ປະທານປະເທດຊີ້ 5 ບັນຫາໃຫຍ່ການເງິນແກ້ໄຂດ່ວນ
By theu vaenvongsod On 12 Jan, 2018 At 11:35 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

     thumb_660_9f220aea-ee0d-49be-8d9e-fc01573ed12d

     ທ່ານ​ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຊີ້​ເຖິງ 5 ບັນຫາ​ໃຫຍ່​ໃນຂະ​ແໜງ​ແຜນການ-ການລົງທຶນ ​ແລະ ຂະ​ແໜງ​ການ​ເງິນກໍ່​ຄື ​ຂົງ​ເຂດ​ເງິນຕາ, ທີ່​ຍັງ​ບໍ່​ທັນ​ບັນລຸ​ຕາມ​ແຜນການ ຍ້ອນ​ບັນຫາ​ຫຍຸ້ງຍາກ​ຕ່າງໆ, ​ໃຫ້​ຮີບ​ດ່ວນ​ແກ້​ໄຂ ​ເພາະ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສ​ດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານປີ 2018, ຕ້ອງ​ມີ​ຄວາມ​ສູ້​ຊົນ​ສູງ​ສຸດ ​ແລະ ປະຕິບັດ​ເຂັ້ມງວດ ຕາມ​ແຜນ​ທີ່ສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ​ເອົາ​ແລ້ວ. ຫ້າ​ບັນຫາທີ່​ວ່າ​ຮີບ​ດ່ວນ​ແກ້​ໄຂ​ຄື: 1/ ຕ້ອງ​ກຳ​ໃຫ້​ໄດ້​ສາ​ເຫດ​ທີ່​ແທ້​ຈິງ ຂອງ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ທີ່​ເກີດ​ຂຶ້ນ. ສາ​ເຫດ​ພື້ນຖານ ພວກເຮົາຍັງ​ບໍ່​ສາມາດ​ສ້າງ​ລາຍ​ຮັບ​ພື້ນຖານ ລາຍ​ຮັບ​ທີ່​ເຂັ້ມ​ແຂງ ​ແລະ ຍືນ​ຍົງ ຈາກ​ຜູ້​ປະກອບ​ການ​ພາຍ​ໃນ​ປະ​ເທດ, ຜ່ານ​ມາ​ຍັງອາ​ໄສ​ການ​ຂຸດ​ຄົ້ນຊັບພະຍາກອນ ​ແລະ ຂາຍວັດຖຸ​ດິບ; ອາ​ໄສ​ການ​ຊ່ວຍ​ເຫລືອລ້າ ​ແລະ ການກູ້ຢືມ​ໃນ​ອັດຕາ​ທີ່​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ; ຈາກ​ພັນທະ ຫລື ຄ່າຝາ​ກຫລວງ, ຈາກ​ບັນດາ​ໂຄງການລົງທຶນ​ໄລຍະ​ຍາວ ​ແລະ ອື່ນໆ ​ເຊິ່ງ​ເກື​ອບທັງ​ໝົດ ​ແຫຼ່ງລາຍ​ຮັບ​ດັ່ງກ່າວ ບໍ່​ສາມາດ​ກາຍ​ເປັນຖານ​ລາຍ​ຮັບ​ອັນ​ເຂັ້ມ​ແຂງ​ໃນ​ປະຈຸ​ບັນ.

     ສາ​ເຫດ​ຕົ້ນຕໍ ​ແມ່ນ​ຍ້ອນ​ການ​ຄຸ້ມ​ຄອງວຽກ​ງານ​ແຜນການ-ລົງທຶນ, ຄຸ້ມ​ຄອງ​ລາຍ​ຮັບ-ລາຍ​ຈ່າຍ​ບໍ່​ທັນດີ ບໍ່ທັນ​ເຂັ້ມງວດ ​ໂດຍ​ສະ​ເພາະການລະ​ເມີດ​ວິ​ໄນ​ແຜນການ-ການ​ເງິນ​ຢ່າງ​ກວ້າງ​ຂວາງ, ໜັກໜ່ວງ​ໃນ​ເວລາ​ອັນຍາວ​ນານພໍ​ສົມຄວນ​ເຊັ່ນ: 1/ ການ​ຕົກລົງ​ໂຄງການລົງທຶນ​ຂອງ​ລັດ ຍັງ​ບໍ່​ຄຳນຶງ​ເຖິງຄວາມ​ສາມາດ​ຊຳລະ​ສະ​ສາງ ຂອງ​ງົບປະມານ; ການ​ລົງທຶນ​ໃສ່​ໂຄງລ່າງ​ພື້ນຖານຢ່າງ​ກວ້າງຂວາງ​ໃຫຍ່​ໂຕ ​ແຕ່​ບໍ່ຕິດ​ພັນ​ກັບ​ການ​ດຳ​ເນີນ​ໂຄງການ ລົງທຶນ​ທີ່​ຈະ​ສ້າງ​ແຫ​ລ່ງລາຍ​ຮັບ​ໂດຍ​ກົງ​ຕໍ່​ງົບປະມານ, ປະປ່ອຍ​ໃຫ້​ມີສະພາບບັນດາ​ໂຄງການ​ລົງທຶນ​ຂອງ​ລັດ ມີ​ມູນ​ຄ່າ​ສູງ​ເກີນຄວາມ​ຈິງ​ຫລາຍ​ເທົ່າ, ບວກ​ກັບ​ການ​ລົງທຶນ​ນອກ​ແຜນ​ຊະຊາຍ ​ແກ່ຍາວ, ພ້ອມ​ກັນນັ້ນ ການ​ທີ່​ບໍ່​ມີການ​ແກ້​ໄຂ​ບັນຫາ​ດ້ານລາຍ​ຮັບ​ຮົ່ວ​ໄຫຼ, ຟຸມ​ເຟືອຍ​ລາຍ​ຈ່າຍ, ຈ່າຍນອກ​ແຜນ, ຈ່າຍ​ເຂົ້າ​ໂຄງການ​ບໍ່​ມີ​ຕົວ​ຕົນ, ​ໄດ້​ສ້າງ​ຄວາມ​ຫາຍຍະນະ​ຕໍ່​ລະບົບ​ການ​ເງິນ-ງົບປະມານ​ຂອງ​ລັດ ກໍ​ຄື​ຕໍ່​ສະຖຽນລະ​ພາບ ຂອງ​ເສດຖະກິດ​ມະຫາ​ພາກນີ້ ຈຸດ​ເປັນອ່ອນ​ທີ່​ພວກ​ເຮົາ​ສ້າງ​ຂຶ້ນ.

2/ ຈຸດ​ສຸມ​ທີ່ ຕ້ອງ​ເອົາ​ໃຈ​ໃສ່​ນຳພາ-ບັນຊາ ​ເພື່ອ​ຄວາມ​ເຂັ້ມ​ແຂງ​ຂອງ​ເສ​ດຖະກິດ​ມະຫາ​ພາກ ຕິດ​ພັນ​ກັບ​ການ​ແກ້​ໄຂ​ການ​ຂາດ​ດຸນ​ງົບປະມານ, ​ແກ້​ໄຂ​ໜີ້​ສິນ​ຂອງ​ລັດ ​ແລະ ຮັກສາການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໃຫ້​ໄວ​ຕໍ່​ເນື່ອງ​ແມ່ນ ຕ້ອງ​ປະຕິ​ບັດ​ການ​ປະຢັດ ລາຍ​ຈ່າ​ຍບໍລິຫານ​ແບບ​ຮັດ​ສາຍ​​ແອວ ຢ່າງ​ຈິງ​ຈັງ​ຕື່ມ​ອີກ, ກີດ​ກັ້ນ​ເດັດ​ຂາດ ການ​ສ້າງ​ໜີ້​ສິນ​ນອກ​ແຜນ, ປະຕິບັດ​ການ​ຊຳລະ​ສະ​ສາງ​ຕາມ​ແຜນການ​ຢ່າງ​ເຂັ້ມງວດ, ກຳນົດ​ແຜນການ​ເຄື່ອນ​ໄຫວວຽກ​ງານ​ຢູ່​ພາຍ​​ໃນ ​ແລະ ຕ່າງປະ​ເທດຢ່າງ​ຮັດກຸມ ມີ​ຈຸດ​ສຸມ ​ແລະ ​ເກີດປະສິດທິ​ຜົນ​ຕົວ​ຈິງ, ປັບປຸງ​ລະບອບກົນ​ໄກ​ການ​ບໍລິຫານ​ໃຫ້​ຮັດກຸມ, ​ແກ້​ໄຂ​ຊ່ອງ​ວ່າງ​ການ​ຮົ່ວ​ໄຫຼຂອງ​ລາຍ​ຮັບ, ຕັດ​ຕອນ​ການ​ຟຸມ​ເຟືອຍ​ລາຍ​ຈ່າຍ, ​ແກ້​ໄຂ​ເດັດຂາດ ຕໍ່​ຜູ້​ລະ​ເມີດ​ວິ​ໄນ​ແຜນການ-ການ​ເງິນ, ການ​ສວຍ​ໃຊ້​ໜ້າ​ທີ່​ກົດ​ໜ່ວງ ຖ່ວງ​ດຶງ ​ເພື່ອ​ຕໍ່​ລອງ​ຜົນ​ປະ​ໂຫຍ​ດຂອງ​ເຈົ້າໜ້າ​ທີ່ ທຸກ​ລະດັບ​ຂັ້ນ.

ພ້ອມ​ກັນນັ້ນ ຕ້ອງ​ດຳ​ເນີນ​ການຄຸ້ມ​ຄອງກາ​ນ​ເຄື່ອນ​ໄຫວ​ລົງທຶນ​ຕົວ​ຈິງ ​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ​ຢ່າງ​ເຂັ້ມງວດ, ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ລົງທຶນ ຄຽງ​ຄູ່​ກັບ​ຮັບປະກັນຜົນ​ປະ​ໂຫຍ​ດອັນ​ຄົບ​ຖ້ວນ​ຂອງ​ລັດ, ຮັບປະກັນ​ວຽກ​ເຮັດ​ງານ​ທຳ ​ແລະ ລາຍ​ຮັບ​ອັນ​ຊອບ​ທຳ​ຕາມ​ກົດໝາຍ ກໍ​ຄືການ​ພັດທະນາສີມື​ແຮງ​ງານ​ລາວ, ຖື​ອັນ​ນີ້​ເປັນ​ໜຶ່ງ​ໃນ​ວິທີ​ສຳຄັນຕົ້ນຕໍ ​ເພື່ອ​ເພີ່ມ​ລາຍ​ຮັບ​ຕົວ​ຈິງ​ຂອງ​ປະຊາຊົນ ກໍ​ຄື​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂອງ​ຄົວ​ເຮືອນ.

3/ ດໍາ​ເນີນການປັບປຸງ​ໂຄງສ້າງ​ຂອງ​ບັນ​ດາລັດ​ວິ​ສາ​ຫະກິດ ​ເພື່ອ​ຍົກ​ປະສິດທິ​ຜົນ​ທາງ​ທຸລະ​ກິດ​ໃຫ້​ສູງ​ຂຶ້ນ, ​ເພາ​ະຄວາມ​ຈິງ ຫລາຍໆ​ວິ​ສາ​ຫະກິດ ຂອງພວ​ກ​ເຮົາ​ເຄື່ອນ​ໄຫວທຸລະ​ກິດ​ອ່ອນ​ແອ, ​ປະສິດທິ​ຜົນ​ຍັງ​ຕໍ່າ, ໜີ້​ສິນ​ສູງ ​ແລະ ຄຸມ​ເຄືອ ​ແລະ ບໍ່​ສາມາດ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຊ້ຳ​ເຮື້ອ​ນີ້​ດ້ວຍ ວິທີ​ເກົ່າໆ, ​ເຖິງ​ເວລາ​ແລ້ວ​ໃນ​ປີ 2018 ນີ້ ຕ້ອງ​ມີ​ການ​ບຸກທະລຸ​ໃນ​ການ​ແກ້​ໄຂ​ບັນຫາ​ນີ້; ລັດຖະບານ​ຕ້ອງ​ມີ​ມາດ​ຕະການ​ຕົວ​ຈິງ ​ເພື່ອ​ແກ້​ໄຂ, ປັບປຸງ​ລັດ​ວິ​ສາ​ຫະກິດ ທີ່​ລັດ​ຖື​ຮຸ້ນ ຮ້ອຍ​ເປີ​ເຊັນ ​ເປັນ​ລັດ​ຮຸ້ນ​ສ່ວນ​ກັບ​ເອກະ​ຊົນຕ່າງປະ​ເທດ ຫລື ພາຍ​ໃນ​ປະ​ເທດ, ຫັນ​ລັດ​ວິ​ສາ​ຫະກິດ​ຮຸ້ນ​ສ່ວນ​ເອກະ​ຊົນ ກາຍ​ເປັນ​ບໍລິສັດ​ມະຫາຊົນ ຕາມ​ມາດຖານ​ສາກົນ-ການ​ບໍລິຫານ​ແບບ​ສາກົນ ​ແລະ ຍັງ​ສາມາດ ມອບ​ກິດຈະການ​ທີ່​ລົງທຶນ​ຮ້ອຍ​ເປີ​ເຊັນ ​ໃຫ້​ເອກະ​ຊົນ​ຊື້-ສຳ​ປະທານ​ຕາມກົດໝາຍ ​ເພື່ອ​ໃຫ້ລັດ​ຫລຸດຜ່ອນ​ໜີ້​ສິນ​ໄປ​ໃນ​ໂຕ ຫລື ​ເພື່ອ​ເຮັດ​ໃຫ້​ລັດ​ມີ​ເງິນ​ສຳຮອງ​ເພີ່ມ​ຂຶ້ນ.

4/ ຮີບ​ຮ້ອນກຳນົດ​ຄືນ​ການ​ແບ່ງ​ງານ ​ແລະ ຄວາມ​ຮັບຜິດຊອບ ລະຫວ່າງ​ ກະຊວງຕ່າງໆ​ຂອງ​ລັດຖະບານ ​ແລະ ​ແຕ່ລະ​ຂັ້ນຢູ່​ທ້ອງ​ຖິ່ນ (​ແຂວງ, ​ເມືອງ, ບ້ານ) ​ໃນ​ການຈັດຕັ້ງປະຕິບັດ ​ແລະ ຄຸ້ມ​ຄອງການ​ລົງທຶນ​ຂອງ​ລັດ ກໍ​ຄື​ການ​ພິຈາລະນາ​ຕົກລົງ ການ​ລົງທຶນ​ຂອງ​ເອກະ​ຊົນ​ພາຍ​ໃນ ​ແລະ ຕ່າງປ​ະ​ເທດ, ພ້ອມ​ທັງຕໍ່​ການ​ດຳ​ເນີນ​ການ​ຄຸ້ມ​ຄອງ​ລາຍ​ຮັບ, ລາຍ​ຈ່າຍ​ງົບປະມານ, ເພື່ອທັງຮັບປະກັນການຈັດຕັ້ງປະຕິບັດ ມີ​ຄວາມ​ເອກະ​ພາບ, ​ເປັນ​ລະບົບ​ເຂັ້ມ​ແຂງ​ແຕ່​ເທິງ​ລົງ​ລຸ່ມ, ທັງ​ຮັບປະກັນ​ຄວາມ​ເປັນ​ເຈົ້າການ​ສູງ​ໃນ​ການ​ດຳ​ເນີນ​ວຽກ​ງານ ​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົ​ນ, ບໍ່ເອື່ອຍອີງ ຫລື ໂຍນຄວາມ​ຮັບຜິດຊອບ​ໃຫ້​ກັນ, ນີ້​ຄື​ວຽກ​ງານທີ່​ຈຳ​ເປັນ​​ແຖວ​ໜ້າ ທີ່​ລັດຖະບານ​ຕ້ອງ​ໄດ້​ບັນຊາ​ແກ້​ໄຂ ​ເພື່ອ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ວຽກ​ງານ​ແຜນການ-ການ​ເງິນ ມີ​ປະສິດທິພາບ​ສູງ​ຂຶ້ນ.

5/ ຄະນະ​ພັກ, ອົງການ​ປົກຄອງ ແຕ່ລະຂັ້ນຕ້ອງ​ເພີ່ມ​ທະວີຄວາມ​ຮັບຜິດຊອບການ​ຊີ້​ນຳ-ນຳພາ ວຽກ​ງານ​ແຜນການ ​ແລະ ການ​ລົງທຶນ ​ແລະ ວຽກ​ງານ​ການ​ເງິນ-ງົບປະມານ​ໃຫ້​ເຂັ້ມງວດ, ​ໂດຍ​ສຸມ​ໃສ່ການສຶກສາອົບຮົມ​ກາ​ນ​ເມືອງ​ແນວ​ຄິດ ​ໃຫ້​ພະນັກງານ-ລັດຖະກອນ ຂອງ​ຂະ​ແໜງ​ແຜນການ-ການ​ລົງ​ທຶນ ​ແລະ ຂະ​ແໜງ​ການ​ເງິນ​ທີ່​ຕົນ​ຮັບຜິດຊອບ ​ໃຫ້​ມີ​ຄວາມ​ຈົ່ງ​ຮັກ​ພັກດີ, ມີ​ຈັນ​ຍາ​ບັນ​ຮັກ​ວິຊາ​ຊີ​ບ, ປະຕິບັດວິໄນທາງ​ດ້ານ​ແຜນການ-ການ​ເງິນ ຢ່າງ​ເຄັ່ງ​ຄັດ. ຖື​ເອົ​າຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​ເປັນ​ຫລັກ, ມີ​ລະບົບ​ກວດກາ-ກວດກາ​ນທີ່​ເຂັ້ມງວດ ແລະ ດຳເນີນຢ່າງ​ເປັນ​ປົກກະຕິ​, ຮັບປະກັນ​ຄວາມ​ໂປ່​ງ​ໃສ​ໃນ​ທຸກຂັ້ນຕອນ​ຂອງ​ການ​ປະຕິບັດ.

ແຫຼ່ງຂ່າວ: ໜັງສືພິມ​ລາວ​ພັດທະນາ