ນັກຊ່ຽວຊານ ສປຊ ຮຽກຮ້ອງໃຫ້ ລາວ ເພີ້ມການຊ່ອຍເຫຼືອ ແກ່ພວກເດັກນ້ອຍ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ
By theu vaenvongsod On 30 Nov, 2017 At 02:46 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

     

mrs Mossde Boer Bookiksio

     ນັກຊ່ຽວຊານ ກ່ຽວກັບການ​ຂູດຮີດແຮງງານ ​ແລະ ​ການ​ລັກລອບຄ້າ​ຂາຍເດັກນ້ອຍ ຂອງອົງການ​ສະຫະ​ປະຊາ​ຊາດ ​ພວມຮຽກຮ້ອງໃຫ້ລັດຖະບານ​ລາວ​ ປັບປຸງ​ຊ່ອຍເຫຼືອດ້ານສະຫວັດດີການ ແກ່ພວກເດັກນ້ອຍ ຜູ້ທີ່ໄດ້ຮັບ​ເຄາະ​ທັງຫຼາຍ​ ​ທັງໃຫ້ເພີ່ມການ​ຮ່ວມມືຫຼາຍຂຶ້ນ​ໃນ​ຂົງ​ເຂດ​ ເພື່ອ​ຮັບ​ມື​ກັບ​ການ​ຄ້າ​ມະນຸດ. ນັກ​ຂ່າວ​ຂອງ​ວີ​ໂອ​ເອ ຣອນຄໍ​ເບັນ ມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້ ຊຶ່ງວັນນະ​ສອນ ຈະມີ​ລາຍ​ລະອຽດ​ ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

     ທ່ານນາງ ​ໂມ​ດ ​ເດີ ​ໂບ​ເອີ-​ບູຄິກອີ​ໂອ ນັກຂ່າວພິເສດ ຂອງອົງການ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ການ​ຄ້າ​ຂາຍ ​ແລະ ​ການຂູດຮີດ​ທາງ​ເພດພວກ​ເດັກນ້ອຍ ​ໄດ້​ຮຽກຮ້ອງ ພາຍຫຼັງການຢ້ຽມຢາມຢ່າງເປັນທາງການ ​ໃນ​ຂະນະ​ທີ່ລັດຖະບານ​ລາວ ເອົາ​ບາດກ້າວ​ທາງ​ກົດໝາຍ ​ແລະ​ ທຳການເຜີຍແຜ່ ເພື່ອຮັບມືກັບການປະຕິບັດຜິດ ຕໍ່ພວກເດັກນ້ອຍ ແລະ ​ການ​ຄ້າຂາຍ​ມະນຸດ.

     ທ່ານນາງ ເດີ ​ໂບ​ເອີ-​ບູຄິກອີ​ໂອ ​ສະໜັບສະໜູນບາດກ້າວຕ່າງໆ​ ຂອງກະຊວງ​ແຮງງານ​ ແລະ ​ປະຊາ​ສົງ​ເຄາະ ດ້ວຍ​ການ​ອູ້ມຊູ ຂອງ​ກອງ​ທຶນ​ເພື່ອພວກ​ເດັກ​ນ້ອຍ ຂອງສະຫະປະຊາຊາດ ຫຼື ຢູນີເຊບ ​ແລະ ​ອົງການທີ່​ບໍ່ຂຶ້ນ​ກັບລັດຖະບານ ຫຼື ເອັນຈີໂອ​ ເພື່ອ​ສ້າງ​ຕາໜ່າງປົກ​ປ້ອງ​ຄຸ້ມ​ຄອງ​ພວກ​ເດັກນ້ອຍ​ຢູ່ໃນໝູ່​ບ້ານ​ ແລະ ​ຫົວເມືອງຕ່າງໆ. ​ແຕ່​ທ່ານ​ນາງກ່າວ​ວ່າ ທັງນີ້ແມ່ນ​ຍັງ​ມີຢູ່ຢ່າງກະຈັດກະຈາຍ​ ​ທັງ​ເປັນ​ແບບ​ອາສາ​ສະໝັກ​ຢູ່.

     ທ່ານ​ນາງໄດ້​ຮຽກຮ້ອງ​ ໃຫ້​ມີ ຄວາມ​ພະຍາຍາມ​ເພີ່ມ​ຂຶ້ນ​ຕື່ມ ​ໃນ​ການ​ມອງ​ເຫັນ​ບັນຫາ​ ແລະ ​ການ​ປ້ອງ​ກັນບັນຫາລະດັບສູງຂຶ້ນໄປຕື່ມ ໃນດ້ານ​ການຂູດຮີດ​ທາງ​ເພດ​ພວກຍິງສາວ ແລະ ຂູດຮີດແຮງງານ​ເດັກນ້ອຍ​ຜູ້​ຊາຍ.

     ທ່ານນາງ ເດີ ​ໂບ​ເອີ-​ບູຄິກອີ​ໂອ ​ໄດ້​ເວົ້າສູ່​ວີ​ໂອ​ເອຟັງວ່າ “​ອີງ​ຕາມ​ການສຳພາດຂອງຂ້າພະເຈົ້າ ກັບ​ພວກ​ເຄາະ​ຮ້າຍ​ ແລະ ​ກຸ່ມ​ປົກ​ປ້ອງ​ພວກ​ເດັກນ້ອຍ ​ແລະ​ ພວກທີ່ມີ​ຫຼັກ​ຖານ​ທັງຫຼາຍແລ້ວ ຂ້າພະ​ເຈົ້າ​ສາມາດ​ເວົ້າ​ໄດ້​ວ່າ ມັນ​ຍັງ​ມີ​ບັນຫາ​ຫຼາຍຢູ່ ໃນທຸກໆ​ພາກສ່ວນຂອງ​ການ​ຄ້າ​ມະນຸດ.​

     ສປປ ລາວ ຍັງ​ຖືກ​ຈັດ​ຢູ່​ໃນບັນຊີ​ ຂອງ​ກຸ່ມ​ທີ 2 ຂອງ​ການ​ສິ້ງຊອມ​ເບິ່ງ ​ໂດຍ​ສະຫະລັດທີ່​ເຝົ້າກວດກາ ​ແລະ ​ຮັບ​ມື​ກັບ​ການ​ຄ້າ​ມະນຸດ ​ໃນທາງສ່ວນຕົວ​ ​ແລະ ​ໃນ​ເວລາ​ທີ່ຍັງ​ບໍ່​ຜ່ານ​ລະບຽບ​ການມາດຕະຖານ​ຂັ້ນ​ຕໍ່າສຸດ​ ໃນການ​ກຳຈັດການ​ຄ້າ​ມະນຸດຢູ່ນີ້ ຈຶ່ງຕ້ອງໄດ້ໃຊ້ “ຄວາມ​ພະຍາຍາມ​ຢ່າງ​ແຂງ​ຂັນ ​ເພື່ອ​ແກ້​ໄຂບັນຫາ​ດັ່ງກ່າວ.

      ລັດຖະບານ​ ລາວ ​ບໍ່​ໄດ້​ໃຫ້ຄວາມ​ຄິດ​ເຫັນໃດໆ ກ່ຽວ​ກັບ​ເລື່ອງ​ນີ້, ​ແຕ່​ວ່າ ​ຫ້ອງການ​ການ​ຄ້າ​ມະນຸດ​ທີ່​ກຳກັບ​ດ້ວຍ​ຕົວ ຂອງສະຫະລັດ ​ປີ 2017 ໄດ້ລາຍ​ງານເນັ້ນໃສ່ຄວາມ​ພະຍາຍາມທີ່ພໍສົມຄວນ ຂອງ​ກົດໝາຍ​ຂອງ​ປະເທດ,” ການ​ຮັບ​ຜ່ານ​ ຂອງ​ກົດໝາຍຕໍ່​ຕ້ານ​ການ​ຄ້າ​ມະ​ນຸດ​ໃນ​ປີ 2015 ​ແລະ​ການ​ຈັບ​ກຸມ​ ແລະ ການຕັດສິນ​ລົງ​ໂທດ​ພວກຄ້າຂາຍ​ມະນຸດຫຼາຍຄົນ.

      ລາຍ​ງານ​ນັ້ນເວົ້າວ່າ ສປປ ລາວ ​ເອົາໃຈ​ໃສ່​ “​ການປ້ອງ​ກັນ ​ໂດຍ​ສົ່ງເສີມ​ໃຫ້ມີຄວາມຮູ້​ ກ່ຽວ​ກັບ​ໂຄງ​ການ​ຕໍ່ຕ້ານ​ການ​ຄ້າ​ມະນຸດມະນຸດ ຜ່ານ​ທາງ​ສື່​ມວນຊົນຂອງ​ລັດຖະບານ ​ແລະ ​ຕິດ​ຕໍ່​ກັບ​ບັນດາ​ຜູ້ນຳ​ໃນ​ລະດັບ​ແຂວງ ​ແລະ​ ສະມາຊິກປະຊາ​ຄົມ​ເຂ​ດທ້ອງ​ຖິ່ນ​ນຳ ກ່ຽວ​ກັບ​ໄພອັນຕະລາຍ​ຂອງ​ການຄ້າ​ມະນຸດ.

     ທ່ານນາງ ເດີ ​ໂບ​ເອີ-​ບູຄິກອີ​ໂອ ​ກ່າວ​ວ່າ ການ​ເຊື້ອ​ເຊີນ​ໃຫ້​ທ່ານ​ນາງ​ໄປ​ຢ້ຽມຢາມ​ລາວ ​ແລະ​ ສືບສວນ​ນີ້ ​ສະແດງໃຫ້ເຫັນ ສັນຍານ​ຂອງ​ຄວາມ​ຕ້ອງການ​ທີ່​ຈະ​ເປີດ​ກ້ວາງ​ ແລະ​ ພັດທະນາ​ສາຍ​ພົວພັນ​ ກັບ​ປະຊາ​ຄົມນາ​ໆຊາດ. ທ່ານ​ນາງ​ກ່າວ​ວ່າ ຂ້າພະ​ເຈົ້າ ​ເຫັນ​ວ່າ ມັນ​ເປັນ​ບາດກ້າວໃນ​ທາງ​ສ້າງສັນຢ່າງໃຫຽ່.

     ​ພວກທີ່​ເປັນ​ປາກ​ເປັນສຽງ​ສຳລັບ​ສິດທິ ​ຂອງ​ພວກ​ເດັກນ້ອຍ ກ່າວ​ວ່າ: ສປປ ລາວ ​ແມ່ນແຫຼ່ງທີ່​ສຳຄັນຂອງການຄ້າ​ມະນຸດ ໂດຍສະ​ເພາະ ການນຳ​ສົ່ງ​ພວກ​ເດັກນ້ອຍ​ເຂົ້າ​ໄປ​ຍັງ​ປະ​ເທດ​ເພື່ອນ​ບ້ານ ໃນ​ປະ​ເທດ​ໄທ ​ເພື່ອ​ເຮັດວຽກ​ໃນ​ຮ້ານ​ອາຫານ ຕາມ​ບາຂາຍເຫຼົ້າຕ່າງໆ ​ແລະ ອຸດສາຫະກຳຂອງ​ການ​ຄ້າ​ປະ​ເວ​ນີ.

​     ແຕ່ ທ່ານນາງ ເດີ ​ໂບ​ເອີ-​ບູຄິກອີ​ໂອ ກ່າວ​ວ່າ: ການ​ສືບສວນ​ຂອງ​ທ່ານ​ນາງ​ຍັງ​ໄດ້​ເນັ້ນໃສ່ການ​ປະຕິບັດຜິດ ຕໍ່​ພວກ​ເດັກນ້ອຍ ຜ່ານຂະ​ບວນການຄ້າ​ມະນຸດພາຍ​ໃນ​ສປປ ລາວ, ການ​ຂູດຮີ​ດທາງ​ເພດ “​ໃນ​ຫົວ​ເມືອງ​ໃຫຍ່​ທັງຫຼາຍ ​ ແລະ ​ໃນ​ເຂດ​ເສດຖະກິດ​ພິ​ເສດ ​ໃນ​ທົ່ວ​ປະ​ເທດ.

     ເຂດ​ເສດຖະກິດ​ພິ​ເສດ ດຶງ​ດູ​ດເອົາການ​ລົງທຶນ​ຕ່າງປະ​ເທດເຂົ້າໄປ ​ໂດຍ​ສະ​ເພາະ​ຈາກ​ບັນດາ​ນັກທຸລະກິດ​ຊາວຈີນ ໃນເຂດ​ຊາຍ​ແດນ​ທີ່ຕິດ​ກັບປະ​ເທດ​ຈີນ ທີ່​ຮູ້​ກັນ​ດີ​ວ່າເປັນແຫຼ່ງ​ກາຊີໂນ, ການ​ຟອກ​ເງິນ, ກາ​ນຄ້າ​ປະ​ເວ​ນີ ​ແລະ​ ການ​ພະນັນ​ອື່ນໆ.

     ທ່ານ​ນາງ ​ໄດ້​ກ່າ​ວອີກ​ວ່າ ພວກ​ເດັກນ້ອຍ ຍັງ​ໄດ້ກາຍເປັນ​ແຫຼ່ງທີ່​ມາຂອງຄຳ​ວ່າ ​ເຈົ້າ​ສາວ​ເດັກນ້ອຍ ສຳລັບ​ພວກນັກທຸລະ​ກິດ​ຊາວ​ຈີນ ຢູ່​ໃນ​ລາວ.

     ທ່ານນາງ ເດີ ​ໂບ​ເອີ-​ບູຄິກອີ​ໂອ ​ກ່າວວ່າ ເມື່ອ​ເວົ້າ​ເຖິງຂະ​ບວນການຄ້າ​ມະນຸດຂ້າມຊາຍ​ແດນແລ້ວ ​ມັນກໍກ່ຽວພັນກັບ​ການບັງຄັບ​ໃຫ້​ແຕ່ງງານ​ຫຼາຍ​ກໍລະນີ​, ດ້ວຍການ​ຮັບ​ຮູ້​ຂອງ​ຄອບຄົວ ຫຼື​ ບໍ່ກໍ​ຕາມ ໂດຍ​ສະ​ເພາະ​ໃນຈຳ​ພວກນັກ​ທຸລະ​ກິດ, ພວກນັກ​ທຸລະ​ກິດ​ຊາວ​ຈີນ ​ໂດຍ​ສະ​ເພາະຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ,” ສປປ ລາວ ຍັງ​ຖືກ​ຈັດ​ຢູ່​ໃນ​ລາຍ​ຊື່ ​ຂອງ​ບັນດາ​ປະ​ເທດ​ທີ່​ທຸກ​ຍາກທີ່​ສຸດ ​ໃນ​ເຂດ​ເອ​ເຊຍ​ອາຄະ​ເນ ໂດຍທີ່ພວກ​ໜຸ່ມ​ນ້ອຍ​ແມ່ນ​ມີ​ພາລະ​ໜ້າ​ທີ່ຕ້ອງໄດ້ລ້ຽງ​ຄອບຄົວ ດ້ວຍ​ການ​ເຮັດ​ວຽກ ຫຼື​ບໍ່ ​ກໍແຕ່​ງງານ​ໄປ ​ເພື່ອ​ແລກກັບຄ່າດອງ.

     ທ່ານນາງ ເດີ ​ໂບ​ເອີ-​ບູຄິກອີ​ໂອ ​ກ່າວ​ວ່າ: ​ເດັກນ້ອຍ​ທີ່ຍັງ​ມີ​ອາ​ຍຸ​ຕ່ຳ ​ພຽງແຕ່ 11 ປີກໍ​ຕົກ​ໄປ​ເປັນ​ຜູ້​ເຄາະຮ້າຍ​ ເປັນເຫຽື່ອຂອງພວກ​ຄ້າຂາຍ​ມະນຸດ​ ​ແລະ​ ເປັນ​ເຈົ້າ​ສາວ​ເດັກ ຊຶ່ງ​ເຮັດ​ໃຫ້​ພວກ​ເຄາະ​ຮ້າຍ​ນີ້ ຍິ່ງ​ມີ​ອາຍຸ​ຕ່ຳລົງໄປອີກ ຈາກ​ປີ​ທີ່​ຜ່ານ​ມາ.

     ທ່ານ​ນາງ​ກ່າວ​ວ່າ​: ປັດຈຸບັນ​ນີ້ ​ແມ່ນ​ແຮງມີພວກ​ອາຍຸ​ຕ່ຳກວ່ານັ້ນອີກ​. ​ເຖິງ​ແມ່ນ​ວ່າມັນ​ຈະ​ມີ​ການ​ຄ້າ​ມະນຸດຂ້າມ​ຜ່ານ​ຊາຍ​ແດນໜ້ອຍລົງ ແຕ່ພວກເຄາະ​ຮ້າຍກໍແມ່ນມີອາຍຸ​ຕ່ຳ​ຫຼາຍກວ່າ​ທີ່​ເຄີຍ​ເປັນ​ມາ ຊຶ່ງມັນເປັນ​ແນວ​ໂ​ນ້ມທີ່​ໜັກ​ໃຈ​ຫຼາຍ,”  ກະຊວງການ​ຕ່າງປະ​ເທດ​ຂອງ​ສະຫະລັດ ລາຍ​ງານ​ໃນ​ແບບ​ບຸກຄົນ​ ນັ້ນ​ເຕືອນວ່າການ​ຄ້າ​ປະ​ເວ​ນີກັບ​ພວກ​ນັກ​ທ່ອງ​ທ່ຽວ ຈາກ​ສະຫະ​ລາດ​ຊະ​ອານາຈັກ​ອັງກິດ, ອອສ​ເຕຣ​ເລຍ ​ແລະ​ ສະຫະລັດ ​ແມ່ນ​ເຂົ້າ​ໄປ​ຍັງ​ສປປ ລາວ ​ເພື່ອ​ແນ​ໃສ່​ພວກ​ເດັກນ້ອຍເຫຼົ່ານັ້ນ.

     ​ຂະ​ບວນການ​ຄ້າ​ມະນຸດ ຈາກ​ລາວ ​ແມ່ນ​ສ່ວນໃຫຍ່​ແນ​ໃສ່​ປ​ະ​ເທດ​ເພື່ອນ​ບ້ານ ຄື:​ປະ​ເທດ​ໄທ ຍ້ອນ​ການ​ມີ​ປະ​ເພນີ​ເຊື່ອມ​ໂຍງ​ກັນ ​ລະຫວ່າງ​ສອງ​ປະ​ເທດນີ້.

     ປະ​ເທດ​ໄທ ​ແລະ​ ສປປ ລາວ ​ໄດ້​ຊອກຫາຊ່ອງທາງແກ້ໄຂບັນຫາ​ນີ້ ໂດຍຜ່ານການ​ຕົກລົງ​ສອງ​ຝ່າຍ ​ແລະ ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈກັນ. ​ແຕ່ທ່ານນາງ ເດີ ​ໂບ​ເອີ-​ບູຄິກຊິ​ໂອ ກ່າວ​ວ່າ ມາດຕະການເຫຼົ່າ​ນີ້ ​ຍັງ​ບໍ່ເປັນການ​ພຽງພໍ.

     ຄວາມເຫັນຂອງທ່ານນາງ ເດີ ​ໂບ​ເອີ-​ບູຄິກຊິໂອກໍຄື ກົດໝາຍ​ການ​ຄ້າ​ມະນຸດ ​ໄດ້ມີການ​ຮັບຮອງ​ຜ່ານ​ມາແລ້ວ. ມັນ​ມີບົດ​ບັນທຶກ​ຄວາມ​ເຂົ້າ​ໃຈກັນ ແຕ່​ການຈັດຕັ້ງປະຕິບັດ​ກົດໝາຍ ​ແລະ ການ​ປ້ອງ​ກັນແບບມີປະສິດທິຜົນ ​ແລະ​ ​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ໂດຍ​ສະ​ເພາະແມ່ນຍັງ​ບໍ່​ພຽງ​ພໍ.

     ທ່ານ​ນາງ ກ່າວ​ອີກ​ວ່າ ພວກເດັກນ້ອຍທີ່ຄາດວ່າ ຈະ​ເຮັດ​ວຽກ​ໃນ​ຮ້ານ​ອາຫານ ຫຼື​ ໃນ​ບ້ານ​ເຮືອນ ຊຶ່ງ​ສ່ວນ​ໃຫຍ່​ແລ້​ວ ​ແມ່ນ​ບໍ່​ໄດ້​ຄຳນຶງ​ເຖິງ​ບັນຫາ​ທີ່ຈະເກີດຂຶ້ນໃນຕໍ່​ໜ້າ ເວລາໃດທີ່​ເຂົາເຈົ້າໄດ້ຂ້າມເຂົ້າໄປໃນ​ປະ​ເທດ​ໄທ​ແລ້ວ.

     ທ່ານ​ນາງ ກ່າວ​ວ່າ ພວກ​ຄ້າຂາຍ​ມະນຸດ ຮູ້​ດີ ​ເຖິງ​ຄວາມ​ຫຼໍ່​ແຫຼມ ​ຂອງ​ພວກ​ເດັກ​ນ້ອຍ ​ໃນ​ທາງ​ທີ່​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ຮູ້​ກົດ​ລະບຽບ​ຕ່າງໆ ໃນການຂ້າມ​ຊາຍ​ແດນ​ແລະ ​ພວກ​ເຂົາ​ເຈົ້າ ກໍ​ບໍ່​ຈຳເປັນຕ້ອງໄດ້​ໄປ​ເຮັດ​ບັດປະຈຳຕົວ ເຖິງຈຸດ​ນີ້​ແລ້ວ ມັນ​ກໍເປັນ​ການ​ງ່າຍ​ທີ່​ສຸດ​ ທີ່​ວ່າ ພວກ​ເດັກນ້ອຍ​ທັງຫຼາຍຈະ​ຕົກ​ເປັນ​ເຫຍື່ອ​ ຂອງພວກ​ຄ້າຂາຍ​ມະນຸດ ​ເປັນ​ເຫຍື່ອ​ທີ່ງ່າຍໆ ແລະ ງ່າຍຫຼາຍ.” ​ຢູ່ໃນ​ປະ​ເທດ​ໄທ ບັນດາ​ເຈົ້າ​ໜ້າ​ທີ່ ກັກ​ຂັງ​ພວກເຂົ້າ​ເມືອງ ​ຜິດ​ກົດໝາຍ ຊຶ່ງ​ລວມທັງ​ພວກ​ເດັກນ້ອຍນຳໃນລະຫວ່າງ​ການ​ກວດ​ຄົ້ນ​ຕາມ​ຮ້ານ​ອາຫານ,ໂຮງ​ໂສເພນີ​ຕ່າງໆ ໂດຍຈະກັກ​ຂັງ​ພວກ​ເຂົາ​ເຈົ້າ​ໄວ້ ຢູ່ບ່ອນຄຸມຂັງພວກຄົນເຂົ້າເມືອງ ກ່ອນ​ທີ່​ຈະ​ສົ່ງ​ກັບ​ຄືນໄປລາວ.

     ທ່ານນາງ ເດີ ​ໂບ​ເອີ-​ບູຄິກຊີໂອ ໄດ້​ກ່າວວ່າ ​ໂຄງການສົ່ງກັບຄືນປະເທດແມ່ນ​ບໍ່ພຽງພໍ​ໃນ​ການ​ປົກ​ປ້ອງ ​ແລະ ​ຊ່ອຍ​ເຫຼືອ​ພວກ​ເດັກ​ນ້ອຍ​.

     ທ່ານນາງກ່າວວ່າ ເມື່ອເວົ້າເຖິງ ການສົ່ງກັບຄືນປະເທດ ຊຶ່ງ​ມັນ​ເກີດ​ຂຶ້ນ​ແທ້, ​ແຕ່​ມັນກໍ​ມີ​ຊ່ອງຫວ່າງ ທີ່ໃຫຍ່​ແທ້ໆ ​ໃນ​ການ​ໃຫ້ການ​ຊ່ອຍ​ເຫຼືອ ເວລາ​ພວກ​ເຂົາ​ເຈົ້າ​ກັບ​ຄືນໄປ ສປປ ລາວ​ ແລ້ວ ຍ້ອນ​ວ່າ ອີກ​ຄັ້ງ​ນີ້ ພວກ​ເດັກນ້ອຍ​ເຫຼົ່າ​ນີ້ ບໍ່​ຮູ້​ວ່າ ​ຈະ​ໄປຫາ​ຜູ້​ໃດ ພວກ​ເຂົາ​ເຈົ້າ​ບໍ່​ຮູ້​ເຖິງ​ສິດທິ​ຂອງ​ຕົນ ບາງ​ຄັ້ງ​ ມັນ​ກໍ​ມີ​ການ​ສໍ້​ລາດ​ບັງ​ຫຼວງ​ຕາມ​ຊາຍແດນ ສະ​ນັ້ນ​ການ​ກັບ​ຄືນ​ໄປ​ລວມຕົວ​ກັບ​ຄອບຄົວ​ ຂອງ​ພວກ​ເຂົາ​ເຈົ້າ​ ກໍ​ແມ່ນ​ມີບັນຫາ​ໜັກ​ຫຼາຍ.

     ການ​ເຈ​ລະຈາກັ​ນສອງ​ຝ່າຍ ກັບປະ​ເທດ​ໄທ​ ກ່ຽວ​ກັບ​ການ​ຄ້າ​ມະນຸດ ​ໃນ​ເດືອນ​ກໍລະກົດຜ່ານມາ ຫົວໜ້າ​ກົມຈັດຕັ້ງ ແລະ ພະນັກງານ ຂອງ​ກະຊວງ​ແຮງ​ງານ​ ແລະ ​ສະຫວັດດີການສັງຄົມ​ ທ່ານ ຄໍາຂານ ພິນ​ສະຫວັນ ​ໄດ້​ປະຕິຍານ​ວ່າ ​ຈະ​ຕິດຕາມ​ພວກ​ເຄາະ​ຮ້າຍທີ່​ຖືກ​ສົ່ງ​ກັບ​ຄືນ​ໄປລາວ ​ເພື່ອ​ຊ່ອຍເຫຼືອ​ພວກ​ເຂົາ​ເຈົ້າ​ ກັບ​ໄປ​ໃຊ້​ຊີວິດ ​ແບບ​ປົກກະຕິໃນ​ສັງຄົມ ແລະ ​ກັບ​ຄືນໄປຢູ່ກິນກັບຄອບ​ຄົວ​ຂອງ​ພວກ​ເຂົາ​.

[ແຫຼ່ງຂ່າວ: VOA]

[ຮຽບຮຽງໂດຍ: ນາງ ຖື]