ປາຖະກະຖາ ວັນຊາດ ທີ 2 ທັນວາຄົບຮອບ 42 ປີ ແລະ ວັນຄ້າຍ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີ.
By phaikhame evilay On 14 Dec, 2017 At 07:31 AM | Categorized As ອື່ນໆ, ຂ່າວສຳຄັນ | With 0 Comments

   (1)

  ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນ  08  ທັນຫວາ  2017  ທີ່ຫ້ອງປະຊຸມຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີຮັບ​ຟັງປາຖະກະຖາ ວັນຊາດ ທີ 2 ທັນວາ ຄົບຮອບ 42 ປີ  ແລະ  ວັນຄ້າຍ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີພ້ອມ​ທັງເຜີຍ​ແຜ່ໃຫ້ ພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າໃຈ ແລະ ​ເຊື່ອມຊຶມ ວັນມະຫາປະຕິວັດ ເດືອນ ຕຸລາ ລັດເຊຍ ຄົບຮອບ 100 ປີ ( 07/11/1917 07/11/2017) ກ່ຽວກັບການກໍາເນີດ​ເກີດຂຶ້ນຂອງລັດທິສັງຄົມນິຍົມເປັນລັດທິຂອງຊົນຊັ້ນກໍາມະກອນໃນປະຫັວດສາດຂອງມວນມະນຸດ ແລະ ເຮັດໃຫ້ລັດທິສັງຄົມນິຍົມຈາກທິດສະດີກາຍມາເປັນຈິງໃນຊີວິດການເມືອງ.

     ການປາຖະກະຖາ ກ່ຽວກັບການກໍາເນີດ ແລະ ການເຄື່ອນໄຫວປະຕິຂອງ ປະທານ ໄກສອນ ພົມວິຫານ ເກີດໃນວັນທີ 13/12/1920 13/12/2017 ຄົບຮອບ 97 ປີ      ແລະ ເປັນການຫວນຄືນຜົນງານຄວາມດີ ທີ່ມີຄວາມ ໂດດເດັ່ນຂອງ ປະທານ ໄກສອນ ພົມວິຫານ ແຕ່ຕົ້ນຕະຫຼອດປາຍ.

       ພາຍຫຼັງທີ່ ສປປ ລາວ ໄດ້ຮັບການປົດປ່ອຍຊາດ ນັບແຕ່ ວັນທີ 2 ທັນວາ ປີ 1975 ເປັນຕົ້ນ

ມາມັນເປັນຂີດໝາຍແຫ່ງໄຊຊະນະອັນຍິ່ງ​ໃຫຍ່ໃນປະຫວັດສາດ ນັບແຕ່ນັ້ນມາ ການສ້າງສາພັດທະນາປະເທດຊາດໄດ້ມີການຂະຫຍາ​ຍຕົວອັນ​ເປັນກ້າວໆບ້ານເມືອງເປັນລະບຽບຮຽບຮ້ອຍ, ສັງຄົມມີຄວາມສະຫງົບ, ມີ​ຄວາມສາມັກຄີປອງດອງ, ມີການພັດທະນາເສດຖະກິດຢ່າງຕໍ່​ເນື່ອງ.       

3

     ການ​ປາຖະ​ກະຖາ ດຳ​ເນີນ​ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ບຸນມີ ມະນີວົງ   ​ຮອງ​ເລຂາພັກກະຊວງ ຮອງລັດຖະມົນຕີກະຊວງ ອຄ ແລະ ປະທານຮ່ວມທ່ານ ພັນທອງ ພິດທຸມມາ ຄະນະພັກກະຊວງ ຮອງລັດຖະມົນຕີກະຊວງ ອຄ.

      ທ່ານ ສິລິສໍາພັນ ວໍຣະຈິດ ຄະນະປະຈຳພັກກະຊວງ ຫົວໜ້າກົມແຜນການ ແລະ ການຮ່ວມມື  ກະຊວງ ອຄເຂົ້າຮັບຟັງມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານຫຼັກ​ແຫຼງອ້ອມຂ້າງກະຊວງ ອຄ ເຂົ້າຮ່ວມປະມານ 150 ທ່ານ. 

                                                                                                                                    ຂ່າວໂດຍ: ໄພຄໍາອີ