ການຍ່າງສະເຫຼີມສະຫຼອງການເຂົ້າເປັນສະມາຊິກ ອົງການການຄ້າໂລກ ຂອງ ສປປ ລາວ ຄົບຮອບ 5 ປີໃນວັນທີ 03 ກຸມພາ 2018, ທີ່ເດີ່ນປະຕູໄຊ
By sonsathit rasavong On 20 Feb, 2018 At 08:54 AM | Categorized As ຂ່າວສຳຄັນ | With 0 Comments

    ໃນ​ຕອນ​​ເຊົ້າເວລາ 06:00 ​ໂມງ ຂອງ ວັນ​ທີ 03 ກຸມພາ 2018 ​ໄດ້​ມີ​ການຈັດຂະບວນຍ່າງສະເຫຼີມສະຫຼອງ ການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກຂອງ ສປປ ລາວ ຄົບຮອບ 5 ປີ ທີ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແລະ ໄດ້ມີການລາຍງານກ່ຽວກັບຜົນສໍາເລັດທີ່ພົ້ນເດັ່ນພາຍຫຼັງ 5 ປີ ຂອງການເຂົ້າເປັນສະມາຊິກອົງການການຄ້າໂລກ (ອຄລ) ໂດຍ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ​ແລະ ​ຜູ້​ເຂົ້າ​ຮ່ວມ​ຈາກ​ພາກ​ລັດ, ທຸ​ລະ​ກິດ, ສະຖານທູດ, ​ສະ​ຖາ​ບັນ​ການ​ສຶກສາ ແລະ ປະຊາຊົນທົ່ວໄປ ​ຈຳນວນຫຼາຍ​ກວ່າ 1700 ຄົນ.

IMG_8735 - Copy

     ຈຸດປະສົງຂອງ​ງານດັ່ງກ່າວ ​ແມ່ນ​ເພື່ອສະເຫຼີມສະຫຼອງ ​ການ​ເຂົ້າ​ເປັນ​ສະມາຊິກອົງການ​ການ​ຄ້າ​ໂລກ (ອຄລ) ຂອງ ສປປ ລາວ ​ຄົບຮອບ 5 ປີ ນັບ​ຈາກວັນທີ 03 ກຸມພາ 2013 ​ເປັນ​ຕົ້ນ​ມາ. ​

     ສປປ ລາວ ​ໃນ​ນາມ​ເປັນ​ສະມາຊິກ​ໃໝ່ ​ແລະ ປະ​ເທດ​ດ້ອຍ​ພັດທະນາ ຕ້ອງໄດ້ຂຸ້ນຂ້ຽວ​ຈັດ​ຕັ້ງ​ປະຕິບັດ​ພັນທະ​ສັນຍາ ​ໃຫ້​ທ່ວງທັນ​ກັບ​ກຳນົດ​​ເວລາ ​ແລະ ກະກຽມສ້າງ​ບຸກຄະລາ​ກອນ​ໃຫ້​ມີ​ຄວາມ​ຮູ້​ຄວາມສາມາດ​ ເພື່ອ​ໃຫ້​ ສປປ ລາວ ສາມາດ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ເຂົ້າໃນວຽກງານການເຊື່ອມໂຍງເຂົ້າກັບສາກົນ ແລະ ສ້າງສະພາບແວດລ້ອມທີ່ອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ.

     ອຄລ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວລາ 23 ປີ ນັບ​ແຕ່​ວັນ​ທີ 01 ມັງກອນ 1995 ​ເປັນ​ຕົ້ນ​ມາ ຊຶ່ງ​ປະຈຸ​ບັນ​ມີ​ສະມາຊິກ​ທັງ​ໝົດ 164 ສະ​ມາ​ຊິກ​ ​ແລະ ​ສປປ ລາວ ກໍ​ເປັນ​ປະ​ເທດ​ທີ 158 ໃນວັນທີ 02 ກຸມພາ 2013. ຕະຫຼອດ​ໄລຍະ​ເວລາ 23 ປີ​ ​ແຫ່ງ​ການ​ສ້າງ​ຕັ້ງ​ໄດ້​ມີຜົນສຳ​ເລັດ ​ແລະ ​ກາລະ​ໂອກາດ​ຫຼາຍ​ຢ່າງ​ໃຫ້​ແກ່​ສະມາຊິກ ຊຶ່ງຜົນສໍາເລັດອັນຕົ້ນຕໍແມ່ນ ການ​ສ້າງ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ແລະ ໂປ່ງໃສ.

     ກອງປະຊຸມ​ດັ່ງ​ກ່າວ​ໄດ້​ສິ້ນ​ສຸດ​ລົງ​ໃນ​ເວລາ 08:00 ​ໂມງ.

[ພາບ ​ແລະ ຂ່າວ: ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ, ກະຊວງ ອຄ]

IMG_8843 - Copy

IMG_8849 - Copy

IMG_8865 - Copy

IMG_8894 - Copy

IMG_8991 - Copy

IMG_9009 - Copy