ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Damien Scroope ອໍານວຍການບໍລິສັດ ຢາສູບລາວ ໃນໂອກາດຮັບຕຳແໜ່ງໃໝ່
By theu vaenvongsod On 17 Nov, 2017 At 09:46 AM | Categorized As ຂ່າວສຳຄັນ | With 0 Comments

IMG_0235

    ຕອນບ່າຍ ຂອງ​ວັນ​ທີ 16 ພະຈິກ 2017, ທ່ານ​ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້ພົບ​ປະ​ກັບ​​ຄະນະນັກ​ທຸລະ​ກິດ ​ນຳ​ໂດຍທ່ານ​ ​​Damien Scroope ອໍານວຍ​ການ​ບໍລິສັດ ຢາສູບ​ລາວ ໃນໂອກາດທີ່ທ່ານໄດ້ຮັບຕຳແໜ່ງໃໝ່ ຊຶ່ງ​ຄະນະ​ດັ່ງກ່າວ​ເປັນ​ຕົວ​ແທນ​ຈາກບໍລິສັດ​ ຢາ​ສູບ​ລາວ ຈຳກັດ ມີ​ທຸລະ​ກິດ​ຫລັກ: ​ການ​ຜະລິດ ​ແລະ ຈໍາໜ່າຍ​ຢາສູບ ​ໃນ ສປປ ລາວ;

IMG_0241

???????????????????????????????

   ທ່ານ Damien Scroope ​ເປັນ​ຜູ້​ບໍລິຫານ​ທີ່​ມີ​ປະສົບ​ການສູງ ​ໃນດ້ານການຄ້າ ຢາສູບ ​ຢູ່ປະ​ເທດ Australia ​ແລະ ​​ເປັນ​ຄູ່​ຮ່ວມ​ທຶນ ​ນໍາ​ບໍລິສັດ​ຢາສູບ​ລາວ ຈໍາກັດ; ທ່ານ​ໄດ້​ລາຍ​ງານ​ກ່ຽວ​ກັບ ການ​ປະຊຸມ​ຢູ່​ຮ່ອງ​ກົງ ອາທິດ​ຜ່ານ​ມາ ທີ່​ກ່າວ​ເຖິງສະພາບ​ການ​ຜະລິດ ​ແລະ ຈໍາໜ່າຍ​ຂອງ​ບໍລິສັດ​ຢາສູບ ​ໃນ Australia ​ເພີ່ມ​ຂຶ້ນ 17% ທຽບກັບ​​ປີຜ່ານມາ ​ແລະ ​ແຜນການ​ຈະ​ເພີ້​ມຂຶ້ນ 24% ທຽບ​ກັບ​ປີ​ນີ້ ຊຶ່ງ​ມີສາ​ເຫດ​ມາ​ຈາກ ມີ​ການຫຸ້ມ​ຫໍ່​ຜະລິດ​ພັນ​ທີ່​ໃໝ່, ​ຍີ່​ຫໍ້​​ເປັນ​ທີ່​ນິຍົມ ​ແລະ ຄູ່​ຮ່ວມ​ທຶນ​ທີ່​​ເຂັ້ມ​ແຂງ; ພ້ອມ​ທັງ ຮຽກຮ້ອງ​ໃຫ້​ລັດຖະບານ ກໍ​ຄື​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ໂດຍ​ສະ​ເພາະ​ກົມ​ການ​ຄ້າ​ພາຍ​ໃນ ທີ່​ເພິ່ນ​ໄດ້​ພົບ​ປະກັບ ທ່ານ​ບຸນ​ທຽນ ​ແກ້ວ​ພາສິດ ຫົວໜ້າ​ກົມ​ກ່ອນ​ໜ້າ​ນີ້ ​ໃຫ້​ເບິ່ງ​ຄືນ​ກ່ຽວ​ກັບ ຜູ້​ລັກລອບ​ນຳ​ເຂົ້າຢາສູບ​ແບບ​ເຖື່ອນຕາມ​ແນວ​ຊາຍ​ແດນ ມີ​ຄວາມ​ຍາວ​ເຖິງ 5,000 ກິ​ໂລ​ແມັດ ​ແລະ ມີ​ການ​ຈໍາໜ່າຍ​ໃນ​ຕະຫລາດ​ຂອງ ສປປ ລາວ ຊຶ່ງ​ມັນກະທົບ​ຕໍ່​ຜູ້​ເຮັດ​ທຸລະ​ກິດ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ນອກຈາກ​ນີ້, ຍັງ​ຮຽກຮ້ອງ​ໃຫ້​ລັດຖະບານ​ລາວ ​ໃຫ້ການ​ສະໜັບສະໜູນ​ຕໍ່​ການ​ເຮັດ​ທຸລະ​ກິດ​ ຂອງບໍລິສັດ​ຢາສູບ​ລາວ ຈຳກັດ;

???????????????????????????????

   ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຊົມ​ເຊີຍ​ຕໍ່​ຜົນ​ສໍາ​ເລັດ​ ການ​​ເຮັດ​ທຸລະ​ກິດ​ຢາສູບ ຂອງທ່ານ Damien Scroope, ມີການ​ຕິດ​ສະຫລາກ​ຄໍາ​ເຕືອນ ​ໃຫ້​ແກ່​ນັກ​ສູບ​ຜູ້ມາໃໝ່​ ຮູ້ຈັກ​ໂທດ​ ຂອງການ​ສູບຢາ​ທີ່​ທໍາລາຍ​ສຸຂະ​ພາບ ​ແລະ ​ຍັງໄດ້​ເຊີ​ນຊວນ​ໃຫ້ທ່ານ Damien Scroope ​ຊ່ວຍເປັນຫູ​ເປັນຕາ​ໃຫ້​ແກ່​ລັດຖະບານ​ໃນ​ການ​ສະກັດ​ກັ້ນພວກ​ຄ້າຂາຍ​ເຖື່ອນ ພ້ອມ​ທັງ​ເປັນ​ຕົວ​ແທນ​ທີ່​ດີສຳລັບ​ຜູ້​ເຮັດ​ທຸລະ​ກິດ ​ທີ່​ຖືກ​ກົດໝາຍຂອງ ສປປ ລາວ​ ອີກ​ດ້ວຍ; ນອກ​ນີ້, ຍັງ​ຈະ​ນໍາ​ເອົາ​ບັນຫາການ​ຄ້າຂາຍ​ເຖື່ອນ​ຜະລິດ​ຕະພັນ​ຢາສູບ ​ໄປ​ປຶກ​ສາ​ຫາລື​ກັບ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອ​ຈະ​ແກ້​ໄຂ​ບັນຫາ​ນີ້​ໃຫ້​ໝົດ​ໄປ​ເ​ທື່ອລະກ້າວ;

???????????????????????????????

???????????????????????????????

    ຕອນ​ທ້າຍ, ທ່ານ Damien Scroope ພ້ອມ​ຄະນະ ຂໍ​ຂອບ​ໃຈ​ຕໍ່​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ຂອງທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ພ້ອ​ມດຽວ​ກັນ​ນີ້ ​ທ່ານ ລມຕ ​ໄດ້ອວຍພອນ​ໄຊ​ໃຫ້ທ່ານ Damien Scroope ມີຄວາມມ່ວນ​ຊື່ນ​ໃນ​ການ​ດໍາລົງ​ຊີວິດ​ ຢູ່​ສປປ ລາວ ​ແລະ ຂໍ​ໃຫ້ທຸກ​ຢ່າງ​ຈົ່ງ​ຣາບລື່ນ!

?????????????IMG_0245                                

                                                                                                                                                                                                                                 ຂ່າວ​ໂດຍ: ທ.ນາງຖື