ລາວສ້າງຕັ້ງ ສູນພັດທະນາ ເຄື່ອງໝາຍການຄ້າ ເພື່ອສົ່ງເສີມ ການສົ່ງອອກ
By theu vaenvongsod On 25 Jan, 2018 At 03:29 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

trade mark of Lao

     ສະພາ​ການ​ຄ້າ ​ແລະ ​ອຸດ​ສະຫະ​ກໍາ​ແຫ່ງ​ຊາດ​ລາວ ​ໄດ້​ສ້າງຕັ້ງສູນ​ພັດທະນາ​ເຄື່ອງໝາຍການ​ຄ້າ​ຂອງ​ລາວ ​ໃຫ້​ໄດ້​ຄຸນ​ນະພາ​ບສາກົນ ​ແນໃສ່​ການ​ເພີ້ມມູນ​ຄ່າ​ການ​ສົ່ງ​ອອກສິນຄ້າ​ລາວ​ ໃຫ້​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ.

     ທ່ານ​ນາງ ຈັນທະ​ຈອນ ວົງ​ໄຊ, ຮອງ​ປະທານ​ສະພາ​ການ​ຄ້າ ​ແລະ ​ອຸດ​ສະຫະ​ກໍາ​ແຫ່ງ​ຊາດ​ລາວຢືນຢັນ​ວ່າ: ສະພາ​ການ​ຄ້າ ​ແລະ ​ອຸດ​ສະຫະ​ກໍາ​ແຫ່ງ​ຊາດ ​ໄດ້​ສ້າງຕັ້ງສູນພັດທະນາ​ເຄື່ອງໝາຍການ​ຄ້າຂຶ້ນຢ່າງ​ເປັນ​ທາງ​ການ ​ເມື່ອ​ບໍ່ດົນ​ມານີ້ ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ອົງການ​ສະຫະ​ປະຊາ​ຊາດ ດ້ວຍເປົ້າໝາຍທີ່​ຈະ​ພັດທະນາ ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບສິນຄ້າທີ່​ຜະລິດ​ໃນ​ລາວ ​ໃຫ້​ໄດ້​ມາດຕະຖານ​ສາກົນ ​ໂດຍ​ແນ​ໃສ່​​ເພີ່ມ​ມູນ​ຄ່າການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ ​ໄປ​ຍັງ​ຕ່າງປະ​ເທດ​ໃຫ້​ສູງ​ຂຶ້ນຢ່າງ​ຕໍ່ເນື່ອງ ໂດຍ​ສະ​ເພາະ​ກໍ​ແມ່ນ​ສິນຄ້າ​ປະ​ເພດ​ໄມ້​ແປ​ຮູບ (Furniture) ນັ້ນ ຖື​ເປັນທ່າ​ແຮງ​ສໍາຄັນທີ່​ພາກ​ທຸລະ​ກິດ​ໃນ​ລາວ ສາມາດ​ຈະ​ພັດທະນາ​ໃຫ້​ແຂ່ງ​ຂັນ​ໃນ​ຕະຫລາດ​ສາກົນ ​ໄດ້​ເປັນຢ່າງ​ດີ ດັ່ງ​ທີ່​ທ່ານ​ນາງ​ ຈັນທະ​ຈອນ​ໄດ້​ຢືນຢັນ​ວ່າ:ປີນີ້ ທາງ​ສະພາ​ການ​ຄ້າ​ໄດ້​ສ້າງ Branding Lao ຂຶ້ນ ​ແລະ​ ມີ​ຫ້ອງການ​ຮຽບຮ້ອຍ​ແລ້ວ ຢູ່​ໃນ​ສະພາ​ການ​ຄ້ານີ້ ຖ້າວ່າ​ທາງ​ສະມາຄົມ Furniture ຫລື​ວ່າ​ບໍລິສັດ​ໃດຜູ້​ປະກອບການ​ໃດ ຕ້ອງການ​ຢາກ​ມາ​ປຶກສາ ຫລື​ວ່າ​ ມາ​ຂໍ​ຄວາມ​ຮ່ວມ​ມື​ນໍາ​ພວກ​ຕ່າງປະ​ເທດ​ກໍມາ​ປຶກສາ​ພວກເຮົາ​ຢູ່​ນີ້​ແລ້ວ ກໍ່ຍິນ​ດີ ​ເພາະວ່າ ​ເພື່ອ​ສ້າງ Brand ຂອງ​ເຮົາ ​ເພື່ອ​ສ້າງ​ຫຍີ່​ຫໍ້​ຂອງ​ເຮົາ​ເອງ.

     ທາງດ້ານກະຊວງອຸດສາຫະກຳ ແລະ ການຄ້າກໍ​ເລີ້ມນຳໃຊ້ລະບົບ Electronic ​ເພື່ອຂຶ້ນທະບຽນບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ກຳລັງດຳເນີນການຕິດຕັ້ງໃນເຂດ 9 ເມືອງຂອງນະຄອນຫຼວງວຽງຈັນ ໂດຍຄາດວ່າຈະແລ້ວສຳເລັດສົມບູນໃນໄວໆນີ້. ຫຼັງຈາກນັ້ນກໍຈະເຊື່ອມໂຍງໄປຍັງທຸກເມືອງໃນທຸກແຂວງ ເພື່ອເຊື່ອມຕໍ່ຂໍ້ມູນ ລະຫວ່າງ ພາກລັດກັບບັນດາຫົວໜ່ວຍທຸລະກິດ SME ໃຫ້ໄດ້ໃນທົ່ວປະເທດ.

      ອີງ​ຕາມ​ລາຍ​ງານ​ຂອງສູນສະຖິຕິແຫ່ງຊາດລະບຸວ່າ: ການສໍາຫຼວດກ່ຽວກັບການຜະລິດສິນຄ້າ ແລະ ບໍລິການຂອງບັນດາຫົວໜ່ວຍພື້ນຖານທາງເສດຖະກິດຈຳນວນທັງໝົດ 124,830 ຫົວໜ່ວຍໃນທົ່ວປະເທດພົບວ່າ 94 ເປີເຊັນເປັນຫົວໜ່ວຍທຸລະກິດທີ່ໄດ້ທຳການຜະລິດສິນຄ້າ ແລະບໍລິການເພື່ອຕອບສະໜອງການບໍລິໂພກພາຍໃນປະເທດເປັນຫຼັກ ​ໂດຍ​ມີ​ພຽງ 630 ຫົວໜ່ວຍ ຫຼື ຄິດເປັນ 0.5 ເປີເຊັນ ເທົ່ານັ້ນທີ່ເນັ້ນໜັກການຜະລິດສິນຄ້າ ເພື່ອສົ່ງອອກຕ່າງປະເທດ ສ່ວນ 1,700 ກວ່າຫົວໜ່ວຍທີ່ຄິດເປັນ 1.4 ເປີເຊັນຂອງຫົວໜ່ວຍທຸລະກິດທັງໝົດດັ່ງກ່າວນັ້ນ ແມ່ນເນັ້ນໜັກທັງການຜະລິດສິນຄ້າ ເພື່ອສົ່ງອອກ ແລະ ຕອບສະໜອງການບໍລິໂພກພາຍໃນປະເທດຄຽງຄູ່ກັນໄປ.

[​ແຫ​ລ່ງຂ່າວ: VOA]

[ຮຽບຮຽງ​ໂດຍ: ນ ຖື]