ເອກອັກຄະລັດຖະທູດ ສ. ເກົາຫຼີ ຄົນໃໝ່ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 5 Mar, 2018 At 01:51 PM | Categorized As ຂ່າວສຳຄັນ | With 0 Comments

   1

    ຕອນບ່າຍ ເວລາ 3: 00 ໂມງ ຂອງວັນທີ 28 ກຸມພາ  2018 ທີ່ຫ້ອງຮັບແຂກຊັ້ນ 4 ຂອງກະຊວງອຸດຫະກໍາ ແລະ ການຄ້າ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ  ລັດຖະມົນຕີ​ ກະ​ຊວງ​ອຸດສາຫະກໍາ ​ແລະ ການຄ້າ​ ໄດ້​ ຕ້ອນຮັບ​​ການ​ຢ້ຽມຂໍ່ານັບ​ ​ທ່ານ Shin Sungsoon  ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມແຫ່ງ ສ. ເກົາຫຼີ ຄົນໃໝ່ ປະຈໍາ ສປປ ລາວ;​ ໂດຍມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ, ຈໍານວນ ທ່ານ;

     ການ​ເຂົ້າຢ້ຽມ​ຂໍ່ານັບໃນ​ຄັ້ງນີ້ ເປັນ​ການມາແຈ້ງທີ່ໄດ້ມາຮັບໜ້າທີ່ຕໍາແໜ່ງທາງການທູດຢູ່ ສປປ ລາວ ທັງເປັນການເສີມຂະຫຍາຍການພົວພັນ ລະຫວ່າງ ສປປ ລາວ – ສ. ເກົາຫຼີ ພ້ອມທັງປຶກສາຫາລືຄວາມເຂົ້າໃຈການຮ່ວມມືດ້ານ ການຄ້າ, ການລົງທຶນ ເປັນຕົ້ນແມ່ນການຄ້າສອງຝ່າຍ ທີ່ມີມູນເຊື້ອອັນດີງາມຕະຫຼອດມາ ນອກ​ນີ້ ທ່ານ ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​​ແລະ ການ​ຄ້າ​ ສະ​ເໜີ​ໃຫ້ ສ. ເກົາຫຼີ ​ສືບຕໍ່​ໃຫ້ການ​ຊ່ວຍ​ເຫຼືອລາວ ​ໂດຍ​ສະ​ເພາະ​ແມ່ນ​ວຽກງານ​ ການ​ດໍາ​ເນີນ​ທຸລະ​ກິດ​​ ພ້ອມ​ທັງ​ສະໜັບສະໜູນໃຫ້​ນັກ​ລົງທຶນຈ​າກ​ ສ. ເກົາຫຼີ ມາລົງທຶນຢູ່ ສປປ ລາວຫຼາຍຂຶ້ນ.

     ຕອນ​ທ້າຍ ທ່ານ ນ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ  ຍັງ​ຂອບ​​ໃຈມາ​ຍັງ​ທ່ານ​​ເອກ​ອັກຄະ​ລັດຖະທູດ​ ສ. ເກົາຫຼີ ​ປະ​ຈໍາ ສປປ ລາວ ຄົນ​ໃໝ່ ​ທີ່ໄດ້ໃຫ້ການປຶກ​ສາຫາລືເປັນຢ່າງດີ.

                                                                                                                      ຂ່າວໂດຍ: ໄພຄໍາອີ ວິໄລຄໍາ