ລາວ ມີເງິນຕາຕ່າງປະເທດ ສຳຮອງ ຕໍ່າກວ່າ ແຜນການວາງໄວ້ ສໍາລັບປີ 2017
By theu vaenvongsod On 16 Nov, 2017 At 09:09 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

Toll

     ທຶນສໍາຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ໄດ້ຕໍ່າກວ່າເປົ້າໝາຍທີ່ວາງເອົາໄວ້ໃນແຜນການປີ 2017 ທີ່ຈະຕ້ອງເທົ່າກັບການນໍາເຂົ້າສິນຄ້າຈາກຕ່າງປະເທດໄດ້ 5 ເດືອນ. ແຕ່ປະຕິບັດໄດ້ໃນຕົວຈິງພຽງແຕ່ 4.14 ເດືອນເທົ່ານັ້ນ.

     ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຍອມຮັບວ່າ ການຈັດຕັ້ງປະຕິບັດແຜນການໃນດ້ານການເງິນ ຂອງລັດຖະບານລາວ ໃນໄລຍະ 9 ເດືອນຂອງປີ 2017 ນີ້ ແມ່ນເຮັດໄດ້ຕໍ່າກວ່າເປົ້າໝາຍທີ່ວາງເອົາໄວ້ ທັງໃນດ້ານປະລິມານເງິນທຶນໝູນວຽນພາຍໃນ (M2) ແລະ ທຶນສໍາຮອງເງິນຕາຕ່າງປະເທດ ຊຶ່ງໄດ້ສົ່ງຜົນກະທົບຕໍ່ສະພາວະການແລກປ່ຽນເງິນຕາ ແລະ ອັດຕາເງິນເຟີ້ພາຍໃນລາວ ຢ່າງຫລີກລ້ຽງບໍ່ໄດ້ ດັ່ງທີ່ທ່ານ ທອງລຸນ ໄດ້ຖະແຫລງລາຍງານຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ຊຸດທີ 8 ທີ່ດໍາເນີນກອງປະຊຸມໃນ ລະຫວ່າງ ວັນທີ 16 ຕຸລາ ຫາ 17 ພະຈິກ 2017 ນີ້ວ່າ:ອັດຕາເງິນເຟີ້ສະເລ່ຍລະດັບ 1-2 ເປີເຊັນ ອັດຕາແລກປ່ຽນໂດຍລວມ ເໜັງຕີງພຽງເລັກນ້ອຍ ແລະ ສ່ວນຕ່າງລະຫວ່າງອັດຕາແລກປ່ຽນ ຢູ່ຕະຫລາດທົ່ວໄປ ແລະ ທາງການ ມາຮອດປັດຈຸບັນນີ້ ຕ່າງກັນປະມານ 1-2 ເປີເຊັນ. ພ້ອມກັນນີ້ ກໍສາມາດຮັກສາຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ກຸ້ມການນໍາເຂົ້າໄດ້ 4.14 ເດືອນຕາມແຜນການແມ່ນ 5 ເດືອນ ແລະ ຮັກສາປະລິມານເງິນ (M2) ໃນລະດັບ 16.3 ເປີເຊັນ ເພີ້ມຂຶ້ນ ແຕ່ກໍຢູ່ໃນກອບແຜນກໍານົດບໍ່ໃຫ້ເກີນ 20 ເປີເຊັນ.

      ພ້ອມ​ກັນນີ້ ລາວ​ຍັງ​ຈະ​ຕ້ອງ​ປະ​ເຊີນ​ກັບໜີ້ຕ່າງປະເທດທີ່ເພີ່ມສູງຂຶ້ນນັບມື້ເຊັ່ນກັນ ​ໂດຍມີສາເຫດມາຈາກການກູ້ຢືມເງິນທຶນຈາກຕ່າງປະເທດ ເພື່ອມາໃຊ້ດຸ່ນດ່ຽງງົບປະມານລາຍຈ່າຍ ສຳລັບໂຄງການພັດທະນາຕ່າງໆຂອງລັດຖະບານໃນແຕ່ລະປີ.

     ​ໂດຍ​ໃນ​ທ້າຍປີ 2016 ລັດຖະບານລາວ ມີໜີ້ຕ່າງປະເທດເກີນກວ່າ 6,900 ລ້ານໂດລາ ຄິດເປັນ 52 ເປີເຊັນຂອງຍອດຜະລິດຕະພັນລວມ (GDP) ໃນຂະນະດຽວກັນກໍມີໜີ້ພາຍໃນ 836 ລ້ານກວ່າໂດລາ ຄິດເປັນ 6.3 ເປີເຊັນຂອງ GDP ສ່ວນປີ 2017 ຄາດວ່າຈະເພີ່ມຂຶ້ນອີກທັງໜີ້ພາຍ​ໃນ​ ແລະ ໜີ້ຕ່າງປະເທດ.

     ຫາກແຕ່ວ່າເພື່ອເປັນການຄວບຄຸມສະພາວະການເປັນໜີ້ຕ່າງປະເທດ ໃຫ້ຢູ່ໃນອັດຕາທີ່ເໝາະສົມກັບສະພາບຕົວຈິງດ້ານລາຍຮັບ-ລາຍຈ່າຍ ຂອງລັດຖະບານ ລາວ ສະພາແຫ່ງຊາດ ກໍໄດ້ຈຳກັດສິດທິ ໂດຍອະນຸຍາດໃຫ້ລັດຖະບານ ລາວ ສາມາດກູ້ຢືມຈາກຕ່າງປະເທດໄດ້ໃນມູນຄ່າລວມບໍ່ເກີນ 400 ລ້ານໂດລາເທົ່ານັ້ນໃນແຕ່ລະປີ.

    ທັງນີ້ໂດຍອີງຕາມສະຖິຕິ ຂອງທະນາຄານແຫ່ງ ສປປ ລາວ ລະບຸວ່າໜີ້ຕ່າງປະເທດຂອງລັດຖະບານ ລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 10 ປີມານີ້ກໍຄືເພີ່ມຂື້ນຈາກ 2,470 ກວ່າລ້ານໂດລາໃນປີ 2006 ເປັນຫຼາຍກວ່າ 5,627 ລ້ານໂດລາໃນປີ 2015 ແລະ 6,900 ກວ່າລ້ານໂດລາໃນປີ 2016 ສ່ວນໃນປີ 2017 ນີ້ກໍຄາດວ່າຈະເພີ່ມຂຶ້ນເປັນ 8,000 ກວ່າລ້ານໂດລາແນ່ນອນ ເພາະລັດຖະບານ ລາວ ໄດ້ວາງຄາດໝາຍການຂະຫຍາຍຕົວທາງເສດຖະກິດໄວ້ໃນອັດຕາສະເລ່ຍບໍ່ຕໍ່າກວ່າ 7 ເປີເຊັນ ຕໍ່ປີໃນຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ GDP ຄິດສະເລ່ຍເປັນລາຍຮັບຂອງປະຊາຊົນລາວໄດ້ເຖິງ 24.8 ລ້ານກີບ ຫຼື ປະມານ 3,100 ໂດລາຕໍ່ຄົນໃນປີ 2020.

     ຫາກແຕ່ວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ນັ້ນກໍບໍ່ແມ່ນເລື່ອງງ່າຍເພາະວ່າລັດຖະບານ ລາວ ຈະຕ້ອງຊຸກຍູ້ພາກກະສິກຳ-ປ່າໄມ້ໃຫ້ຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍບໍ່ຕໍ່າກວ່າ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະ ພາກບໍໍລິການຈະຕ້ອງຂະຫຍາຍຕົວເພີ່ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນຕໍ່ປີຕາມລຳດັບ ຊຶ່ງເຮັດໃຫ້ຈະຕ້ອງລະດົມທຶນທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆ ໃນມູນຄ່າລວມເຖິງ
27,000
ລ້ານໂດລາໃນຊ່ວງປີ 2016-2020 ດັ່ງກ່າວ.

     ສ່ວນໃນດ້ານງົບປະມານລາຍຮັບນັ້ນ ລັດຖະບານລາວ ກໍໄດ້ວາງເປົ້າໝາຍທີ່ຈະຈັດເກັບໃຫ້ໄດ້ເພີ່ມຂຶ້ນເຖິງ 50 ເປີເຊັນ ໃນຊ່ວງປີ 2016 ຫາ 2020 ທຽບໃສ່ຊ່ວງປີ 2011-2015 ຊຶ່ງກໍຈະເຮັດໃຫ້ລັດຖະບານມີລາຍຮັບລວມເຖິງ 149,600 ຕື້ກີບຄິດເປັນ 19-20 ເປີເຊັນຂອງ GDP ໃນຊ່ວງ 5 ປີດັ່ງກ່າວ.ໂດຍໃນນີ້ຈະເປັນລາຍຮັບພາຍໃນ 131,800 ຕື້ກີບ ຫຼື ເພີ່ມຂຶ້ນເຖິງ 72 ເປີເຊັນ ທຽບໃສ່ແຜນການໃນສົກປີ 2011-2015 ແລະ ພ້ອມກັນນີ້ ລັດຖະບານລາວ ກໍຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມທັງໝົດບໍ່ເກີນ 176,400 ຕື້ກີບ ໂດຍເພີ່ມຂຶ້ນເຖິງ 48.7 ເປີເຊັນ ທຽບໃສ່ແຜນການໃນສົກປີ 2011-2017 ຫາກແຕ່ກໍຄິດເປັນສັດສ່ວນບໍ່ເກີນ 25 ເປີເຊັນ ຂອງ GDP ໃນຕະຫຼອດສົກປີ 2016-2020.

     ແຕ່ຢ່າງໃດກໍຕາມ ລັດຖະບານລາວຄາດໝາຍວ່າ ຈະຈັດເກັບລາຍຮັບໃຫ້ໄດ້ ໃນມູນຄ່າລວມບໍ່ໜ້ອຍກວ່າ 23,946 ຕື້ກີບ ຫາກແຕ່ໃນໄລຍະ 6 ເດືອນຕົ້ນປີນີ້ ກໍປາກົດວ່າ ລັດຖະບານລາວ ສາມາດຈັດເກັບລາຍຮັບໄດ້ພຽງ 10,296.78 ຕື້ກີບ ຄິດເປັນ 43 ເປີເຊັນຂອງແຜນການປີ ເທົ່ານັ້ນ.

                                                                                                                                                                                                                                               [​ແຫ​ລ່ງຂ່າວ: VOA]

                                                                                                                                                                                                                                       [ຮຽບຮຽງ​​ໂດຍ: ທ.ນາງຖື]