ການເກັບກູ້ລະເບີດບໍ່ທັນແຕກ ໃນເຂດສ້າງ ທາງລົດໄຟລາວ-ຈີນ ບໍ່ສໍາເລັດ: ປະຊາຊົນ ບາງບ່ອນ ຍັງບໍ່ໄດ້ຮັບ ຄ່າຊົດເຊີຍທີ່ດິນ
By theu vaenvongsod On 27 Feb, 2018 At 01:33 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

 chanel railway at Luangpabang    

     ກອງທັບ​ປະຊາຊົນ​ລາວ ຍັງ​ບໍ່ສາມາດ​ເກັບ​ກູ້​ລະ​ເບີດ​ບໍ່ທັນ​ແຕກ UXO ອອກ​ໄປ​ຈາກ​ເຂດກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ​ໄດ້​ທັງໝົດ ​ເພາະ​ຫລາຍ​ພື້ນທີ່​ ຍັງບໍ່ຊົດ​ເຊີຍ​ຄ່າ​ທີ່​ດິນ​ໃຫ້​ປະຊາຊົນ.

     ພົນ​ຕີ ຄໍາ​ລຽນ ອຸທະ​ໄກສອນ ຮອງ​ຫົວໜ້າກົມ​ເສນາ​ທິການ ກອງທັບ​ປະຊາຊົນ​ລາວ ຖະ​ແຫລ​ງວ່າ: ການ​ກວດ​ກູ້​ລະ​ເບີດ​ບໍ່ທັນ​ແຕກ UXO ອອກ​ໄປ​ຈາກ​ເຂດກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ໃນ​ປີ 2017 ຜ່ານ​ມາ​ສາມາດ​ຈັດຕັ້ງປະຕິບັດ​ໄດ້​ໃນ​ເນື້ອທີ່ 1​.026 ກວ່າ​ເຮັກຕາ ​ໂດຍ​ເກັບ​ກູ້ລະ​ເບີດໄດ້​ທັງໝົດ ​128 ໜ່ວຍ​ໃນ​ປີນີ້ ​ເປັນ​ລະ​ເບີດ​ຂະໜາດ 250 ປອນ​ຈໍານວນ 2 ໜ່ວຍ ແລະ ​ຊິ້ນສ່ວນ​ລະ​ເບີດ ຫລື​ ໂລຫະ​ຕ່າງໆ ອີກ​ເຖິງ 211.562 ຊິ້ນສ່ວນ.

Luangpabang chanel

     ສໍາລັບ​ປີ 2018 ນີ້ ຄະນະ​ຮັບຜິດຊອບ​ກໍ​ໄດ້ວາງ​ເປົ້າໝາຍການ​ກວດ​ກູ້​ລະ​ເບີດ UXO ​ໃຫ້​ໄດ້​ໃນ​ເນື້ອທີ່ 1.798 ​ເຮັກຕາ​ທີ່​ເປັນ​ເຂດ​ແລວ​ທາງ, ​ເຂດທີ່​ຕັ້ງສະ​ຖາ​ນີລົດ​ໄຟ ​ແລະ​ ເຂດ​ທາງ​ຊອຍ ຫາກ​ແຕ່​ວ່າ ການຈັດຕັ້ງປະຕິບັດ​ໃນ​ໄລຍະ​ຜ່ານ​ມາ​ກໍ​ມີ​ບັນຫາ​ໃນ​ຫລາຍ​ດ້ານ ​ເຊ່ນ ບໍລິສັດ​ຈາກ​ຈີນ ຍັງ​ບໍ່​ໄດ້​ເຈລະຈາ​ໄກ່​ເກ່ຍ ຫລື​ ຈ່າຍ​ຄ່າ​ຊົດ​ເຊີຍ​ທີ່​ດິນ ​ແລະ ​ສິ່ງ​ປຸກ​ສ້າງ ​ໃຫ້​ປະຊາຊົນ​ເປັນຕົ້ນ; 
     ດັ່ງທີ່ ພົນ​ຕີຄໍາ​ລຽນ ​ໃຫ້ການ​ຢືນຢັນ​ວ່າ:ບາງ​ບໍລິສັດ​ຜູ້​ຮັບ​ເໝົາກໍ່ສ້າງ ບໍ່ສະໜອງຂໍ້​ມູນ​ພື້ນທີ່ກວດ​ກູ້​ໃຫ້​ກ່ອນ​;ໃນ​ບາງ​ສ່ວນສັນຍາ ຍັງ​ບໍ່ທັນ​ໃຫ້ການ​ຮ່ວມ​ມືດີ​ເທົ່າ​ທີ່ຄວນ ຕໍ່ວຽກງານ​ກວດ​ກູ້​ລະ​ເບີດ, ບາງ​ບໍລິສັດ​ດໍາ​ເນີນ​ການກໍ່ສ້າງ​ໄປ​ກ່ອນ​ໂຄງການ​ເປີດ​ຢ່າງ​ເປັນ​ທາງ​ການ ​ແລະ​ ໄດ້​ດໍາ​ເນີນ​ການກໍ່ສ້າງ​ຫລາຍໆຈຸດ​ໄປ​ພ້ອມ​ກັນ​ໂດຍ​ບໍ່ລໍຖ້າ​ການ​ອະນຸຍາດ ຫລື​ວ່າ​ ບໍ່ລໍຖ້າການກວດ​ລະ​ເບີດ​ກ່ອນ. ​ພື້ນທີ່ກວດ​ລະ​ເບີດ​ບາງ​ບ່ອນບໍ່ທັນ​ໄກ່​ເກ່ຍກັນ​ກັບ​ປະຊາຊົນ​ໃຫ້​ສໍາ​ເລັດ​ກ່ອນຈຶ່ງ​ບໍ່ສາມາດ​ເຂົ້າ​ໄປ​ກວດ​ກູ້​ລະ​ເບີດ​ໄດ້ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ເຂດ​ຕົວ​ເມືອງ ​ແລະ​ ຊຸມ​ຊົນ​ທີ່​ມີ​ສິ່ງ​ກີດ​ຂວາງ​ຫລາຍ.

     ກ່ອນໜ້ານີ້ ທ່ານ ​ລັດຕະນະມະນີ ຄູນ​ນີວົງ ຮອງລັດຖະມົນຕີ​ກະຊວງ​ໂຍທາ​ທິການ​ ແລະ​ ຂົນ​ສົ່ງ ຢືນຢັນ​ວ່າ: ​ໂຄງການ​ກໍ່ສ້າງ​ທາງລົດ​ໄຟ ​ລາວ-ຈີນ​ນີ້ ຈະ​ສົ່ງຜົນກະທົບຕໍ່ປະຊາຊົນລາວ​ຈໍານວນ 4.411 ຄອບຄົວ ໃນເຂດ 13 ເມືອງໃນແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ວຽງຈັນ ແລະ ນະຄອນຫລວງວຽງຈັນ ໂດຍມີທີ່ດິນທີ່ຖືກກະທົບ 3.832 ເຮັກຕາ, ສິ່ງປຸກສ້າງ 3.346 ຫລັງ, ຕົ້ນໄມ້ຊະນິດຕ່າງໆ ແລະ ໄມ້ກິນໝາກ ຫຼາຍກວ່າ 9 ແສນຕົ້ນ.

​     ໂດຍການຊົດເຊີຍຄ່າທີ່ດິນສະເພາະໃນເຂດແຂວງຫລວງນ້ຳທາ, ອຸດົມໄຊ ແລະ ຫລວງພະບາງ ນັ້ນ ໄດ້ແບ່ງເປັນດິນນາ, ໃນຕົວເມືອງທີ່ຕິດຖະໜົນສາຍເອກ, ຕິດທາງຊອຍ ແລະ ດິນນາ ທີ່ບໍ່ມີເສັ້ນທາງນັ້ນ ຈະໄດ້ຄ່າຊົດເຊີຍ 11.000-80.000 ກີບຕໍ່ຕາແມັດ. ສ່ວນທີ່ດິນທີ່ຢູ່ເຂດຊານເມືອງທີ່ຕິດທາງຫລວງແຫ່ງຊາດ ຕິດທາງຫລວງແຂວງ ແລະ ດິນທີ່ບໍ່ມີເສັ້ນທາງ ກໍຈະໄດ້ຮັບຄ່າຊົດເຊີຍ 16.000-40.000 ກີບຕໍ່ຕາແມັດ. ສ່ວນດິນອື່ນໆ ໃນເຂດຊົນນະບົດຈະໄດ້ຮັບຄ່າຊົດເຊີຍ 11.000-15.000 ກີບຕໍ່ຕາແມັດ.

     ສ່ວນໃນເຂດແຂວງວຽງຈັນ ແລະ ນະຄອນວຽງຈັນ ນັ້ນ ດິນນາໃນຕົວເມືອງທີ່ຕິດຖະໜົນສາຍເອກ ຕິດທາງຊອຍ ແລະ ດິນບໍ່ມີເສັ້ນທາງ ຈະໄດ້ຄ່າຊົດເຊີຍ 20.000-30.000 ກີບຕໍ່ຕາແມັດ ດິນຢູ່ຊານເມືອງທີ່ຕິດທາງຫລວງແຫ່ງຊາດ ຕິດທາງຫລວງແຂວງ ແລະ ດິນບໍ່ມີເສັ້ນທາງ ຈະໄດ້ຄ່າຊົດເຊີຍ 15.000-25.000 ກີບຕໍ່ຕາແມັດ ສ່ວນດິນໃນເຂດເມືອງ ໄຊທານີ ຈະໄດ້ຄ່າຊົດເຊີຍ 55.000-107.000 ກີບ ຕໍ່ຕາແມັດ ແລະ 50.000-137.000 ກີບ ຕໍ່ຕາແມັດ ສຳລັບດິນນາໃນເຂດເມືອງນາຊາຍທອງ.

     ນອກຈາກນີ້ ກໍໄດ້ກຳນົດຄ່າຊົດເຊີຍ ສຳລັບດິນສວນ, ດິນປູກສ້າງ ແລະ ສິ່ງປຸກສ້າງທີ່ຮວມເຖິງເຮືອນຢູ່ອາໄສອີກດ້ວຍນັ້ນ ຊຶ່ງຈະຊົດເຊີຍຕາມສະພາບຕົວຈິງ ຫຼື ລາຄາໃນການກໍ່ສ້າງທີ່ເປັນຈິງ ໃນແຕ່ລະລາຍການເປັນສຳຄັນ ແລະ ທາງການລາວ ຍັງຈະຮັບຜິດຊອບໃນການຈັດສັນທີ່ຢູ່ອາໄສໃໝ່ ໃຫ້ກັບປະຊາຊົນທີ່ບໍ່ຢາກຈະສ້າງເຮືອນໃໝ່ອີກດ້ວຍ.

     ການກໍ່ສ້າງທາງລົດໄຟ ລາວ-ຈີນ ມີ​ກໍານົດ​ວ່າຈະສຳເລັດ​ແລ້ວ ​ແລະ ​ເປີດ​ການ​ເດີນ​ລົດ ໃນຕົ້ນປີ 2022. ມັນເປັນການຮ່ວມທຶນ ລະຫວ່າງລັດຖະບານ ລາວກັບຈີນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຂອງ​ມູນ​ຄ່າເງິນທຶນລວມ 6.000 ລ້ານໂດລາທີ່ມີໄລຍະທາງຍາວ 417 ກິໂລແມັດ ຈາກ​ບໍ່​ເຕັນ ມາ​ເຖິງ​ນະຄອນຫລວງ​ວຽງຈັນ.

 [ແຫລ່ງຂ່າວ: VOA]

[ຮຽບຮຽງໂດຍ: ນ ຖື]