ລາວ ແລະ ຈີນ ຕົກລົງເພີ້ມທະວີ ການຮ່ວມມື ທາງດ້ານ ທະຫານ ນໍາກັນ
By theu vaenvongsod On 9 Nov, 2017 At 08:10 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

 china soldier visit laos

     ລາວ-ຈີນ ​ຕົກລົງ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນຂັ້ນສູງ ​ລະຫວ່າງ ​ສອງ​ກອງທັບ ຢ່າງ​ໃກ້ຊິດ ​ໂດຍ​ຈີນ​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ພັດທະນາ​ກອງທັບ​ປະຊາຊົນ ​ລາວ ທັງ​ດ້ານ​ບຸກຄະລາ​ກອນ ​ແລະ​ ດ້ານ​ເທັກ​ນິກ.

     ການ​ຕົກລົງ ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື ​ແລະ​ ແລກປ່ຽນລະດັບ​ສູງ​ ລະຫວ່າງ ກອງທັບ​ປະຊາຊົນ​ ລາວ ກັບກອງທັບ​ປົດ​ປ່ອຍປະຊາຊົນ ຈີນ ​ໄດ້​ມີ​ຂຶ້ນ​ໃນ​ໂອກາດ​ທີ່​ ທ່ານ ​ພົນ​ເອກ ຊາງ ອ່ານ​ສວນ ທີ່​ປຶກສາ​ແຫ່ງ​ລັດ ​ແລະ ​ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ປະ​ເທດ ​ຈີນ ​ເດີນທາງ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ​ເມື່ອ​ບໍ່ດົນ​ມານີ້ ​ໂດຍ​ມີ ​ທ່ານ ​ພົນ​ໂທ ​ຈັນ​ສະໝອນ ຈັນຍາ​ລາດ ກົມ​ການ​ເມືອງ ສູນ​ກາງ​ພັກ ​ແລະ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ໃຫ້ການ​ຕ້ອນຮັບ.

Than Bounyang

     ນອກຈາກ​ການ​ຕົກລົງ​ດັ່ງກ່າວ​ແລ້ວ ທັງ​ສອງ​ຝ່າຍ​ຍັງ​ໄດ້ເນັ້ນໜັກ​ເຖິງການ​ຮ່ວມ​ມື​ດ້ານການ​ທະຫານຢ່າງຮອບດ້ານ ລະຫວ່າງ 2 ກະຊວງ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ແລະ​ ຂະຫຍາຍຕົວ​ຢ່າງ​ບໍ່ຢຸດ​ຢັ້ງ ດ້ວຍ​ການ​ລົງ​ນາມ​ຮ່ວມກັນ ​ໃນແຜນການແລກປ່ຽນ ຄະນະ​ຜູ້​ແທນໃນດ້ານ​ການ​ທະຫານ​ຂັ້ນສູງ, ການກໍ່ສ້າງ​ບຸກຄະລາ​ກອນ, ການ​ປັບປຸງ​ກົນ​ໄກ​ຢ່າງຄົບ​ຖ້ວນ, ວຽກງານ​ປ້ອງ​ກັນຊາ​ຍ​ແດນ ​ແລະ​ ວຽກງານ​ດ້ານ​ການ​ເມືອງ ​ໂດຍ​ທີ່​ຈີນ​ຈະ​ສືບຕໍ່​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ກອງທັບ​ປະຊາຊົນ​ ລາວ ທັງ​ທາງ​ດ້ານ​ອຸປະກອນ ​ແລະ ​ເທັກນິກທາງ​ການ​ທະຫານ ລວມທັງ​ການ​ຊ່ວຍ​ເຫລືອ​ ເພື່ອ​ຮັກສາ​ຄວາມ​ປອດ​ໄພ​ໃຫ້​ແກ່​ໂຄງການ​ກໍ່ສ້າງ​ລົດ​ໄຟ​ ຄວາມ​ໄວ​ສູງ​ໃນ​ລາວ ​ເພື່ອເຊື່ອມ​ຕໍ່ລາວ​ ກັບ​ ຈີນ ​ແລະ ​ໄທ​ ອີກ​ດ້ວຍ.

     ກ່ອນໜ້ານີ້ ທ່ານພົນ​ໂທ​ ຈັນ​ສະໝອນ ຢືນຢັນ​ວ່າ: ພາລະໜ້າ​ທີ່​ສໍາຄັນ ທີ່ກອງທັບ​ປະຊາຊົນ​ລາວ​ ຈະ​ຕ້ອງ​ປະຕິບັດ​ໃຫ້​ໄດ້ 100 ​ເປີ​ເຊັນ ​ກໍ​ຄື​ການ​ຮັບປະກັນ​ຄວາມ​ປອດ​ໄພ ​ໃຫ້​ແກ່​ໂຄງການ​ກໍ່ສ້າງ​ລົດ​ໄຟ ເຊື່ອມ​ຕໍ່ ລະຫວ່າງ ລາວ ​ກັບ​ ຈີນ ​ໂດຍ​ການປະສານ​ສົມທົບ​ກັບ​ທຸກ​ພາກສ່ວນ ​ໃນ​ທຸກພື້ນທີ່ ທີ່​ທາງ​ລົດ​ໄຟ​ຜ່ານ ​ແລະ ທັງ​ຍັງ​ຈະ​ຕ້ອງ​ກວດກາ​ທຸກ​ການ​ເຄື່ອນ​ໄຫວ​ໃນ​ສັງຄົມ ​ແລະ ​ເກັບ​ກູ້​ລະ​ເບີດ​ບໍ່ທັນ​ແຕກ ຫລື UXO ທີ່​ຕົກ​ຄ້າງໃນ​ພື້ນທີ່ ​ທີ່​ເປັນ​ເຂດ​ແລວ​ທາງ ​ແລະ ​ທີ່​ຕັ້ງສະຖານີ​ລົດ​ໄຟ​ອີກ​ດ້ວຍ.

     ທັງ​ນີ້ປາກົດ​ວ່າ ກົມ​ໃຫຍ່​ເສ​ນາ​ທິການ ທີ່​ເປັນ​ພາກສ່ວນຮັບຜິດຊອບ​ໂດຍ​ກົງ​ນັ້ນ ກໍ​ໄດ້​ດໍາ​ເນີນການ​ກວດຄົ້ນພື້ນທີ່​ໄດ້​ແລ້ວ 314,682 ​ເຮັກຕາ, ສໍາ​ຫລວດ​ ແລະ ​ເຈາະ​ທາງ​ທໍລະນີ​ສາດ​ໃນ​ພື້ນທີ່ 125,625 ເຮັກຕາ ແລະ ​ເກັບ​ກູ້​ລະ​ເບີດ ຫລື UXO ​ໄດ້ 145 ໜ່ວຍ ໂດຍຄາດວ່າ ​ການ​ກວດຄົ້ນ ​ແລະ ​ເກັບ​ກູ້ລະ​ເບີດ​ທັງໝົດ ​ໃນ​ຕະຫລອດ​ເສັ້ນທາງ​ລົດ​ໄຟ​ໃນລາວ ຈະ​ສໍາ​ເລັດ​ພາຍ​ໃນ 36 ​ເດືອນ​ຕໍ່ໜ້າ.

meeting lao china

     ທາງດ້ານ ທ່ານວິຈິດ ສິນດາວົງ ຮອງປະທານຄະນະກຳມະການຮ່ວມມື ລາວ-ຈີນ ບອກວ່າ ໂຄງການຫນຶ່ງແລວທາງ-ຫນຶ່ງເສັ້ນທາງ (One Belt-One Road) ຂອງຈີນນັ້ນ ຈະສົ່ງຜົນດີກັບແຜນການພັດທະນາລາວ ໃຫ້ເປັນສູນກາງການເຊື່ອມຕໍ່ດ້ານຄົມມະນາຄົມ-ຂົນສົ່ງ ໃນເຂດລຸ່ມແມ່ນນ້ຳຂອງ ແລະ ອາຊຽນໃນອະນາຄົດ ໂດຍສະເພາະແມ່ນທາງລົດໄຟ ລາວ-ຈີນ ກໍຄືສິ່ງທີ່ຮັບປະກັນວ່າ ສປປ ລາວ ໄດ້ເຂົ້າໄປເປັນສ່ວນຫນຶ່ງ ໃນໂຄງການຫນຶ່ງແລວທາງ-ຫນຶ່ງເສັ້ນທາງ ທີ່​ກອງ​ປະຊຸມ​ໃຫຍ່ ​ຄັ້ງທີ 19 ຂອງພັກ​ຄອມ​ມີ​ວນິສຈີນນັ້ນ ກໍໄດ້ເ​ນັ້ນຢໍ້າ​ໃຫ້​ເຫັນ​ຄວາມ​ສໍາຄັນ​ຢ່າງ​ຍິ່ງຕໍ່ກັບ​ແຜນການ​ດັ່ງກ່າວ​ນີ້ວ່າ​ ຈະ​ສົ່ງ​ຜົນ​ດີ​ຕໍ່ການ​ເປັນ​ຫຸ້ນ​ສ່ວນ​ຍຸດ​ທະ​ສາດການພັດທະນາ​ຢ່າງຮອບດ້ານ ​ລະຫວ່າງ​ ລາວ​ກັບຈີນ ​ອີກ​ດ້ວຍ​ເຊັ່ນ​ກັນ; ດັ່ງ​ທີ່​ທ່ານວິຈິດ​ໄດ້​ຢືນຢັນ: “​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ ທີ່ມີ​ມູນ​ເຊື້ອມິດຕະພາບ​ອັນ​ດີງາມ​ນໍາ​ກັນມາ​ແຕ່​ດົນນານ​ແລ້ວ ທັງ​ເປັນ​ປະ​ເທດ​ຮ່ວມ​ອຸດົມ​ການ​ສັງຄົມ​ນິຍົມ​ນໍາ​ກັນ​ອີກ​ດ້ວຍ ຂ້າພະ​ເຈົ້າກໍເຊື່ອວ່າ ຜົນ​ຂອງ​ກອງ​ປະຊຸມ​ຂອງ​ພັກ​ຄອມ​ມີວ​ນີສຈີນ ຄັ້ງທີ 19 ນີ້ ຈະ​ສົ່ງ​ຜົນ​ສະທ້ອນ​ອັນ​ດີ​ ຕໍ່ການ​ພົວພັນ​ ລາວ-ຈີນ ຈະ​ເປັນ​ການ​ເພີ້ມທະວີ​ຄວາມ​ເຊື່ອໝັ້ນຕໍ່ກັນໜັກ​ແໜ້ນຕື່ມ​ອີກ ຍັງຈະ​ເປັນ​ພື້ນຖານ​ອັນ​ໃໝ່ ​ໃນ​ການ​ເພີ້ມທະວີ​ສາຍ​ພົວພັນ​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ 2 ປະ​ເທດ ລາວ-ຈີນ ​ໃຫ້​ກ້າວ​ສູ່​ຈຸດ​ສູງ​ສຸດ​ໃໝ່.

​     ໃນ​ປີ 2016 ນັ້ນ ທາງການ ລາວ-ຈີນ ກໍໄດ້ລົງນາມໃນເອກະສານສຳຄັນຈຳນວນ 16 ສະບັບ ກ່ຽວກັບການຮ່ວມມືຮອບດ້ານ ລະຫວ່າງ ກັນ, ໃນນີ້​ລັດຖະບານ ​ຈີນ​ ໃຫ້ການ​ຊ່ວຍ​ເຫຼືອລັດຖະບານ​ ລາວ ທີ່​ມີ​ມູນ​ຄ່າ 100 ລ້ານຢວນ, ກາ​ນ​ມອບ​ເຮືອບິນ MA-60 ຈໍ​ານວນ​ສອງ​ລໍາ ​ແລະ​ ການພັດທະນາກອງທັບ​ປະຊາຊົນ ລາວ​ເປັນຕົ້ນ.

                                                                                                                                                                                                                                                   [ຂ່າວໂດຍ: VOA]

                                                                                                                                                                                                                        [ຮຽບຮຽງໂດຍ: ຂະແໜງຂ່າວສານ]