັນ.

     ທາງ​ດ້ານ​ຄະນະກຳມາ​ທິການສົ່ງ​ເສີມ ​ແລະ ​ຄຸ້ມ​ຄອງ​ສິດ​ທິສະຕີ​ ແລະ ເດັກນ້ອຍ​ໃນ​ອາ​ຊຽນສະ​ເໜີ​ລາຍ​ງານ​ວ່າ: ການຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ເພື່ອ​ຄວາມສະ​ເໝີ​ພາບ ລະຫວ່າງ ຍິງ-ຊາຍ ​ໃນ​ສປປ ລາວ ນັບແຕ່ປີ 2003 ​ເປັນ​ຕົ້ນ​ມາ ​ມີ​ຄວາມ​ຄືບ​ໜ້າ​ໃນ​ລະດັບ​ທີ່​ຕ່ຳຫຼາຍ ​ໂດຍ​ທີ່​ສາ​ເຫດ​ຈາກ​ການຈັດ​ຕັ້ງ​ປະຕິບັດ ສ່ວນ​ໃຫຍ່ ​ເປັນ​ງານ​ດ້ານ​ເອ​ກະສາ​ນ​ ແລະ ​ພິທີການ​ຕ່າງໆ ທີ່​ຈະ​ເຫັນ​ໄດ້​ຈາກ​ການ​ດັດ​ແກ້​ລັດຖະທຳ​ມະນູນ ​ເພື່ອ​ຢືນຢັນ​ເຖິງ​ການ​ເຄົາລົບຫຼັກ​ຖານ​ສາກົນ​ ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບ ລະຫວ່າງ ຍິງ-ຊາຍ ເມື່ອປີ 2003 ຕາມ​ດ້ວຍ​ການ​ບັງຄັບ​ໃຊ້​ກົດໝາຍ ​ວ່າ​ດ້ວຍ​ການ​ພັດທະນາ​ ແລະ ​ຄຸ້ມ​ຄອງ​ແມ່​ຍິງເມື່ອປີ 2004 ການ​ປະກາດ​ເປົ້າ​ໝາຍ​ໃນ​ການ​ເພີ່ມ​ບົດບາດ​ທາງ​ການ​ເມືອງ​ ຂອງ​ແມ່ຍິງ​ໃຫ້​ເຖິງ​ 30 ​ເປີ​ເຊັນ ຂອງ​ຕຳ​ແໜ່​ງທັງ​ໝົດ ​ໃນ​ປີ 2015 ​ແຕ່​ວ່າ ກໍ​ບໍ່​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ຈິງ.

    ທັງນີ້​ຈາກ​ການ​ສຳ​ຫຼວດຂອງ​ສະຫະພັນ​ແມ່ຍິງ​ລາວ ພົບ​ວ່າ: ​ແຂວງ​ເຊ​ກອງ​ທີ່​ຍັງ​ຫຼ້າ​ຫຼັງ​ທີ່​ສຸດ​ໃນ​ການພັດທະນາຄວາມ​ສະ​ເໝີ​ພາບ ລະຫວ່າງຍິງ-ຊາຍ ​ເພາະແມ່ຍິງ​ລາວ ບໍ່​ເຖິງ 3 ​ເປີ​ເຊັນ ທີ່ຢູ່​ໃນ​ຕຳ​ແໜ່​ງລະດັບ​ຜູ້​ບໍລິຫານ​ຂັ້ນ​ຕົ້ນ ສ່ວນ​ການ​ພັດທະນາ​ດ້ານ​ສຸຂະພາບ-​ອະນາ​ໄມ ​ແລະ ​ໂພ​ຊະນາ​ການ​ຂອງ​ແມ່ ແລະ ເດັກ​ໃນ​ລາວ ກໍ​ບໍ່​ສາມາດບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ​ໃນປີ 2015 ​ເຊັ່ນ​ກັນ ​ເພາະ​ເດັກນ້ອຍ​ລາວ​ຍັງ​ຂາດ​ສານ​ອາຫານ ສ່ວນ​ແມ່ຍິງ​ລາວກໍ​ຍັງ​ເສຍ​ຊີວິດຂະນະ​ຖືພາ ​ໃນ​ອັດຕາ​ສູງ​ທີ່​ສຸດ​ໃນ​ອາ​ຊຽນອີກ​ດ້ວຍ.

     ນອກຈາກ​ນັ້ນ ສານ​ປະຊາຊົນ​ສູ​ງສຸດ​ຂອງ​ລາວ ​ໄດ້​ສະ​ເໜີ​ລາຍ​ງານ​ວ່າ: ​ໃນໄລຍະ 5 ປີຜ່ານ​ມາ ສານ​ປະຊາຊົນ​ທຸກ​ຂັ້ນ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ການ​ຟ້ອງ​ຮ້ອງ​ຈາກ​ພັກລັດ​ ແລະ ເອກະ​ຊົນ​ລາວ 37.840 ກໍລະນີ ​ເພີ່ມ​ຂຶ້ນ 9,81 ​ເປີ​ເຊັນ ທຽບ​ໃສ່ ​ໄລຍະ 5 ປີກ່ອນ​ໜ້າ ​ໂດຍ​ຄະດີ​ແພ່ງ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ຄະດີ ອາຍາ ຊຶ່ງ​ໃນ​ນີ້ ກໍ​ແມ່ນ​ຄະດີຢ່າ​ຮ້າງ ລະຫວ່າງ​ ສາມີ-​ພັນ​ລະ​ຍາ ທີ່​ກວມ​ເອົາ​ເຖິງ 90,66 ​ເປີ​ເຊັນ ຂອງ​ຄະດີ​ຄອບຄົວ​ທັງ​ໝົດສ່ວນ​ການໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ກໍມີ​ທ່າ​ອຽງ​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ ອັນ​ນັບເປັນ​ອີກ​ສາ​ເຫດຫ​ນຶ່ງທີ່​ເຮັດ​ໃຫ້​ມີການ​ຢ່າ​ຮ້າງ​ເພີ່ມ​ຂຶ້ນ ​ໂດຍ​ຈາກ​ການ​ສຳພາດ​ແມ່ຍິງ​ລາວ 3 ພັນ​ຄົນ ທີ່​ມີ​ອາຍຸ 15-64 ປີ ພົບ​ວ່າ 50 ​ເປີ​ເຊັນ ບອກ​ວ່າ ​ເຄີຍ​ຖືກກະທຳ​ຮຸນແຮງ​ຈາກ​ສາມີ​ ຫຼື ​ຄົນ​ຮັກ​ ແລະ ໄດ້​ຮັບ​ບາດ​ເຈັບ​ຢູ່​ເລື້ອຍ​ມາ.

[ແຫຼ່ງຂ່າວ: VOA]

[ຮຽບຮຽງໂດຍ: ນ ຖື]