ລັດຖະບານ ລາວ ຈະພິຈາລະນາ ໃຫ້ສັນຊາດ ລາວ ແກ່ຄົນເຊື້ອຊາດ ລາວ ໃນຕ່າງປະເທດ
By theu vaenvongsod On 15 Nov, 2017 At 08:57 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

kon seau sath Lao

     ລັດຖະບານ ລາວ ຈະພິຈາລະນາໃຫ້ສັນຊາດ ລາວ ແກ່ຄົນເຊື້ອຊາດ ລາວ ໃນຕ່າງປະເທດ ສະເພາະຜູ້ທີ່ມີຄຸນງາມຄວາມດີ ສ້າງຜົນປະໂຫຍດເປັນນັກທຸລະກິດທີ່ດີເດັ່ນ ແລະ ເປັນທີ່ຍອມຮັບໃນສັງຄົມ ລາວ ອີກດ້ວຍ.

     ທ່ານນາງ ຄຳໃບ ຂັດຕິຍະ ສະມາຊິກສະພາແຫ່ງຊາດ ລາວ ຈາກແຂວງຈຳປາສັກ ໃຫ້ທັດສະນະໃນໂອກາດທີ່ເຂົ້າຮ່ວມໃນກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດ ລາວ ຊຸດທີ 8 ໃນລະຫວ່າງວັນທີ 16 ຕຸລາ-17 ພະຈິກ 2017 ນີ້ວ່າການພິຈາລະນາໃຫ້ສັນຊາດ ລາວ ແກ່ຄົນເຊື້ອຊາດ ລາວ ທີ່ຢູ່ຕ່າງປະເທດນັ້ນຈະຕ້ອງມີການກຳນົດຄຸນສົມບັດທີ່ພິເສດກວ່າຄົນເຊື້ອຊາດອື່ນໆ ເພາະຄົນເຊື້ອຊາດລາວ ຍ່ອມມີຄວາມເຂົ້າໃຈໃນພາສາ, ສັງຄົມ, ວັດທະນະທຳ ແລະ ຮີິດຄອງປະເພນີຕ່າງໆຂອງຊາດ ລາວ ຢູ່ແລ້ວ ຈຶ່ງຈະຕ້ອງມີການກຳນົດຄຸນສົມບັດໃນດ້ານອື່ນເພີ່ມເຕີມ ສຳລັບຄົນເຊື້ອຊາດ ລາວ ທີ່ຢາກຈະໄດ້ສັນຊາດ ລາວ ດັ່ງທີ່ທ່ານນາງ ຄຳໃບ ໄດ້ໃຫ້ການຢືນຢັນວ່າ: ການຮັບຜູ້ທີ່ມີເຊື້ອຊາດ ລາວ ເຂົ້າມາເປັນສັນຊາດ ລາວ ນີ້ຂ້າພະເຈົ້າຢາກໃຫ້ຕື່ມອີກບາງເງື່ອນໄຂ ຖ້າວ່າພວກເຮົາຈະອີງໃສ່ແຕ່ເງື່ອນໄຂຢູ່ໃນມາດຕາທີ 18 ຂ້າພະເຈົ້າຄິດວ່າຍັງບໍ່ທັນຮັດກຸມເທົ່າທີ່ຄວນ ກໍສະເໜີໃຫ້ຄວນຕື່ມໃສ່ ເປັນຕົ້ນແມ່ນຄວນຈະເປັນຜູ້ທີ່ມີຜົນງານດີເດັ່ນ ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມ ຫຼືວ່າ ຊ່ວຍເຫຼືອສັງຄົມ ຫຼືວ່າ ເປັນຜູ້ທີ່ປະກອບການດີເດັ່ນ, ເປັນນັກທຸລະກິດດີເດັ່ນ, ເປັນຜູ້ທີ່ໄດ້ຮັບຜົນສຳເລັດ, ເປັນທີ່ສັງຄົມຍອມຮັບ, ຢາກໃຫ້ພິຈາລະນາໃນເງື່ອນໄຂນີ້ຕື່ມ.”

     ທັງນີ້ສະມາຊິກສະພາແຫ່ງຊາດ ລາວ ກຳລັງພິຈາລະນາປັບປຸງກົດໝາຍ ວ່າດ້ວຍສັນຊາດ ລາວ ໃນກອງປະຊຸມສະໄໝສາມັນຄັ້ງທີ 4 ນີ້ ເນື່ອງຈາກກົດໝາຍສະບັບປັດຈຸບັນທີ່ບັງຄັບໃຊ້ນັບແຕ່ປີ 2004 ເປັນຕົ້ນມາ ມີເນື້ອໃນບໍ່ສອດຄ່ອງກັບລັດຖະທຳມະນູນ ສະບັບລົງວັນທີ 8 ທັນວາ 2015 ແລະ ກົດໝາຍວ່າດ້ວຍລັດຖະບານ ສະບັບລົງວັນທີ 15 ທັນວາ 2015 ທີ່ມີການໂອນອຳນາດການພິຈາລະນາໃນການໃຫ້ສັນຊາດລາວ ແກ່ຊາວຕ່າງຊາດ ຫຼື ຄົນເຊື້ອຊາດ ລາວ ຢູ່ຕ່າງປະເທດນັ້ນ ຈາກຄະນະປະຈຳສະພາແຫ່ງຊາດ ລາວ ມາເປັນຄວາມຮັບຜິດຊອບຂອງຄະນະລັດຖະບານ ລາວ ນັ້ນເອງ.

     ສ່ວນທ່ານນາງ ບົວທາ ຂັດຕິຍະ ປະທານຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ຢືນຢັນວ່າ: ນະໂຍບາຍສຳຄັນທີ່ລັດຖະບານ ລາວ ໄດ້ກຳນົດເພື່ອສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດ ກໍຄືການທີ່ຈະໃຫ້ສິດທິການຢູ່ອາໄສໃນ ລາວ ຢ່າງຖາວອນແກ່ຊາວຕ່າງຊາດ ແລະ ຄົນເຊື້ອຊາດ ລາວ ຢູ່ຕ່າງປະເທດ ທີ່ໄດ້ຊື້ຫ້ອງພັກອາໄສທີ່ອາຄານສູງ 19 ຊັ້ນ ທີ່ມີຢູ່ເຖິງ 12 ອາຄານຢູ່ໃນເຂດເສດຖະກິດສະເພາະບຶງທາດຫຼວງ ນະຄອນຫຼວງວຽງຈັນ ຊຶ່ງລົງທຶນໂດຍບໍລິສັດ ວ່ານ ເຟີງ ຊຽງໄຮ ຈາກປະເທດ ຈີນ.

     ໂດຍໃນປັດຈຸບັນ ການກໍ່ສ້າງອາຄານທີ່ພັກອາໄສສູງ 19 ຊັ້ນໄດ້ດຳເນີນການສຳເລັດແລ້ວ 7 ອາຄານຈາກແຜນການທີ່ວາງໄວ້ທັງຫມົດ 12 ອາຄານ ຊຶ່ງກໍປາກົດວ່າມີຊາວຕ່າງຊາດ ແລະ ຄົນເຊື້ອຊາດ ລາວ ຢູ່ຕ່າງປະເທດໄດ້ຈອງຊື້ອາຄານທີ່ພັກອາໄສໄປແລ້ວ 6 ອາຄານ ສ່ວນອີກ 1 ອາຄານນັ້ນນັກທຸລະກິດ ຈີນ ໄດ້ຈອງຊື້ ເພື່ອພັດທະນາປັບປຸງເປັນໂຮງແຮມລະດັບ 5 ດາວທີ່ມີຫ້ອງພັກທັງໝົດ 128 ຫ້ອງ ຊຶ່ງຈະແລ້ວສຳເລັດໃນມໍ່ໆນີ້.

     ໃນຂະນະທີ່ ທ່ານ ຫຼິວ ຈຸນ ຜູ້ອຳນວຍການຝ່າຍຂາຍຂອງບໍລິສັດ ວ່ານ ເຟີງ ຊຽງໄຮ ກໍຢືນຢັນວ່າ: ການພັດທະນາເຂດເສດຖະກິດສະເພາະ ບຶງທາດຫຼວງ ຍັງດຳເນີນໄປຢ່າງຕັ້ງໜ້າ ໂດຍໄດ້ເປີດໃຫ້ບໍລິການໃນສ່ວນທີ່ເປັນສູນການຄ້າ, ຮ້ານອາຫານ ແລະ ຕະຫຼາດກາງຄືນແລ້ວ ສ່ວນບັນດາຜູ້ທີ່ຈອງຊື້ອາຄານທີ່ພັກອາໄສທັງ 6 ອາຄານ ກໍສາມາດເຂົ້າໄປຢູ່ອາໄສໄດ້ແລ້ວ ນັບແຕ່ທ້າຍປີ 2016 ເປັນຕົ້ນມາ ສ່ວນອີກ 5 ອາຄານກໍ່ສ້າງສຳເລັດແລ້ວນັບແຕ່ ເດືອນ ມິຖຸນາ 2017 ເປັນຕົ້ນມາ ຈຶ່ງຍັງເຫຼືອພຽງແຕ່ການຕົກແຕ່ງພາຍໃນອາຄານເທົ່ານັ້ນໃນເວລານີ້.

     ບໍລິສັດ ວ່ານ ເຟີງ ຊຽງໄຮ ໄດ້ເລີ່ມການພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງ ນັບແຕ່ປີ 2012 ດ້ວຍເງິນລົງທຶນເລີ່ມຕົ້ນ 1,600 ລ້ານໂດລາ ຫາກແຕ່ກໍໄດ້ເພີ່ມທຶນເປັນ 5,000 ລ້ານໂດລາໃນປັດຈຸບັນນີ້.

                                                                                                                                                                                                                                               [​ແຫ​ລ່ງຂ່າວ: VOA]

                                                                                                                                                                                                                                       [ຮຽບຮຽງ​ໂດຍ: ທ.ນາງຖື]