ຄຳມ່ວນ ຮ່ວມກັບ ຈັງຫວັດນະຄອນພະນົມເປີດງານຕະຫລາດນັດ ສະແດງ ແລະ ຈໍາໜ່າຍສິນຄ້າ ໂອດ໋ອບ – ໂອທ໋ອບ
By theu vaenvongsod On 12 Jan, 2018 At 09:23 AM | Categorized As ຂ່າວພາຍໃນ | With 0 Comments

IMG_9439

     ງານຕະຫລາດນັດວາງສະແດງ ​ແລະ​ ຈໍາໜ່າຍສິນຄ້າ ໂອດ໋ອບໂອທ໋ອບ ( ODOP – OTOP ) ສາຍສໍາພັນສອງແຜ່ນດິນ ລະຫວ່າງ ແຂວງ ຄຳມ່ວນ ແລະ ແຂວງ ນະຄອນພະນົມ ປະຈໍາປີ 2018 ແມ່ນໄດ້ຈັດຂຶ້ນໃນວັນ​ທີ 5 – 9 ມັງກອນ 2018 ຢູ່ທີ່ເດີ່ນຕະຫລາດ​ຄຳ​ມ່ວນ ​ເມືອງທ່າແຂກ. ເປັນກຽດເຂົ້າຮ່ວມໃນພິທີເປີດງານໂດຍ ທ່ານ ບຸນ​ມີ​ ພິມ​ມະ​ສອນ  ຮອງເຈົ້າແຂວງໆ ຄຳມ່ວນ, ທ່ານ ສົມ​ຊາຍ ວິດທະຍາ​ດຳລົງ ຜູ້​ວ່າຣາດສະການຈັງຫວັດນະຄອນພະນົມ, ທ່ານເຈົ້າເມືອງໆ ທ່າແຂກ, ບັນດາພະແນກການອ້ອມຂ້າງ, ພາກສ່ວນທຸລະກິດທັງພາຍໃນ ແລະ ຕ່າງປະເທດ ຕະຫລອດຮອດພໍ່ແມ່ປະຊາຊົນທັງສອງແຂວງ ຄຳມ່ວນ ແລະ ນະຄອນພະນົມເຂົ້າຮ່ວມ.

IMG_9498

      ທ່ານ ບຸນ​ໂຮມ ມຸກດາ​ສັກ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຄຳມ່ວນ ໄດ້ກ່າວລາຍງານເຖິງຈຸດປະສົງໃນການເປີດງານຕະຫລາດນັດ ວາງສະແດງສິນຄ້າ ໂອດ໋ອບ – ໂອທ໋ອບ ສາຍສໍາພັນສອງແຜ່ນດິນແມ່ນຈັດຂຶ້ນເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ໂອດ໋ອບ – ໂອທ໋ອບ ໃຫ້ນັບມື້ນັບຂະຫຍາຍຕົວ, ທັງເປັນການເປີດໂອກາດໃຫ້ທຸກພາກສ່ວນທຸລະກິດ ໂອດ໋ອບ – ໂອທ໋ອບ ພາກລັດຂອງ 2 ແຂວງ ຕະຫລອດຮອດພໍ່ແມ່ປະຊາຊົນພາຍໃນແຂວງໃກ້ຄຽງໄດ້ນຳເອົາຜະລິດຕະພັນ ຂອງຕົນມາວາງສະແດງ ເພື່ອໂຄສະນາຂາຍເປັນສິນຄ້າ ສິ່ງສຳຄັນອີກຢ່າງໜຶ່ງ ແມ່ນເພື່ອເປັນການພັດທະນາຄຸນນະພາບ, ມາດຕະຖານຜະລິດຕະພັນສິນຄ້າ ໃຫ້ເປັນທີ່ຍອມຮັບໃນລະດັບສາກົນ, ເພີ່ມຊ່ອງທາງໃນການຈຳໜ່າຍຊຸກຍູ້ໃຫ້ວຽກງານການຄ້າ, ການລົງທຶນ, ການທ່ອງທຽ່ວ ແລະ ມີໂອກາດພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເຊື່ອມໂຍງກັບບັນດາປະເທດຕ່າງໆ ໃນອານຸພາກພຶ້ນກໍ່ຄືສາກົນໃຫ້ນັບມື້ນັບກວ້າງຂວາງ. ເຊິ່ງມີພາກສ່ວນຈາກກຸ່ມຜູ້ຜະລິດສິນຄ້າໂອດ໋ອບ – ໂອທ໋ອບ ຈໍານວນ​ທັງໝົດ 3 ພາກສ່ວນ, ມີ 62 ຮ້ານທີ່​ມາ​ຈາກແຂວງ​ຄຳມ່ວນ - ນະຄອນພະນົມ ​ແລະ ​ແຂວງ​ໃກ້​ຄຽງລວມມູນ​ຄ່າສິນຄ້າທັງໝົດ 700  ກວ່າລ້ານກີບ. ງານຕະຫລາດນັດຄັ້ງນີ້ ນອກຈາກກິດຈະກຳຈັດງານຂາຍສິນຄ້າແລ້ວຍາມຄໍ່າຄືນຍັງມີການສະແດງສິນລະປະວັດທະນະທຳ ຂອງສອງປະເທດຕື່ມອີກ.

IMG_9480

IMG_9511

ຂ່າວ : ມະນີ​ວັນ