ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ພ້ອມຄະນະ ລົງທ້ອງຖິ່ນເຄື່ອນໄຫວ ວຽກງານ ຢູ່ 3 ແຂວງພາກເໜືອ: ຜົ້ງສາລີ, ຫລວງນ້ຳທາ ແລະ ອຸດົມໄຊ
By theu vaenvongsod On 28 Feb, 2018 At 09:33 AM | Categorized As ຂ່າວສຳຄັນ | With 0 Comments

IMG-20180213-WA0084

    ລະຫວ່າງ​ວັນ​ທີ 11-17 ກຸມພາ 2018 ທ່ານ ນ. ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ  ແລະ ການຄ້າ ພ້ອມດ້ວຍຄະນະຜູ້ຕາງໜ້າ​ຈາກ ຫ້ອງການກະຊວງ, ກົມການນຳເຂົ້າ ແລະ ສົ່ງອອກ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມການຄ້າພາຍໃນ, ກົມແຜນການ ແລະ ການຮ່ວມມື, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ແລະ ກົມສົ່ງເສີມການຄ້າ ໄດ້ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ 3 ​ແຂວງ​ພາກ​ເໜືອ​ເຊັ່ນ: ​ແຂວງຜົ້ງສາລີ, ​ຫຼວງນ້ຳທາ ແລະ ອຸດົມ​ໄຊ.

IMG-20180213-WA0101

      ໃນໄລຍະການເຄື່ອນໄຫວດັ່ງກ່າວ,​ ທ່ານ ລັດຖະມົນຕີ ​ກະຊວງ​ອຸດສາຫະກຳ ແລະ ການຄ້າ ໄດ້​ເຂົ້າຮ່ວມເປັນປະທານ ກອງປະຊຸມ ​ເຜີ​ຍ​ແຜ່ ແລະ ຜັນຂະຫຍາຍ​ແຜນ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ປີ 2016-2020 ຂອງບັນດາແຂວງພາກເໜືອ ໃນຕອນເຊົ້າຂອງວັນທີ 12 ກຸມພາ 2018 ຊຶ່ງຈັດຂຶ້ນໂດຍກົມ​ສົ່ງ​ເສີມວິ​ສາ​ຫະກິດຂະໜາດ​ນ້ອຍ ​ແລະ ກາງ ຮ່ວມ​ກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ໂດຍມີຄະນະກົມ, ຄະນະພະແນກ, ວິຊາການຈາກກະຊວງ,​ ສະພາປະຊາຊົນບັນດາແຂວງ ພາກເໜືອ, ພະແນກ ອຄ ແຂວງພາກເໜືອ ແລະ ພະແນກ ອຄ ແຂວງບໍລິຄຳໄຊ, ບັນດາຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແຂວງອຸດົມໄຊ ແລະ ສະພາ​ການ​ຄ້າ ​ແລະ ອຸດສາຫະກໍາ​ແຂວງ ​ພາກເໜືອເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອລາຍງານສະພາບປັດຈຸບັນ, ຜົນສຳເລັດ, ບັນຫາ ແລະ ສິ່ງທ້າທ້າຍ ແລະ ເປັນການແລກປ່ຽນ​ບົດຮຽນ​ ກ່ຽວ​ກັບວຽກງານສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ຂອງບັນດາພະ​ແນ​ກ ອຄ ແຂວງ ພາກເໜືອ.

IMG-20180213-WA0080

IMG_3219

IMG-20180213-WA0086

    ​ໃນ​ຕອນ​ເຊົ້າວັນ​ທີ 13 ກຸມພາ, ທ່ານ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ແລະ ການຄ້າ ພ້ອມ​ຄະນະ ​ໄດ້ເຄື່ອນໄຫວ​ພົບ​ປະເຮັດ​ວຽກ ກັບ​ພະນັກງານພະແນກ ອຄ ແຂວງຜົ້ງສາລີ ​ແລະ ​ເຂົ້າຢ້ຽມ​ຂໍ່ານັບ ທ່ານ​ເຈົ້າ​ແຂວງ ​ແຂວງ​ຜົ້ງສາລີ ທີ່​ຫ້ອງ​ວ່າການ​ປົກຄອງ ​ແຂວງ​ຜົ້ງສາລີ;

IMG-20180213-WA0062

IMG-20180213-WA0050

IMG-20180213-WA0040
       ຕອນ​ບ່າຍ ຂອງມື້ດຽວກັນ ທ່ານ ນ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ແລະ ການຄ້າ ​ພ້ອມ​ຄະນະ ໄດ້​ໄປ​​ຢ້ຽມຢາມ​ພື້ນຖານ​ການ​ຜະລິດ​ໂຮງງານ​ປຸງ​ແຕ່ງ​ຊາ​ພະຍາ​ສີ ​ແລະ ສວນ​ປູກ​​ໃບຊາ 400 ປີ ຂອງ​ປະຊາຊົນ ບ້ານ​ຈ່າ​ພູ ​ເມືອງ​ຜົ້ງສາລີ;   

IMG_3489IMG_3507IMG_3563IMG_3585

     ຕອນບ່າຍວັນທີ 14 ກຸມພາ 2018, ທ່ານ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ແລະ ການຄ້າ ພ້ອມ​ຄະນະໄດ້ເຂົ້າຢ້ຽມ​ຂໍ່ານັບ ທ່ານ​ເຈົ້າ​ແຂວງ ​ແຂວງຫຼວງນ້ຳທາ ​ແລະ ເຄື່ອນໄຫວ​ພົບ​ປະເຮັດ​ວຽກ ກັບ​ພະນັກງານພະແນກ ອຄ ແຂວງຫລວງນ້ຳທາ;

IMG-20180215-WA0028

IMG-20180215-WA0039

IMG-20180215-WA0038IMG-20180215-WA0024

IMG-20180216-WA0000

    ໃນຕອນເຊົ້າ ຂອງວັນທີ 15 ກຸມພາ ລົງຢ້ຽມຢາມພື້ນຖານການຜະລິດຢາງພາລາ ລວມມີສວນປູກ ແລະ ໂຮງງານປຸງແຕ່ງຢາງພາລາ ທີ່​​ກຸ່ມ​ບໍລິສັດ​ຢຸນໜານ ໜົງ​ເຂີນ ຂອງ ສປ ຈີນ ​ເປັນ​ຜູ້​ລົງທຶນ​ໃນ​​ໂຄງການ​ການ​ປູກ​ພືດ​ທົດ​ແທນ​ການ​ປູກ​ຝິ່ນ ຂອງ​ສອງລັດຖະບານ ​ໄດ້​ຕົກລົງ​ໃຫ້ການ​ຊ່ວຍ​ເຫຼືອຊຶ່ງ​ກັນ ​ແລະ ກັນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ; ພ້ອມ​ທັງ ​ເປັນ​ປະທານມອບ​ຜ້າ​ຫົ່ມ​ກັນ​ໜາວ ​ໃຫ້​ແກ່​ກຳມະກອນ​ປູກ​ຕົ້ນຢາງພາລາ ຂອງ​ບໍລິສັດ​ດັ່ງກ່າວ.

IMG-20180216-WA0127IMG-20180216-WA0117

    ຕອນ​ບ່າຍຂອງ​ວັນ​ດຽວ​ກັນ ໄດ້ລົງຢ້ຽມຢາມ​ໂຮງງານ​ປຸງ​ແຕ່ງ​ໄມ້ ຊ່ວນ​ໄຊ້ ຈໍາກັດ ຊຶ່ງ​ເປັນ​ໂຮງງານຂະ​ໜາດ​ໃຫຍ່ ຂອງ​ແຂວງ​ອຸດົມ​ໄຊ ​ໂຮງງານ​ດັ່ງກ່າວ​ມີ​ພະນັກງານ​ກຳມະກອນ 300 ກວ່າ​ຄົນ​,ໃນ​ນັ້ນ 50 ຄົນ​ແມ່ນ​ຊ່າງເຕັກນິກ​ວິຊາ​ການ​ມາ​ຈາກ ປະ​ເທດ​ຈີນ; ມີ​ການ​ນຳ​ໃຊ້​ເຄື່ອງ​ມີ​ການຜະລິດ​ທີ່​ທັນ​ສະ​ໄໝ ​ແລະ ສົ່ງ​ອອກ​ຜະລິດ​ຕະພັນໄມ້​ສໍາ​ເລັດ​ຮູບ​ໄປ ສປ ຈີນ.

IMG-20180216-WA0014

IMG-20180216-WA0020

   ​ຕອນ​ເຊົ້າ ຂອງ​ວັນ​ທີ 16 ກຸມພາ 2018, ທ່ານ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ແລະ ການຄ້າ ພ້ອມ​ຄະນະໄດ້ເຄື່ອນໄຫວ​ພົບ​ປະເຮັດ​ວຽກ ກັບ​ພະນັກງານພະແນກ ອຄ ແຂວງ​ອຸດົມ​ໄຊ ທີ່ຫ້ອງ​ປະຊຸມ​ຂອງ​ໂຮງ​ແຮມ​ມິດຕະພາບ;

IMG-20180216-WA0077

IMG-20180216-WA0145

   ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ​ໄດ້​​ໄປຢ້ຽມ​ຊົມ​ແຫຼ່ງທ່ອງ​ທ່ຽວ​ທຳ​ມະ​ຊາດ ນ້ຳກັດ ຢໍ່ລະ​ປ່າ ​ແລະ ຫ້ອງ​ວາງສະ​ແດງສິນຄ້າ ​ໂອດ໋ອບ ຂອງ​​ແຂວງ​ອຸດົມ​ໄຊ ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ​ອົງການ JICA ປະຈຳ ສປປ ລາວ.

IMG-20180217-WA0028

   ຕອນ​ເຊົ້າຂອງວັນ​ທີ 17 ກຸ​ມພາ 2018, ທ່ານ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ແລະ ການຄ້າ ພ້ອມ​ຄະນະໄດ້ຮ່ວມກັບພະນັກງານ ພະແນກ ອຄ ແຂວງຫຼວງພະ​ບາງ ​​ໄປ​ຢ້ຽມ​ຢາມ​ຊຸມ​ຊົນ​ຫັດຖະ​ກໍາ​ ຕໍ່າຫູກ-ຕໍ່າແຜ່ນແພພື້ນ​ເມືອງ; ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ ​ທ່ານ ລັດຖະມົນຕີ ​ພ້ອມຄະນະ​ເດີນທາງ​ກັບຄືນ​ນະຄອນຫລວງ​ວຽງ​ຈັນ.

[ຂ່າວ​ໂດຍ: ນາງ ຖື]