ທາງການລາວສັ່ງປິດ 140 ໂຮງງານແປຮູບໄມ້ ທີ່ດຳເນີນກິດຈະການ ໂດຍຜິດກົດໝາຍ
By theu vaenvongsod On 15 Jan, 2018 At 10:36 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

     furniture order close

     ທາງການລາວ ສັ່ງປິດ 140 ໂຮງງານແປຮູບໄມ້ ທີ່ດຳເນີນກິດຈະການໂດຍຜິດກົດໝາຍ ແລະ ກ່ຽວຂ້ອງກັບການລັກລອບຕັດ ແລະ ຄ້າໄມ້ເຖື່ອນ ທີ່ລັກລອບຂົນສົ່ງຂ້າມຊາຍແດນລາວ ໄປປະເທດເພື່ອນບ້ານ.

     ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຢືນຢັນວ່າ: ໃນຕະຫຼອດປີ 2017 ທີ່ຜ່ານມາ ໄດ້ສັ່ງປິດ ແລະ ຍຸບໂຮງງານປຸງແຕ່ງໄມ້ ທີ່ດຳເນີນກິດຈະການ ໂດຍຜິດກົດໝາຍໄປ 140 ແຫ່ງ ຈາກທີ່ມີຢູ່ໃນລາວທັງໝົດ 1,595 ແຫ່ງ ໂດຍໂຮງງານທີ່ຖືກສັ່ງຍຸບດັ່ງກ່າວ ມີ 83 ແຫ່ງ ທີ່ຢູ່ໃນແຂວງໄຊຍະບູລີ, 19 ແຫ່ງ ແຂວງເຊກອງ, 13 ແຫ່ງແຂວງສະຫວັນນະເຂດ, 13 ແຫ່ງ ແຂວງບໍລິຄຳໄຊ, 8 ແຫ່ງ ເຂດນະຄອນຫລວງວຽງຈັນ ແລະ 4 ແຫ່ງ ໃນແຂວງສາລະວັນ.

truck of neigbour

     ການສັ່ງຍຸບກິດຈະການໂຮງງານປຸງແຕ່ງໄມ້ ທີ່ຜິດກົດໝາຍດັ່ງກ່າວນີ້ ຖືເປັນມາດຕະ ການສ່ວນຫນຶ່ງ ໃນການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງອອກໄມ້ທ່ອນ ໄປຕ່າງປະເທດຢ່າງເດັດຂາດ ນັບຈາກເດືອນ ພຶດສະພາ 2016 ເປັນຕົ້ນມາ ແຕ່ກໍຍັງບໍ່ສາມາດສະກັດກັ້ນໄດ້ ຢ່າງສິ້ນເຊີງ ເພາະການຈັດຕັ້ງປະຕິບັດ ທີ່ຂາດປະສິດທິພາບ ທີ່ລວມເຖິງການກວດກາໂຮງງານປຸງແຕ່ງໄມ້ ທີ່ເຫຼືອອີກ 1,455 ແຫ່ງດ້ວຍ ດັ່ງທີ່ ທ່ານນາງ ເຂັມມະນີ ໃຫ້ການຍອມຮັບວ່າ:ການປັບປຸງໂຮງເລື່ອຍນີ້ ຖືວ່າ ໃຊ້ເວລາຍາວຫຼາຍ ເລີ່ມແຕ່ມື້ ທີ່ທາງກະຊວງ ກະສິກຳ-ປ່າໄມ້  ໄດ້ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ນີ້ມາຮອດປັດຈຸບັນນີ້ ຕີລາຄາການປັບປຸງຍັງບໍ່ທັນປະສົບຜົນສຳເລັດ ຍັງຢູ່ໃນໄລຍະທີ່ວ່າ ຕ້ອງໄດ້ສືບຕໍ່ປັບປຸງ.

     ກ່ອນໜ້ານີ້ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆ ອັດຕະປືຄົນໃໝ່ ເຊິ່ງໄດ້ຮັບການແຕ່ງຕັ້ງແທນ ຕຳແໜ່ງຂອງທ່ານນາມ ວິຍະເກດ ເຈົ້າແຂວງຄົນເກົ່າ ນັບຕັ້ງແຕ່ວັນທີ 21 ພະຈິກ 2017 ເປັນຕົ້ນມາ ໄດ້ຖະແຫລງຢືນຢັນເປັນຄັ້ງທຳອິດວ່າ: ທ່ານຈະດຳເນີນຄະດີ ເພື່ອລົງໂທດຕາມກົດໝາຍ ຕໍ່ພະນັກງານລັດທຸກຄົນ ທີ່ມີສ່ວນໃນກໍລະນີລົດບັນທຸກສິນຄ້າ ຈຳນວນ 27 ຄັນ ທີ່ພະຍາຍາມລັກລອບຂົນສົ່ງໄມ້ທ່ອນ ຈາກແຂວງ ອັດຕະປື ໄປຍັງຊາຍແດນຫວຽດນາມ ທີ່ໜ່ວຍສະເພາະກິດ ຂອງລັດຖະບານລາວ ສາມາດຈັບກຸມໄດ້ ເມື່ອເດືອນ ພຶດສະພາ 2017 ເຖິງແມ່ນວ່າ ທາງການລາວ ຈະໄດ້ຂາຍໄມ້ທ່ອນທີ່ຍຶດໄດ້ດັ່ງກ່າວ ທັງໝົດແລ້ວກໍຕາມ ແຕ່ວ່າ ພະຍານຫລັກຖານຕ່າງໆຍັງຢູ່ຄົບຖ້ວນ ຈຶ່ງບໍ່ເປັນບັນຫາສຳລັບການເອົາຜິດ ກັບພະນັກງານລັດ ທີ່ກ່ຽວຂ້ອງໃນກໍລະນີດັ່ງກ່າວແຕ່ຢ່າງໃດ.

car of tranfer wood

    ທັງນີ້ ລົດບັນທຸກ 27 ຄັນ ທີ່ລັກລອບຂົນສົ່ງໄມ້ໂດຍຜິດກົດໝາຍດັ່ງກ່າວ ເປັນລົດບັນທຸກສິນຄ້າ ຂອງ 5 ບໍລິສັດເອກກະຊົນລາວ ເຊິ່ງໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດການຄ້າ ຂາອອກ-ຂາເຂົ້າ ມານານແລ້ວ ຈຶ່ງເຊື່ອວ່າ ມີເຈົ້າໜ້າທີ່ຂອງລັດຖະບານ ເຂົ້າໄປກ່ຽວຂ້ອງດ້ວຍ ໂດຍທີ່ ທ່ານນາມ ວິຍະເກດ ກໍໄດ້ຖະແຫລງຢືນຢັນ ໃນຂະນະທີ່ ຍັງເປັນເຈົ້າແຂວງໆ ອັດຕະປື ວ່າ ບັນຫານີ້ ກໍແມ່ນບັນຫາທີ່ຊ້ຳເຮື້ອມາໄດ້ຫຼາຍປີແລ້ວ ສຳລັບພາກທຸລະກິດ ກໍຄືການສວຍໂອກາດ ເພື່ອໃຫ້ໄດ້ກຳໄລຢ່າງຫລວງຫລາຍ ສ່ວນພາກລັດນັ້ນ ກໍລົ້ມແຫຼວ ໃນການຄຸ້ມຄອງ ແລະ ກາຍເປັນພະຍາດຊ້ຳເຮື້ອ ພາຍໃນອົງກອນຂອງລັດຖະບານເອງ ຫາກແຕ່ວ່າ ທ່ານນາມ ກໍບໍ່ມີໂອກາດທີ່ຈະແກ້ໄຂບັນຫາດັ່ງກ່າວນີ້ ເພາະຖືກຍ້າຍຈາກເຈົ້າແຂວງໆອັດຕະປື ໄປຮັບຕຳແໜ່ງໃໝ່ ຢູ່ທີ່ສະພາວິທະຍາສາດສັງຄົມແຫ່ງຊາດ ນັບແຕ່ວັນທີ 21 ພະຈິກ ເປັນຕົ້ນມາ.

    ທາງດ້ານ ທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າພະແນກກະສິກຳ-ປ່າໄມ້ ແຂວງສະຫວັນນະເຂດ ຍອມຮັບວ່າ ຍັງຄົງມີການລັກລອບຕັດໄມ້ຢູ່ໃນເຂດຊາຍແດນລາວ ແລ້ວກະລັກລອບຂົນສົ່ງໄປຍັງຫວຽດນາມ ເກີດຂຶ້ນຢູ່ເລື້ອຍມາ ໂດຍເຖິງແມ່ນວ່າ ຈະໄດ້ຈັດຕັ້ງປະຕິບັດຄຳສັ່ງຂອງ ນາຍົກລັດຖະມົນຕີ ເລກທີ 15/ນຍ ນັບຈາກເດືອນ ພຶດສະພາ 2016 ເປັນຕົ້ນມາແລ້ວກໍຕາມ ສ່ວນອົງການອະນຸລັກສິ່ງແວດລ້ອມ ທຳມະຊາດສາກົນ Global Witness ໄດ້ລາຍງານວ່າ ບັນດາບໍລິສັດຄ້າໄມ້ ຂອງຫວຽດນາມ ເປັນພາກທຸລະກິດ ທີ່ຮັບຊື້ໄມ້ ທີ່ລັກລອບຕັດ ແລະ ຂົນສົ່ງຈາກລາວຫຼາຍທີ່ສຸດ ເຊິ່ງເຮັດໃຫ້ບັນດາບໍລິສັດຄ້າໄມ້ຫວຽດນາມ ກາຍເປັນຜູ້ສົ່ງອອກໄມ້ແປຮູບ ຫຼື Furniture ໄປຕ່າງປະເທດ ເປັນອັນດັບທີ 1 ຂອງໂລກ ໃນປັດຈຸບັນນີ້.

 [ແຫລ່ງຂ່າວ: VOA]

[ຮຽບຮຽງໂດຍ: ນ ຖື]