ຄຳມ່ວນ ທຳລາຍສິນຄ້າທີ່ລະເມີດລະບຽບການຄຸ້ມຄອງການນຳເຂົ້າ
By theu vaenvongsod On 23 Jan, 2018 At 10:09 AM | Categorized As ຂ່າວພາຍໃນ | With 0 Comments

IMG_9832

     ໃນ​ວັນ​ທີ 18 ມັງກອນ 2018 ນີ້ ພະ​ແນ​ກອຸດສາຫະກຳ ​ແລະ​ ການ​ຄ້າ​ແຂວງ​ໄດ້​ຮ່ວມ​ກັບ​ພະ​ແນ​ກການ​ກ່ຽວຂ້ອງ​ຈັດ​ພິທີ​ທຳລາຍ​ສິນຄ້າ​ທີ່​ລະ​ເມີດ​ຕໍ່ລະບຽບການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ ຢູ່​ທີ່​ສະຖານ​ທີ່​ຖິ້ມ​ຂີ້​ເຫຍື້ອ​ແຂວງ​ຄຳ​ມ່ວນ ເຊິ່ງປະກອບ​ມີ​ເຄື່ອງ​ໃນໝູປະ​ເພດ​ຕັບຈຳນວນ 107 ກິ​ໂລ, ​ໂຄງ​ໄກ່, ​ໄກ່​ພັນ​ປອກ, ສິ້ນສ່ວນ​ໄກ່ລວມທັງໝົດ 568 ກິ​ໂລ, ​ເຫງືອກ​ງົວ 30 ກິ​ໂລ, ລີ້ນໝູ 20 ກິ​ໂລ, ຕີນ​ໄກ່ 60  ກິ​ໂລ ດ້ວຍ​ການ​ຂຸດ​ຂຸມ​ຝັງ.  ສິນຄ້າ​ດັ່ງກ່າວ​ແມ່ນ​ໄດ້​ລະ​ເມີດ​ລະບຽບການ​ຄຸ້ມ​ຄອງ​ນຳເຂົ້າ​​ໂດຍບໍ່​ໄດ້​ຜ່ານ​ການກວດ​ສອບ ຫລື ຢັ້ງຢືນ​ມາດຕະຖານ​ດ້ານ​ສຸຂະ​ອະນາ​ໄມຈາກ​ຂະ​ແໜງ ການ​ທີ່​ກ່ຽວຂ້ອງ ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ໃນ​ໄລຍະ​ສັ້ນ – ​ໄລຍະ​ຍາວຕໍ່ສຸຂະພາບ ​ແລະ ​ຕໍ່​ຊີວິດ, ສົ່ງ​ຜົນ​ເສຍ​ຫາຍ​ຕໍ່​ຊັບ​ສິນສິດຜົນປະ​ໂຫຍ​ດ ຂອງ​ຜູ້​ຊົມ​ໃຊ້. ສິນຄ້າທີ່​ນຳ​ມາ​ທຳລາຍ​ໃນ​ເທື່ອ​ນີ້​ແມ່ນ​ທາງ​ເຈົ້າໜ້າທີ່​​ກວດ​ພົບ ​ແລະ ​ຍຶດ​ໄດ້​ຕາມ​ທ້ອງ​ຕະຫລາດ​ໃນ​ເທດສະບານ​ແຂວງ ​ເປັນ​ສິນຄ້າ​ລັກລອບ​ນຳ​ເຂົ້າຈາກ ສສ ຫວຽດນາມ ​ແລະ​ ໄທ. ສ່ວນ​ມາດ​ຕະການ​ຕໍ່ຜູ້​ກະທຳ​ຜິດ​ຄັ້ງ​ນີ້​ ທາງ​ເຈົ້າໜ້າທີ່​​ໄດ້​ມີ​ການ​ຕັກ​ເຕືອນ ​ແລະ ປັບ​​ໄໝຕາມ​ລະບຽບການ.

IMG_9834

     ​ເຂົ້າ​ຮ່ວມ​ໃນ​ການ​ທຳລາຍ​ສິນຄ້າ​​ໃນ​ຄັ້ງນີ້ມີ ທ່ານ ສີ​ປະ​ເສີດ ຈູ​ນລາຊາ ຮອງ​ຫົວໜ້າຂະ​ແໜງການ​ຄ້າ​ພາຍ​ໃນ ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ, ຕາງໜ້າຂະແໜງອາຫານ ແລະ ຢາ, ຂະ​ແໜງລ້ຽງສັດ ​ແລະ​ ການ​ປະມົງ ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

IMG_9835

IMG_9840

IMG_9836

[ຂ່າວ ​: ມະນີວັນ]

[ຮຽບຮຽງໂດຍ: ນ ຖື]