ພິທີພົບປະ ທ່ານ ຮອງລັດຖະມົນຕີ ກະຊວງ ອຄ ສປປ ລາວ ແລະ ທ່ານ ລັດຖະມົນຕີ ຜູ້ຮັບຜິດຊອບວຽກງານ ຊົນລະປະທານ ສິ່ງທໍ ແລະ ແຜ່ນແພ ຂອງເຂດປົກຄອງລັດອາຊຳ ປະເທດອິນເດຍ
By theu vaenvongsod On 25 Dec, 2017 At 07:46 AM | Categorized As ຂ່າວສຳຄັນ | With 0 Comments

IMG-20171215-WA0017

     ຕອນບ່າຍເວລາ 15: 30 ໂມງ ຂອງວັນທີ 13 ທັນວາ 2017 ທີ່ຫ້ອງປະຊຸມຊັ້ນ 4 ກະຊວງອຸດຫະກໍາ ແລະ ການຄ້າ ໄດ້ມີການພົບປະ ລະຫ່ວາງ ທ່ານບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ​ແຫ່ງ ສປປ ລາວ ແລະ ທ່ານ​ລັດຖະມົນຕີ ຜູ້​ຮັບຜິດຊອບ​ວຽກ​ງານ ຊົນລະປະທານ ສິ່ງ​ທໍ ​ແຜ່ນ​ແພ ​ແລະ ຫັດຖະກຳ ​ແຫ່ງເຂດປົກຄອງລັດອາຊໍາ (ປະເທດອິນເດຍ).

IMG-20171215-WA0018

     ຈຸດມີປະສົງຂອງ ທ່ານ ລັດຖະມົນຕີ ຜູ້​ຮັບຜິດຊອບ​ວຽກ​ງານ ຊົນລະປະທານ ສິ່ງ​ທໍ, ແຜ່ນແພ ແລະ ທ່ານເລຂາທິການກົມອຸດສາຫະກໍາ ​ແລະ ການຄ້າ ຂອງເຂດປົກຄອງ​ລັດອາຊໍາ ຄັ້ງນີ້ເພື່ອມອບຈົດໝາຍເຊື້ອເຊີນເຂົ້າຮ່ວມກອງປະຊຸມສຸດຍອດ ວ່າດ້ວຍການລົງທຶນ ຫຼື Global Investors Summit Advantage Assamຊຶ່ງກອງປະຊຸມຈະໄດ້ຈັດຂຶ້ນ ທີ່ ​ເຂດ​ປົກຄອງ​ລັດອາຊໍາ ​ໃນວັນທີ 03-04 ກຸມພາ ປີ 2018 ​ເຂດ​ປົກຄອງ​ລັດອາຊໍາ ເປັນລັດທີ່ໃຫຍ່ກວ່າໝູ່ໃນຈໍານວນ 8 ​ລັດ ຕັ້ງຢູ່ທາງພາກຕາເວັນອອກ ສຽງເໜືອ ຂອງປະ​ເທດອິນເດຍ ການພົບປະຄັ້ງນີ້ເປັນວິທີໜຶ່ງ ທີ່ສ້າງເງື່ອນໄຂ ແລະ ໂອກາດອັນດີໃຫ້ແກ່ການ ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ດີ ຂອງສອງຝ່າຍ ເປັນຕົ້ນສາຍພົວພັນ ທາງດ້ານສັງຄົມ, ເສດຖະກິດ, ວັດທະນາທໍາ ແລະ ທ່ອງທ່ຽວເປັນຕົ້ນ.

IMG-20171215-WA0019

     ໃນການພົບປະຄັ້ງນີ້ ນໍາໂດຍ ທ່ານ ບຸນມີ ມະນີວົງ ຮອງເລຂາພັກກະຊວງ ຮອງລັດມົນຕີ ກະຊວງອຸດ ສາຫະກໍາ ແລະ ການຄ້າ ​ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະຝ່າຍລາວ ແລະ ຝ່າຍ​​ເຂດ​ປົກຄອງລັດອາຊໍາ ປະ​ເທດ​ອິນ​ເດຍ ທັງສອງຝ່າຍເຂົ້າຮ່ວມປະມານ 10 ກວ່າທ່ານ.

IMG-20171215-WA0021

 [ຂ່າວໂດຍ: ໄພຄຳອີ]

[ຮຽບຮຽງໂດຍ: ນາງ ຖື]