ທ. ສົມດີ ດວງດີ ເວົ້າວ່າ: ການໃຊ້ຈ່າຍ ງົບປະມານລັດ ຈະມີປະສິດທິພາບສູງຂຶ້ນ ຖ້າກົດໝາຍຈັດຊື້ ແລະ ຈັດຈ້າງ ຖືກບັງຄັບໃຊ້
By theu vaenvongsod On 13 Nov, 2017 At 12:56 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

Than somdy

     ການໃຊ້ຈ່າຍງົບປະມານຂອງລັດຖະບານລາວ ຈະມີປະສິດທິພາບສູງຂຶ້ນ ຖ້າຫາກວ່າໄດ້ມີການບັງຄັບໃຊ້ກົດໝາຍ ວ່າດ້ວຍການຈັດຊື້ ແລະ ຈັດຈ້າງ ທີ່ກຳນົດມາດຕະການຄວບຄຸມ ແລະ ກວດກາໄວ້ຢ່າງຮັດກຸມ.

     ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີີ ແລະ ລັດຖະມົນຕີ ກະຊວງການເງິນ ຖະແຫລງຢືນຢັນວ່າ: ການໃຊ້ຈ່າຍງົບປະມານຂອງລັດຖະບານລາວ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ຈະມີປະສິດທິພາບສູງຂຶ້ນ ຖ້າຫາກວ່າ ໄດ້ມີການບັງຄັບໃຊ້ກົດໝາຍ ວ່າດ້ວຍການຈັດຊື້ ແລະ ຈັດຈ້າງ ຢ່າງເປັນທາງການ ເນື່ອງຈາກວ່າ ກົດໝາຍດັ່ງກ່າວໄດ້ກຳນົດລະບຽບການ ວິທີການ ມາດຕະການຄວບຄຸມ ແລະ ການກວດສອບໄວ້ ຢ່າງຮັດກຸມ ດັ່ງທີ່ ທ່ານ ສົມດີ ໄດ້ຖະແຫລງຕໍ່ກອງປະຊຸມ ສະໄໝສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ຊຸດທີ 8 ທີ່ດຳເນີນກອງປະຊຸມໃນຊ່ວງ ວັນທີ 16 ຕຸລາ ຫາ 17 ພະຈິກ 2017 ນີ້ ວ່າ:ເມື່ອກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າ ຈະມີນິຕິກຳທີ່ເປັນບ່ອນອິງ ທີ່ໜັກແໜ້ນໃຫ້ແກ່ການຄຸ້ມຄອງ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ມີປະສິດທິຜົນ ແລະ ມີປະສິດທິພາບສູງຂຶ້ນ ມີຄວາມໂປ່ງໃສ ແລະ ຍຸຕິທຳ. ການຄຸ້ມຄອງ ແລະ ການນຳໃຊ້ງົບປະມານຂອງລັດ ລວມທັງທຶນຈາກການກູ້ຢືມ ແລະ ຊ່ວຍເຫຼືອລ້າ ເຂົ້າໃນການຈັດຊື້-ຈັດຈ້າງ ດ້ວຍທຶນ ຂອງລັດກໍຈະມີປະສິດທິຜົນກວ່າເກົ່າ.

     ແຕ່ຢ່າງໃດກໍຕາມ ທ່ານ ຈັນສີ ແສງຊົມພູ ສະມາຊິກສະພາແຫ່ງຊາດລາວ ຈາກແຂວງຜົ້ງສາລີ ກໍໄດ້ໃຫ້ທັດສະນະວ່າ: ການຈັດຕັ້ງປະຕິບັດ ບັນດາໂຄງການພັດທະນາຕ່າງໆ ຂອງລັດຖະບານ ຢູ່ໃນລະດັບທ້ອງຖິ່ນ ຍັງຄົງດຳເນີນໄປຢ່າງບໍ່ຖືກຕ້ອງຕາມກົດໝາຍມີລັກສະນະ ທີ່ເປັນກົນໄກຂອງການຈັບຈອງຮັບເໝົາ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໂຄງການບໍ່ມີຄຸນນະພາບ ແລະ ບໍ່ເປັນໄຟຕາມເປົ້າໝາຍ ທັງຍັງບໍ່ມີກົນໄກ ໃນການກວດສອບ ທີ່ມີປະສິດທິພາບອີກດ້ວຍ.

     ກ່ອນໜ້ານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງໄປເຖິງບັນດາກະຊວງ ແລະ ໜ່ວຍງານຕ່າງໆ ຂອງລັດຖະບານໃນທົ່ວປະເທດ ໂດຍເນັ້ນໜັກວ່າບໍ່ອະນຸຍາດໃຫ້ຂະແໜງການ ແລະ ທ້ອງຖິ່ນໃດຫນຶ່ງ ປະຕິບັດໂຄງການນອກແຜນ ແລະ ໂຄງການທີ່ພາກເອກະຊົນລົງທຶນໃຫ້ກ່ອນ ຢ່າງເດັດຂາດ ເພາະເປັນໂຄງການ ທີ່ເຮັດໃຫ້ລັດຖະບານ ຕ້ອງສູນເສຍງົບປະມານໄປຢ່າງຫລວງຫລາຍ ທັງຍັງເປັນໂຄງການທີ່ບໍ່ມີປະສິດທິຜົນ ຕໍ່ການພັດທະນາປະເທດຊາດອີກດ້ວຍ ສະນັ້ນ ຖ້າຫາກຍັງປາກົດວ່າ ມີການລະເມີດຄຳສັ່ງດັ່ງກ່າວນີ້ ໂດຍຂະແໜງການ ແລະ ທ້ອງຖິ່ນໃດ ກໍຈະຖືກລົງໂທດຕາມກົດໝາຍ ໂດຍບໍ່ມີການຍົກເວັ້ນໃນທຸກກໍລະນີ.

     ທັງນີ້ ລັດຖະບານລາວ ຄາດວ່າ ການຈັດຕັ້ງປະຕິບັດແຜນການລົງທຶນພາກລັດ ໃນປີ 2016-2017 ຈະນຳໃຊ້ທຶນໃນມູນຄ່າລວມເຖິງ 36,366 ຕື້ກີບ ໃນນີ້ ເປັນທຶນພາຍໃນ 5,463 ຕື້ກີບ ທຶນຊ່ວຍເຫຼືອ ແລະ ກູ້ຢືມຈາກຕ່າງປະເທດ 8,629 ຕື້ກີບ ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະ​ເທດ 14,474 ຕື້ກີບ ແລະ ສິນເຊື່ອທະນາຄານອີກຫລາຍກວ່າ 7,800 ຕື້ກີບ ຕາມລຳດັບ.

     ເພື່ອຮັບປະກັນວ່າ ການຈັດຕັ້ງປະຕິບັດ ຈະເປັນໄປຕາມແຜນການ ແລະ ລະບຽບກົດໝາຍ ຢ່າງແທ້ຈິງນັ້ນ ຄຳສັ່ງດັ່ງກ່າວນີ້ ກໍໄດ້ກຳນົດໃຫ້ຂະແໜງແຜນການ ແລະ ການລົງທຶນ, ຂະແໜງການເງິນ ແລະ ຂະແໜງກວດກາ ໃຫ້ເຂົ້າໄປມີສ່ວນຮ່ວມໃນທຸກໂຄງການ ນັບແຕ່ຂັ້ນຕອນການເຈລະຈາ, ການຮ່າງສັນຍາຮັບເໝົາ, ການຈັດຊື້-ຈັດຈ້າງ ແລະ ການປະມູນໂຄງການ ເພື່ອໃຫ້ສາມາດກວດກາຄວາມໂປ່ງໃສ ທັງໃນການຊຳລະການລົງທຶນ ແລະ ການປະເມີນຜົນການປະຕິບັດໂຄງການ ຕາມໜ້າວຽກຕົວຈິງໄດ້ຢ່າງມີປະສິດທິພາບ ແລະ ສອດຄ່ອງກັບແຜນການ-ເປົ້າໝາຍທີ່ວາງໄວ້ນັ້ນເອງ.

     ໂຄງການລົງທຶນພາກລັດນັບເປັນບັນຫາທີ່ປະຊາຊົນລາວ ຢາກໃຫ້ມີການແກ້ໄຂຢ່າງຮີບດ້ວນທີ່ສຸດ ເພາະເຊື່ອວ່າ ມີການຄໍຣັບຊັ້ນ ເກີດຂຶ້ນຢ່າງກວ້າງຂວາງ ຊຶ່ງເຮັດໃຫ້ລັດຖະບານ ສູນເສຍງົບປະມານໄປ ຫຼາຍກວ່າ 5,800 ຕື້ກີບ ໃນຊ່ວງປີ 2011-2015 ທີ່ຜ່ານມາ.

                                                                                                                                                                                                                                                [ແຫລ່ງຂ່າວ:VOA]

                                                                                                                                                                                                                        [ຮຽບຮຽງໂດຍ: ຂະແໜງຂ່າວສານ]