ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນເຊື່ອມຊຶມ ເອກະສານສຳຄັນຂອງຊາດ – ຂອງພັກ
By theu vaenvongsod On 2 Jan, 2018 At 10:53 PM | Categorized As ຂ່າວພາຍໃນ | With 0 Comments

DSC_4269

     ໃນວັນທີ 3 ມັງກອນ 2018 ຢູ່​ທີ່​ພະ​ແນ​ກອຸດ​ສາ​ຫະກຳ ​ແລະ​ ການ​ຄ້າ​ແຂວງ​ຄຳ​ມ່ວນ ​ໄດ້​ເຜີຍ​ແຜ່​ເອກະສານ​ສຳຄັນ​ຂອງ​ຊາດ​ – ຂອງ​ພັກ​ຄື : ​ເອກະ​ສານ​ວັນຊາດ​ທີ 2 ທັນວາ​ຄົບ​ຮອບ 42 ປີ, ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໄກສອນ ພົມວິຫານ​ ຄົບຮອບ 97 ປີ, ວັນ​ມະຫາປະຕິວັດ​ເດືອນ​ຕຸລາລັດ​ເຊຍ​ຄົບຮອບ 100 ປີ ​ແລະ ​ເອກະສານມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 5 ສະໄໝທີ x ເປັນກຽດປາຖະກະຖາວັນສໍາຄັນດັ່ງກ່າວໂດຍ ທ່ານ ທອງ​ໄຊ ​ມັງໝໍ່​ເມກ ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ​ ການ​ຄ້າ​ແຂວງ, ມີບັນດາທ່ານ​ໃນຄະນະພະແນກ, ຂະ​ແໜງການ ​ແລະ ​ພະນັກງານ​ວິຊາ​ການອ້ອມ​ຂ້າງ​ພະ​ແນ​ກ​ເຂົ້າຮ່ວມ.

DSC_4261

     ຈຸດປະສົງ​ໃນ​ການ​ເຜີຍ​ແຜ່​ຄັ້ງນີ້ກໍ່ເພື່ອແນໃສ່ເຮັດໃຫ້ສະມາຊິກພັກ ແລະ ພະນັກງານ​ໄດ້ມີຄວາມຮັບຮູ້, ເຂົ້າໃຈ, ກໍາແໜ້ນເຊື່ອມຊຶມຜົນງານ,  ຄຸນງາມຄວາມດີໂດຍສະເພາະມູນເຊື້ອນໍ້າໃຈຮັກຊາດ – ຮັກຜືນແຜ່ນດິນ, ມູນເຊື້ອອັນອົງອາດກ້າຫານຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ຈົນສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງ ສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ​ໃນ​ໂອກາດ​ດຽວກັນນັ້ນ​ເພື່ອ​ແນ​ໃສ່​ເຮັດ​ໃຫ້ການ​ຈັດຕັ້ງປະຕິ​ບັດ​ວຽກງານ​ໃນ​ຕໍ່ໜ້າ​ໃຫ້​ມີ​ຜົນສຳ​ເລັດ​ລຸ​ລ່ວງ​ໄປ​ດ້ວຍ​ດີ ກໍ່​ຍັງ​ໄດ້​​ຜ່ານ​ຂໍ້​ຕົກລົງ​ຂອງ​ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ ​ວ່າ​ດ້ວຍ​ການ​ແຕ່ງຕັ້ງຄະນະ​ຊີ້ນຳ, ກອງ​ເລຂາ, ວິຊາ​ການ​ໃນ​ການຈັດຕັ້ງປະຕິບັດ​ວຽກງານ​ສ້າງ​ແຂວງ​ເປັນ​ຫົວໜ່ວຍຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມ​ແຂງ​ຮອບດ້ານ ​ແລະ ​ສ້າງ​ບ້ານ​ເປັນ​ຫົວໜ່ວຍພັດທະນາ​ຢູ່​ໃນ 10 ຕົວ​ເມືອງ​ໃນ​ທົ່ວ​ແຂວງ.

DSC_4257

ຂ່າວ : ມະນີ​ວັນ