ນັກຊ່ຽວຊານຈີນ ເຊື່ອວ່າ ການລົງທຶນຂອງຈີນ ຈະຊ່ອຍລາວ ບັນລຸເປົ້າໝາຍ ການພັດທະນາ ໄດ້
By theu vaenvongsod On 1 Jan, 2018 At 05:22 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

professor of CN

     ນັກຊ່ຽວຊານຈີນ ເຊື່ອໝັ້ນວ່າ ການລົງທຶນຂອງບັນດາບໍລິສັດຈີນ ໃນລາວ ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈະສົ່ງຜົນດີຕໍ່ການພັດທະນາລາວ ໄປສູ່ການເປັນໝໍ້ໄຟ ແລະ ສູນກາງເຊື່ອມຕໍ່ດ້ານຄົມມະນາຄົມ ຂອງອາຊຽນ.

     ທ່ານ ລີ ຢົງ ຜູ້ຊ່ຽວຊານອາວຸໂສດ້ານເສດຖະສາດ ຂອງສະມາຄົມການຄ້າສາກົນ ແຫ່ງປະເທດ ຈີນ ຢືນຢັນວ່າ: ການລົງທຶນຂອງບັນດາບໍລິສັດຈີນ ໃນລາວ ໂດຍສະເພາະແມ່ນການລົງທຶນໃນການພັດທະນາ ດ້ານພື້ນຖານໂຄງລ່າງ ແລະ ໂຄງການກໍ່ສ້າງແຫລ່ງຜະລິດພະລັງງານໄຟຟ້າ ນັ້ນ ຍັງຈະເປັນການປະກອບສ່ວນຊຸກຍູ້ ໃຫ້ເປົ້າໝາຍ ຂອງລັດຖະບານລາວ ສາມາດເກີດຂຶ້ນໄດ້ຢ່າງເປັນຮູບປະທຳ ທັງໃນຖານະຜູ້ສົ່ງອອກກະແສໄຟຟ້າ ລາຍໃຫຍ່ ຫຼື ໝໍ້ໄຟ ແລະໃນຖານະສູນກາງເຊື່ອມຕໍ່ ຄົມມະນາຄົມ ຂອງອາຊຽນອີກດ້ວຍ ດັ່ງທີ່ ທ່ານ ລີ ຢົງ ໄດ້ສະແດງຄວາມເຊື່ອໝັ້ນວ່າ:ສປປ ລາວ ແມ່ນປະເທດທີ່ທາງອົງການສະຫະປະຊາຊາດ ໄດ້ຈັດໃຫ້ເປັນປະເທດທີ່ດ້ອຍພັດທະນາ ແຕ່ວ່າ ມີການຂະຫຍາຍຕົວທາງດ້ານເສດຖະກິດ ທີ່ວ່ອງໄວຫຼາຍສະນັ້ນ ການຮ່ວມມືໃນຮອບຫຼາຍປີຜ່ານມານີ້ ແມ່ນຊ່ອຍເຮັດໃຫ້ມີການກໍ່ສ້າງ ພື້ນຖານໂຄງລ່າງ ເຊັ່ນ: ທາງລົດໄຟເປັນຕົ້ນ ພາຍໃຕ້ຍຸດທະສາດຂອງລາວ ເພື່ອໃຫ້ກາຍເປັນປະເທດທີ່ມີການເຊື່ອມໂຍງທາງພາກພື້ນດິນ ຫຼື Land Link ກັບປະເທດອື່ນໆ ກໍຄືການກາຍເປັນໝໍ້ໄຟ ຂອງຂົງເຂດ.”

     ໂດຍໃນປັດຈຸບັນ ບັນດາບໍລິສັດ ຈີນ ມີມູນຄ່າການລົງທຶນສະສົມໃນລາວ ເກີນກວ່າ 10,000 ລ້ານໂດລາແລ້ວ ຊຶ່ງຖືເປັນຜູ້ລົງທຶນອັນດັບທີ 1 ທີ່ມີການລົງທຶນໃນລາວ ຫຼາຍກວ່າ 700 ໂຄງການ ທັງຍັງມີທ່າອ່ຽງນັບມື້ນັບເພີ່ມຂຶ້ນ ຊຶ່ງກໍເປັນຍ້ອນການພົວພັນໃນຖານະຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ລາວ ແລະ ຈີນ ນັບແຕ່ປີ 2009 ເປັນຕົ້ນມາ ທັງລັດຖະບານລາວ ກໍຖືວ່າ ຈີນ ເປັນແບບຢ່າງຂອງການພັດທະນາລາວ ອີກດ້ວຍ.

Namgmeum 3

     ຫລ້າສຸດ ກອງປະຊຸມເປີດກວ້າງ ຂອງຄະນະລັດຖະບານລາວ ຄັ້ງທີ 1 ປະຈຳປີ 2017 ເມື່ອເດືອນກັນຍາຜ່ານມາ ກໍໄດ້ມີມະຕິຕົກລົງ ອະນຸຍາດໃຫ້ ກຸ່ມບໍລິສັດ ກວາງຕຸ້ງ ແລະ ແມ່ນ້ຳເຫລືອງ ອຸດສາຫະກຳຈຳກັດ ຈາກຈີນ ເປັນຜູ້ຮັບຜິດຊອບການສຶກສາຄວາມເປັນໄປໄດ້ ຂອງໂຄງການພັດທະນາເຂດເສດຖະກິດພິເສດ ຄອນພະເພັງ-ດອນໂຂງ ທີ່ເມືອງໂຂງ ແຂວງຈຳປາສັກ ໂດຍການສຶກສາຄວາມເປັນໄປໄດ້ ຂອງໂຄງການດັ່ງກ່າວນີ້ ກໍຍັງລວມເຖິງການກຳນົດເຂດ ແລະ ການອອກແບບພັດທະນາເຂດຕ່າງໆ ໃຫ້ແລ້ວສຳເລັດພາຍໃນປີ 2018 ດ້ວຍ.

     ໂດຍອີງຕາມແຜນການ ຂອງກຸ່ມບໍລິສັດກວາງຕຸ້ງ-ແມ່ນ້ຳເຫລືອງຈຳກັດ ກໍໄດ້ລະບຸວ່າ: ເຂດເສດຖະກິດພິເສດ ຄອນພະເພັງ-ດອນໂຂງ ຈະເປັນເຂດເສດຖະກິດພິເສດ ຂະໜາດໃຫຍ່ທີ່ສຸດໃນ ລາວ ເພາະວ່າ ຈະມີພື້ນທີ່ສຳປະທານກວ້າງກວ່າ 7,000 ເຮັກຕາ ທີ່ຈະພັດທະນາໃຫ້ເປັນເມືອງໃໝ່ ທັນສະໄໝ ມີສິ່ງອຳນວຍຄວາມສະດວກ ແລະ  ບໍລິການຕ່າງໆຢ່າງຄົບຊຸດ ເຊັ່ນ:ໂຮງແຮມ, ສູນການຄ້າ, ຮ້ານອາຫານ, ສະຖານບັນເທີງ ແລະ ກິດຈະກຳຕ່າງໆ ທີ່ກ່ຽວຂ້ອງກັບການທ່ອງທ່ຽວດ້ານສິນລະປະ ວັດທະນະທຳ ປະຫວັດສາດ ແລະ ທຳມະຊາດໃນແມ່ນ້ຳຂອງ ຊຶ່ງຄາດວ່າ ຈະຕ້ອງໃຊ້ເງິນລົງທຶນສູງເຖິງ 10,000 ລ້ານໂດລາ ໂດຍເຂດເມືອງໃໝ່ ຈະຮອງຮັບພົນລະເມືອງໄດ້ເຖິງ 8 ແສນຄົນ ແລະ ຮອງຮັບນັກທ່ອງທ່ຽວໄດ້ 1 ລ້ານ 2 ແສນ ກວ່າຄົນຕໍ່ປີ.

Donkong

     ທັງນີ້ ລັດຖະບານລາວ ໄດ້ສ້າງຕັ້ງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ແລ້ວ 12 ແຫ່ງ ໂດຍມີ 351 ບໍລິສັດ ທີ່ມີມູນຄ່າການລົງທຶນ ລວມຫຼາຍກວ່າ 8,000 ລ້ານໂດລາ ໃນນີ້ ໄດ້ນຳເງິນທຶນເຂົ້າມາໃນລາວ ແລ້ວ 1,600 ລ້ານໂດລາ ທີ່ລວມເຖິງ 234 ບໍລິສັດຈາກຈີນດ້ວຍ ຈຶ່ງຖືເປັນກຸ່ມລົງທຶນລາຍໃຫຍ່ທີ່ສຸດ ແລະ ມີການຈ້າງງານຫຼາຍກວ່າ 22,000 ຕຳແໜ່ງອີກດ້ວຍ.

     ແຕ່ຢ່າງໃດກໍຕາມ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ກໍຍອມຮັບວ່າ: ໂຄງການພັດທະນາເຂດເສດຖະກິດພິເສດ ສາມຫລ່ຽມຄຳ ຢູ່ແຂວງບໍ່ແກ້ວ ທີ່ລົງທຶນໂດຍກຸ່ມບໍລິສັດດອກງິ້ວຄຳ ຈາກຈີນບໍ່ສາມາດສ້າງວຽກເຮັດງານທຳ ໃຫ້ກັບປະຊາຊົນ ລາວ ໃນທ້ອງຖິ່ນໄດ້ຢ່າງທີ່ຄວນ ເພາະການຈ້າງງານສ່ວນໃຫຍ່ ໃນເຂດນີ້ ຍັງເປັນການຈ້າງຄົນຈີນດ້ວຍກັນ.

     ຍິ່ງໄປກວ່ານັ້ນ ຜົນການກວດສອບການດຳເນີນງານ ຂອງຜູ້ລົງທຶນໃນເຂດເສດຖະກິດພິເສດ ສາມຫລ່ຽມຄຳ ໃນໄລຍະຜ່ານມາ ກໍຍັງພົບວ່າ ໄດ້ມີການຈ່າຍຄ່າຊົດເຊີຍ ຢ່າງບໍ່ເປັນທຳໃຫ້ກັບປະຊາຊົນ ລາວ ທີ່ຖືກເວນຄືນທີ່ດິນໄປໃຫ້ໂຄງການ ທັງຍັງປາກົດວ່າມີປະຊາຊົນຈຳນວນຫນຶ່ງ ຍັງບໍ່ໄດ້ຮັບການຊົດເຊີຍເລີຍ ນັບແຕ່ທີ່ດິນຂອງພວກເຂົາເຈົ້າໄດ້ຖືກເວນຄືນ ໄປໃຫ້ໂຄງການດັ່ງກ່າວ.

     ສ່ວນອົງການແມ່ນ້ຳສາກົນ (International Rivers) ກໍສຳຫລວດພົບວ່າ ມີປະຊາຊົນ ລາວ ໃນ 89​ ບ້ານ ທັງໃນແຂວງຜົ້ງສາລີ, ອຸດົມໄຊ ແລະ ຫລວງພະບາງ ທີ່ຈະຖືກກະທົບຈາກເຂື່ອນນ້ຳອູ ທັງ 7 ໂຄງການທີ່ລົງທຶນໂດຍບໍລິສັດ Power China ຈາກຈີນ ຫາກແຕ່ວ່າ ປະຊາຊົນລາວ ທີ່ຖືກກະທົບນັ້ນ ກັບຍັງບໍ່ໄດ້ຮັບການຊົດເຊີຍ ຢ່າງຍຸຕິທຳ ແຕ່ຢ່າງໃດ.

[ແຫລ່ງຂ່າວ: VOA]

[ຮຽບຮຽງໂດຍ: ນາງ ຖື]