ຮາກຖານພັກພະແນກ ອຄ ແຂວງຄຳມ່ວນປັບປຸງການຈັດຕັ້ງພາຍໃນພັກ
By theu vaenvongsod On 19 Feb, 2018 At 11:03 AM | Categorized As ຂ່າວພາຍໃນ | With 0 Comments

IMG_6077

         ໃນ​ວັນ​ທີ 8 ກຸມພາ 2018 ນີ້ຢູ່​ທີ່​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ​ໄດ້​ຈັດພິທີ​ປະກາດບົ່ງ​ຕົວ​ແຕ່ງຕັ້ງ ຄະນະ​ພັກພາຍ​ໃນຂົງເຂດຕົນ​. ​ໂດຍ​ການ​ເປັນກຽດ​ເຂົ້າຮ່ວມຂອງ​ ສະຫາຍ ຄໍາຜົງ ວົງ​ພະຈັນ ຄະນະ​ປະຈຳ​ພັກ​ແຂວງ ປະທານ​ກວດກາ​ພັກ – ລັດ​ແຂວງ, ສະຫາຍ ທອງ​ໄຊ ມັງໝໍ່​ເມກ ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ, ບັນດາ​ຫົວໜ້າ, ຮອງ​ຫົວພະ​ແນ​ກການອ້ອມ​ຂ້າງ ຕະຫລອດ​ຮອດສະມາຊິກ​ພັກ – ພະນັກງານ ພາຍ​ໃນ​ຂົງ​ເຂດ​ດັ່ງກ່າວ​ເຂົ້າຮ່ວມ.

IMG_6092

IMG_6093

​          ໃນພິທີ ສະຫາຍ ​ນິກອນ ພົມ​ວົງສາ ຫົວໜ້າຂະ​ແໜງກໍ່ສ້າງ​ພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງທ່ານ​​​​​ເຈົ້າ​ແຂວງໆ ຄຳ​ມ່ວນ ວ່າ​ດ້ວຍ​ການບົ່ງຕົວ​ແຕ່ງຕັ້ງຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ, ກຳມະການ​ຄະນະ​ພັກ​ຮາກ​ຖານ ​ແລະ ຄະນະໜ່ວຍພັກ​ບໍລິຫານ​ທີ່​ຂຶ້ນກັບ​ຮາກ​ຖານ​ພັກພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນປະກອບມີຄືດັ່ງນີ້ : ສະ ຫາຍ ບຸນ​ໂຮມ ມຸກດາ​ສັກ ກຳມະການ​ຄະນະ​ພັກ​ຮາກ​ຖານ, ປະທານ​ກວດກາ​ພັກ, ຮອງ​ຫົວໜ້າພະ​ແນ​ກຂຶ້ນ​ເປັນ​ຮອງ​ເລຂາ​ຄະນະ​ພັກຮາກ​ຖານ, ສະຫາຍ ​ວັນ​ທອນ ບຸດ​ສົມ​ພັນ ກຳມະການໜ່ວຍພັກ​ບໍລິຫານ, ຮອງ​ຫົວໜ້າພະ​ແນ​ກຂຶ້ນ​ເປັນ​ກຳມະການ​ຄະນະ​ພັກ​ຮາກ​ຖານ, ປະທານ​ກວດກາ​ພັກ, ພ້ອມ​ທັງ​​ເປັນ​ເລຂາໜ່ວຍພັກ​ບໍລິຫານ, ສະຫາຍ ສິນ​ບັນດິດ ອຸດ​ທິວົງ ຫົວໜ້າຫ້ອງການ​ບໍລິຫານ​ຂຶ້ນ​ເປັນ​ຮອງ​ເລຂາໜ່ວຍພັກ​ບໍລິຫານ, ສະຫາຍ ​ວິ​ເສດ​ ໂຄດ​ສຸວັນ ຫົວໜ້າຂະ​ແໜງສົ່ງ​ເສີມ​ການ​ຄ້າ ຂຶ້ນ​ເປັນ​ກຳມະການໜ່ວຍພັກ​ບໍລິຫານ.  ສຳລັບຕຳແໜ່ງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ ທັງ​ນີ້ກໍ່​ເພື່ອ​ໃຫ້​ສອດ​ຄ່ອງ​ກັບຄວາມ​ຮຽກຮ້ອງ​ຕ້ອງການຂອງໜ້າທີ່​ວຽກງານ​ໃນ​ໄລຍະ​ໃໝ່ ​ແລະ ຄົບ​ຖ້ວນ​ຕາມ​ໂຄງ​ປະກອບ​ຂອງ​ການຈັດຕັ້ງພັກ. ສ່ວນ​ສາຍ​ເຫດ​ໃນ​ການ​ປັບປຸງ​ກົງຈັກ​ການຈັດຕັ້ງ​ໃນ​ຄັ້ງນີ້​ແມ່ນ​ຍ້ອນ​ຜູ້​ເກົ່າ​ໄດ້​ມີ​ອາຍຸ​ກະສຽນ​ພັກ ຜ່ອນ​ເຂົ້າບຳນານ.  ໃນ​ໂອກາດ​ດຽວກັນ​ສະຫາຍ ​ທອງໄຊ ມັງໝໍ່ເມກ ຍັງ​ໄດ້​ກ່າວລາຍ​ງານ​ຕໍ່​ກອງ​ປະຊຸມ​ໃຫ້​ຮູ້​ວ່າ : ຮາກ​ຖານ​ພັກ​ພະ​ແນ​ກອຸດສາຫະກຳ ​ແລະ ​ການ​ຄ້າປະກອບມີ 4 ໜ່ວຍພັກ​ທີ່​ຂຶ້ນກັບ​ຄື: ໜ່ວຍພັກ​ບໍລິຫານ, ໜ່ວຍພັກ​ວິຊາ​ການ, ໜ່ວຍພັກ​ລັດ​ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟ​ລາວ ​ສາຂາ​​ແຂວງ​ຄຳ​ມ່ວນ, ໜ່ວຍພັກ​ວິ​ສາ​ຫະກິດ​ການ​ຄ້າ​ຂາ​ອອກ – ຂາ​ເຂົ້າ ​ແລະ​ ທ່ອງ​ທ່ຽວ. ປະຈຸ​ບັນ​ປະກອບ​ມີ​ຄະນະ​ພັກ 9 ສະຫາຍ, ສະມາຊິກ​ພັກ​ທັງໝົດ 69 ສະຫາຍ, ຍິງ 14 ສະ ຫາຍ, ​ໃນ​ນີ້ສະມາຊິກ​ພັກ​ສຳຮອງ 6 ສະຫາຍ, ຍິງ 1 ສະຫາຍ.​

IMG_6082

IMG_6087

[ຂ່າວ : ມະນີ​ວັນ]

[ຮຽບຮຽງ: ນາງ ຖື]