ຊີ້ແຈງລາຄາສິນຄ້າແພງ ໃນຕະຫລາດລາວ
By theu vaenvongsod On 2 Jan, 2018 At 04:45 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

_MG_5694

ລາຍ​ງານ​ພິ​ເສດ

     ຈາກ​ກໍລະນີ​ທີ​ມີ​ສື່​ສັງຄົມ​ອອນ​ລາຍ​ໄດ້​ອອກ​ຂ່າວ​ເລື່ອງ​ສິນຄ້າ​ໃນ​ທ້ອງ​ຕະຫລາດ​ລາວ ລາຄາ​ແພງ, ​ເພື່ອ​ໃຫ້ສັງຄົມ​ໄດ້​ຮັບ​ຮູ້​ຄວາມ​ຈະ​ຈ່າງ​ແຈ້ງ ກະຊວງ ອຄ ຈຶ່ງ​ໄດ້​ອອກ​ມາ​ຊີ້​ແຈງ ​ແລະ ສົມ​ທຽບ​ສິນຄ້າ​ພາຍ​ໃນ​ປະ​ເທດ​ລາວ ​ແລະ ປະ​ເທດ​ເພື່ອນ​ບ້ານ ພ້ອມ​ທັງ​ໃຫ້​ເຫດ​ຜົນ​ສິນຄ້າ​​ແພງ​ຍ້ອນ​ຫຍັງ?

      ທ່ານ ນາງ ຖະໜອມ ​ແກ້ວ​ໄຊ​ຍະ​ຈັກ ຮອງ​ຫົວໜ້າ​ກົມ​ການ​ຄ້າ​ພາຍ​ໃນ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ(ອຄ) ​ໄດ້​ກ່າ​ວວ່າ: ຈາກ​ກໍລະນີ​ທີ່ມີການ​ລົງ​ຂ່າວ​ທາງ​ສື່​ອອນ​ລາຍ​ຂອງ​ປະ​ເທດ​ເພື່ອນ​ບ້ານ​ວ່າ “ສິນຄ້າ​ໃນ​ຕະຫລາດ​ບ້ານ​ເຮົາ​ແພງ​ເກີນ​ຄວາມ​ເປັນ​ຈິງ” ນັ້ນບໍ່​ເປັນຄວາມ​ຈິງ ​ເພາະ​ການຈັດຕັ້ງປະຕິບັດ​ລາຄາ​ສິນຄ້າ​ຂອງ​ພວກ​ເຮົາ​ມີ​ນິຕິ​ກຳ, ບຸກຄະລາ​ກອນ ​ແລະ ​ເຄື່ອງມື​ໃນ​ການຈັດຕັ້ງປະຕິບັດ​ຕັ້ງ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ ​ເປັນຕົ້ນ​ແມ່ນ​ເລື່ອງ​ລາຄາ​ຊີ້ນ​ງົວ 70 ພັນ​ກີບ ລາຄາ​ນີ້​ແມ່ນ​ຂຶ້ນມາ​ແຕ່​ປີ 2013 ​ເຊິ່ງຕອນ​ນັ້ນຍອມຮັບ​ວ່າ​ກະ​ໂດດ​ຂັ້ນ​ແທ້ ຈາກ​ຊີ້ນ​ງົວ​ລາຄາ 50 ພັນ​ກີບ​ຕໍ່​ກິ​ໂລ ມາ​ເປັນ 70 ພັນ​ກີບ​ຕໍ່​ກິ​ໂລ. ​ແຕ່​ຫລັງ​ຈາກ​ນັ້ນ, ລາຄາ​ຊີ້ນ​ງົວ 70 ພັນ​ກີບ​ຕໍ່​ກິ​ໂລ ​ແມ່ນ​ຄົງ​ທີ່​ຈົນ​ຮອດ​ປັດຈຸບັນ ​ເຊິ່ງ​ເມື່ອ​ທຽບ​ກັບປະ​ເທດ​ເພື່ອນ​ບ້ານ​ແມ່ນ​ລາຄາ​ລື່ນ​ກັນ​ເລັກ​ໜ້ອຍ.

       ສ່ວນ​ບັນດາ​ສະບຽງອາຫານ​ອື່ນໆ ​ໂດຍ​ລວມ​ແມ່ນ​ຄົງ​ຕົວ, ​ແຕ່​ກໍ​ມີ​ການ​ເໜັງ​ຕີງ​ພຽງ​ເລັກ​ໜ້ອຍ​ເປັນຕົ້ນ ​ແມ່ນ​ລາຄາ​ຈະ​ປັບ​ຂຶ້ນຕາມ​ລະດູ​ການ ​ເນື່ອງ​ຈາກ​ປະ​ເທດ​ລາວ​ເຮົາ​ມີ​ພື້ນຖານ​ການ​ຜະລິດ​ຍັງ​ກະ​ແຈກ​ກະຈາຍ, ​ເມື່ອ​ທຽບ​ກັບປະ​ເທດ​ເພື່ອນ​ບ້ານ ກໍ​ລື່ນ​ກັນ​ເລັກ​ໜ້ອຍ ​ເຊິ່ງພວກ​ເຮົາ​ກໍ່​ພະຍາຍາມ​ທີ່​ຈະ​ຄວບ​ຄຸມ ​ໃຫ້​ຢູ່​ໃນ​ລະດັບ​ປົກກະຕິ, ​ແຕ່​ສິ່ງ​ສຳຄັນ​ຢ່າງ​ໜຶ່ງ​ທີ່​ເຮັດ​ໃຫ້​ລາຄາ​ສິນຄ້າ​ແພງ​ກວ່າ​ປະ​ເທດ​ເພື່ອນ​ບ້ານ ​ແມ່ນ​ປັດ​ໄຈ​ການ​ຜະລິດ​ຍັງ​ນຳ​ເຂົ້າ ​ເປັນຕົ້ນ​ແມ່ນ​ຫົວອາຫານ, ​ແນວ​ພັນ ​ແລະ ຢາ​ວັກ​ຊີ​ນຕ່າງໆ. ສະ​ນັ້ນ, ຈະ​ໃຫ້​ລາຄາ​ສິນຄ້າ​ຈາກ​ປະ​ເທດ​ເຮົາ​ຖືກກ​ວ່າ ຫລື ​ເທົ່າ​ກັບ​ລາຄາ​ໃນ​ບ້ານ​ເຂົາ​ແມ່ນ​ເປັນ​ໄປ​ໄດ້​ຍາກ, ​ແຕ່​ພວກ​ເຮົາ​ກໍ່​ຈະ​ຄວບ​ຄຸມ​ໃຫ້​ສົມ​ເຫດ​ສົມ​ຜົນ. ສຳລັບ​ໃຜ​ທີ່​ໄປ​ຕະຫລາດ​ແລ້ວ​ພົບ​ເຫັນ​ສິນຄ້າ ທີ່​ມີ​ລາຄາ​ແພງ​ເກີນ​ໄປ ຫລື ຊັ່ງ​ຕາຊິງ​ບໍ່​ໄດ້​ຕາມ​ມາດຖານ​ກໍ່​ສາມາດ​ໂທ​ເຂົ້າສາຍ​ດ່ວນ ປົກ​ປ້ອງຜູ້​ຊົມ​ໃຊ້ 1510 ​ໄດ້​ໂດຍ​ບໍ່​ເສຍ​ຄ່າ.

       ທ່ານ ນັນ​ຕາ ສານຸ​ວົງ ຫົວໜ້າ​ພະ​ແນ​ກຄຸ້ມ​ຄອງ​ສິນຄ້າ ​ແລະ ລາຄາ ​ໄດ້​ກ່າວ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ​ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ ​ແລະ ຄ່າ​ບໍລິການ​ໃນ ສປປ ລາວ ​ແມ່ນ​ປະຕິບັດ​ຕາມ​ດຳລັດ​ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກທີ 474/ນຍ ລົງ​ວັນ​ທີ 18 ພະຈິກ 2010 ​ເຊິ່ງດຳລັດ​ສະບັບ​ດັ່ງກ່າວ ​ເປັນ​ເຄື່ອງມື​ໃນ​ການຈັດຕັ້ງປະຕິບັດ​ຈົນ​ມາ​ຮອດ​ປັດຈຸບັນ, ຫລັກການ, ລະບຽບ​ການ ​ແລະ ມາດ​ຕະການ​ກ່ຽວ​ກັບ ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ ​ແມ່ນ​ແນ​ໃສ່​ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ລາຄາ ທັງ​ເປັນ​ການ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຜູ້​ດຳ​ເນີນ​ທຸລະ​ກິດ, ຜູ້​ຊົ​ມ​ໃຊ້ ​ແລະ ຜົນ​ປະ​ໂຫຍດຂອງ​ລັດ.

       ​ເພື່ອ​ຈັດຕັ້ງປະຕິບັດ​ດຳລັດ​ສະ​ບັບດັ່ງກ່າວ ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດສູງ​ສຸດ ​ເລີ່​ມ​ແຕ່​ປີ 2012 ​ເປັນ​ຕົ້ນມາ, ກະຊວງ ອຄ ຈຶ່ງ​ໄດ້​ອອກ​ບັນດາ​ນິຕິ​ກຳ​ຈຳນວນ​ໜຶ່ງ​ເຊັ່ນ: ບົດ​ແນະນຳ​ການຈັດຕັ້ງປະຕິບັດ​ດຳລັດ 474/ນຍ, ຂໍ້​ຕົກລົງ​ວ່າ​ດ້ວຍ ລາຄາ​ສິນຄ້າ ​ແລະ ຄ່າ​ບໍລິການ​ຂອງ​ຂະ​ແໜງ ອຄ, ຂໍ້​ກຳນົດ ວ່າ​ດວ້ຍການ​ກຳນົດ​ລາຍການ​ສິນຄ້າ, ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ​ໃນ​ທ້ອງ​ຕະຫລາດ, ​ແຈ້ງ​ການ​ກ່ຽວ​ກັບ​ການ​ກຳນົດ ລາຄາ​ຊີ້ນ​ໝູ ​ແລະ ​ແຈ້ງ​ການ​ອື່ນໆ​ຈຳນວນ​ໜຶ່ງ. ​ໃນ​ນັ້ນ, ມາດ​ຕະການ​ຄວບ​ຄຸມ​ລາຄາ​ມີ 5 ມາດ​ຕະການ ດັ່ງ​ນີ້: 

1.    ກຳນົດ​ໂຄງ​ປະກອບ​ລາຄາ ​ເຊັ່ນ: ນ້ຳມັນ​ເຊື້ອ​ໄຟ, ຊີ້ນ​ໝູ, ປາ ​ແລະ ​ເຂົ້າກິນ. 

2.   ກຳນົດ​ລາຄາ​ສູງ​ສຸດ, ລາຄາ​ຕໍ່າ​ສຸດ ຫລື ຂອບ​ເຂດ​ລາຄາ​ເຊັ່ນ: ​ເຂົ້າ​ເປືອກ (ນາປີ ​ແລະ ນາ​ແຊງ) 

3.   ການ​ຄວບ​ຄຸມ​ລາຄາ​ສິນຄ້າ​ໃນ​ຄັງ​ແຮ​ສຳຮອງ ​​ເຊັ່ນ: ​ເຂົ້າຄັງ​ແຮ ​ເພື່ອ​ແຊກ​ແຊງ​ລາຄາ ແລະ ດັດສົມ​ຕະຫລາດ. 

4.   ຖົມ​ຂຸມ​ລາຄາ​ສິນຄ້າ ​ແລະ ການ​ບໍລິການ. 

5.   ດັດສົມ​ການ​ສະໜອງ ​ແລະ ຄວາມ​ຕ້ອງການ​ເຊັ່ນ: ຊີ້ນ​ໝູ​, ​ເຂົ້າກິນ (​ໃນ​ວັນ​ເທດສະການ​ສຳຄັນ​ຕ່າງໆ)

     ສຳລັບ​ການ​ຕິດຕາມ​ລາຄາ​ສິນຄ້າ ສະ​ເພາະ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແມ່ນ​ການ​ເກັບ​ກຳ​ສະພາບ ​ແລະ ຕິດຕາມ​ການ​ເໜັງ​ຕີງລາຄາ​ສິນຄ້າ​ຢ່າງ​ໃກ້ຊິດ, ປະຕິບັດ​ການ​ລາຍ​ງານ​ປະຈຳ​ອາທິດ ​ແລະ ປະຈຳ​ເດືອນ ​ເພື່ອ​ໃຫ້​ຮູ້​ເຖິງ​ການ​ເໜັງ​ຕີງ​ຂອງ​ລາຄາ ​ເພື່ອ​ແກ້​ໄຂ​ບັນຫາ​ໃຫ້​ທັນ​ກັບ​ສະພາບ​ການ ​ແລະ ຖ້າ​ເປັນ​ສິນຄ້າ​ທີ່​ຈຳ​ເປັນ, ມີ​ຜົນ​ກະທົບ​ແຮງ​ກໍ່​ສາມາດ​ສະ​ເໜີ​ເຂົ້າ​ຢູ່ໃນລາຍການ​ຄວບ​ຄຸມ​ໄດ້.

 

       ບົນ​ພື້ນຖານ​ດຳລັດ 474/ນຍ ສິນຄ້າ​ທີ່​ມີ​ການ​ຄວບ​ຄຸມ​ລາຄາ (ບັນຊີ ກ) ​ແມ່ນ​ມີ 8 ປະ​ເພດ ລວມມີ 23 ລາຍການ​ເຊັ່ນ: ປະ​ເພດ​ນ້ຳມັນ​ເຊື້ອ​ໄຟ, ​ເຂົ້າກິນ, ຊີ້ນ, ປາ, ​ເຫຼັກ​ເສັ້ນ, ຊີມັງ, ອາຍ​ແກ໊ສ ​ແລະ ​ປະເພດ​ໄກ່​ປອກ. ສ່ວນ​ສິນຄ້າ​ທີ່​ຕິດຕາມ​ການ​​ເໜັງ​ຕີງ​ລາຄາ (ບັນຊີ ຂ) ມີ 199 ລາຍການ ​ເຊິ່ງສິນຄ້າ​ດັ່ງກ່າວ​ນີ້ ​ແມ່ນ​ມອບ​ໃຫ້​ແຂວງ, ​ເມືອງ​ເປັນ​ຜູ້​ຕິດຕາມ​ໃນ​ທ້ອງ​ຕະຫລາດ ​ເພື່ອ​ລາຍ​ງານ​ມາ​ສູນ​ກາງ​ເປັນ​ລາຍ​ອາທິດ, ປະຈຳ​ເດືອນ ​ເພື່ອ​ໃຫ້​ລັດຖະບານ​ຮັບ​ຊາບ​ເປັນ​ແຕ່ລະ​ໄລຍະ.

       ທ່ານ ນາງ ຈັນ​ສີ ມະນີ​ຈັນ ຫົວໜ້າ​ພະ​ແນ​ກຄົ້ນຄວ້າ, ວິ​ໄຈ ​ແລະ ພະຍາກອນ (ກົມ​ການ​ຄ້າ​ພາຍ​ໃນ ກະຊວງ ອຄ) ກໍ່​ໄດ້​ກ່າວ​ວ່າ: ຜ່ານ​ການ​ຕິດຕາມ​ໄລຍະ 5 ປີ ​ແຕ່​ປີ 2013-2017 ​ເຫັນ​ວ່າ ລາຄາ​ສິນຄ້າ​ກະທົບບໍ່​ໄດ້​ເໜັງ​ຕີງ​ຫລາຍ ​ໂດຍ​ສະ​ເພາະ​ສິນຄ້າ​ກະທົບ​ໄວ​ຕໍ່ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ ​ເປັນຕົ້ນ​ແມ່ນ​ໝວດ​ສະບຽງ​ອາຫານ, ນ້ຳມັນ​ເຊື້ອ​ໄຟ ຕາມທີ່​ໄດ້​ຕິດຕາມ​ຜ່ານມາ ​ເຫັນ​ວ່າ​ມີ​ອັດຕາ​ການ​ເໜັງ​ຕີງ​ເລັກ​ໜ້ອຍ​ເຊັ່ນ: ລາຄາ​ສິນຄ້າ​ໝວດ​ສະບຽງ​ອາຫານ​ມີ​ການ​ເໜັງ​ຕີງ ສະ​ເລ່ຍລະຫວ່າງ 1-4% ​ໃນ​ໄລຍະ 5 ປີ ຖື​ວ່າ​ເປັນ​ການ​ເໜັງ​ຕີງ​ທີ່ສົມ​ເຫດ​ສົມ​ຜົນ ຕາມ​ກົນ​ໄກ​ເສດຖະກິດ​ຕະຫລາດ ​ເຊິ່ງສິນຄ້າ​ດັ່ງກ່າວ​ມີ: ​ເຂົ້າຈ້າວ​ມະລິ, ​ຊີ້ນ​ງົວ​ປະ​ເພດ 2; ລາຄາ​ສິນຄ້າ​ໝວດ​ເຄື່ອງ​ກໍ່ສ້າງ ​ໂດຍ​ລວມ​ແມ່ນ​ຢູ່​ໃນ​ລະດັບ​ຄົງ​ທີ່ ​ແລະ ບາງ​ລາຍການ​ກໍ່​ມີ​ສ່ວນ​ຫຼຸດລົງ​ຫລາຍ ​ເຊັ່ນ: ຊີມັງ​ລາວ ມີ​ອັດຕາ​ການ​ເໜັງ​ຕີງ​ສະ​ເລ່ຍ 1% ​ແລະ ​ເຫຼັກ​ເສັ້ນລາວ ​ແມ່ນ​ຫລຸດ​ລົງ​ຢູ່​ໃນ​ລະດັບ 11%; ສ່ວນ​ລາຄາ​ນ້ຳມັນ​ເຊື້ອ​ໄຟ ຢູ່​ຈຸດ​ນະຄອນຫລວງ​ວຽງຈັນ ​ແມ່ນ​ຈະ​ຖືກ​ກວ່າ​ຈຸດ​ອື່ນໆ​ຍ້ອນ​ຈຸດ​ນໍາ​ເຂົ້າ ​ແລະ ​ໄລຍະ​ການ​ຂົນ​ສົ່ງ​ເປັນຫຼັກ. ສຳລັບ​ລາຄາ​ນ້ຳມັນ​ມາ​ຮອດ​ວັນ​ທີ 7 ທັນວາ 2017 ຢູ່​ພາຍ​ໃນ​ປະ​ເທດ​ໄດ້​ມີ​ການ​ປັບ​ລາຄາ​ທັງ​ໝົດ 14 ຄັ້ງ, ປັບ​ຂຶ້ນ 10 ຄັ້ງ, ປັບ​ລົງ 3 ຄັ້ງ ​ແລະ​ ທັງ​ປັບ​ຂຶ້ນ/ລົງ 1 ຄັ້ງ; ການ​ປັບ​ລາຄາ​ດັ່ງກ່າວ ​ເຫັນ​ວ່າ​ລາຄາ​ນ້ຳມັນ​ທັງ 3 ຊະນິດ ​ເພີ່ມ​ຂຶ້ນ​ໃນ​ລະຫວ່າງ 700-950 ກີບ/ລິດ ຫລື 8-15% ​ເມື່ອ​ທຽບ​ກັບ​ປີ 2016 ຜ່ານ​ມາ.

       ​ເມື່ອ​ສົມ​ທຽບ​ສະພາບ​ລາຄາ​ສິນຄ້າ ກັບປະ​ເທດ​ເພື່ອນ​ບ້ານ ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ໄທ ກໍ່​ຄື​ຕະຫລາດ​ນະຄອນຫຼວງວຽງ​ຈັນ (ນວ) ​ແລະ ຕະຫລາດ​ໃນ​ກຸງ​ເທບ (ບາງກອກ ປະ​ເທດ​ໄທ) ​ເຫັນ​ວ່າ​ລື່ນ​ກັນ​ເລັກ​ໜ້ອຍ, ຈາກ​ການ​ສົມ​ທຽບ​ໃນ​ວັນ​ທີ 12 ທັນ​ວາ 2017 (ຫົວໜ່ວຍ​ກີບ​ຕໍ່​ກິ​ໂລ) ຈຶ່ງ​ເຫັນ​​ໄດ້ວ່າ ລາຄາ​ເຂົ້າສານ​ຈ້າວ 1 ຕະຫລາດ ນວ 10 ພັນ​ກີບ, ຕະຫລາດ​ກຸງ​ເທບ 3,425 ກີບ; ລາຄາ​ເຂົ້າສານ​ໜຽວ 1 ​ໃນ​ຕະຫລາດ ນວ 8,750 ກີບ, ຕະຫລາດ​ກຸງ​ເທບ 3,425 ກີບ; ລາຄາ​ຊີ້ນ​ໝູ 1 ຕະຫລາດ ນວ 33 ພັນ​ກີບ, ຕະຫລາດ​ກຸງ​ເທບ 26,250 ກີບ; ລາຄາ​ຊີ້ນ​ໝູ 2 ຕະຫລາດ ນວ 30 ​ພັນ​ກີບ, ຕະຫລາດ​ກຸງ​ເທບ 30 ພັນ​ກີບ; ລາຄາ​ຊີ້ນ​ງົວ 1 ຕະຫລາດ ນວ 70 ພັນ​ກີບ, ຕະຫລາດ​ກຸງ​ເທບ 65 ພັນ​ກີບ; ລາຄາ​ຊີ້ນ​ງົວ 2 ຕະຫລາດ ນວ 65 ພັນ​ກີບ, ຕະຫລາດ​ກຸງ​ເທບ 70 ພັນ​ກີບ.

       ສຳລັບ​ສາ​ເຫດ​ທີ່​ລາຄາ​ເຂົ້າ​ປະ​ເພດຕ່າງໆ​ຂອງ​ໄທ ຖືກ​ກວ່າ​ຂອງ​ລາວ ຍ້ອນ​ວ່າ​ປະ​ເທດ​ໄທ ​ເປັນ​ປະ​ເທດ​ໜຶ່ງ​ໃນ​ບັນດາ 3 ປະ​ເທດ ທີ່​ຜະລິດ​ເຂົ້າ​ເພື່ອ​ສົ່ງ​ອອກ ​ແລະ ​ໄລຍະ​ຫຼັງໆ​ນີ້​ການ​ຂົນ​ສົ່ງອອກ​ເຂົ້າ ມີ​ບັນຫາ ບວກ​ກັບ​ສະພາບ​ການ​ພາຍ​ໃນ​ຂອງ​ປະ​ເທດ​ເຮັດ​ໃຫ້​ມີ​ເຂົ້າຄ້າງ​ສາງ ​ເປັນ​ຈຳນວນ​ຫລາຍ ລາຄາ​ເຂົ້າຈຶ່ງ​ຫລຸດ​ລົງ ​ແລະ ​ຖືກ​ກວ່າ​ເຂົ້າຂອງ​ລາວ.

[ແຫ​ລ່ງຂ່າວ: ໜັງສືພິມ​ເສດຖະກິດ​ການ​ຄ້າ]

[ຮຽບຮຽງ​​ໂດຍ: ນາງ ຖື]