ເສດຖະກິດ 2018 ຕາມແຜນສູ້ຊົນຂອງລັດຖະບານ
By theu vaenvongsod On 12 Jan, 2018 At 10:28 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

Than Thonglun

ລາຍ​ງານ​ພິ​ເສດ ວັນ​ທີ 02 ມັງກອນ 2018

​        ເພື່ອ​ຜັນ​ຂະຫຍາຍ​ວິ​ໄສ​ທັດ​ຮອດ​ປີ 2030 ສ້າງ​ບາດ​ລຽ້ວ​ໃໝ່​ໃນ​ການ​ພັດທະນາ​ໃຫ້​ກາຍ​ເປັນ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ມີ​ລາຍ​ຮັບ​ປານ​ກາງ​ສູງ ຕາມ​ທິດ​ເສດຖະກິດ-ສັງຄົມ, ພູມ​ປັນຍາ, ສີຂຽວ ​ແລະ ຍືນ​ຍົງ; ຍຸດ​ທະ​ສາດ​ຮອດ​ປີ 2025 ​ເຊິ່ງ​ເປັນ​ປີ​ທີ 3 ຂອງ​ການ​ປະຕິບັດ​ແຜນ​ພັດທະນາ​ເສ​ດຖະກິດ-ສັງຄົມ 5 ປິ ຄັ້ງທີ VIII (2016-2020) ທີ່​ໄດ້​ເຊື່ອມ​ສານ​ເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ (SDGs) ​ແລະ ​ຫັນເປົ້າໝາຍ ​ແລະ ຄາດໝາຍ​ສູ້​ຊົນ ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ສ້າງ​ໄປ​ສູ່​ການ​ຫລຸດ​ພົ້ນອອກ​ຈາກ​ສະຖານະ​ພາບ ຄວາມ​ດ້ອຍ​ພັດທະນາ​ໃນ​ປີ 2020 ​ແລະ ມະຕິ​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ວ່າ​ດ້ວຍ​ການ​ຮັບຮອງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ປະຈຳ​ປີ 2018.

      ອີງ​ຕາມດຳລັດ​ ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກທີ 397/ນຍ ລົງ​ວັນ​ທີ 22 ທັນວາ 2017 ວ່າ​ດ້ວຍ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ ປະຈຳ​ປີ 2018 ​ໂດຍ​ສະ​ເພາະ​ຄາດໝາຍ​ສູ້​ຊົນ ຕົ້ນຕໍ​ແມ່ນ​ລວມຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ພາຍ​ໃນ (GDP) ​ເພີ່ມ​ຂຶ້ນຢ່າງ​ໜ້ອຍ 7% ​ແລະ ສ້າງ​ລາຄາ​ເພີ່ມ​ຕາມ​ລາຄາ​ໃນ​ປີ ​ໃຫ້​ໄດ້ 149,471 ຕື້​ກີບ, ລາຍ​ໄດ້​ສະ​ເລ່ຍຕໍ່​ຫົວ​ຄົນ​ໃຫ້​ໄດ້​ບໍ່​ຕໍ່າ​ກວ່າ 2,536 ​ໂດ​ລາ​ສະຫະລັດ. ​ໃນ​ນີ້, ​ໂຄງ​ປະກອບ GDP ຂະ​ແໜງ​ກະສິກຳ​ເພີ່ມ​ຂຶ້ນ 2.8%, ກວມ​ເອົາ​ປະມານ 15.73%; ຂະ​ແໜງ​ອຸດສາຫະກຳ​ເພີ່ມ​ຂຶ້ນ 9.1% ກວມ​ເອົາ 30.79; ຂະ​ແໜງ​ບໍລິການ ​ເພີ່ມ​ຂຶ້ນ 6.4% ກວມ​ເອົາ 41.83%; ພາສີ-ອາກອນ​ຜະລິດ​ຕະພັນ ​ແລະ ການ​ນຳ​ເຂົ້າ ​ເພີ່ມ​ຂຶ້ນ 9.0% ກວມ​ເອົາ​ປະມານ 11.65% ຂອງ GDP .

     ການ​ລົງທຶນ​ຂອງ​ລັດ​ລວມທັງ​ໝົດ ​ໃນ​ການ​ພັດທະນາ​ເສ​ດຖະກິດ-ສັງຄົມ ປີ 2018 ​ໃຫ້​ໄດ້ 42,145ຕື້​ກີບ ຫລື ​ເທົ່າ​ກັບ 5.01 ຕື້​ໂດ​ລາ ກວມ​ເອົາ 28.2%ຂອງ GDP ​ເຊິ່ງປະກອບ​ມີ 4 ​ແຫ​ລ່ງທຶນ​ຄື: ການ​ລົງທຶນ​ຂອງ​ລັດ​ຈາກ​ງົບປະມານ​ພາຍ​ໃນ​ຈຳນວນ 4,600 ຕື້​ກີບ ກວມ​ເອົາ 10.9% ຂອງ​ທຶນ​ລວມທັງ​ໝົດມີ: 1. ບ້ວງ​ລົງທຶນ​ປົກກະຕິ​ທົ່ວ​ໄປ ຈຳນວນ 2,800 ຕື້​ກີບ ​ເຊິ່ງຈັດ​ສັນ​ໃສ່​ຊຳລະ​ໜີ້​ສິນ ​ໂຄງການ​ລົງທຶນ​ຂອງ​ລັດ 40%, ​ໂຄງການ​ສືບ​ຕໍ່ 35%, ​ໂຄງການ​ສະ​ເໜີ​ໃໝ່ ​ແລະ ສົມທົບ​ທຶນ​ໂຄງການ​ຊ່ວຍ​ເຫລືອ​ທາງ​ການ ​ເພື່ອການ​ພັດທະນາ 25%.​ໃນ​ນີ້, ຕ້ອງ​ໄດ້​ຈັດ​ສັນ​ໃສ່​ໂຄງການ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ບໍ່​ຫລຸດ 10% ​ແລະ 2. ບ້າງ​ທຶນ​ອື່ນໆ​ລວມທັງ​ການ​ຈົດ​ຮັບ-ຈົດ​ຈ່າຍ​ຜ່ານ​ງົບປະມານ ຈຳ​ນວນ1,800 ຕື້​ກີບ, ການ​ລົງທຶນຂອງລັດ​ຈາກ​ການ​ຊ່ວຍ​ເຫລືອ ​ເພື່ອການ​ພັດທະນາ ປະມານ 8,052 ຕື້​ກີບ ກວມ​ເອົາ 19.11%, ສົ່ງ​ເສີມ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃຫ້​ໄດ້​ປະມານ 20,730 ຕື້​ກີບ ກວມ​ເອົາ 49.18% ​ແລະ ການ​ລົງທຶນ​ຈາກ​ລະບົບ​ເງິນຕາ ກວມ​ເອົາ 20.80% ຂອງ​ການ​ລົງທຶນ​ທັງ​ໝົດ;

     ຄວບຄຸມອັດຕາ​ເງິນ​ເຟີ້​ໃຫ້​ຢູ່​ໃນ​ລະດັບ​ບໍ່​ເກີນ 5%, ຄວບ​ຄຸມ​ປະລິມານ​ເງິນ(M2)​ໃຫ້​ເພີ່ມ​ຂຶ້ນຢູ່​ລະດັບ​ບໍ່​ເກີນ 25%, ຮັບ​ປະກັນ​ຄັງ​ສຳຮອງ​ເປັນ​ເງິນຕາ​ຕ່າງປະ​ເທດ​ໃຫ້​ກຸ້ມ​ການ​ນຳ​ເຂົ້າ 5 ​ເດືອນ​ຂຶ້ນ​ໄປ, ລາຍ​ຮັບ​ງົບປະມານ​ໃຫ້​ໄດ້​ຕໍ່າ​ສຸດ ຈຳນວນ 25,452 ຕື້​ກີບ.​ໃນ​ນີ້, ລາຍ​ຮັບ​ພາຍ​ໃນ​ຈຳນວນ 22,700 ຕື້​ກີບ, ລາຍ​ຮັບ​ຈາກ​ການ​ຊ່ວຍ​ເຫລືອ​ລ້າ​ຈາກ​ຕ່າງປະ​ເທດ ຄາດ​ຄະ​ເນ​ຈະ​ໄດ້ 2,752 ຕື້​ກີບ, ລາຍ​ຈ່າຍ​ງົບປະມານ​ລວມບໍ່​ເກີນ 32,809 ຕື້​ກີບ ​ແລະ ຂາດ​ດຸນ​ງົບປະ​ມາດ​ລວມບໍ່​ໃຫ້​ເກີນ 4.92% ຂອງ GDP, ຜະລິດ​ເຂົ້າ​ໃຫ້​ໄດ້ 4.2 ລ້ານ​ໂຕນ, ຜະລິດ​ໄຟຟ້າ​ໃຫ້​ໄດ້ 31,700 ລ້ານ​ກິ​ໂລ​ວັດ, ການ​ຜະລິດ​ແຮ່​ທາດ​ໃຫ້​ໄດ້ 11,868 ຕື້​ກີບ; ຊຸກຍູ້ ​ແລະ ສົ່ງ​ເສີມ​ການ​ຄ້າ​ຕ່າງປະ​ເທດ​ໃຫ້​ບັນລຸ​ປະມານ 9,993 ລ້ານ​ໂດ​ລາ.​ໃນ​ນັ້ນ, ມູນ​ຄ່າ​ການ​ສົ່ງ​ອອກ​ໃຫ້​ໄດ້​ປະມານ 5,015 ລ້ານ​ໂດ​ລາ ​ແລະ ມູນ​ຄ່າ​ການ​ນຳ​ເຂົ້າປະມານ 4,978 ລ້ານ​ໂດ​ລາ; ສູ້​ຊົນ​ໃຫ້​ມູນ​ຄ່າການ​ຜະລິດອຸດສາຫະກຳ​ປຸງ​ແຕ່ງ ​ແລະ ຫັດຖະກຳ​ບັນ​ລຸ 9,614 ຕື້​ກີບ ​ແລະ ສູ້​ຊົນ​ໃຫ້​ມູນ​ຄ່າ​ການ​ຈໍລະ​ຈອນ​ສິນຄ້າ (ຂາຍຍົກ-ຂາຍຍ່ອຍ ​ແລະ ບໍລິການ) ​ໃຫ້​ບັນລຸ 57,386 ຕື້​ກີບ; ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ປະ​ເທດ​ໃຫ້​ໄດ້ 5 ລ້ານ​ເທື່ອ​ຄົນ, ສາມາດ​ນຳ​ເງິນຕາ​ເຂົ້າປະ​ເທດ​ໄດ້ 900 ລ້ານ​ໂດ​ລາ; ອັດຕາ​ເຂົ້າຮຽນ​ໃໝ່​ສຸດທິ​ຊັ້ນປະຖົມ​ສຶກສາ ​ໃຫ້​ບັນລຸ 98%, ອັດຕາ​ລອດ​ເຫລືອ​ຮອດ​ ປ 5 ​ໃຫ້​ໄດ້ 84% ​ແລະ ສູ້​ຊົນ​ລຶບລ້າງ​ຄອບຄົວ​ທຸກ​ຍາກ​ໃຫ້​ໄດ້ 4,833 ຄອບຄົວ, ລຶບລ້າງ​ບ້ານ​ທຸກ​ຍາກ​ໃຫ້​ໄດ້ 220 ບ້ານ.

lao farmer

     ບັນດາ​ວຽກ​ງານ​ຈຸດ​ສຸມ​ເພື່ອ​ບັນລຸ​ຄາດໝາຍ​ພັດທະນາ​ເສດຖະກິດ​-ສັງຄົມ ​ປີ 2018:

-  ກາ​ນ​ເຕີບ​ໂຕ​ເສດຖະກິດ: ​ເພື່ອ​ຮັບປະກັນ​ໃຫ້​​ເສ​ດຖະກິດຂະຫຍາຍຕົວ ​ໃນ​ລະດັບ​ບໍ່​ຫລຸດ 7% ຕ້ອງ​ຍູ້​ແຮງ​ການ​ຜະລິດ​ສິນຄ້າ ​ແລະ ການ​ບໍລິການ, ສົ່ງ​ເສີມ​ການ​ລົງທຶນ​ໃຫ້​ໄດ້​ທັງ​ປະລິມານ ​ແລະ ຄຸນ​ນະພາ​ບ, ຍົກສະມັດ​ຖະພາບ​ຂອງ​ງານ ​ແລະ ການ​ຄຸ້ມ​ຄອງ​ລັດ​ໃຫ້​ມີ​ປະສິດທິພາບ.

-       ການ​ຄຸ້ມ​ຄອງ​ລະບົບ​ການ​ເງິນ-ງົບປະມານ: ດຳ​ເນີນ​ການ​ປະຕິ​ຮູບ​ວຽກ​ງານ ກາ​ນ​ເງິນ​ຢ່າ​ງ​ເລິກ​ເຊິ່ງ, ຮອບດ້ານ ​ໂດຍ​ເລີ່​ມຈາກ​ການປະຕິບັດ​ກົນ​ໄກ ​ເກັບ​ລາຍ​ຮັບ​​ໃຫ້ເຂົ້າສູ່​ລະບົບ​ທັນ​ສະ​ໄໝ, ​ໂປ່​ງ​ໃສ ​ແລະ ສາມາດ​ກວດ​ສອບ​ໄດ້; ​ເສີມ​ສ້າງ​ຖານ​ລາຍ​ຮັບ​ໃຫ້​ໝັ້ນຄົງ ກວ້າງຂວາງ ພ້ອມ​ທັງ​ຕິດຕາມ-ກວດກາ​ຢ່າງ​ເປັນ​ປົກກະຕິ, ປັບປຸງ​ກົນ​ໄກ​ການຈັດຕັ້ງປະຕິບັດ​ແຜນ​ລາຍ​ຮັບ-ລາຍ​ຈ່າຍ​ໃຫ້​ມີ​ປະສິດທິ​ຜົນ.

-      ຄຸ້ມ​ຄອງ​ເງິນຕາ​​ໃຫ້ມີ​ສະຖຽນ​ລະ​ພາບ: ປະຕິບັດ​ນະ​ໂຍບາຍ​ອັດຕາ​ແລກປ່ຽນ​ຕາມ​ກົນ​ໄກ​ຕະຫລາດ​ທີ່​ມີ ການ​ຄຸ້ມ​ຄອງຂອງລັດ ຄຸ້ມ​ຄອງ​ອັດຕາ​ແລກປ່ຽນ​ມີ​ຄວາມ​ສະຫງົບ​ປົກກະຕິ; ຊຸກຍູ້​ຕະຫລາດ​ລະຫວ່າງ ທະນາຄານ ​ແລະ ຕະຫລາດ​ເປີດ​ໃຫ້​ເຄື​ອ່ນ​ໄຫວ​ແຂງ​ແຮງ​ກວ່າ​ເກົ່າ ​ແນ​ໃສ່​ເຮັດ​ໃຫ້ການ​ດັດສົມ​ແຫ່ງ​ສຸດ​ທ້າຍ​ໄດ້​ຖືກ​ປະຕິບັດ ​ຢ່າງ​ແທ້​ຈິງ. ສືບ​ຕໍ່​ຕິດຕາມ​ການຈັດຕັ້ງປະຕິບັດ​ນະ​ໂຍບາຍ​ດອກ​ເບ້ຍ​ ຂອງ​ທະນາຄານ​ທຸລະ​ກິດ ຢ່າງ​ໃກ້ຊິດ ​ແລະ ດັດ​ປັບ​ບາງ​ມາດ​ຕະການ​ໃຫ້​ແທດ​ເໝາະ​ກັບ​ສະພາບ​ຕົວ​ຈິງ​ໃນ​ແຕ່ລະ​ໄລຍະ.

-      ປັບປຸງ​ສະພາບ​ແວດ​ລ້ອມ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​: ​ແກ້​ໄຂ​ຂັ້ນຕອນ ​ແລະ ຂອດ​ຕ່າງໆ​ທີ່​ບໍ່​ສະດວກ, ກົດ​ໜ່ວງ​ສ້າງ​ຄວາມ​ຫຍຸ້ງຍາກ ທັງ​ເປັນ​ການ​​ເພີ່ມ​ຕົ້ນທຶນ​ໃຫ້​ແກ່​ການ​ດຳ​ເນີນ​ທຸລະ​ກິດ ດ້ວຍ​ການປະຕິບັດກົດໝາຍ ວ່າ​ດ້ວຍ​ການ​ສົ່ງ​ເສີມການ​ລົງທຶນ ​ແລະ ດຳລັດ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ແຜນ​ດຳ​ເນີນ​ວຽກ​ງານ ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ​ໃນ​ປີ 2017-2020.

-      ຊຸກຍູ້​ການ​ຜະລິດ ​ແລະ ການ​ບໍລິການ: ສົ່ງ​ເສີມ​ການ​ລົງທຶນ​ໃສ່​ການ​ຜະລິດ ​ແລະ ການ​ບໍລິການ ​ໂດຍ​ສຸມ​ໃສ່​ສິນຄ້າກະສິກຳ ​ແລະ ອຸດສາຫະກຳ​ທີ່​ມີ​ທ່າ​ແຮງ, ຍູ້​ແຮງ​ເສດຖະກິດ​ຂະໜາດ​ນ້ອຍ ​-ຂະໜາດ​ກາງ, ພັດທະນາ​ແຫ​ລ່ງທ່ອງ​ທ່ຽວ, ການ​ບໍລິການໆ​ຄ້າ, ການ​ຂົນ​ສົ່ງ ​ແລະ ອື່ນໆ; ຊຸກຍູ້​ສົ່ງ​ເສີມ​ການ​ຮຽນ​ຮູ້ ​ແລະ ນຳ​ໃຊ້​ຄວາມ​ຮູ້​ເຕັກນິກ ​ແລະ ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ; ຍົກ​ລະດັບ​ຄວາມ​ອາດ​ສາມາດ​ ຂອງ​ທຸລະ​ກິດ​ພາຍ​ໃນໆ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ທຸ​ລະ​ກິດ​ໃຫ້​ສາມາດ​ແຂ່ງຂັນ​ກັບ​ພາກ​ພື້ນ ​ແລະ ສາກົນ.

-      ການ​ພັດທະນາ​ທາງ​ດ້ານ​ວັດທະນະທຳ-ສັງຄົມ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ: ປັບປຸງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ, ສາທາລະນະ​ສຸກ; ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ໃຫ້​ທົ່ວ​ເຖິງ ​ໂດຍ​ສະ​ເພາະ​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກ; ສຸມ​ທຶນຮອນ​ເຂົ້າ​ໃສ່​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ, ຍົກ​ລະດັບ​ຄຸ​ນນະພາ​ບຄູ ​ແລະ ຫລັກສູດການ​ຮຽນ-ການ​ສອນ ​ຂອງ​ສະ​ຖາ​ບັນ​ການ​ສຶກສາ ​ໂດຍ​ເລີ່​ມ​ແຕ່​ອະນຸບານ​ຈົນ​ເຖິງ​ມະຫາວິທະຍາ​ໄລ​ໃຫ້​ຂຶ້ນສູ່​ລະດັບ​ໃໝ່; ​ແກ້​ໄຂ​ບັນດາ​ສິ່ງ​ຫຍໍ້​ທໍ້​ຕ່າງໆ​ໃຫ້​ເປັນ​ຮູບ​ປະ​ທຳ; ພັດທະນາ​ສີມື​ແຮງ​ງານ, ສ້າງ​ວຽກ​ເຮັດ​ງານ​ທຳ, ​ແກ້​ໄຂ​ບັນຫາ​ການ​ຂາດ​ແຄນ​ແຮງ​ງານ, ປັບປຸງ​ຄຸ​ນນະພາ​ບ​ແຮງ​ງານ, ສືບ​ຕໍ່​ປະຕິບັດ​ນະ​ໂຍບາ​ຍສະຫວັດດີ​ການ​ສັງຄົມ ​ແລະ ວຽກ​ງານ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ໃຫ້​ດີ​ຂຶ້ນ, ​ເສີມ​ຂະຫຍາຍ​ຄຸນຄ່າ​ວັດທະນະທຳ​ທີ່​ດີງາມ ​ແລະ ​ເປັນ​ເອກະລັກ​ຂອງ​ຊາດ, ພັດທະນາ​ແຫຼ່ງທ່ອງ​ທ່ຽວ ​ແລະ ຍົກ​ລະດັບ​ການ​ບໍລິການ​ໃຫ້​ມີ​ຄຸນ​ນະພາ​ບ ​ເພື່ອ​ຮອງ​ຮັບ​ປີ​ທ່ອງ​ທ່ຽວ​ລາວ 2018; ຊຸກຍູ້​ໃຫ້​ບັນດາ​ຂະ​ແໜງ​ການ​ເປັນ​ເຈົ້າການຄົ້ນຄວ້າ, ປະສານ​ສົມທົບ ​ແລະ ນຳ​ໃຊ້​ທ່າ​ແຮງ​ຂອງ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ​​ໂດຍ​ສ້າງ​ເປັນ​ໂຄງການ​ລະອຽດ ​ເພື່ອ​ບັນຈຸ​ເຂົ້າ​ໃນ​ແຜນ​ຈັດຕັ້ງປະຕິບັດ​ຢູ່​ເຂດ​ຊົນນະບົດ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ ຂອງ​ປະຊາຊົນ.

-      ຄົ້ນຄວ້າ ​ແລະ ຈັດຕັ້ງປະຕິບັດ​ເປົ້າໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ(SDGs): ​ໃຫ້​ເປັນ​ຄາດໝາຍ, ​ເປັນ​ແຜນ​ງານ ​ແລະ ​ເປັນ​ໂຄງການລະ​ອຽດຂອງ​ແຕ່ລະ​ຂະ​ແໜງການ ​ເພື່ອ​ຮັບປະກັນ​ການຈັດຕັ້ງປະຕິບັດ​ໃຫ້​ມີ​ປະສິດທິ​ຜົນ; ການ​ບໍລິຫານ​ລັດ, ການ​ເຄື່ອນ​ໄຫວ​ຂອງ​ຜູ້​ປະກອບ​ການ​ຕ້ອງ​ຫັນ​ເຂົ້າລະບຽບກົດໝາຍ ຢ່າງ​ເຄັ່ງ​ຄັດ, ຕ້ານ​ປະກົດ​ການ​ພະຍາດ​ອາດຍາ​ສິດ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໃຫ້​ເປັນ​ຮູບ​ປະ​ທຳ; ​ປັບປຸງ​ນິຕິ​ກຳ​ໃຫ້​ມີ​ຄວາມ​ຈະ​ແຈ້ງ, ກະທັດ​ຮັດ ​ແລະ ມີ​ປະສິດທິພາບ​ສູງ ພ້ອມທັງຮັບປະກັນ​ການ​ຈັດຕັ້ງປະຕິບັດ​ໃຫ້​ສອດຄ່ອງ​ ກັບ​ສະພາບ​ປັດຈຸບັນ ​ເພື່ອ​ໃຫ້ການ​ຄຸ້ມ​ຄອງ​ ຂອງ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ມີ​ປະສິດທິ​ຜົນ​ສູງ​ຂຶ້ນ; ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ການ​ພັດທະນາ, ​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ​ທາງ​ດ້ານ​ເສ​ດຖະກິດມະຫາ​ພາກ ​ເປັນຕົ້ນ​ແມ່ນ​ສະພາບ​ຄ່ອງ, ອັດຕາ​ແລກປ່ຽນ, ອັດຕາ​ເງິນ​ເຟີ້ ​ແລະ ​ອື່ນໆ; ຊຸກຍູ້​ການຈັດຕັ້ງປະຕິບັດ​ໂຄງການ​ໃຫຍ່​ລະດັບ​ຊາດ ທີ່​ສະພາ​ແຫ່ງ​ຊາດ​ຮັບ​ຮອງ​ເຂົ້າ​ໃນ​ແຜນ​ແລ້ວ ​ໃຫ້​ໄດ້​ຮັບ​ການຈັດຕັ້ງປະຕິບັດ ​ເພື່ອ​ເປັນ​ກຳລັງ​ແຮງ​ໃນ​ການ​ກະ​ຕຸ້ນ​ເສດຖະກິດ​ໃຫ້​ມີ​ການ​ເຕີບ​​ໂຕ​ຢ່າງ​ຕໍ່​ເນື່ອງ.

[​ແຫຼ່ງຂ່າວ: ໜັງສືພິມ​ເສດຖະກິດ​ການ​ຄ້າ ລາຍ​ວັນ]