ລາວ-ຫວຽດນາມ ເນັ້ນຄວາມຫຼາກຫຼາຍຂອງສິນຄ້າຍູ້ການເຕີບໂຕຂອງມູນຄ່າການຄ້າສອງຝ່າຍ
By sonsathit rasavong On 5 Jan, 2018 At 03:24 PM | Categorized As ຂ່າວສຳຄັນ | With 0 Comments

ກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ສສ ຫວຽດນາມ ໄດ້ຈັດກອງປະຊຸມສົ່ງເສີມການຄ້າສອງຝ່າຍຂຶ້ນ ເພືີ່ອພ້ອມກັນປຶກສາຫາລືຊຸກຍູ້ການຄ້າສອງຝ່າຍໃຫຍ່ເຕີບໂຕ ຫຼັງຈາກນັບແຕ່ປີ 2015 ມູນຄ່າການຄ້າຫຼຸດລົງຕໍ່ເນື່ອງ

WhatsApp Image 2018-01-05 at 10.38.51

ກອງປະຊຸມຫາລືີສອງຝ່າຍໄດ້ຈັດຂຶ້ນເມື່ອເດືອນທັນວາ 2017 ຜ່ານມາ ທີ່ໂຮງແຮມເມີືອງແທງ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ແລະ ທ່ານ ເຈີນ ກ໋ວກແຂ່ງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ສສ ຫວຽດນາມ ໂດຍມີຕົວແທນຈາກ 12 ພາກສ່ວນ ຕາງໜ້າໃຫ້ບັນດາກະຊວງ, ຂະແໜງການອ້ອມຂ້າງສູນກາງຂອງ ສປປ ລາວ ແລະ ມາຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ຕາງໜ້າກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ພ້ອມທັງພາກທຸລະກິດລາວ ແລະ ຫວຽດນາມ ເຂົ້າຮ່ວມ

WhatsApp Image 2018-01-05 at 10.38.53

ທ່ານ ປອ.ລາວຮົວ ເຈີຈິງ ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວເຖິງທິດທາງ ແລະ ມາດຕະການຈັດຕັ້ງປະຕິບັດການຄ້າສອງຝ່າຍ ລາວ-ຫວຽດນາມ ທີ່ຜ່ານມາ ແລະ ຕໍ່ໜ້າວ່າ: ໃນຊຸມປີຜ່ານມາການຮ່ວມມືເສດຖະກິດ-ການຄ້າ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຮັບການພັດທະນາຢ່າງຕັ້ງໜ້າ; ລາວ ແລະ ຫວຽດນາມ ມີຊາຍແດນຕິດຈອດກັນປະມານ 2,000 ກິໂລແມັດ, ສອງປະເທດມີດ່ານສາກົນ 8 ດ່ານ, ດ່ານທ້ອງຖິ່ນ 7 ດ່ານ ແລະ ດ່ານປະເພນີ 19 ດ່ານ. ສິ່ງດັ່ງກ່າວແມ່ນເງື່ອນໄຂອຳນວຍຄວາມສະດວກ ເພື່ີອເສີມຂະຫຍາຍການຮ່ວມມືເສດຖະກິດ-ການຄ້າ ຂອງສອງປະເທດ

WhatsApp Image 2018-01-05 at 10.27.47

ມູນຄ່າການຄ້າສອງຝ່າຍໃນປີ 2008 ບັນລຸ 422 ລ້ານ ໂດລາສະຫະລັດ ແລະ 5 ປີຕໍ່ມາຄືີປີ 2013 ໄດ້ເພີ່ມຂຶ້ນ 1,125 ລ້ານ ໂດລາ, ປີ 2014 ຂຶ້ນເປັນ 1,284 ລ້ານໂດລາ; ແຕ່ມາຮອດປີ 2015 ໄດ້ຫຼຸດລົງ 1,220 ລ້ານໂດລາ ແລະ ໃນປີ 2016 ກໍ່ຫຼຸດລົງມາທີ່ 823.4 ລ້ານກວ່າໂດລາ. ຈາກຕົວເລກສະຖິຕິຊີ້ເຫັນວ່າ ມູນຄ່າການຄ້າສອງຝ່າຍ ລາວ-ຫຽວດນາມ ມີການປ່ຽນແປງຂຶ້ນລົງ ແລະ ຍັງບໍ່ສູງເທົ່າທີ່ຄວນ ຖ້າທຽບໃສ່ກົນໄກການຮ່ວມມືທີ່ເອື້ອອຳນວຍຄວາມສະດວກ ແລະ ທ່າແຮງບົ່ມຊ້ອນຂອງສອງປະເທດ

[ຂ່າວ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ]

[ກະຊວງອຸດສາຫະກຳ ແລະ ການຄ້າ]