ນາຍົກລາວ ເນັ້ນໜັກວ່າ ຕ້ອງເລັ່ງຍົກລະດັບ ຄຸນນະພາບແຮງງານລາວ ໃຫ້ໄດ້ມາດຕະຖານ ສາກົນ
By theu vaenvongsod On 24 Jan, 2018 At 10:45 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

Than Thonglun

     ນາຍົກລັດຖະມົນຕີລາວ ເນັ້ນໜັກ ວ່າ ຈະຕ້ອງເລັ່ງການພັດທະນາ ເພື່ອຍົກລະດັບຄຸນນະພາບແຮງງານໃນລາວ ໃຫ້ໄດ້ມາດຕະຖານສາກົນ ແລະ ສາມາດແຂ່ງຂັນ ໃນຕະຫຼາດແຮງງານຕ່າາງປະເທດ ໃຫ້ໄດ້ຢ່າງແທ້ຈິງ.

     ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ: ຄຸນນະພາບສີມືແຮງງານລາວ ຍັງຫ່າງໄກຈາກລະດັບມາດຕະຖານສາກົນ ໃນທຸກໆດ້ານ ຊຶ່ງເຮັດໃຫ້ຈຳເປັນຈະຕ້ອງເລັ່ງການພັດທະນາຢ່າງຮອບດ້ານ ເພື່ອຍົກລະດັບຄຸນນະພາບສີມືແຮງງານຂອງລາວ ໃຫ້ສາມາດແຂ່ງຂັນ ໃນຕະຫຼາດແຮງງານຕ່າງປະເທດ ໃຫ້ໄດ້ຢ່າງແທ້ຈິງ ເພາະແຮງງານລາວ ໃນປັດຈຸບັນນີ້ ໄດ້ຕົກຢູ່ໃນສະພາບການ ທີ່ບໍ່ສາມາດແຂ່ງຂັນໄດ້ທັງ ພາຍໃນປະເທດ ແລະ ຕ່າງປະເທດ ຈຶ່ງໄດ້ຮັບຄ່າຈ້າງໃນອັດຕາທີ່ຕ່ຳ.

sapavicha

     ກ່ອນໜ້ານີ້ ທ່ານ ວັນນະລາດ ຫົງສາທິລາດ ປະທານກຳມະບານ ແຂວງສະຫວັນນະເຂດ ຢືນຢັນວ່າ: ສະຫະພັນກໍາມະບານລາວ ໄດ້ຮຽກຮ້ອງຕໍ່ລັດຖະບານລາວ ເພື່ອຂໍໃຫ້ພິຈາລະນາ ປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳຈາກ 9 ແສນກີບຕໍ່ເດືອນ ໃຫ້ເປັນອັດຕາໃໝ່ ທີ່ສອດຄ້ອງກັບສະພາວະຄ່າຄອງຊີບ ທີ່ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ໃນປັດຈຸບັນ ທັງຍັງເປັນປັດໄຈສຳຄັນທີ່ເຮັດໃຫ້ແຮງງານລາວ ສ່ວນໃຫຍ່ພາກັນເດີນທາງໄປລັກລອບທຳງານໂດຍຜິດກົດໝາຍ ໃນປະເທດໄທ ນັບມື້ນັບເພີ່ມຂຶ້ນ ອີກດ້ວຍ.

labour laos

     ທາງດ້ານ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ຢືນຢັນວ່າ: ມີແຮງງານຕ່າງຊາດຫຼາຍໝື່ນຄົນ ທີ່ບໍ່ໄດ້ແຈ້ງການຂຶ້ນທະບຽນ ເພື່ອຂໍອະນຸຍາດທຳງານໃນລາວ ຢ່າງຖືກຕ້ອງຕາມກົດໝາຍ ໂດຍໃນລະຍະຜ່ານມາ ປາກົດວ່າ ມີແຮງງານຕ່າງຊາດທີ່ໄດ້ແຈ້ງຂຶ້ນທະບຽນພຽງ 24,100 ຄົນເທົ່ານັ້ນ ໂດຍແຮງງານຊາວຕ່າງຊາດ ຈະຕ້ອງເສຍຄ່າທຳນຽມ ບັດອະນຸຍາດຄົນລະ 3,600,000 ກີບຕໍ່ປີ ຈຶ່ງເຊື່ອວ່າ ເປັນສາເຫດຫນຶ່ງ ທີ່ເຮັດໃຫ້ແຮງງານຕ່າງຊາດພາກັນຫລົບລ້ຽງການຂຶ້ນທະບຽນດັ່ງກ່າວ ໂດຍສະຫະພັນກຳມະບານລາວ ລາຍງານວ່າ: ມີແຮງງານຕ່າງຊາດຫຼາຍກວ່າ 50,000 ຄົນໃນລາວ ຈຶ່ງເຊື່ອວ່າ ຍັງມີແຮງງານອີກກວ່າ 27,000 ຄົນ ທີ່ບໍ່ໄດ້ຂຶ້ນທະບຽນ.

     ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ວາງເປົ້າໝາຍການພັດທະນາແຮງງານ ຈາກປັດຈຸບັນເຖິງປີ 2020 ໄວ້ວ່າ: ຈະພັດທະນາແຮງງານ ມີສີມືໃຫ້ໄດ້ 658,000 ກວ່າຄົນ ເພື່ອສະໜອງໃຫ້ບໍລິສັດຕ່າງຊາດໃນລາວ ໃຫ້ໄດ້ຢ່າງພຽງພໍ ແລະ ຈະສ້າງມາດຕະຖານສີມືແຮງງານ ໃນ 25 ສາຂາອາຊີບ ລວມເຖິງທົດສອບ ແລະ ອອກໃບຢັ້ງຢືນມາດຕະຖານສີມືແຮງງານ ໃນ 27 ສາຂາອາຊີບ ໃຫ້ແຮງງານລາວ 12,500 ກວ່າຄົນ ເພື່ອໃຫ້ສາມາດໄປເຮັດວຽກໄດ້ ໃນທຸກປະເທດສະມາຊິກ ໃນອາຊຽນດ້ວຍກັນ ຫາກແຕ່ວ່າ ການທີ່ຈະບັນລຸເປົ້າໝາຍໄດ້ຈິງ ກໍບໍ່ແມ່ນເລື່ອງງ່າຍໆ ດັ່ງທີ່ ທ່ານນາງ ແສງເດືອນ ຫລ້າຈັນທະບູນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ການຊີ້ແຈງວ່າ:ຈຳນວນນັກຮຽນສະຫມັກເຂົ້າຮຽນໃນສາຂາວິຊາກະສິກຳ, ວິສະວະກຳ, ກົນຈັກຊ່າງຈອດ, ກໍ່ສ້າງ ຊ່າງໄມ້ນີ້ ກໍຍັງບໍ່ເຕັມຕາມແຜນທີ່ກຳນົດໃຫ້ ສາເຫດກໍມາຈາກຄ່ານິຍົມຂອງສັງຄົມ ແລະ ຄອບຄົວ ທີ່ຕ້ອງການຢາກໃຫ້ລູກຫລານ ເຂົ້າຮຽນໃນລະດັບທີ່ສູງກວ່າ ແລະ ຢາກໃຫ້ບັນຈຸເຂົ້າເຮັດວຽກໃນອົງການຈັດຕັ້ງລັດຖະບານໂຄງສ້າງເງິນເດືອນ ບໍ່ວ່າໃນພາກລັດ ກໍຄືເອກະຊົນ ສ່ວນໃຫຍ່ ຜູ້ທີ່ຮຽນຈົບລະດັບສູງກວ່າ ຈະໄດ້ຮັບເງິນເດືອນຫຼາຍກວ່າ ເຄື່ອງມື ແລະ ອຸປະກອນນຳໃຊ້ໃນການສິດສອນຂອງຄູ ຍັງບໍ່ໄດ້ມາດຕະຖານ ແລະ ບໍ່ພຽງພໍ ດັ່ງນັ້ນ ການສິດສອນຈຶ່ງມີລັກສະນະລົງເລິກດ້ານທິດສະດີ ຫຼາຍກວ່າ.

     ທາງດ້ານ ທ່ານກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຢືນຢັນວ່າ: ລັດຖະບານລາວ ຈະສົ່ງເສີມເອກະຊົນລາວ ແລະ ຕ່າງຊາດ ໃຫ້ລົງທຶນເຂົ້າໃນການພັດທະນາການສຶກສາຂັ້ນສູງໃຫ້ຫຼາຍຂຶ້ນ ເພາະລັດຖະບານລາວ ຍັງປະເຊີນກັບບັນຫາຂາດແຄນດ້ານງົບປະມານ ຈຶ່ງບໍ່ສາມາດທີ່ຈະສ້າງສະຖາບັນການສຶກສາຊັ້ນສູງ ໄດ້ເທົ່າທັນກັບຈຳນວນນັກສຶກສາ ທີ່ເພີ່ມຂຶ້ນຢ່າງວ່ອງໄວ.

     ປັດຈຸບັນ ມະຫາວິທະຍາໄລ ຂອງລັດຖະບານລາວ ທັງ 4 ແຫ່ງ ສາມາດຮັບນັກສຶກສາໃໝ່ໄດ້ 11,000 ກວ່າຄົນຕໍ່ປີ ໃນຂະນະທີ່ມີນັກຮຽນ 60,000 ກວ່າຄົນ ທີ່ຈົບຊັ້ນມັດທະຍົມປາຍ ຈຶ່ງຕ້ອງສົ່ງເສີມນັກຮຽນທີ່ເຫຼືອ 49,000 ກວ່າຄົນ ເພື່ອໃຫ້ເຂົ້າຮຽນໃນສະຖາບັນການສຶກສາຊັ້ນສູງ ຂອງເອກະຊົນໃຫ້ໄດ້ ນັ້ນເອງ.

[ແຫຼ່ງຂ່າວ: VOA]

[ຮຽບຮຽງໂດຍ: ນ ຖື]