ນາຍົກລາວ ອະນຸມັດ ແຜນການຮັບ ພະນັກງານລັດ 3 ພັນຄົນ ໃນປີ 2018
By theu vaenvongsod On 25 Dec, 2017 At 08:41 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

   than thonglun

     ນາຍົກລັດຖະມົນຕີລາວ ອະນຸມັດແຜນການໃຫ້ເປີດຮັບພະນັກງານໃໝ່ ຂອງລັດຖະບານ ປະຈຳປີ 2018 ໄດ້ບໍ່ເກີນ 3,000 ຄົນ ເທົ່ານັ້ນ ໂດຍໃຫ້ເພັ່ງເລັງໃສ່ຕຳແໜ່ງຄູ ແລະ ແພດໝໍ ຢູ່ໃນຊົນນະບົດ.

    ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ການຢືນຢັນວ່າ: ການເປີດຮັບລັດຖະກອນໃໝ່ ໃນແຜນການ ປະຈຳປີ 2018 ຈະຈຳກັດ ຈຳນວນໃຫ້ຮັບໄດ້ທັງໝົດບໍ່ເກີນ 3,000 ຄົນ ໃນທົ່ວປະເທດ ຊຶ່ງນອກຈາກຈະເປັນການຈັດຕັ້ງປະຕິບັດ ເພື່ອໃຫ້ສອດຄ່ອງກັບສະພາບການ ໃນດ້ານງົບປະມານລາຍຮັບ ແລະ ລາຍຈ່າຍ ຂອງລັດຖະບານແລ້ວ ຍັງແນໃສ່ການພັດທະນາ ແລະ ປັບປຸງເພື່ອຍົກລະດັບ ການປະຕິບັດ ໜ້າທີ່ຂອງພະນັກງານລັດ ຫຼາຍກວ່າ 150,000 ຄົນ ໃນປັດຈຸບັນ ໃຫ້ມີປະສິດທິພາບສູງຂຶ້ນອີກ ທັງຍັງຈະເພັ່ງເລັງໃສ່ຕຳແໜ່ງຄູ ແລະ ແພດ-ໝໍ ສຳລັບຕອບສະໜອງໃຫ້ກັບພື້ນທີ່ ໃນເຂດຊົນນະບົດ ເປັນສຳຄັນ ດັ່ງທີ່ ທ່ານ ທອງລຸນ ໄດ້ຢືນຢັນວ່າ:ໂຄວຕ້າ ລັດຖະກອນ 3,000 ນີ້ ເກີນບໍ່ໄດ້ດອກ ແລະ ແນະນຳກະຊວງພາຍໃນໄປແລ້ວວ່າ ຈົດໃສ່ຄູຢູ່ຫ່າງໄກສອກຫລີກເສຍກ່ອນ ຕໍ່ມາແມ່ນແພດໝໍ ຢູ່ໃນຊົນນະລົດຫ່າງໄກສອກຫລີກ ຕໍ່ມາ ຈັ່ງເວົ້າເຖິງວ່າ ສຳນັກງານ ອົງການ ຫຼືວ່າ ໜ່ວຍງານຢູ່ທ້ອງຖິ່ນໃດ ແມ່ນມີຄວາມຂາດເຂີນແທ້ ຈະຈັດໃສ່ໃຫ້ ເພາະວ່າລັດຖະກອນຂອງປະເທດເຮົາ ທຽບໃສ່ພົນລະເມືອງຂອງເຮົາ ໃນອາຊຽນນີ້ອັນດັບທີ 9 ຫລາຍເກີນຂອບເຂດ ແທນທີ່ວ່າ ຫລາຍປານນີ້ ວຽກງານມັນຈະໄປສະດວກ ເງິນຄຳກໍຈະເຂົ້າມາບັກຫລາຍໆ ຈັ່ງຈະໄປເກັບເງິນເກັບຄຳມານີ້ນະຊ້ຳຜັດບໍ່ໄດ້.

teacher and doctor

     ທາງດ້ານທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ໄດ້ສະຫລຸບຜົນການຈັດຕັ້ງປະຕິບັດ ແຜນການງົບປະມານລາຍຮັບ-ລາຍຈ່າຍ ປະຈຳປີ 2017 ວ່າລັດຖະບານ ບໍ່ສາມາດຈັດສັນງົບປະມານສຳລັບນຳໃຊ້ໃນການພັດທະນາການສຶກສາ ແລະ ລະບົບບໍລິການ ດ້ານສາທາລະນະສຸກ ໄດ້ຕາມແຜນການ ເພາະຈັດເກັບລາຍຮັບໄດ້ຕ່ຳກວ່າ ເປົ້າໝາຍທີ່ວາງໄວ້.

    ໃນຂະນະທີ່ທ່ານ ລັດທິພອນ ອຸລາ ນັກໂພຊະນາການ ຂອງກະຊວງສາທາລະນະສຸກໃຫ້ການຢືນຢັນວ່າ ຍັງມີເດັກນ້ອຍລາວ ທີ່ອາຍຸ ຕ່ຳກວ່າເກນມີການຈະເລີນເຕີບໂຕ ຂອງສະໝອງ ແລະ ການຮຽນຮູ້ຕ່າງໆ ໃນລະດັບທີ່ຕ່ຳກວ່າເກນມາດຕະຖານສາກົນອີກດ້ວຍ.

[ແຫລ່ງຂ່າວ:VOA]

[ຮຽບຮຽງໂດຍ: ນາງ ຖື]