ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພົບປະ ຮອງປະທານສະມາຄົມມິດຕະພາບ ໄຊຕະມະ ປະຈໍາ ສປປ ລາວ
By theu vaenvongsod On 26 Feb, 2018 At 02:09 PM | Categorized As ຂ່າວສຳຄັນ | With 0 Comments

      Exif_JPEG_420

       ຕອນບ່າຍ ​ເວລາ 13:00 ມ ຂອງ​ວັນ​ທີ 20 ກຸມພາ 2018, ທ່ານ​ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​​ໄດ້ພົບ​ປະ​ ກັບ​​ ທ່ານ Yuichi Aida ຮອງປະທານ​ສະມາຄົມ​ມິດຕະພາບ ​ໄຊ​ຕະມະຍີ່ປຸ່ນ ປະ​ຈໍາ ສປປ ລາວ ພ້ອມ​ຄະນະ ​​ແລະ​ ​ເຂົ້າຮ່ວມຕ້ອນຮັບມີຄະນະ​ວິຊາ​ການ​ຝ່າຍ​ລາວ ຈໍາ​ນວນ​ໜຶ່ງ;

Exif_JPEG_420

Exif_JPEG_420

       ທ່ານ Yuichi Aida ໄດ້ກ່າວວ່າ: ຂ້າພະ​ເຈົ້າຮູ້ສຶກເປັນກຽດ ແລະ ມີຄວາມດີອົກດີໃຈຫລາຍທີ່ໄດ້ມາຢ້ຽມຢາມ ສປປ ລາວ ທາງດ້ານລັດຖະບານ ລາວ ກໍ່ໃຫ້ການຕ້ອນຮັບຢ່າງອົບອຸ່ນເວົ້າລວມ ເວົ້າສະເພາະກໍຄືການນຳຂອງກະຊວງ ອຄ ຊຶ່ງການມາຢ້ຽມຢາມຂອງສະມາຄົມໃນປີນີ້ຖືວ່າທາງປະທານສະມາຄົມໄດ້ສົ່ງຕົວແທນຄື​: ຂ້າພະເຈົ້າມາ ເນື່ອງຈາກປະທານໃຫຍ່ແມ່ນມີບັນຫາເລື່ອງສຸຂະພາບ. ແນວໃດກໍ່ຕາມ ການຢ້ຽມຢາມ ສປປ ລາວ ຂອງສະມາຄົມຄັ້ງນີ້ຖືວ່າເປັນຄັ້ງທີ 22 ແລ້ວ ໂດຍການມາໃນຄັ້ງນີ້ທາງສະມາຄົມກໍ່ຈະມີການມອບທຶນຊ່ວຍເຫຼືອເຮັດກິດຈະກຳບານເຕະ ແລະ ມອບທຶນການສຶກສາຈຳນວນໜຶ່ງໃຫ້ແກ່ລັດຖະບານລາວ.  ພ້ອມດຽວກັນນັ້ນ, ທາງສະມາຄົມຍັງມີແຜນຢາກຊຸກຍູ້ສົ່ງເສີມເອົາແຮງງານລາວໄປເຮັດວຽກຢູ່ຍີ່ປຸ່ນເພື່ອເຮັດໃຫ້ເຂົາເຈົ້າມີທັກສະ ແລະ ປະສົບການໃນການເຮັດວຽກຢູ່ຍີ່ປຸ່ນ ເພື່ອທີ່ຈະໄດ້ກັບເອົາມາພັດທະນາປະເທດຊາດຂອງຕົນ. ນອກຈາກນັ້ນ, ທ່ານຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈທາງລັດຖະບານລາວກໍ່ຄືກະຊວງ ອຄ ທີ່ໄດ້ອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດຂອງຍີ່ປຸ່ນໄລຍະຜ່ານມາໃນ ສປປ ລາວ ພ້ອມທັງ ອວຍພອນໃຫ້ສາຍພົວພັນລະຫວ່າງ ສອງປະເທດຍືນຍົງຕະຫຼອດໄປ.

Exif_JPEG_420

 

Exif_JPEG_420

       ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ຊົມ​ເຊີຍ​ຕໍ່​ຜົນ​ສໍາ​ເລັດ​ ຂອງ​ວຽກ​ງານ​ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍຜ່ານ​ມາ ​ແລະ ຫວັງ​ວ່າວຽກງານ​ທີ່​ທາງ ສະມາຄົມ​ມິດຕະພາບ ​ໄຊ​ຕະມະ ​ໄດ້ຕັ້​ງ​ເປົ້າໝາຍ​​ໄວ້ ຈະ​ປະສົບ​ຜົນ​ສໍາ​ເລັດ​ໃນ​ອາ​ນະ​ຄົດ; ພ້ອມ​ທັງ ສະ​ແດງຄວາມດີໃຈທີ່ທາງສະມາຄົມໄຊຕະມະ ມາຢ້ຽມຢາມ ສປປ ລາວ ເທື່ອໃດກໍ່ໄດ້ມີການແວະວຽນຢ້ຽມຢາມກະຊວງ ອຄຂອງພວກເຮົາ ​ແລະ ຂອບໃຈທີ່ທາງສະມາຄົມກໍ່ຄືທາງລັດຖະ ບານຂອງຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ ຖືເປັນປະເທດອັນດັບຕົ້ນໆ. ນອກຈາກນີ້, ຍີ່ປຸ່ນຍັງເປັນປະເທດທີີ່ມີການລົງທຶນໃນ ສປປ ລາວ ມີຈຳນວນຫຼາຍໂຄງການ, ຫຼາຍບໍລິສັດ ຊຶ່ງສະແດງອອກໃນມູນຄ່າການຄ້າປີ 2017 ເຫັນວ່າເພີ່ມຂຶ້ນ 10% ໂດຍມີບໍລິສັດຈາກຍີ່ປຸ່ນໄດ້ເຂົ້າລົງທຶນໃນເຂດເສດຖະກິດພິເສດຢູ່ແຂວງ ຈຳປາສັກ ເປັນຕົ້ນ. ພ້ອມດຽວກັນນີ້, ທ່ານລັດຖະມົນຕີ ຍັງໄດ້ກ່າວໃຫ້ສະມາຄົມໄຊຕະມະ ເປັນຂົວຕໍ່ຊັກຊວນເອົານັກທຸລະກິດເຂົ້າມາລົງ ທຶນໃນ ສປປ ລາວ ໃຫ້ນັບມື້ນັບເພີ່ມຂຶ້ນ.

Exif_JPEG_420

        ຕອນ​ທ້າຍ, ຄະນະ​ວິຊາ​ການຝ່າຍ​ຍີ່ປຸ່ນຍັງມີ​ຄວາມ​ສົນ​ໃຈ ​ໃນ​ການ​ສ້າງຕັ້ງສະພາ​ການ​ຄ້າ ຍີ່ປຸ່ນ ປະຈຳ​ລາວ ທ່ານ ລັດຖະມົນຕີ ​ໄດ້​ແນະນຳ​ໃຫ້ຝ່າຍ​ຍີ່ປຸ່ນ​ຕິດ​ຕໍ່ພົວພັນ ກັບ​ກົມ​ກ່ຽວຂ້ອງ​ເຊັ່ນ: ກົມ​ການ​ຄ້າ​ພາຍ​ໃນ ກະຊວງ ອຄ.

 

[ຂ່າວ​ໂດຍ: ນາງ ຖື ]