ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພົບປະຄະນະທູດ ປະເທດອິນໂດເນເຊຍ ປະຈຳ ສປປ ລາວ
By sonsathit rasavong On 22 Nov, 2017 At 04:25 PM | Categorized As ຂ່າວສຳຄັນ | With 0 Comments

IMG_0222

       ຕອນບ່າຍ 3: 00 ໂມງ ວັນທີ 16 ພະຈິກ 2017 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ​ລັດຖະມົນຕີ​ກະ ຊວງ ອຸດສາຫະກຳ ​ແລະ ການ​ຄ້າ ພ້ອ​ມດ້ວຍ​ຄະນະ​ຝ່າຍ​ລາວ ໄດ້​ໃຫ້ການຕ້ອນຮັບຄະນະທູດ ຂອງປະເທດອິນໂດເນເຊຍປະຈໍາລາວ 

       ຈຸດປະສົງຂອງການພົບ​ປະໃນຄັ້ງນີ້ ເພື່ອທົບທວນຄືນຄຳ​ເຫັນຂອງທ່ານ ນາຍົກລັດຖະມົນຕີ​ແຫ່ງ​ສປປ ລາວ ທີ່​ມີຄວາມພໍໃຈ​ໃນການປຶກສາຫາລື ແລະ ຜັນນຂະຫຍາຍວຽກງານ​ການຮ່ວມ​ມື​ທັງ​ສອງ​ຝ່າຍ, ທີ່ສໍາຄັນກໍ່ຄືຝ່າຍອິນໂດເນເຊຍແມ່ນມີຄວາມສົນໃຈເຄື່ອງຜະລິດຕະພັນໄມ້ ແລະ ເກືອໂປຼຕັດ ຂອງ​ລາວ, ໂດຍສະເພາະສົນໃຈຢາກມາຕັ້ງໂຮງງານຜະລິດປຸ໋ຍຢູ່ ແຂວງຄໍາມ່ວນ ແລະ ສົນໃຈຜະລິດຕະພັນໄມ້ ເຟີນີເຈີ້ ​ເຄື່ອງແກະສະລັກ (ຕັ້ງ​ໂຮງງານປຸງ​ແຕ່ງ​ໄມ້ ​ເພື່ອ​ສົ່ງ​ອອກ​)

IMG_0229

        ນອກນີ້ ທ່ານ ເຂັມມະນີ ພົນເສນາ ຍັງເນັ້ນໜັກວ່າ: ໄມ້ທຸກຊະນິດຕ້ອງໄດ້ຜ່ານການປຸງແຕ່ງໃຫ້ສໍາເລັດຮູບ ຕາມ ຄໍາສັ່ງ ເລກທີ 15/ນຍ ພ້ອມທັງໄດ້ແນະນໍາລາຍການໄມ້ທີ່ສົ່ງອອກ ແລະ ມີ​ຄວາມຍິນນດີທີ່​ຝ່າຍອິນໂດເນເຊຍຈະມາລົງທຶນຢູ່ ສປປ ລາວ.

IMG_0231 (1)IMG_0234

ຂ່າວໂດຍ: ພູຄໍາ