ກອງປະຊຸມປະຈໍາປີ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຄັ້ງວັນທີ 01-02 ກຸມພາ 2018
By theu vaenvongsod On 1 Feb, 2018 At 04:07 AM | Categorized As ຂ່າວສຳຄັນ | With 0 Comments

IMG_2200   

    

​          ໃນ​ວັນ​ທີ 01-02 ກຸມພາ 2018, ກະຊວງ​ອຸດສາ​ຫະກຳ ​ແລະ ການ​ຄ້າ ໄດ້​​​ເປີດກອງ​ປະຊຸມ​ປະຈຳ​ປີ ຂອງ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ ຢ່າງ​ເປັນ​ທາງ ​ ທີ່​ຫ້ອງ​ປະຊຸມ​ໃຫຍ່​ຊັ້ນ I​ ໂດຍການເປັນປະທານ ຂອງ ທ່ານ ນ ​ເຂັມ​ມະນີ ພົນ​ເສນາ  ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ. ກອງ​ປະຊຸມ​ຈະ​ດໍາ​ເນີນ​ເປັນ​ເວລາ 2 ວັນ ​ໂດຍ​ໃນ​ມື້​ທີ 1 ມີ ບັນດາ​ທ່ານ ຮອງ​ລັດຖະມົນຕີ ກະຊວງ ອຄ, ຫົວໜ້າ​ກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ ຈາກບັນດາກົມ, ສະຖາບັນ, ຫ້ອງການກະຊວງ, ບັນດາ​ທ່ານທີ່​ປຶກສາ​ທູດ​ເສດຖະກິດ-ການ​ຄ້າ​ ປະຈໍາການຢູ່​ຕ່າງປະ​ເທດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາລັດວິສາຫະກິດ ກໍຄືວິສາຫະກິດປະສົມ ອ້ອມຂ້າງກະຊວງ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ ອຄ ແຂວງ, ນະຄອນຫລວງ ​ແລະ ຫົວໜ້າ​ຂະ​ແໜງກ່ຽວ​ຂ້ອງ ຈາກ​ທ້ອງ​ຖິ່ນ ເຂົ້າຮ່ວມ ຈຳນວນປະມານ 290 ທ່ານ.

ຈຸດປະສົງຂອງກອງປະຊຸມ ​ແມ່ນເພື່ອທົບ​ທວນ​ຄືນ ການຈັດຕັ້ງປະຕິບັດ​ແຜນພັດທະນາ ຂອງ​ຂະ​ແໜງ ອຄ ​ປະຈຳ​ປີ 2017 ​ແລະ ​ຜ່ານ​ແຜນພັດທະນາ​ຂອງ​ຂະ​ແໜງການ​ສໍາລັບປີ 2018 ​ໂດ​ຍປິ່ນ​ອ້ອມ 3 ແຜນງານ ຄື: 1. ແຜນງານເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ທີ່ເນັ້ນການເປີດຕະຫລາດໃຫ້ກັນ ແລະ ກັນ ໃນປະຊາຄົມເສດຖະກິດອາຊຽນ, ອາຊຽນບວກຄູ່ເຈລະຈາ ແລະ ຂອບຄວາມຮ່ວມມືເສດຖະກິດ ການຄ້າອື່ນໆ, 2. ແຜນງານການ ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ແກ່ການສ້າງຕັ້ງ ແລະ ດຳເນີນທຸລະກິດ ຕາມພາລະບົດບາດ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ, 3. ແຜນງານການສະໜັບສະໜູນ ໃຫ້ວິສາຫະກິດພາຍໃນ ໂດຍສະເພາະ ຂະໜາດນ້ອຍ ແລະ ກາງ ມີຄວາມສາມາດຮັບມືກັບສະພາບການແຂ່ງຂັນທີ່ເພີ່ມຂຶ້ນ ແລະ ເຂົ້າຮ່ວມໃນຕ່ອງໂສ້ ການສະໜອງສິນຄ້າ ຂອງພາກພື້ນ ແລະ ລະບົບການຄ້າສາກົນ; ນອກນັ້ນກອງ​ປະຊຸມ​​ໄດ້​ຮັບ​ຟັງ​ການສະຫລຸບການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ການ​ຄ້າ ປະຈຳ​ປີ 2017 ​ແລະ ຜ່ານ​ແຜນ​ພັດທະນາ​ປະຈໍາປີ 2018  ​ແລະ ໄດ້ສະ​ເໜີບັນດາ​​ຫົວ​ຂໍ້ ​ເຂົ້າມາ​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຊຶ່ງ​ກັນ ​ແລະ ກັນເຊັ່ນ: 1./ “ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ, ຄ່າ​ບໍລິການ ​ແລະ ມາດ​ຕະການ​ແກ້​ໄຂ ​ເພື່ອ​ຫຼຸດຜ່ອນ​ຜົນ​ກະທົບ​ຕໍ່​ການ​ຜະລິດ ​ແລະ ການ​ດໍາລົງ​ຊີວິດ​ຂອງ​ປະຊາຊົນ ຕາມມະຕິກອງປະຊຸມສະ​ໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII” 2./ “ ການ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ” 3./“ ​ແຜນ​ພັດທະນາ​ອຸດສາຫະກໍາ​ປຸງ​ແຕ່ງ”. ນອກ​ຈາກ​ນີ້, ຍັງ​ເປັນ​ການແລກປ່ຽນຂໍ້ມູນ, ສ້າງຄວາມເປັນເອກະພາບ ແລະ ເພື່ອປະສານຄວາມຮ່ວມມື ກັບ ຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນໃນການຄຸ້ມຄອງ ແລະ ພັດທະນາວຽກງານອຸດສາຫະກຳປຸງແຕ່ງ ແລະ ການຄ້າ​ ໃນ​ໄລຍະ​ຜ່ານ​ມາ​ການປະຕິບັດຕົວເລກຄາດໝາຍສູ້ຊົນຕົ້ນຕໍ ປີ 2017 ຂອງ​ຂະ​ແໜງ ອຄ ມີ​ດັ່ງ​ນີ້: 1. ດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ:  ມູນ​ຄ່າການຜະລິດ​​ອຸດສາຫະກໍາປຸງແຕ່ງໃນ ປີ 2017 ບັນລຸປະມານ 8.942 ຕື້ກີບ ທຽບໃສ່ ປີ 2016 ມູນຄ່າ 8.585 ຕື້ກີບ ອັດຕາຂະຫຍາຍຕົວສະ​ເລ່ຍ 4,15%. ໃນນັ້ນໝວດປະເພດການຜະລິດອຸດສາຫະກໍາ ທີ່ມີອັດຕາການຂະຫຍາຍຕົວເພີ່ມຂຶ້ນແມ່ນ: ອຸດສາຫະກໍາເຫຼັ້ກເສັ້ນ, ອຸດສາຫະກໍາຜະລິດສະບຽງອາຫານ, ອຸດສາຫະກໍາຜະລິດເຄື່ອງດື່ມ, ອຸດສາຫະກໍາຜະລິດຢາສູບ ແລະ ອຸດສາຫະກໍາອື່ນໆຕາມລໍາດັບ.       2. ດ້ານການຄ້າພາຍໃນ:  ການຈໍລະຈອນສິນຄ້າພາຍໃນ (ການຄ້າຂາຍຍົກ – ຂາຍຍ່ອຍ ແລະ ບໍລິການ) ໃນ​ປີ 2017 ແມ່ນ 51.687 ຕື້ກີບ ທຽບໃສ່​ປີ 2016 ທີ່​ມີ​ມູນ​ຄ່າ 44.907 ຕື້​ກີບ ອັດຕາ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ສະ​ເລ່ຍ​ແມ່ນ 15,10% ​ແລະ ທຽບ​ໃສ່​ແຜນ​ປີ ​ເພີ່ມ​ຂຶ້ນ 1 %. ໃນ​ນັ້ນ, ໝວດທີ່ເພີ່ມ ຂຶ້ນມີ​ໝວດ​ແຜ່ນ​ແພ, ​ເຄື່ອງນຸ່ງ​ຫົ່ມ, ກະ​ເປົາ, ​ເກີບ; ໝວດ​ສິນຄ້າ​ເຄື່ອງ​ກິລາກາ​ຍະ​ກໍາ​ຕ່າງໆ; ໝວດ​ອຸປະກອນ​ການ​ປະມົງ; ໝວດ​ເຄື່ອງ​ກໍ່ສ້າງ; ໝວດ​ສິນຄ້າ​ເຄື່ອງ​ກອງ​ບຸນ; ໝວດ​ສະບຽງ​ອາຫານ ​ແລະ ໝວດ​ເຄື່ອງ​ດື່ມ, ​ເຫຼົ້າ ​ແລະ ຢາສູບ ​ແລະ ໝວດ​ອື່ນໆ…  ​3. ດ້ານການຄ້າກັບຕ່າງປະເທດ:          ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປີ 2017 ຈະບັນລຸປະມານ 9.345 ລ້ານໂດລາສະຫະລັດ (ຕົວເລກຄາດຄະເນການຈັດຕັ້ງປະຕິບັດ) ​ເພີ່ມ​ຂຶ້ນ 11 % ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ ຂອງ​ປີຜ່ານມາ ໃນນີ້:

ການສົ່ງອອກ​ແມ່ນ US$ 4.803 ລ້ານ, ​ເພີ່ມ​ຂຶ້ນ 13,4% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ ຜ່ານມາ ສາ​ເຫດ​ທີ່​ເຮັດ​ໃຫ້​ມີ​ການ​ເພີ່ມ​ຂຶ້ນ ຍ້ອນ​ການ​ສົ່ງ​ອອກ​ໄຟຟ້າ ​ເພີ່ມ​ຂຶ້ນ 20,9%, ຄໍາ​ປະສົມ, ຄໍາແທ່ງ ​ເພີ່ມ​ຂຶ້ນ 53%; ສິນຄ້າ​ອຸດສາຫະກໍາ (​ໂຄງ​ຮ່າງ​ກ້ອງ​ບັນທຶກ​ພາບ ​ເພີ່ມ​ຂຶ້ນ 8,6%, ເຄື່ອງນຸ່ງຫົ່ມ 5,9%, ນໍ້າຕານ ​ເພີ່ມ​ຂຶ້ນ 115,6%) ​ແລະ ນອກຈາກ​ນີ້ ຍັງ​ມີ​ສິນຄ້າ​ກະສິກໍາ​ຈໍານວນໜຶ່ງ ​ເຊັ່ນ: ມັນ​ຕົ້ນ ​ເພີ່ມ​ຂຶ້ນ 69,6%, ກາ​ເຟ​ (ບໍ່ທັນໄດ້ປຸງແຕ່ງ) ເພີ່ມ​ຂຶ້ນ 117%, ຢາງພາລາ ​ເພີ່ມ​ຂຶ້ນ 115%, ສາລີ ​ເພີ່ມ​ຂຶ້ນ 86,4% ແລະ ໃນປີນີ້ເຫັນວ່າສິນຄ້າໃໝ່ທີ່ມີການສົ່ງ ອອກເພີ່ມຂຶ້ນມີ ຜະລິດຕະພັນ ຂອງອຸດສາຫະກໍາ ຈາກທັນຍາພືດ ເພີ່ມຂຶ້ນ 128%, ໝາກໄມ້ ແລະ ໝາກໄມ້ເປືອກແຂງທີ່ບໍລິໂພກໄດ້ ເພີ່ມຂຶ້ນ 99,6%, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ​ເຄື່ອງ​ດື່ມຊູກໍາລັງ) ເພີ່ມຂຶ້ນ 33% ໃນ​ນີ້, ປະ​ເທດ​ສົ່ງ​ອອກ​ຕົ້ນຕໍແມ່ນ​ໄທ, ຈີນ, ຫວຽດນາມ, ອິນ​ເດຍ, ຍີ່ປຸ່ນ, ​ເຢຍລະ​ມັນ ​ແລະ ສະຫະລັດ​ອາ​ເມ​ລິ​ກາ. ໃນນີ້, ມີບາງແຂວງ ທີ່ພົ້ນເດັ່ນມີອັດຕາການສົ່ງອອກສູງ ຄື: ແຂວງຈໍາປາສັກ (ກາເຟເມັດ 58%, ມັນຕົ້ນ 35% ແລະ ສິນຄ້າກະສິກໍາອື່ນໆ 7%),  ແຂວງສາລາວັນ ສົ່ງອອກສິນຄ້າກະສິກໍາ ກວມເອົາ 91% ( ກາເຟ, ມັນຕົ້ນ ແລະ ສາລີ) ແລະ ແຂວງອັດຕະປື ການສົ່ງອອກກໍ່ເພີ່ມຂຶ້ນເຊັ່ນດຽວກັນ ກວມ 59,72% ຂອງການສົ່ງອອກທັງໝົດ ສາເຫດແມ່ນຍ້ອນການສົ່ງອອກພະລັງງານໄຟຟ້າ, ຫີນປາໂກໄດ, ຢາງພາລາ, ນໍ້າຕານຊາຍ, ໝາກກ້ວຍ ແລະ ງົວພັນຊີ້ນ.

ສ່ວນການນໍາເຂົ້າ ​ແມ່ນ US$ 4.542 ລ້ານ​ໂດ​ລາ​ສະຫະລັດ ເພີ່ມ​ຂຶ້ນ 7,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ ຂອງ​ສົກ​ປີຜ່ານມາ ສາ​ເຫດ​ທີ່​ເຮັດ​ໃຫ້​ເພີ່ມ​ຂຶ້ນ ຍ້ອນ​ການ​ນໍາ​ເຂົ້າ​ນໍ້າມັນ​ເຊື້ອ​ໄຟ (ນໍ້າມັນ​ແອັດ​ຊັງ, ກາ​ຊວນ ແລະ ​ກາດ) ເພີ່ມ​ຂຶ້ນ 17%; ສະເພາະນໍ້າມັນກາດ ແມ່ນມີທ່າອ່ຽງຫຼຸດລົງ -7,7%, ເຫຼັກ ​ແລະ ອຸປະກອນ​ທີ່​ເຮັດ​ດ້ວຍ​ເຫຼັກ ເພີ່ມ​ຂຶ້ນ 22,21%, ອຸປະກອນ​ກົນ​ຈັກ ​ເພີ່ມ​ຂຶ້ນ 12,5%; ການນໍາເຂົ້າໄຟຟ້າ ຫຼຸດລົງ -18,8% ແລະ ນໍ້າຕານ ເພີ່ມຂຶ້ນ 66,9% ໝວດ​ສິນຄ້າທີ່​ນໍາເຂົ້າຕົ້ນຕໍ​ຍັງແມ່ນພາຫະນະ ​ແລະ ຊິ້ນ​ສ່ວນ​ອາ​ໄຫຼ່, ນໍ້າມັນ​ເຊື້ອ​ໄຟ, ​ເຄື່ອງ​ໃຊ້​ໄຟຟ້າ, ອຸປະກອນ​ກົນ​ຈັກ ​ແລະ ອຸປະກອນ​ກໍ່ສ້າງ (​ເຫຼັກ​ເສັ້ນ, ​ເຫຼັກ​ຮູບ​ປະພັນ​ຕ່າງໆ, ຊີມັງ…) ປະ​ເທດ​ທີ່ ສປປ ລາວ​ນໍາ​ເຂົ້າ ສ່ວນ​ໃຫຍ່ຍັງ​ແມ່ນ​ບັນດາ​ປະ​ເທດ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ ​ເຊັ່ນ: ​ໄທ, ຈີນ ແລະ ຫວຽດນາມ. ນອກ​ນັ້ນ, ຍັງ​ນໍາ​ເຂົ້າ​ມາ​ຈາກ​ຍີ່ປຸ່ນ, ສ ເກົາຫຼີ, ອິນ​ໂດ​ເນ​ເຊຍ, ສິງກະ​ໂປ…

ຈາກສາເຫດດັ່ງກ່າວ ເມື່ອສົມທຽບກັນ ລະຫ່ວາງ ການນໍາເຂົ້າ ແລະ ສົ່ງອອກທັງໝົດ ເຮັດໃຫ້ ​ປີ 2017 ​ເຫັນ​ວ່າເກີນດູນການຄ້າປະມານ 261 ລ້ານໂດລາສະຫາລັດ ສາເຫດທີ່ກະຕຸ້ນການສົ່ງອອກເພີ່ມຂຶ້ນໃນໄລຍະນີ້ ແມ່ນຍ້ອນ ພັກ ແລະ ລັດຖະບານ ໄດ້ມີນະໂຍບາຍການຮ່ວມມືການຄ້າກັບຕ່າງປະເທດ ໂດຍສະເພາະແມ່ນແຜນການຮ່ວມມືການຄ້າລະ ຫວ່າງແຂວງຕໍ່ແຂວງ ກັບບັນດາປະເທດທີ່ມີຊາຍແດນຕິດຈອດກັນ ໂດຍຜ່ານເວທີປຶກສາຫາລື ແລະ ພົບປະໃຫ້ແກ່ພາກທຸລະກິດ ໄດ້ມີໂອກາດພົບປະແລກປ່ຽນບົດຮຽນໃນການຮ່ວມມືການຄ້າ ຈົນກ້າວໄປເຖິງການເຊັນສັນຍາຊື້-ຂາຍສິນຄ້າຮ່ວມກັນ, ເຮັດໃຫ້ການສົ່ງ​ອອກບາງ​ລາຍການ​ສິນຄ້າ​ເພີ່ມ​ຂຶ້ນ​​ ​ເປັນ​ຕົ້ນ ​ໄຟຟ້າ; ຄໍາ​ປະສົມ; ສິນຄ້າ​ອຸດສາຫະກໍາ (​​ເຊັ່ນ: ເຄື່ອງນຸ່ງ​ຫົ່ມ, ນໍ້າຕານ ​ແລະ ​ໂຄງ​ຮ່າງ​ກ້ອງ​ບັນທຶກ​ພາບ); ສິນຄ້າ​ກະສິກໍາ​ຈໍາ​ນວນ​ໜຶ່ງ (​ເຊັ່ນ: ເຂົ້າ, ກາ​ເຟ, ມັນ​ຕົ້ນ, ຢາງພາ ລາ, ສາລີ. ນອກຈາກນັ້ນ, ຍັງມີການສົ່ງອອກການຜະລິດ ຂອງອຸດສາຫະກໍາ ຈາກທັນຍາພືດ ແລະ ໝາກໄມ້ ແລະ ໝາກໄມ້ເປືອກແຂງທີ່ບໍລິໂພກໄດ້ ຕື່ມອີກ.

IMG_2216

​ ໃນ​ມື້​ທີ 2 ມີບັນດາ​ທ່ານ ຮອງ​ລັດຖະມົນຕີ ກະຊວງ ອຄ, ບັນດາ​ທ່ານ ຮອງ​ລັດ​ຖະມົນຕີ ກະຊວງ​ກ່ຽວຂ້ອງ, ບັນດາທ່ານ ຮອງ​ເຈົ້າ​ແຂວງ ​ແລະ ​ຮອງເຈົ້າຄອງ​ນະຄອນຫລວງ ຜູ້​ຊີ້​ນໍາ​ວຽກ​ງານ​ຂົງ​ເຂດ​ເສດຖະກິດ, ຜູ້ຕາງໜ້າຈາກ ຫ້ອງ​ວ່າການ​ສູນ​ກາງ​ພັກ, ຫ້ອງ​ວ່າການ​ສໍານັກງານ ນາຍົກລັດຖະມົນຕີ, ຄະນະ​ກໍາມະທິການ​ເສດຖະກິດ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ ສະພາ​​ແຫ່ງ​ຊາດ, ທະນາຄານ ​ແຫ່ງ ສປປ ລາວ, ບັນດາ​ທ່ານຫົວໜ້າ​ກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ຈາກບັນດາກົມ, ສະຖາບັນ, ຫ້ອງການກະຊວງ ອຄ, ບັນດາ​ທ່ານທີ່​ປຶກສາ​ທູດ​ເສດຖະກິດ-ການ​ຄ້າ​ ປະຈໍາການຢູ່​ຕ່າງປະ​ເທດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາລັດວິສາຫະກິດ ກໍຄືວິສາຫະກິດປະສົມ ອ້ອມຂ້າງກະຊວງ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ ອຄ ແຂວງ, ນະຄອນຫລວງ ​ແລະ ຫົວໜ້າ​ຂະ​ແໜງກ່ຽວ​ຂ້ອງ ຈາກ​ທ້ອງ​ຖິ່ນ ເຂົ້າຮ່ວມ ຈຳນວນ 300 ກວ່າ​ທ່ານ.

ກອງ​ປະຊຸມ ໄດ້ຮັບ​ຟັງການ​ລາຍ​ງານ​ຫຍໍ້ຜົນ ຂອງ​ບັນດາ​ຫົວ​ຂໍ້​ທີ່​ໄດ້​ປຶກສາ​ຫາລື​ ​ແລະ ​ແລກປ່ຽນ​ຄຳ​ຄິດ​ເຫັນ ດ້ານ​ວິຊາ​ການ ​ໃນ​ມື້​ທຳ​ອິດ; ພ້ອມ​ທັງຍົກບັນຫາທີ່ຄົງຄ້າງມາປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ລະຫວ່າງບັນດາຂະແໜງການກ່ຽວຂ້ອງ  ​ແລະ ຜູ້ເຂົ້າຮ່ວມປະຊຸມຈາກພາຍໃນຂະແໜງ ອຄ, ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນໄດ້ຮັບຊາບຂໍ້ມູນຂ່າວສານທີ່ເປັນປັດຈຸບັນ ຕາມນະໂຍບາຍ ແລະ ນິຕິກຳ ຂອງລັດຖະບານ ໃນວຽກງານອຸດສາຫະກຳປຸງແຕ່ງ ແລະ ການຄ້າ ສິ່ງທີ່ສໍາຄັນກວ່າໝູ່ແມ່ນໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ຂອງທ່ານ​ ສອນ​ໄຊ ສີ​ພັນ​ດອນ ​ຮອງນາຍົກລັດຖະມົນຕີ ໂດຍ​ທ່ານ​ໄດ້​ໃຫ້​ທິດ​ຊີ້​ນໍາ​ແກ່​ຂະ​ແໜງ ອຄ ​ໃນ​ວຽກ​ຈຸດ​ສຸມ​ຄື​ດັ່ງ​ນີ້: 1/ ວຽກການສະຫລຸບແຜນພັດທະນາ ປະຈຳປີ 2017 ແລະ ແຜນການພັດທະນາ ປະຈຳປີ 2018 ຂອງຂະແໜງ ອຄ. 2/ ການຄຸ້ມຄອງລາຄາສິນຄ້າໃນໄລຍະ​ໃຫມ່. 3/ ການຄຸ້ມຄອງການຕະຫລາດ. 4/ ຍຸດທະສາດການພັດທະນາອຸດສາຫະກໍາປຸງແຕ່ງ. 5/ ການຜັນຂະຫຍາຍແຜນພັດທະນາວິສາຫະກິດຂະຫນາດນ້ອຍ ແລະ ກາງ.

ນອກຈາກນີ້ ຍັງມີພິທີ ປະດັບຫຼຽນໄຊ, ຫຼຽນກາ ແລະ ການຍ້ອງຍໍ ຕໍ່ຜູ້ມີຜົນງານດີເດັ່ນ ຂອງພະນັກງານ-ລັດຖະກອນ ກະຊວງ/ຂະແໜງ ອຸດສາຫະກໍາ ແລະ ການຄ້າໄລຍະ 5 ປີຜ່ານມາ.

[ຂ່າວໂດຍ: ນ ຖື]