ບັນດາປະເທດ ເຂດປາຊີຟິກ ບັນລຸ ຂໍ້ຕົກລົງ ການຄ້າ ສະບັບ ໃໝ່ ປາສະຈາກ ສຫລ
By theu vaenvongsod On 13 Nov, 2017 At 11:20 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

?????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????

     ບັນດາລັດຖະມົນຕີກະຊວງການຄ້າ ຂອງ 11 ປະເທດ ທີ່ຍັງເຫຼືອຢູ່ ໃນເຂດການຄ້າຂ້າມມະຫາສະໝຸດປາຊີຟິກຂະໜາດໃຫຍ່ທີ່ປະທານາທິບໍດີສະຫະລັດ ທ່ານດໍໂນລທຣຳ ໄດ້ປະຖິ້ມໄປນັ້ນ ໄດ້ບັນລຸການຕົກລົງ ໃນຕອນເຊົ້າວັນເສົາມື້ນີ້ ເພື່ອກອບກູ້ຂໍ້ ຕົກລົງດັ່ງກ່າວ ໂດຍປາສະຈາກການເຂົ້າຮ່ວມ ຂອງສະຫະລັດ.

     ຂໍ້ຕົກລົງຊຶ່ງກ່ອນໜ້ານີ້ຮູ້ກັນໃນຊື່ພາຄີຂ້າມມະຫາສະໝຸດປາຊີຟິກ ຫຼື TPP ບັດນີ້ມີຊື່ວ່າ ຂໍ້ຕົກລົງຮອບດ້ານ ແລະ ກ້າວໜ້າ ສຳລັບພາຄີ ຂ້າມມະຫາສະໝຸດປາຊີຟິກ ທີ່ເອີ້ນຫຍໍ້ວ່າ CPTPP.

    11 ປະເທດ ທີ່ເຂົ້າຮ່ວມຢູ່ໃນຂໍ້ຕົກລົງນີ້ ກ່າວຢູ່ໃນຖະແຫຼງການສະບັບຫນຶ່ງວ່າ ບັນດາລັດຖະມົນຕີແມ່ນມີຄວາມຍິນດີ ທີ່ຈະປະກາດວ່າ ພວກທ່ານໄດ້ຕົກລົງກັນ ກ່ຽວກັບອົງປະກອບແກນກາງ ຂອງຂໍ້ຕົກລົງຮອບດ້ານ ແລະ ກ້າວໜ້າ ສຳລັບພາຄີຂ້າມມະຫາສະໝຸດປາຊີຟິກ.

    ທ່ານ ນາງ Deborah Elms ຜູ້ອຳນວຍການ ຂອງສູນກາງການຄ້າເອເຊຍ ທີ່ມີສຳນັກງານຕັ້ງຢູ່ສິງກະໂປກ່າວວ່າ ມັນເປັນການຖອຍຫຼັງຢ່າງໃຫຍ່ສຳລັບສະຫະລັດ. ຖ້າເຈົ້າເປັນປະເທດທີ່ສົ່ງອອກ ນີ້ແມ່ນເສຍຫາຍຢ່າງຮ້າຍແຮງ.

    ທ່ານ ນາງ Elms ກ່າວວ່າ ໃນຂະນະທີ່ ບໍລິສັດໃຫຍ່ໆ ຂອງສະຫະລັດບາງບໍລິສັດອາດຈະພົບທາງເລືອກ ດ້ວຍຕາໜ່າງໃນທົ່ວໂລກ ຫຼື ສາຂານ້ອຍໆຂອງພວກເຂົາເຈົ້າ ສວຍໂອກາດໃຊ້ ຂໍ້ຕົກລົງ CPTPP ໂດຍຜ່ານຕາໜ່າງໃນທົ່ວໂລກນັ້ນ ບໍລິສັດກະເສດ ທີ່ມີຂະໜາດນ້ອຍລົງມາ ຂອງສະຫະລັດ ຈະໄດ້ຮັບ ຄວາມເສຍຫາຍ ຮ້າຍແຮງກວ່າໝູ່ ໂດຍສະເພາະແລ້ວ ແມ່ນບໍລິສັດ ທີ່ເຮັດກິດຈະການກ່ຽວກັບນົມ, ຊີ້ນ ແລະ ຊີ້ນໝູທີ່ໄດ້ຮັບຜົນກໍາໄລຢ່າງໃຫຍ່ຫຼວງໃນການເຂົ້າເຖິງຕະຫຼາດຍີ່ປຸ່ນ.

    ທ່ານ ນາງ Elms ທີ່ເດີນທາງໄປດານັງ ເພື່ອເຮັດວຽກກ່ຽວກັບອົງການເອເພັກ ແລະ ການປະຊຸມເລື່ອງການຄ້ານັ້ນ ກ່າວວ່າ ອອສເຕຣເລຍ ນິວຊີແລນ ແລະ ການາດາ ຈະເປັນຜູ້ເຂົ້າແທນທີ່ ໃນໂອກາດໃໝ່ດັ່ງກ່າວ.

    ທ່ານ Robert “Skipp” Orr ອະດີດເອກອັກຄະລັດຖະທູດສະຫະລັດ ປະຈຳທະນາຄານພັດທະນາເອເຊຍ ກ່າວວ່າ ເວລາທ່ານ ທຣຳ ຖອນຕົວອອກຈາກ TPP ແລະ ຫຼັງຈາກນັ້ນກໍກ່າວຕໍ່ບັນດາປະເທດໃນຂົງເຂດວ່າ ໃຫ້ດຳເນີນການຕາມລຳພັງ ດັ່ງດຽວກັບສະຫະລັດໄດ້ກະທຳມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ການກໍ່ຕັ້ງ TPPໃໝ່ ຈະມີຂຶ້ນບໍ່ພຽງແຕ່ປາສະຈາການນຳພາຂອງສະຫະລັດເທົ່ານັ້ນ ແຕ່ຍັງປາສະຈາກການເຂົ້າຮ່ວມຂອງສະຫະລັດນຳດ້ວຍ.

    ທ່ານ Orr ທີ່ຖືກແຕ່ງຕັ້ງໂດຍທ່ານໂອບາມາ ຜູ້ຊຶ່ງກ່ອນໜ້ານີ້ແມ່ນປະທານຂອງບໍລິສັດຜະລິດເຮືອບິນໂບອິ້ງ ທີ່ປະເທດຍີ່ປຸ່ນ ກ່າວຕໍ່ວີໂອເອວ່າ ຜົນປະໂຫຍດທາງດ້ານເສດຖະກິດຂອງສະຫະລັດ ຈະຕ້ອງໄດ້ປະເຊີນ ກັບຜົນທີ່ຕິດຕາມມາຕໍ່ການມີສາຍຕາສັ້ນ.

                                                                                                                                                                                                                                               [ແຫລ່ງຂ່າວ: VOA]

                                                                                                                                                                                                                        [ຮຽບຮຽງໂດຍ: ຂະແໜງຂ່າວສານ]