ດ່ານສາກົນ ວັງເຕົ່າ ເກັບລາຍຮັບພາສີ ໄດ້ຕໍ່າກວ່າ ແຜນການທີ່ວາງໄວ້ ໃນປີ 2017
By theu vaenvongsod On 28 Feb, 2018 At 01:50 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

     vangtau

     ດ່ານສາກົນ ວັງເຕົ່າ ແຂວງຈຳປາສັກ ເກັບລາຍຮັບພາສີອາກອນຂາອອກ-ຂາເຂົ້າໄດ້ຕໍ່າກວ່າແຜນການທີ່ວາງໄວ້ໃນປີ 2017 ຍ້ອນການເກັບຄ່າທຳນຽມຂົນສົ່ງສິນຄ້າ ທີ່ມີຫຼາຍຂັ້ນຫຼາຍຕອນເກີນໄປ.

     ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າທ່ານສາກົນວັງເຕົ່າ ແຂວງຈຳປາສັກ ຖະແຫຼງຍອມຮັບວ່າ: ການຈັດເກັບລາຍຮັບຈາກພາສີີອາກອນການຄ້າຂາອອກ-ຂາເຂົ້າ ຢູ່ດ່ານວັງເຕົ່າ ໃນຕະຫຼອດປີ 2017 ຜ່ານມາສາມາດຈັດຕັ້ງປະຕິບັດໄດ້ພຽງ 91,47ເປີເຊັນ ຂອງແຜນການເທົ່ານັ້ນ ກໍຄືໃນຂະນະທີ່ແຜນການໄດ້ວາງເປົ້າໝາຍການຈັດເກັບລາຍຮັບພາສີອາກອນໃຫ້ໄດ້ເຖິງ 620,58 ຕື້ກີບ ແຕ່ກໍສາມາດຈັດເກັບໄດ້ຈິງພຽງ 567 ຕື້ກີບເທົ່ານັ້ນ.

     ທ່ານ ບຸນຍະເດດ ໃຫ້ການອະທິບາຍວ່າ: ສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບພາສີອາກອນການຄ້າຂາອອກ-ຂາເຂົ້າ ບໍ່ໄດ້ຕາມເປົ້າໝາຍດັ່ງກ່າວ ກໍຍ້ອນວ່າການກໍ່ສ້າງພື້ນຖານໂຄງລ່າງຢູ່ດ່ານວັງເຕົ່າຍັງ ບໍ່ແລ້ວສຳເລັດ ຈຶ່ງເຮັດໃຫ້ການຂົນສົ່ງສິນຄ້າມີຄວາມຫຍຸ້ງຍາກ ສ່ວນເສັ້ນທາງຢູ່ໜ້າດ່ານກໍຍັງຄັບແຄ ແອອັດ ແລະ ປ່າເພ ລວມທັງບັນຫາການຊັ່ງນໍ້າໜັກສິນຄ້າຢູ່ທາງເລກ 16W ແຕ່ດ່ານວັງເຕົ່າ ໄປຫາເມືອງປາກເຊນັ້ນ ກໍມີຈຸດທີ່ຈະຕ້ອງຊັ່ງນໍ້າໜັກສິນຄ້າເຖິງ 3 ຈຸດ ຊຶ່ງເມື່ອສົມທົບການທີ່ລົດຂົນສົ່ງສິນຄ້າຍັງຈະຕ້ອງເສຍຄ່າທຳນຽມທາງດ້ວຍແລ້ວ ກໍໄດ້ເປັນຜົນເຮັດໃຫ້ຕົ້ນທຶນການຂົນສົ່ງສິນຄ້າເພີ່ມສູງຂຶ້ນດ້ວຍ ຈຶ່ງເຮັດໃຫ້ຜູ້ປະກອບການຄ້າຂາອອກ-ຂາເຂົ້າ ຫັນໄປໃຊ້ເສັ້ນທາງອື່ນທີ່ມີຕົ້ນທຶນການຂົນສົ່ງຕໍ່າກວ່ານັ້ນເອງ ດັ່ງທີ່ທ່ານນາງ ໄມຄຳ ໄຊຊະນະ ຫົວໜ້າລັດວິສາຫະກິດສາງສິນຄ້າຢູ່ດ່ານສາກົນ ວັງເຕົ່າ ຊຶ່ງມີລາຍຮັບຫຼຸດລົງເຊັ່ນກັນນັ້ນໄດ້ໃຫ້ການຢືນຢັນວ່າ:ສຳລັບລົດບັນທຸກສິນຄ້າທຸກປະເພດຈະຕ້ອງໄດ້ເຂົ້າລະບົບສາງ ເພື່ອລໍຖ້າການເສຍພາສີຂາເຂົ້າ ສະເພາະດ້ານສິນຄ້າເບື້ອງຂາອອກນີ້ ຄັນໃດທີ່ວ່າໄດ້ເຂົ້າມາສະແກນຈະຕ້ອງມາແລ່ນຜ່ານລະບົບສາງ ເພື່ອເຂົ້າສະແກນ ເພາະວ່າເຄື່ອງສະແກນ ມັນຢູ່ໃນລະບົບສາງພວກເຮົາ ສະເພາະລາຍຮັບປີ 2017 ນີ້ ເຮົາສາມາດເກັບໄດ້ຢູ່ 2 ຕື້ 6 ຖ້າສົມທຽບໃສ່ໃນໄລຍະປີກ່ອນຫັ້ນຫຼຸດລົງຢູ່ 30 ເປີເຊັນ ສາເຫດຫຼັກໆໃນການເກັບລາຍຮັບຫຼຸດລົງນີ້ ຫນຶ່ງແມ່ນຍ້ອນມີການເກັບຄ່າຜ່ານທາງ, ສອງກະຍ້ອນມີຊິງຕິດຊັ່ງຢູ່ຫຼາຍບ່ອນຫັ້ນແຫຼະ ເຮັດໃຫ້ສິນຄ້າທາງເບື້ອງຊ່ອງເມັກເຮົາ ຫຼຸດລົງ.”

     ທັງນີ້ໂດຍດ່ານສາກົນ ວັງເຕົ່າ ຖືເປັນດ່ານທີ່ມີການຂົນສົ່ງສິນຄ້າຂາອອກ-ຂາເຂົ້າຫຼາຍເປັນອັນດັບທີ 2 ຮອງຈາກດ່ານສາກົນວຽງຈັນ-ໜອງຄາຍ ໂດຍໃນຕະຫຼອດປີ 2017 ຜ່ານມາກໍປາກົດວ່າ ມີຍານພາຫະນະເຂົ້າ-ອອກທັງໝົດ 6.798 ຄັນ ໃນນີ້ເປັນຍານພາຫະນະຂາເຂົ້າ 6.400 ຄັນ ທັງຍັງມີຄົນລາວ ແລະ ຊາວຕ່າງຊາດຫຼາຍກວ່າ 2.450.000 ຄົນທີ່ເດີນທາງຜ່ານດ່ານສາກົນວັງເຕົ່າ ອີກດ້ວຍ.

     ທາງດ້ານທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ ກໍເຊື່ອໝັ້ນວ່າ: ການພົວພັນຮ່ວມມື ລະຫວ່າງ ແຂວງຈາກປາສັກ ກັບ 15 ແຂວງ 3 ນະຄອນ ແລະ 1 ສະຖາບັນໃນພາກກາງ ແລະ ພາກໃຕ້ ຂອງ ຫວຽດນາມ ຈະເຮັດໃຫ້ເສດຖະກິດໃນແຂວງຈຳປາສັກ ມີການຂະຫຍາຍຕົວນັບມື້ນັບເພີ່ມຂຶ້ນ ທັງຍັງເຊື່ອໝັ້ນວ່າ: ບັນດາວິສາຫະກິດ ຫວຽດນາມ ຈະກ້າວຂຶ້ນເປັນຜູ້ລົງທຶນອັນດັບທີ 1 ໃນແຂວງຈຳປາສັກ ໃນມໍ່ໆນີ້ອີກດ້ວຍ.

     ຫາກແຕ່ທ່ານ ບຸນທຽມ ເພຍສາຂາ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຈຳປາສັກ ຢືນຢັນວ່າ: ທາງການແຂວງຈຳປາສັກ ໄດ້ອອກຄຳສັ່ງໃຫ້ຍົກເລີກການລົງທຶນຂອງບໍລິສັດຕ່າງຊາດ 51 ໂຄງການ ເພາະກວດພົບວ່າບໍ່ມີຄວາມຄືບໜ້າ ແລະ ບໍ່ໄດ້ນຳເງິນລົງທຶນເຂົ້າມາໃນໂຄງການ ຊຶ່ງໃນນີ້ກໍລວມເຖິງວິສາຫະກິດ ຂອງຫວຽດນາມ ດ້ວຍຈຳນວນ 20 ໂຄງການ.

     ຍິ່ງໄປກວ່ານັ້ນ ກອງປະຊຸມເປີດກວ້າງຂອງລັດຖະບານ ລາວ ໃນເດືອນກັນຍາ 2017 ທີ່ຜ່ານມາກໍໄດ້ອະນຸມັດໃຫ້ບໍລິສັດກວາງຕຸ້ງ-ແມ່ນໍ້າເຫຼືອງຈາກ ຈີນ ເປັນຜູ້ລົງທຶນໃນເຂດເສດຖະກິດພິເສດຄອນພະເພັງ-ດອນໂຂງໃນແຂວງຈຳປາສັກ ໂດຍການສຶກສາຄວາມເປັນໄປໄດ້ຈະແລ້ວສຳເລັດໃນປີ 2018 ຕໍ່ຈາກນັ້ນກໍຈະເປັນການຂໍອະນຸຍາດສຳປະທານຈາກລັດຖະບານ ລາວ ຢ່າງເປັນທາງການ ຊຶ່ງຈະມີພື້ນທີ່ກວ້າງກວ່າ 7.000 ເຮັກຕາ ທີ່ຈະພັດທະນາໃຫ້ເປັນເມືອງທັນສະໄໝທີ່ຮອງຮັບພົນລະເມືອງໄດ້ 8 ແສນຄົນ ແລະ ນັກທ່ອງທ່ຽວ 1 ລ້ານ 2 ແສນຄົນຕໍ່ປີ ໂດຍຈະຕ້ອງໃຊ້ເງິນເຖິງ 10.000 ລ້ານໂດລານັ້ນ ຈຶ່ງເຮັດໃຫ້ ຈີນ ເປັນຜູ້ລົງທຶນລາຍໃຫຍ່ທີ່ສຸດທັງໃນແຂວງຈຳປາສັກ ແລະ ໃນປະເທດລາວ ນັ້ນເອງ.

[ແຫລ່ງຂ່າວ: VOA]

[ຮຽບຮຽງໂດຍ: ນ ຖື]