ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018
By theu vaenvongsod On 30 Jan, 2018 At 12:05 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

     Laos Govt will collect income

     ລັດຖະບານລາວ ຈະຈັດເກັບລາຍຮັບໃຫ້ໄດ້ ບໍ່ຕ່ຳກວ່າ 25,452 ຕື້ກີບ ແລະ ຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າບໍ່ເກີນ 32,809 ຕື້ກີບ ດ້ວຍການຈັດຕັ້ງປະຕິບັດ ວິໄນການເງິນໃນພາກລັດຖະບານ ຢ່າງເຂັ້ມງວດ.

     ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີ ກະຊວງການເງິນ ຖະແຫຼງຢືນຢັນວ່າ: ກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ທີ່ດຳເນີນກອງປະຊຸມ ໃນວັນທີ 16 ຕຸລາ ຫາ 17 ພະຈິກ 2017 ທີ່ຜ່ານມາ ໄດ້ມີມະຕິຕົກລົງຮັບຮອງເອົາແຜນການງົບປະມານລາຍຮັບ-ລາຍຈ່າຍ ປະຈຳປີ 2018 ຂອງລັດຖະບານ ລາວຢ່າງເປັນທາງການ ທັງຍັງໄດ້ກຳນົດໃຫ້ ລັດຖະບານ ລາວ ຕ້ອງຈັດຕັ້ງປະຕິບັດຕາມແຜນການ ແລະເປົ້າໝາຍທີ່ວາງໄວ້ ຢ່າງເຂັ້ມງວດ ອີກດ້ວຍ.

Than Adsapangthong

     ທັງນີ້ ໂດຍລັດຖະບານລາວ ຈະຕ້ອງຈັດເກັບລາຍຮັບໃຫ້ໄດ້ ໃນມູນຄ່າບໍ່ຕ່ຳກວ່າ 25,452 ຕື້ກີບ ຄິດເປັນ 17.02 ເປີເຊັນ ຂອງມູນຄ່າຜະລິດຕະພັນລວມພາຍໃນ ຫຼື (GDP) ແລະ ພ້ອມກັນນີ້ ກໍຍັງຈະຕ້ອງຄວບຄຸມລາຍຈ່າຍ ໃຫ້ຢູ່ໃນມູນຄ່າບໍ່ເກີນ 32,809 ຕື້ກີບ ຄິດເປັນ 21.94 ເປີເຊັນ ຂອງ GDP ຊຶ່ງລັດຖະບານ ລາວ ໂດຍກະຊວງການເງິນ ກໍໄດ້ຈັດກຽມແຜນການຈັດຕັ້ງປະຕິບັດໄວ້ ຢ່າງເປັນຮູບປະທຳແລ້ວ ກໍຄືການກຳນົດໃຫ້ທຸກພາກສ່ວນ ຈະຕ້ອງຈັດຕັ້ງປະຕິບັດວິໄນການເງິນຢ່າງເຂັ້ມງວດລວມທັງ ຍັງຈະນຳໃຊ້ເທັກນິກ ທີ່ທັນສະໄໝເຂົ້າໃນການຈັດເກັບລາຍຮັບ ຈາກພາສີອາກອນຕ່າງໆອີກດ້ວຍ ດັ່ງທີ່ ທ່ານ ອາດສະພັງທອງ ໄດ້ຢືນຢັນວ່າ:ສະເພາະມາດຕະການດ້ານລາຍຮັບໃຫ້ເນັ້ນໜັກໃສ່ການຮີບຮ້ອນປັບປຸງ ແລະ ການສ້າງ ນິຕິກຳ ໃນຂົງເຂດລາຍຮັບ-ລາຍຈ່າຍໃຫ້ຄົບຖ້ວນ ໂດຍສະເພາະແມ່ນນິຕິກຳ ແລະ ກົດໝາຍເພື່ອສືບຕໍ່ສຳຫລວດ ຖານຂໍ້ມູນຫົວໜ່ວຍທຸລະກິດ ແລະ ຖານລາຍຮັບງົບປະມານ ແຫ່ງລັດ ໃຫ້ສຳເລັດ ແລະ ເລັ່ງລັດການຈັດເກັບລາຍຮັບ ຢ່າງມີຈຸດສຸມ ໂດຍຫັນເປັນທັນສະໄໝ ລວມທັງເອົາໃຈໃສ່ຄຸ້ມຄອງເກັບພາສີອາກອນ ຫຼືຄ່າ ທຳນຽມກ່ຽວກັບການນຳເຂົ້າສິນຄ້າ-ເຄື່ອງຂອງ ຢູ່ທີ່ດ່ານຊາຍແດນ.

     ທ່ານ ອາດສະພັງທອງ ຢືນຢັນການຈັດຕັ້ງປະຕິບັດຕາມແຜນການດັ່ງກ່າວ ຈະເຮັດໃຫ້ລັດຖະບານຂາດດຸນງົບປະມານ ໃນມູນຄ່າລວມບໍ່ເກີນ 7,357 ຕື້ກີບ ຄິດເປັນ 4.92 ເປີເຊັນ ຂອງ GDP ໃນຕະຫຼອດປີ 2018 ຊຶ່ງຄາດວ່າ ຈະມີມູນຄ່າລວມ 149,471 ຕື້ກີບ ຫຼື 18,100 ລ້ານໂດລາ ຕາມອັດຕາແລກປ່ຽນໃນປັດຈຸບັນນີ້ ຫາກແຕ່ວ່າ ໃນແຜນການປີ 2017 ທີ່ຜ່ານມາ ກໍປາກົດວ່າ ລັດຖະບານລາວ ຂາດດຸນງົບປະມານ ໃນມູນຄ່າລວມ 8,019 ຕື້ກີບ ຄິດເປັນ 6.18 ເປີເຊັນ ຂອງ GDP ໂດຍມີລາຍຈ່າຍພາກລັດ ໃນມູນຄ່າ 31,508 ຕື້ກີບ ຄິດເປັນ 97.24 ເປີເຊັນ ຂອງແຜນການປີ ຫາກແຕ່ວ່າລາຍຈ່າຍດັ່ງກ່າວຍັງບໍ່ລວມເຖິງໜີ້ສິນ ທີ່ລັດຖະບານລາວ ຕ້ອງຊຳລະຄືນໃນທ້າຍປີ 2017 ແຕ່ຢ່າງໃດ ໝາຍຄວາມວ່າ ລັດຖະບານລາວ ຍັງຈະຕ້ອງສັນຫາງົບປະມານອີກເຖິງ 6,216 ຕື້ກີບ ເພື່ອຊຳລະເງິນກູ້ ແລະ ໜີ້ພັນທະບັດທັງພາຍໃນ ແລະ ຕ່າງປະເທດ ຊຶ່ງກໍເຮັດໃຫ້ລັດຖະບານລາວ ຂາດດຸນງົບປະມານໃນຄວາມເປັນຈິງ ເກີນກວ່າ 10.97 ເປີເຊັນ ຂອງ GDP ນັ້ນເອງ.

     ທາງດ້ານທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການເງິນ ກໍຍອມຮັບວ່າ: ລັດຖະບານລາວ ຈັດເກັບລາຍຮັບໄດ້ 95 ເປີເຊັນ ຂອງແຜນການປີ 2017 ແລະ ປະຕິບັດລາຍຈ່າຍໄດ້ 96.65 ເປີເຊັນ ຂອງແຜນການປີ ໂດຍລາຍຮັບທີ່ຫຼຸດລົງຫລາຍທີ່ສຸດ ກໍຄືຄ່າສຳປະທານໃນທຸລະກິດ ໂທລະຄົມມະນາຄົມ ແລະ ການຂຸດຄົ້ນແຮ່ທາດ ໂດຍສະເພາະບໍ່ແຮ່ຄຳ ຢູ່ພູເບ້ຍ ແລະ ບ້ານຫ້ວຍຊາຍ ໃນແຂວງໄຊສົມບູນ ນັ້ນ ຍັງຕ້ອງປະເຊີນກັບສະພາວະຂາດທຶນລວມກັນເກີນກວ່າ 200 ຕື້ກີບອີກດ້ວຍ.

     ສ່ວນລາຍຮັບຈາກຄ່າສຳປະທານທຸລະກິດ ໂທລະຄົມມະນາຄົມ ທີ່ຫຼຸດລົງນັ້ນ ກໍເພາະວ່າ ໄດ້ມີການໃຊ້ບໍລິການໂທລະຄົມມະນາຄົມ ຫຼຸດລົງໂດຍປະຊາຊົນລາວ ແລະ ບັນດາຫົວໜ່ວຍທຸລະກິດຕ່າງໆ ໄດ້ພາກັນຫັນໄປຊົມໃຊ້ລະບົບ Line ແລະ Internet ທີ່ບໍ່ມີຄ່າໃຊ້ຈ່າຍ ຈຶ່ງເຮັດໃຫ້ລາຍຮັບຂອງລັດຖະບານລາວ ຫຼຸດລົງນັ້ນເອງ.

     ທາງດ້ານທະນາຄານພັດທະນາເອເຊຍ (ADB) ກໍຄາດວ່າ ເສດຖະກິດລາວ ຈະຂະຫຍາຍຕົວເພີ່ມຂຶ້ນ 7 ເປີເຊັນ ໃນປີ 2018 ເມື່ອທຽບໃສ່ປີ 2017 ຫາກແຕ່ລັດຖະບານລາວ ຍັງຈະຕ້ອງປະເຊີນກັບການຂາດດຸນທາງດ້ານເງິນທຶນໝຸນວຽນເຖິງ 20 ເປີເຊັນຂອງ GDP ໂດຍເພີ່ມຂຶ້ນຈາກ 19 ເປີເຊັນ ຂອງ GDP ໃນປີ 2017 ທີ່ຜ່ານມາ.

 

[ແຫລ່ງຂ່າວ: VOA]

[ຮຽບຮຽງໂດຍ: ນ ຖື]