ຄະນະຊ່ຽວຊານ ຂອງ UNESCO ຈະເດີນ ທາງມາກວດກາ ທົ່ງໄຫຫີນ ຢູ່ແຂວງຊຽງຂວາງ
By theu vaenvongsod On 26 Feb, 2018 At 03:15 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

 70556952-8B3A-4A88-BF8F-48BE4BD0FE02_w1023_r1_s

     ຄະນະຊ່ຽວຊານຂອງ UNESCO ຈະເດີນທາງມາກວດກາທົ່ງໄຫຫີນ ຢູ່ທີ່ແຂວງຊຽງຂວາງ ໃນເດືອນສິງຫາ 2018 ເພື່ອພິຈາລະນາ ແລະ ຮັບຮອງໃຫ້ເປັນມໍລະດົກໂລກທາງປະຫວັດສາດ ຢ່າງເປັນທາງການ.

     ທ່ານ ສີວິໄລ ອຸດົມສຸກ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຊຽງຂວາງ ໃຫ້ການຢືນຢັນວ່າ: ຄະນະຊ່ຽວຊານຂອງ UNESCO ຈະເດີນທາງມາແຂວງຊຽງຂວາງໃນເດືອນ ສິງຫາ 2018 ເພື່ອເກັບກຳຂໍ້ມູນ ແລະ ກວດກາຄວາມພ້ອມໃນດ້ານຕ່າງໆຂອງທົ່ງໄຫຫີນ ກ່ອນທີ່ຈະພິຈາລະນາຮັບຮອງ ໃຫ້ເປັນມໍລະດົກໂລກທາງປະຫວັດສາດຢ່າງເປັນທາງການ ຊຶ່ງຖ້າຫາກວ່າບໍ່ມີບັນຫາຂັດຂ້ອງ ກໍເຊື່ອວ່າຄະນະຊ່ຽວຊານຂອງ UNESCO ຈະໃຫ້ຄຳຕອບກັບທາງການລາວ ກ່ຽວກັບການຮັບຮອງ ສະຖານະໃນການເປັນມໍລະດົກໂລກຂອງທົ່ງໄຫຫີນ ຢ່າງເປັນທາງການດ້ວຍ ດັ່ງທີ່ທ່ານ ສີວິໄລ ໃຫ້ການຢືນຢັນວ່າ:ຮອດເດືອນແປດນີ້ ໂຄງການມໍລະດົກໂລກ ຈະລົງມາກວດກາ ຖ້າເຫັນວ່າ ມີຄວາມພ້ອມດ້ານຕ່າງໆ ບໍ່ມີບັນຫາຫຍັງຜິດປົກກະຕິເກີດຂຶ້ນນັ້ນ ເພິ່ນກໍຈະໃຫ້ຄຳຕອບແກ່ລັດຖະບານ ສປປ ລາວ ຢ່າງເປັນທາງການ ໃນການຮັບຮອງເອົາທົ່ງໄຫຫີນ ເຂົ້າເປັນມໍລະດົກໂລກ ແລະ ໄລຍະລໍຖ້າ ເພິ່ນຈະມາກວດໜີ້ ພວກເຮົາກໍໄດ້ມີແຜນການຄຸ້ມຄອງ ປົກປັກຮັກສາ ການກຽມບຸກຄະລາກອນທີ່ຮັບຜິດຊອບ ພວກເຮົາກໍໄດ້ປັກເຂດຫລັກໝາຍທີ່ໄດ້ກຳນົດເຂດມໍລະດົກ ໃຫ້ມີຄວາມລະອຽດຈະແຈ້ງ ພວກເຮົາກໍປູກຈິດສຳນຶກ ໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ຢູ່ເຂດໃກ້ຄຽງໃຫ້ມີການອະນຸລັກ ປົກປັກຮັກສາເຂດທົ່ງໄຫຫີນ.

D87D066F-FB89-40E7-8FAA-94224C9DD35E_w650_r1_s

      ການສະເໜີໃຫ້ UNESCO ພິຈາລະນາເພື່ອຮັບຮອງເອົາທົ່ງໄຫຫີນ ໃຫ້ເປັນມໍລະດົກໂລກ ໄດ້ເລື່ອນມາແລ້ວຫຼາຍຄັ້ງ ເພາະວ່າທາງການລາວຍັງຂາດການສຶກສາໃນລາຍລະອຽດ ແລະ ກຳນົດແຜນການຄຸ້ມຄອງ ແລະ ອະນຸລັກເຂດທົ່ງໄຫຫີນທີ່ຜ່ານມາ ກໍຍັງຈັດຕັ້ງປະຕິບັດບໍ່ໄດ້ຕາມເງື່ອນໄຂທີ່ UNESCO ກຳນົດໄວ້ ໃນຫຼາຍດ້ານ ທັງນີ້ໂດຍການທີ່ທາງການລາວ ມີງົບປະມານຢ່າງຈຳກັດ ກໍຍັງນັບເປັນອີກບັນຫາຫນຶ່ງ ທີ່ເຮັດໃຫ້ການດຳເນີນງານສາມາດຈັດຕັ້ງປະຕິບັດໄດ້ ຢ່າງຊັກຊ້າ.

     ຍິ່ງໄປກວ່ານັ້ນ ການທີ່ມີໄຫຫີນຫຼາຍກວ່າ 2.000 ໜ່ວຍ ບໍ່ໄດ້ຕັ້ງຢູ່ໃນບໍລິເວນດຽວກັນນັ້ນ ຍັງເຮັດໃຫ້ຕ້ອງໃຊ້ເວລາ ໃນການເກັບກຳຂໍ້ມູນ ແລະ ຂຶ້ນທະບຽນໄຫຫີນທຸກໜ່ວຍຢ່າງຍາວນານ ແລະ ຍາກຕໍ່ການອະ ແລະ ປົກປັກຮັກສາ ໄດ້ຢ່າງທົ່ວເຖິງອີກດ້ວຍ.

4004B49C-986D-4241-B95C-5D51037EFF19_w250_r0_s

     ແຕ່ຢ່າງໃດກໍຕາມ ເພື່ອເຮັດໃຫ້ສະດວກຕໍ່ການຄຸ້ມຄອງເຂດທົ່ງໄຫຫິນດັ່ງກ່າວ ທາງການລາວ ກໍໄດ້ເລືອກເອົາສະເພາະ 11 ຈຸດເທົ່ານັ້ນ ທີ່ຈະສະເໜີຕໍ່ UNESCO ເພື່ອຮັບຮອງໃຫ້ເປັນມໍລະດົກໂລກ ໃນໂອກາດທີ່ຄະນະຊ່ຽວຊານຂອງ UNESCO ເດີນທາງມາກວດກາທົ່ງໄຫຫີນໃນເດືອນສິງຫາດັ່ງກ່າວ ທັງນີ້ໂດຍໄຫຫີນທັງ 11 ຈຸດ ຕັ້ງຢູ່ໃນເຂດເມືອງຄຳ ເມືອງແປກ ເມືອງຜາໄຊ ແລະ ເມືອງພູກູດ ຊຶ່ງມີຈໍານວນໄຫຫີນ ທີ່ໄດ້ຂຶ້ນທະບຽນໄວ້ທັງໝົດ 999 ໜ່ວຍ.

     ອີກດ້ານຫນຶ່ງ ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ການຢືນຢັນວ່າ: ການກະກຽມວຽກງານໃນດ້ານຕ່າງໆເພື່ອສະເໜີໃຫ້ອົງການ UNESCO ພິຈາລະນາຮັບຮອງເຂດປ່າສະຫງວນແຫ່ງຊາດ ພູຫີນໜາມໜໍ່ໃນແຂວງຄຳມ່ວນ ໃຫ້ເປັນມໍລະດົກໂລກທາງທຳມະຊາດນັ້ນ ໄດ້ສຳເລັດໃນຂັ້ນຕົ້ນແລ້ວ ແລະ ຄາດວ່າ ຈະສາມາດນຳສະເໜີເອກະສານສຳຄັນຕ່າງໆ ເຖິງອົງການ UNESCO ໄດ້ຢ່າງເປັນທາງການໃນຕົ້ນປີ 2019 ເປັນຢ່າງຊ້າ.

     ທ່ານ ທອງໃບ ເຊື່ອໝັ້ນວ່າ: ມີໂອກາດສູງທີ່ UNESCO ຈະຮັບຮອງເຂດປ່າສະຫງວນແຫ່ງຊາດ ພູຫີນໜາມໜໍ່ຂອງລາວ ໃຫ້ເປັນມໍລະດົກໂລກທາງທຳມະຊາດ ເນື່ອງຈາກເປັນເຂດທີ່ຍັງມີທຳມະຊາດທີ່ສວຍງາມ ແລະ ປົກຫຸ້ມດ້ວຍປ່າໄມ້ຢ່າງໜາແໜ້ນ ໃນພື້ນທີ່ກວ້າງກວ່າ 82.000 ເຮັກຕາ ທັງກໍຍັງເປັນແຫລ່ງທີ່ຢູ່ອາໄສຂອງຊ້າງປ່າ ຈຳນວນຫຼາຍຮ້ອຍໂຕ ແລະ ສັດປ່າຫາຍາກຫຼາຍຊະນິດອີກດ້ວຍ.

      ທາງດ້ານທ່ານ ແບສຕຽນ ປູເຣີ (Bastian Purer) ຫົວໜ້າຄະນະທີ່ປຶກສາ ຂອງອົງການປົກປັກ ຮັກສາລະບົບນິເວດ ປ່າໄມ້ ແລະ ຊີວະນານາພັນຂອງລັດຖະບານເຢຍຣະມັນ (GIZ) ປະຈຳ ສປປ ລາວ ຊຶ່ງໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ໃນການຕຽມຄວາມພ້ອມ ແລະ ແຜນການນຳສະເໜີ UNESCO ເພື່ອໃຫ້ຮັບຮອງເອົາພູຫີນໜາມໜໍ່ ໃຫ້ເປັນມໍລະດົກໂລກທາງທຳມະຊາດນັ້ນ ໄດ້ສະແດງຄວາມເຊື່ອໝັ້ນວ່າ: UNESCO ຈະໃຫ້ການຮັບຮອງຢ່າງແນ່ນອນ ຫາກແຕ່ວ່າ ໃນປັດຈຸບັນນີ້ GIZ ຍັງຈະຕ້ອງໃຫ້ການຊ່ວຍເຫຼືອທາງການລາວ ໃນ 3 ດ້ານດ້ວຍກັນ ຄື: ແຜນການຄຸ້ມຄອງ ແຜນງານດ້ານເທັກນິກ ແລະ ການບໍລິຫານງານພາຍໃນກົມມໍລະດົກຂອງລາວ ທີ່ໄດ້ມາດຕະຖານຕາມກຳນົດຂອງ UNESCO ຢ່າງຄັກແນ່ ຊຶ່ງຈະແລ້ວເສັດສົມບູນໃນປີ 2018 ເພື່ອສະເໜີຕໍ່ UNESCO ຢ່າງເປັນທາງການໃນຕົ້ນປີ 2019 ຕໍ່ໄປ.

[ແຫຼ່ງຂ່າວ: VOA]

[ຮຽບຮຽງໂດຍ: ນ ຖື]