ກອງປະຊຸມສຳມະນາການເຊື່ອມໂຍງເສດຖະກິດກັບສາກົນ: ການເຜີຍແຜ່ສັນຍາວ່າດ້ວຍການເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າຊາຍແດນ ລະຫວ່າງ ສປປ ລາວ ແລະ ສປ ຈີນ
By theu vaenvongsod On 7 Mar, 2018 At 03:38 PM | Categorized As ຂ່າວພາຍໃນ | With 0 Comments

IMG_6630

     ໃນວັນທີ 02 ມີນາ 2018 ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາການເຊື່ອມໂຍງເສດຖະກິດກັບສາກົນ: ການເຜີຍແຜ່ສັນຍາວ່າດ້ວຍການເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າຊາຍແດນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຢູ່ທີ່ ສະໂມສອນຫ້ອງວ່າການປົກຄອງ ແຂວງຫຼວງນໍ້າທາ ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ແລະ ທ່ານ ວັນທາ ພົມວິໄລ, ຮັກສາການຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຫຼວງນໍ້າທາ.

IMG_6622

       ກອງປະຊຸມໄດ້ແນໃສ່ການເຜີຍແຜ່ ກ່ຽວກັບວຽກງານການເຊື່ອມໂຍງເສດຖະກິດສາກົນ ຊຶ່ງເປັນໜຶ່ງໃນສາມແຜນງານຫຼັກປີ 2018 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຄື: ການເຊື່ອມໂຍງເສດຖະກິດສາກົນ, ການສ້າງສະພາບແວດລ້ອມທາງດ້ານເສດຖະກິດເອື້ອອຳນວຍໃຫ້ກັບພາກທຸລະກິດ ແລະ ການສ້າງຄວາມເຂັ້ມແຂງໃຫ້ກັບພາກທຸລະກິດ ເພື່ອຮອງຮັບກັບການແຂ່ງຂັນ ຊຶ່ງຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເນັ້ນໜັກການສ້າງຄວາມເຂົ້າໃຈໃຫ້ພາກລັດ ແລະ ພາກທຸລະກິດ ກ່ຽວກັບການເຊື່ອມໂຍງກັບສາກົນຂອງ ສປປ ລາວ, ການພົວພັນການຄ້າສອງຝ່າຍ ແລະ ເນື້ອໃນຂອງສັນຍາວ່າດ້ວຍການເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າຊາຍແດນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ທີ່ໄດ້ລົງນາມໃນວັນທີ 28  ພະຈິກ 2016.

IMG_6606

     ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມຈາກ 3 ແຂວງພາກເໜືອ ທີ່ມີຊາຍແດນຕິດກັບ ສປ ຈີນ ຄື: ແຂວງຫຼວງນໍ້າທາ, ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ  ຊຶ່ງມາຈາກຫ້ອງວ່າການແຂວງ, ພະແນກການເງິນ, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກກະສິກຳ ແລະ ປ່າໄມ້, ພະແນກສາທາລະນະສຸກ, ພະແນກໂຍທາທິການ ແລະ ຂົນສົ່ງ, ບັນດາເຈົ້າເມືອງ, ຮອງເຈົ້າເມືອງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ແລະ ພາກທຸລະກິດ ເຂົ້າຮ່ວມ ຫລາຍກວ່າ 80 ທ່ານ.

IMG_6627

[ແຫຼ່ງຂ່າວ: ກົມນະໂຍບາຍການຄ້າຕ່າງປະເທດ]

[ຮຽບຮຽງໂດຍ: ນ ຖື]