ອຄ ປາຖະກະຖາ ເລົ່າມູນເຊື້ອການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ (01 ກຸມພາ 1956-01 ກຸມພາ 2018).
By phaikhame evilay On 16 Feb, 2018 At 12:18 PM | Categorized As ຂ່າວສຳຄັນ | With 0 Comments

1

       ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນ  08  ກຸມພາ  2018  ທີ່ຫ້ອງປະຊຸມໃຫຍ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີຮັບ​ຟັງປາຖະກະຖາ ເລົ່າມູນເຊື້ອການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ຄົບຮອບ 62 ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນມີ ມະນີວົງ ຮອງເລຂາພັກກະຊວງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ໃຫ້ກຽດປາຖະກະຖາ ໂດຍ ທ່ານ ນາງ ຈົງຈິດ ວົງສາ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ຫົວໜ້າກົມໂຄສະນາອົມຮົມສູນກາງສະຫະພັນກໍາມະບານລາວ ທ່ານໄດ້ຊີ້ໃຫ້ເຫັນການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ, ໃນໄລຍະ

2

ປີ 1956-1965 ພາຍຫຼັງສ້າງຕັ້ງພັກປະຊາຊົນລາວເກືອບ 1 ປີ, ມາເຖີງວັນທີ 01 ກຸມພາ 1956 ສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງຫ້ອງການກໍາມະບານລາວຂື້ນຢ່າງເປັນທາງການຢູ່ເຂດທີ່ໝັ້ນແຂວງຫົວພັນ ແລະ ໄດ້ມອບໃຫ້ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ, ໂດຍພາຍໃຕ້ການຊີ້ນໍາຂອງສູນກາງພັກ. ຈຸດປະສົງເພື່ອໂຄສະນາຂົນຂວາຍເຕົ້າໂຮມກໍາມະກອນຊາວຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ມີຄວາມຕື່ນຕົວປະຕິວັດນໍ້າໃຈຮັກຊາດ, ມີທັດ ສະນະຊົນຊັ້ນກໍາມະກອນ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ປົກປັກຮັກສາສ້າງສາ ແລະ ພັດທະນາປະເທດຊາດຕາມເສັ້ນທາງກ້າວຂື້ນສັງຄົມນິຍົມ. ນອກນັ້ນ ທ່ານກໍໄດ້ຍົກໃຫ້ເຫັນ ຜົນງານອັນພົ້ນເດັ່ນຈໍານວນໜຶ່ງຕະຫຼອດໄລຍະ 62 ປີ ທີ່ຜ່ານມາ. ຄຽງຄູ່ການເລົ່າມູນເຊື້ອ ທ່ານ ຍັງໄດ້ສະເໜີ ກ່ຽວກັບລະບຽບການວ່າດ້ວຍການຄຸ້ມຄອງ ແລະ ການນໍາໃຊ້ກາໝາຍ, ຫຼຽນກາ, ທຸງໄຊ ຕາປະທັບ ແລະ ເຄື່ອງແບບຂອງສະຫະພັນກໍາມະບານລາວ.

         ທ່ານ ຄໍາສອນວັນ ພຸດດາວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ທັງເປັນຫົວໜ້າ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກໍໄດ້ຂື້ນນໍາສະເໜີການນໍາໃຊ້ສື່ສັງຄົມອອນລາຍໃຫ້ປອດໄພ ຖືກວິທີ ແລະ ມີຈັນຍາບັນ ເພື່ອເປັນການ ເຕືອນສະຕິຂອງສະມາຊິກກໍາມະບານ ສັງກັດຢູ່ກະຊວງ ອຄ. ໃຫ້ຮັບຮູ້ເຖີງດ້ານດີ ແລະ ດ້ານຫຍໍ້ທໍ້ໃນການນໍາໃຊ້ສື່ສັງ ຄົມອອນລາຍດັ່ງກ່າວ.

 ພາບ ແລະ ບົດຂ່າວ: ໄພຄໍາອີ ວິໄລຄໍາ