ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພົບປະ ທ່ານ ໄຈ ມິງຈາວ ປະທານສໍານັກຂ່າວ ຊິນຫົວ ແຫ່ງ ສປ ຈີນ
By theu vaenvongsod On 19 Feb, 2018 At 11:17 AM | Categorized As ຂ່າວສຳຄັນ | With 0 Comments

     IMG-20180202-WA0053 (2)

       ຕອນບ່າຍ ຂອງ​ວັນ​ທີ 2 ກຸມພາ 2018, ທ່ານ​ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ປະທານ​ຄະນະ​ກໍາມາທິ​ການ​ຮ່ວມ​ມື ລາວ-ຈີນ ​ໄດ້ພົບ​ປະ​ ກັບ​​ ປະທານ​ສໍານັກໜັງສືພິມ​ຊິ່ນ​ຫົວ ສປ ຈີນ ​ນຳ​ໂດຍທ່ານ​ ​ໄຈ ມິ​ງຈາວ ​​ ໃນໂອກາດທີ່ຄະນະຜູ້​ແທນ ຈີນໄດ້ຮ່ວມ​ກັບ​ຝ່າຍ​ລາວ​ຈັດ​ກອງ​ປະຊຸມ​ໂຄງການ “ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ” ລາວ-ຈີນ ຄັ້ງທີ 1 ຢູ່​ນະຄອນຫລວງ​ວຽງ​ຈັນ; 

     ເພື່ອ​ຜັນ​ຂະຫຍາຍ​ຜົນ​ສໍາ​ເລັດ​ ຂອງ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ທີ່ ສປປ ລາວ ຂອງ​ພະນະ​ທ່ານ ສີ ຈິນຜີ​ງ ​ເລຂາທິການ​ໃຫຍ່​ພັກ​ຄອມ​ມູນິດ​ຈີນ, ​ເຮັດ​ໃຫ້​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ການ​ຮ່ວມ​ມື​ຮອບດ້ານ​ໝັ້ນຄົງ​ຍາວ​ນານ ລາວ-ຈີນ ກ້າວ​ສູ່​ໄລຍະ​ໃໝ່. ທັງ​ສອງ​ປະ​ເທດ​ໄດ້ ປະກາດ​ຈະ​ຮ່ວມ​ໄປ​ຕາມ​ຈຸດໝາຍ​ປາຍທາງ​ອັນ​ດຽວ​ກັນ ດ້ວຍ​ເຫດຜົນ​ດັ່ງກ່າວ, ສອງ​ຝ່າຍ​ແມ່ນ​ເຫັນ​ດີ​ຮ່ວມ​ກັນ​ຈັດ​ກອງ​ປະຊຸມ ປຶກສາ​ຫາລື ກ່ຽວ​ກັບ​ນະ​ໂຍບາຍ“ ໜຶ່ງ​ແລວ​ທາງ​ໜຶ່ງ ເສັ້ນທາງ”  ລາວ-ຈີນ ຄັ້ງທີ 1 ຢູ່​ນະຄອນຫລວງ​ວຽງ​ຈັນ ​ໃນ​ວັນ​ທີ 1-3 ກຸມພາ 2018 ທີ່​ມີ​ຜູ້​ເຂົ້າຮ່ວມ​ເຖິງ 600 ທ່ານ ເພື່ອ​ຈັດຕັ້ງປະຕິບັດ​ຕົວ​ຈິງ​ໝາກຜົນ​ຂອງ​ການ ຢ້ຽມຢາມ ສປປ ລາວ ຂອງ​ ທ່ານ ສີ ​ຈິນຜີ​ງ ປະທານປະ​ເທດ​ແຫ່ງ ສປ ຈີນ; ພ້ອມ​ດຽວກັນ​ນີ້, ທ່ານ ​ໄຈ ມິ​ງຈາວ ​ໄດ້​ລາຍ​ງານ​ຕໍ່​ທ່ານ ນ ​ເຂັມ​ມະນີ ພົນ​ເສນາ ກ່ຽວ​ກັບວຽກ​ງານ​ການ​ຮ່ວມ​ມື ສະໜອງ​ຂໍ້​ມູນ​ຂ່າວສານຂອງ​ລັດຖະການ ຕາມ“ ໜຶ່ງ​ແລວ​ທາງ​ ໜຶ່ງ​ເສັ້ນທາງ” ຊຶ່ງ​ກັນ ​ແລະ ກັນ ປະ​ຈຸ​ບັນມີ 24 ປະ​ເທດ ທີ່​ເປັນ​ຄູ່​ຮ່ວມ​ມື ກັບ​ສຳນັກ​ໜັງສືພິມ​ຊິ່ນ​ຫົວ​ແລ້ວ; ​ທາງ​ສໍານັກ​ໜັງສືພິມ​ຊິ່ນ​ຫົວ ​ມີ​ການ​ບໍລິການ ​ໃນ​ຄໍ​ລັມ​ເສັ້ນທາງ​ສາຍ​ໄໝ​ຊິ່ນ​ຫົວ ຜ່ານ​ທາງ​ເວັບ​ໄຊ ​ໃນ​ຕໍ່ໜ້າ​ຢາກຈະ​ຮ່ວມ​ມື​ກັບ ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ ຂອງ​ກະຊວງ ອຄ ຜ່ານ​ທາງ​ເວັບ​ໄຊ ​ໃນ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ຊຶ່ງ​ກັນ ​ແລະ ກັນ.

IMG-20180202-WA0054 (2)

       ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ຊົມ​ເຊີຍ​ຕໍ່​ຜົນ​ສໍາ​ເລັດ​ ຂອງ​ກອງ​ປະຊຸມດັ່ງກ່າວ​​ ​ແລະ ສະ​ແດງ​ຄວາມ​ເສຍ​ໃຈ​ທີ່​ບໍ່​ໄດ້​ເຂົ້າຮ່ວມ ​ເພາະ​ຕິດ​ພາລະກິດ ​ເປັນ​ປະທານ​ກອງ​ປະຊຸມ​ປະ​ຈໍາປີ ຂອງ​ຂະ​ແໜງ ອຸດສາຫະກໍາ ​ແລະ ການ​ຄ້າ ພ້ອມ​ທັງສ​ະ​ແດງ​ຄວານສົນ​ໃຈ​ ຕໍ່​ແນວ​ຄວາມ​ຄິດ​​ ຂອງ​ສຳນັກໜັງສືພິມຊິ່ນ​ຫົວ​ ແລະ ​ຫວັງ​ວ່າ​ຄະນະໂຄສະນາ​ອົບຮົມສູນ​ກາງ​ພັກ ປະຊາຊົນ​ປະຕິວັດ​ລາວ ​ແລະ ຕາງໜ້າສຳນັກໜັງສືພິມຊິ່ນ​ຫົວ ປະ​ຈໍາ ລາວ ຈະ​ມີ​ການ​ຮ່ວມ​ມື ກັນ;

IMG-20180202-WA0057 (2)

IMG-20180202-WA0063 (2)

 

       ຕອນ​ທ້າຍ, ທ່ານ ​ໄຈ ມິ​ງຈາວ ພ້ອມ​ຄະນະ ຂໍ​ຂອບ​ໃຈ​ຕໍ່​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ຂອງທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ປະທານ ຄະນະ​ກໍາມາ​ທິການ​ຮ່ວມ​ມື ລາວ-ຈີນ ​ພ້ອ​ມດຽວ​ກັນ​ນີ້ ​ທ່ານ ລມຕ ​​ແລະ ທ່ານ ​ໄຈ ມິ​ງຈາວ ໄດ້ມອບ​ເຄື່ີອງທີ່​ລະນຶກ ຊຶ່ງ​ກັນ ​ແລະ ກັນ ​ແລະ ອວຍພອນ​ໄຊ ​ໃຫ້​ທ່ານ ​ໄຈ ມິ​ງຈາວ ພ້ອມ​ດ້ວຍຄະນະຈົ່ງ​ມີ​ສຸກຂະພາບ​ແຂງ​ແຮງ, ສຳ​ເລັດ​​ໃນໜ້າ​ທີ່​ການງານ, ມີ​ຄວາມສຸກ​ໃນ​ຊີວິດ​ຄອບຄົວ ​​ແລະ ເດີນທາງ​ກັບປະ​ເທດ​ດ້ວຍ​ຄວາມ​ສະຫວັດດີ​ພາບ.

[ຂ່າວໂດຍ: ນາງ ຖື ]