ເຜີຍແຜ່ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ 2017 – 2022 ໃຫ້ແກ່ພາກກາງ ແລະ ພາກໃຕ້
By theu vaenvongsod On 24 Jan, 2018 At 01:38 PM | Categorized As ຂ່າວພາຍໃນ | With 0 Comments

 IMG_9864

   ກອງ​ປະຊຸມດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມັງກອນ 2018 ຢູ່​ທີ່​ພະ​ແນ​ກອຸດສາຫະກຳ ​ແລະ​ ການຄ້າ​ແຂວງ​ຄຳ​ມ່ວນ ​ໂດຍ​ການ​ເປັນກຽດ​ເຂົ້າຮ່ວມ​ເປັນ​ປະທານ​ຂອງ ​ທ່ານ ທອງ​ໄຊ ມັງໝໍ່​ເມກ ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ ​ການ​ຄ້າ​ແຂວງ​ຄຳ​ມ່ວນ,ທ່ານ ສຸລິຍົນ ພິລາ​ວົງ ຫົວໜ້າກົມ​ການ​ນຳ​ເຂົ້າ ​ແລະ​ ສົ່ງ​ອອກ, ບັນດາ​ທ່ານຄະນະ​ກົມ, ຫົວໜ້າ, ຮອງ​ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ ​ຕະຫລອດ​ຮອດຕາງໜ້າຈາກ​ພາກ​ລັດ ​ແລະ​ ທຸລະ​ກິດທີ່​ກ່ຽວຂ້ອງ​ຈາກ​ແຂວງ​ພາກ​ກາງ ​ແລະ​ ພາກ​ໃຕ້​ເຂົ້າຮ່ວມ.

IMG_9854

        ຈຸດປະສົງ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງນີ້ ​​ແມ່ນແນ​ໃສ່​ໃຫ້​ບັນດາຜູ້​ທີ່​ເຂົ້າຮ່ວມ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ ​ເພື່ອ​ຄວາມ​ເປັນ​ເອກະ​ພາບກັນ​ໃນ​ການຈັດຕັ້ງປະຕິບັດ​ແຜນ​ດຳ​ເນີນ​ວຽກງານ​ດັ່ງກ່າວ ​ໂດຍ​ສະ​ເພາະ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ຮັບຮອງ ​ແລະ​ປະກາດ​ໃຊ້​ແຜນການ​ດຳ​ເນີນ​ງານ​ວຽກງານ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ​ ສະບັບ​ເລກທີ 0051/ກຂອຄ ລົງ​ວັນ​ທີ 25 ກັນຍາ 2017 ​ເຊິ່ງມີ​ວັດຖຸ​ປະສົງ​ເປົ້າໝາຍ​ເພື່ອ​ແນໃສ່​​ເຮັດໃຫ້​ຂັ້ນຕອນ​ການ​ຄ້າ ​ແລະ ​ພາສີ​ມີ​ຄວາມ​ກະທັດ​ຮັດ, ງ່າຍ​ດາຍ, ຫລຸດ​ຂັ້ນຂອດ, ປັບປຸງ​ການ​ໃຫ້​ບໍລິການ, ​ເພີ່ມ​ຄວາມ​ສາມາດ​ແຂ່ງຂັນ​ດ້ານ​ການ​ຄ້າ​ຂອງ ສປປ ລາວ​ ໂດຍ​ຫລຸດຜ່ອນ​ເວລາ​ລົງ​ຢ່າງ​ຕໍ່າ 50% ​ແລະ​ ຕົ້ນທຶນ​ທີ່​ໃຊ້​ນຳ​ເຂົ້າ – ສົ່ງ​ອອກ ​ຢ່າງ​ຕໍ່າ 30% ຢູ່​ໃນ​ລະດັບ​ໃກ້​ຄຽງກັບ​ເພື່ອນ​ບ້ານ ທັງສາມາດ​ເຊື່ອມ​ໂຍງ​ເຂົ້າກັບ​ພາກພື້ນ​ ແລະ​ ສາກົນ, ເຊິ່ງກອງ​ປະຊຸມ​ແມ່ນ​ໄດ້​ຮັບ​ຟັງ​ຄວາມໝາຍຄວາມ​ສຳຄັນ​ ຂອງ​ວຽກງານ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ, ການຈັດຕັ້ງປະຕິບັດ​ແຜນ​ຍຸດ​ທະ​ສາດ​ ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ​ປີ 2011 – 2015, ວິ​​ໄສ​ທັດມາດ​ຕະການ​ຍຸດ​ທະ​ສາດ​ແຜນ​ດຳ​ເນີນ​ວຽກງານ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ​ປີ 2017 – 2022. ພ້ອມນັ້ນບັນດາ​ຜູ້​ເຂົ້າຮ່ວມ​ຍັງ​ໄດ້​ປຶກສາ​ຫາລື​ແລກປ່ຽນຄຳ​ຄິດ​ເຫັນ​ ກ່ຽວກັບ​ກົນໄກ​ຂອງ​ການຈັດຕັ້ງ​ແຜນ​ດຳ​ເນີນ​ງານ,​ ຫລັກການ​ວີ​ທີ​ເກັບ​ກຳ​ສະຖິຕິ​ນຳ​ເຂົ້າ ​- ​ສົ່ງ​ອອກ ​ແລະ​ ວຽກງານ​ອື່ນໆ ທີ່​ກ່ຽວຂ້ອງ.​

IMG_9851IMG_9842IMG_9849IMG_9872

[ຂ່າວ : ມະ​ນີວັນ]

[ຮຽບຮຽງ​ໂດຍ: ນ ຖື]