ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາວ ຢືນຢັນວ່າ ນັກທຸລະກິດ ຈີນ ຍັງຈະລົງທຶນ ກໍ່ສ້າງ ເຂື່ອນໄຟຟ້າໃນ ລາວຕໍ່ໄປ
By theu vaenvongsod On 21 Nov, 2017 At 11:52 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

        Namou Hydro Power

     ລັດຖະມົນຕີ ລາວ ຢືນຢັນວ່າ ນັກທຸລະກິດ ຈີນ ຍັງຈະລົງທຶນກໍ່ສ້າງເຂື່ອນໄຟຟ້າ ໃນລາວ ເພີ່ມຂຶ້ນອີກຢ່າງບໍ່ຢຸດຢັ້ງ ໂດຍໃນປັດຈຸບັນການລົງທຶນໃນພາກພະລັງງານ ຂອງຈີນ ໄດ້ກ້າວຂຶ້ນເປັນອັນດັບ 1 ໃນ ລາວ ແລ້ວ.

     ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຢືນຢັນວ່າ: ບັນດານັກທຸລະກິດ ຈີນ ຍັງຄົງພາກັນໃຫ້ຄວາມສຳຄັນທີ່ຈະລົງທຶນກໍ່ສ້າງເຂື່ອນໄຟຟ້າໃນ ລາວ ນັບມື້ນັບເພີ່ມຂຶ້ນ ໂດຍສະເພາະພາຍຫຼັງການຢ້ຽມຢາມທາງການຂອງທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ຕາມການເຊີນ ຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 13-14 ພະຈິກ 2017 ຊຶ່ງໄດ້ມີການຕົກລົງເປັນຄູ່ຮ່ວມຍຸດທະສາດດ້ານພະລັງງານໄຟຟ້າ ລະຫວ່າງ ລາວ ກັບ ຈີນ ດ້ວຍນັ້ນ ກໍຍິ່ງເຮັດໃຫ້ເຊື່ອໝັ້ນວ່າ ການລົງທຶນດ້ານພະລັງງານໄຟຟ້າຂອງ ຈີນ ໃນ ລາວ ຈະເພີ່ມຂຶ້ນຢ່າງວ່ອງໄວອີກດ້ວຍ.

     ໂດຍໃນປັດຈຸບັນ ການລົງທຶນດ້ານພະລັງງານໄຟຟ້າຂອງ ຈີນ ໄດ້ກ້າວຂຶ້ນເປັນອັນດັບທີ 1 ໃນ ລາວ ຢ່າງສົມບູນແບບແລ້ວ ຊຶ່ງກໍໄດ້ສົ່ງຜົນດີຕໍ່ການພັດທະນາທາງເສດຖະກິດໃນ ລາວ ອີກດ້ວຍ ເພາະໄດ້ກໍ່ສ້າງສຳເລັດແລ້ວຫຼາຍໂຄງການ ແລະ ໄດ້ສືບຕໍ່ການກໍ່ສ້າງໃນຫຼາຍໂຄງການ ທັງຍັງໄດ້ກະກຽມການກໍ່ສ້າງອີກຫຼາຍໂຄງການດ້ວຍນັ້ນເອງ ດັ່ງທີ່ທ່ານ ຄຳມະນີ ໄດ້ໃຫ້ການຢືນຢັນວ່າ: ບັນດາໂຄງການໄຟຟ້າທີ່ໄດ້ມີການຜະລິດແລ້ວ ມີໂຄງການນໍ້າລີກ 1-2, ນໍ້າງື່ມ 5, ນໍ້າງຽບ 3, ນໍ້າງຽບ 2, ນໍ້າອູ 2, ນໍ້າອູ 5, ນໍ້າອູ 6, ໂຄງການນໍ້າແບ່ງ, ໂຄງການນໍ້າມັງ 1, ບັນດາໂຄງການໄຟຟ້າທີ່ຢູ່ໃນໄລຍະກໍ່ສ້າງ ມີໂຄງການນໍ້າທາ 1, ນໍ້າອູ 1, ນໍ້າອູ 3,ນໍ້າອູ 4, ນໍ້າອູ 7 ແລະ ໂຄງການໄຟຟ້າຄວາມຮ້ອນຖ່ານຫີນຫົວເມືອງ ແຂວງຫົວພັນ, ບັນດາໂຄງການທີ່ຢູ່ໃນໄລຍະ ກະກຽມການກໍ່ສ້າງນັ້ນມີເຂື່ອນໄຟຟ້າ ຢູ່ຕາມລຳນໍ້າຂອງ, ຄືຈຸດປາກແບ່ງ, ຈຸດສານະຄາມ ເຊລະນອງ 1.”

     ທາງດ້ານທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນຂັ້ນແຂວງ ຫຼວງພະບາງ ໃຫ້ການຢືນຢັນວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າອູທີ່ລົງທຶນກໍ່ສ້າງໂດຍກຸ່ມບໍລິສັດຈາກ ຈີນ ນັ້ນຈະສ້າງມູນຄ່າ ແລະ ຜົນປະໂຫຍດທາງເສດຖະກິດໃຫ້ກັບປະຊາຊົນລາວ ໃນແຂວງຫຼວງພະບາງຢ່າງຫຼວງຫຼາຍ ເພາະໂຄງການເຂື່ອນນໍ້າອູ ບໍ່ພຽງແຕ່ຈະຜະລິດພະລັງງານໄດ້ເທົ່ານັ້ນ ຫາກແຕ່ຍັງຈະຕອບສະໜອງນໍ້າໃຫ້ກັບພື້ນທີ່ກະສິກຳ ສ່ວນອ່າງຕົ່ງ ກໍຍັງສາມາດລ້ຽງປາ ແລະ ພັດທະນາເປັນແຫຼ່ງທ່ອງທ່ຽວໄດ້ອີກດ້ວຍ.

     ແຕ່ຢ່າງໃດກໍຕາມ ທ່ານ ຄຳມະນີ ກໍຍອມຮັບວ່າ: ການເກັບກຳຂໍ້ມູນ ກ່ຽວກັບ ປະຊາຊົນທີ່ຖືກກະທົບຈາກໂຄງການເຂື່ອນນໍ້າອູໃນໄລຍະຜ່ານມາຍັງເຮັດບໍ່ໄດ້ດີ ໂດຍສະເພາະແມ່ນການປະເມີນຄ່າເສຍຫາຍທີ່ຈະຕ້ອງຊົດເຊີຍໃຫ້ກັບປະຊາຊົນ ທີ່ຖືກເວນຄືນທີ່ດິນ ແລະ ສິ່ງປູກສ້າງຍັງຈະຕ້ອງເກັບກຳຂໍ້ມູນຢ່າງລະອຽດອີກເທື່ອໃໝ່ ເພາະມີຫາງສຽງຈາກປະຊາຊົນທີ່ຖືກກະທົບວ່າ ພວກເຂົາເຈົ້າຍັງບໍ່ໄດ້ຮັບການຊົດເຊີຍ ທີ່ເປັນທຳ ດ້ວຍເຫດນີ້ຈຶ່ງເຮັດໃຫ້ທາງການກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມກັບອຳນາດການປົກຄອງຂັ້ນທ້ອງຖິ່ນທີ່ກ່ຽວຂ້ອງ ຈະຕ້ອງຮ່ວມກັນສຳຫຼວດ ແລະ ເກັບກຳຂໍ້ມູນຢ່າງລະອຽດອີກເທື່ອໃໝ່ ເພື່ອນຳມາປະກອບການພິຈາລະນາ ແລະ ປະເມີນຄ່າຊົດເຊີຍໃຫ້ຖືກຕ້ອງຕາມກົດໝາຍຕໍ່ໄປ.

     ໂດຍຈາກການສຳຫຼວດ ແລະ ເກັບກຳຂໍ້ມູນໃນໄລຍະກ່ອນໜ້ານີ້ ພົບວ່າມີປະຊາຊົນລາວ 2,000 ກວ່າຄົວເຮືອນ ຫຼື 10,000 ກວ່າຄົນໃນ 28 ບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງ ເຂື່ອນນໍ້າອູທັງ 7 ໂຄງການ ຊຶ່ງຜ່ານມາກໍລາຍງານວ່າ ກຸ່ມຜູ້ລົງ
ທຶນໃນໂຄງການໄດ້ຈ່າຍເງິນຊົດເຊີຍຄ່າທີ່ດິນ ແລະ ສິ່ງປູກສ້າງໃຫ້ກັບປະຊາຊົນ ລາວທີ່ຖືກກະທົບຈາກໂຄງການເຂື່ອນນໍ້າອູ 2, 5 ແລະ 6 ໄປແລ້ວ ແຕ່ວ່າຈາກການສຳຫຼວດ ແລະ ເກັບກຳຂໍ້ມູນໂດຍອົງການແມ່ນໍ້າສາກົນ ພົບວ່າ ຈະມີປະຊາຊົນ ລາວ ໃນ 89 ບ້ານ ທັງໃນແຂວງຜົ້ງສາລີ, ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນນໍ້າອູ ຊຶ່ງສ່ວນໃຫຍ່ຍັງບໍ່ທັນໄດ້ຮັບການຊົດເຊີຍແຕ່ຢ່າງໃດເລີຍ.

      ທາງດ້ານກຸ່ມບໍລິສັດ Power China ຈຳກັດຈາກ ຈີນ ລາຍງານວ່າການກໍ່ສ້າງເຂື່ອນໄຟຟ້ານໍ້າອູ ທັງ 7 ໂຄງການຈະແລ້ວສຳເລັດພາຍໃນປີ 2020 ດ້ວຍເງິນລົງທຶນລວມ 2,800 ລ້ານໂດລາ ໂດຍທັງ 7 ໂຄງການຈະມີກຳລັງຕິດຕັ້ງລວມ 1,272 ເມກະວັດ ໂດຍຈະຂະຫຍາຍໃຫ້ລັດວິສາຫະກິດໄຟຟ້າ ລາວ (EDL) ໄດ້ເກີນກວ່າ 2,590 ລ້ານກິໂລວັດໂມງ/ປີ ສຳລັບຕອບສະໜອງໃຫ້ກັບການຊົມໃຊ້ພາຍໃນ ລາວ ນັບແຕ່ປີ 2020 ເປັນຕົ້ນໄປ.

                                                                                                                                                                                                                                               [ແຫລ່ງຂ່າວ: VOA]

                                                                                                                                                                                                                                           [ຮຽບຮຽງໂດຍ: ທ.ນຖື]