ເຈົ້າໜ້າທີ່ກວດກາການຄ້າ ເມືອງພູວົງ ແຂວງອັດຕະປື ທຳລາຍສິນຄ້ານອກລະບົບ, ເຊື່ອມຄຸນນະພາບ ແລະ ໝົດອາຍຸການນໍາໃຊ້ ນຳເຂົ້າມາຈໍາໜ່າຍພາຍໃນເມືອງ
By theu vaenvongsod On 25 Dec, 2017 At 05:27 AM | Categorized As ຂ່າວພາຍໃນ | With 0 Comments

IMG-20171214-WA0012

     ໃນວັນ​ທີ​ 15 ທັນວາ 2017 ຜ່ານ​ມາ​ນີ້ ໜ່ວຍ​ງານ​ເຈົ້າໜ້າ​ທີ່​ກວດກາ​ການ​ຄ້າ ​ເມືອງພູວົງ ​ໄດ້​ລາຍ​ງານ​ ການຈັດຕັ້ງປະຕິບັດ​ວຽກ​ງານ​ຕາມ​ພາລະ​ບົດບາດ​ຂອງ​ຕົນ ​ໄລຍະ 1 ປີຜ່ານມາ ​ໂດຍ​ການລົງກວດການຳ​ຫົວໜ່ວຍ​ທຸລະ​ກິດ ຫ້າງ​ຮ້ານ​ຂາຍຍົກ-ຂາຍຍ່ອຍ ຢູ່​ຕາມ​ຕະຫລາດ ​ແລະ ຕາມ​ຫ້າງ​ຮ້ານ ​ໃນ​ຂອບ​ເຂດ​ເມືອງ ​ຢ່າງ​ປົກ​ກະຕິ; ​ໃນການຈັດຕັ້ງ ປະຕິບັດ​ວຽກ​ງານ​ການ​ກວດກາ ການ​ນໍາ​ເຂົ້າ ​ແລະ ຈໍາໜ່າຍ​ສິນຄ້າ​ທີ່​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ການ ຢູ່​ຕາມ​ຫ້າງ​ຮ້ານ ​36 ຄັ້ງ, ມີ 180 ​ເທື່ອ​ຄົນ ​ ສ້າງ​ບົດ​ບັນທຶກ​ຕັກ​ເຕືອນບັນດາ​ທຸລະ​ກິດ 12 ຄັ້ງ, 55 ສະບັບ, ​ໄດ້​ຍຶດ ​ແລະ ສັງ​ລວມລາຍການ​ສິນຄ້າ ທີ່​ນຳ​ມາທຳລາຍ 24 ລາຍການ ມີ​ມູນ​ຄ່າ 21,655,000 ກີບ ​ແລະ ສິນຄ້າ​ມາ​ຈາກ​ເມືອງ​ຊານ​ໄຊ ມີ 13 ລາຍການ ມີ​ມູນ​ຄ່າ 1,030,000 ກີບ ລວມທັງ​ໝົດ 37 ລາຍການ ມີ​ມູນ​ຄ່າ 22,685,000 ກີບ ຊຶ່ງ​ສິນຄ້າ​ສ່ວນ​ໃຫຍ່​ແມ່ນ​ປະ​ເພດ​ສະບຽງ​ອາຫານ ​ແລະ ​ເຄື່ອງ​ດື່ມ;

      ພ້ອມ​ດຽວ​ກັນ​ນີ້, ທາງ​ຄະນະກໍາມະການ​ກວດກາ​ສິນຄ້າ ກໍ່​ໄດ້​ຈັດ​ພິທີ​ທຳລາຍ​ສິນຄ້າທີ່ເຊື່ອມ​ຄຸນ​​ນະພາ​ບ, ​ນອກ​ລະບົບ ​ແລະ ໝົດອາຍຸ​ການ​ນຳ​ໃຊ້ ນຳ​ເຂົ້າມາຄ້າຂາຍ-ຈໍາໜ່າຍ​ພາຍ​ໃນ​ເມືອ​ງພູ​ວົງ; 

IMG-20171215-WA0006

IMG-20171215-WA0005 (2)

     ໂດຍ​ປະຕິບັດ​ຕາມ​ວຽກ​ງານ​ປົກ​ປ້ອງ​ຜູ້​ຊົມ​ໃຊ້ ໜ່ວຍ​ງານ​ກວດກາ​ການ​ຄ້າ ​ເມືອງ​ພູ​ວົງ ພະ​ແນ​ກ ອຄ ​ແຂວງ​ອັດ​ຕະປື ​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ສິດ ໜ້າ​ທີ່​ຕາມ​ພາລະ​ບົດບາດ​ຂອງ​ຕົນ​ຢ່າງ​ຕັ້ງໜ້າ ສາມາດ​ສະກັດ​ກັ້ນການລະ​ເມີດ​ກົດໝາຍ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ຄ້າ, ການ​ດຳ​ເນີນ​ທຸລະ​ກິດ ທີ່​ບໍ່​ມີ​ທະບຽນ​ວິ​ສາ​ຫະກິດການ​ຄ້າ, ສິນຄ້າ​ນອກ​ລະບົບ ​ໂດຍການ​ສ້າງ​ສະຕິ ​ແລະ ປູກ​ຈິດ​ສຳນຶກ​ ໃນ​ການ​ເຄົາລົບ​ລະບຽບ​ກົດໝາຍ ແນ​ໃສ່ສົ່ງ​ເສີມ​ປົກ​ປ້ອງຫົວໜ່ວຍ​ທຸລະ​ກິດ​ການ​ຄ້າ ທີ່​ເຄື່ອນ​ໄຫວ​ຖືກຕ້ອງ, ສອດຄ່ອງ​ກັບ​ລະບຽບກົດໝາຍ ​ແລະ ​ເປັນ​ໄປ​ຕາມ​ກົນ​ໄກ ເສດຖະກິດ​ຕະຫລາດ ທີ່​ມີການ​ດັດສົມ​ຂອງ​ລັດ ສົ່ງ​ເສີມ​ການ​ຜະລິດ​ສິນຄ້າ ທັງ​ເປັນ​ການ​ປະກອບສ່ວນ​ໃນ​ການ​ຄຸ້ມ​ຄອງ​ສິນຄ້າ, ລາຄາ ​​ເພື່ອ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຜູ້​ຊົມ​ໃຊ້.

IMG-20171214-WA0008 (2)

[ຂ່າວ​ໂດຍ: ນາງ ​ຖື]