ການປະຕິບັດ ໂຄງການ ພັດທະນາ ຂອງລັດຖະບານ ລາວ ໃນຂັ້ນທ້ອງຖິ່ນ ຍັງມີຄຸນນະພາບ ຕໍ່າຫຼາຍ
By theu vaenvongsod On 7 Nov, 2017 At 09:18 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

project of Gov

     ການຈັດຕັ້ງປະຕິບັດໂຄງການພັດທະນາຂອງລັດຖະບານ ລາວ ໃນຂັ້ນທ້ອງຖິ່ນຍັງມີລະດັບຄຸນນະພາບທີ່ຕໍ່າຫຼາຍ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ບັນດາໂຄງການນອກແຜນການລົງທຶນພາກລັດນັ້ນ.

     ທ່ານ ຈັນສີ ແສງຊົມພູ ສະມາຊິກສະພາແຫ່ງຊາດ ລາວ ຈາກແຂວງຜົ້ງສາລີ ຖະແຫຼງຢືນຢັນວ່າ: ການຈັດຕັ້ງປະຕິບັດບັນດາໂຄງການພັດທະນາຕ່າງໆຂອງລັດຖະບານຢູ່ໃນລະດັບທ້ອງຖິ່ນ ກໍຄືຢູ່ໃນແຂວງຜົ້ງສາລີດ້ວຍນັ້ນ ຍັງຄົງດຳເນີນໄປຢ່າງບໍ່ຖືກຕ້ອງຕາມລະບຽບກົດໝາຍ ມີລັກສະນະທີ່ເປັນກົນໄກຂອງການຈັບຈອງຮັບເໝົາ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໂຄງການບໍ່ມີຄຸນນະພາບ ແລະ ບໍ່ເປັນໄປຕາມເປົ້າໝາຍ ທັງຍັງບໍ່ມີກົນໄກການກວດສອບທີ່ມີປະສິດທິພາບອີກດ້ວຍ ດັ່ງທີ່ທ່ານ ຈັນສີ ໄດ້ໃຫ້ການຢືນຢັນວ່າ: ການຈັດຕັ້ງປະຕິບັດໂຄງການຂອງລັດຖະບານຢູ່ທ້ອງຖິ່ນຍັງບໍ່ໄປຕາມຂັ້ນຕອນລະບຽບກົດໝາຍ ມີລັກສະນະກົນໄກຈັບຈອງຮັບເໝົາ ແລະ ເຮັດໃຫ້ໂຄງການທີ່ຈັດຕັ້ງປະຕິບັດຢູ່ທ້ອງຖິ່ນຍັງຊັກຊ້າ ແລະ ບໍ່ໄປຕາມແຜນ ຜົນສໍາເລັດທີ່ໄດ້ຮັບກໍຖືວ່າບໍ່ສົມຄູ່ກັບມູນຄ່າການກໍ່ສ້າງ, ຄຸນນະພາບຍັງຕໍ່າ ສະນັ້ນ ຈຶ່ງຂໍໃນທາງລັດຖະບານຕ້ອງເບິ່ງຕື່ມ ກົນໄກປະສານງານ, ກົນໄກຈັດຕັ້ງປະຕິບັດ ເມື່ອກ່ອນມີແຕ່ສະພາແຫ່ງຊາດ ດຽວນີ້ມີສະພາທ້ອງຖິ່ນແລ້ວ ແຕ່ຂອດການປະສານງານ ຂອດການຈັດຕັ້ງປະຕິບັດກໍຍັງຄືເກົ່າ.”

     ກ່ອນໜ້ານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງໄປເຖິງບັນດາກະຊວງ ແລະ ໜ່ວຍງານຕ່າງໆຂອງລັດຖະບານໃນທົ່ວປະເທດ ໂດຍເນັ້ນໜັກວ່າບໍ່ອະນຸຍາດໃຫ້ຂະແໜງການ ແລະ ທ້ອງຖິ່ນໃດຫນຶ່ງປະຕິບັດໂຄງການນອກແຜນ ແລະ ໂຄງການທີ່ພາກເອກະຊົນລົງທຶນໃຫ້ກ່ອນຢ່າງເດັດຂາດ ເພາະເປັນໂຄງການທີ່ເຮັດໃຫ້ລັດຖະບານຕ້ອງສູນເສຍງົບປະມານໄປຢ່າງຫຼວງຫຼາຍ ທັງຍັງເປັນໂຄງການທີ່ບໍ່ມີປະສິດທິຜົນ ຕໍ່ການພັດທະນາປະເທດອີກດ້ວຍ ສະນັ້ນ ຖ້າຫາກຍັງປາກົດວ່າມີການລະເມີດຄຳສັ່ງດັ່ງກ່າວນີ້ ໂດຍຂະແໜງການ ແລະ ທ້ອງຖິ່ນໃດກໍຈະຖືກລົງໂທດຕາມກົດໝາຍໂດຍບໍ່ມີການຍົກເວັ້ນໃນທຸກກໍລະນີ ທັງຍັງຈະດຳເນີນການກວດສອບການນຳໃຊ້ງົບປະມານ ຂອງໜ່ວຍງານທີ່ລະເມີດຄຳສັ່ງດັ່ງກ່າວນີ້ອີກດ້ວຍ.

     ທັງນີ້ລັດຖະບານ ລາວ ຄາດວ່າການຈັດຕັ້ງປະຕິບັດແຜນການລົງທຶນພາກລັດ ໃນປີ 2016-2017 ນີ້ຈະນຳໃຊ້ເງິນທຶນໃນມູນຄ່າລວມ 36,366 ຕື້ກີບ ໃນນີ້ເປັນທຶນພາຍໃນ 5,463 ຕື້ກີບ, ທຶນຊ່ວຍເຫຼືອ ແລະ ກູ້ຢືມຈາກຕ່າງປະເທດ 8,629 ຕື້ກີບ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງຊາດ 14,474 ຕື້ກີບ ແລະ ສິນເຊື່ອທະນາຄານ ອີກກວ່າ 7,800 ຕື້ກີບຕາມລຳດັບ.

     ໂດຍເພື່ອຮັບປະກັນວ່າການຈັດຕັ້ງປະຕິບັດຈະເປັນໄປຕາມແຜນການ ແລະ ລະບຽບກົດໝາຍຢ່າງແທ້ຈິງນັ້ນ ຄຳສັ່ງດັ່ງກ່າວນີ້ກໍໄດ້ກຳນົດໃຫ້ຂະແໜງແຜນການ ແລະ ການລົງທຶນ, ຂະແໜງການເງິນ ແລະ ຂະແໜງກວດກາ ໃຫ້ເຂົ້າໄປມີສ່ວນຮ່ວມໃນທຸກໂຄງການ ນັບແຕ່ຂັ້ນຕອນການເຈລະຈາ, ການຮ່າງສັນຍາຮັບເໝົາ, ການຈັດຊື້-ຈັດຈ້າງ ແລະ ການປະມູນໂຄງການ ເພື່ອໃຫ້ສາມາດກວດກາຄວາມໂປ່ງໃສ ທັງໃນການຊຳລະການລົງທຶນ ແລະ ການປະເມີນຜົນການປະຕິບັດໂຄງການ ຕາມໜ້າວຽກຕົວຈິງໃຫ້ໄດ້ຢ່າງມີປະສິດທິພາບ ແລະ ສອດຄ່ອງກັບແຜນການ-ເປົ້າໝາຍທີ່ວາງໄວ້ນັ້ນເອງ.

     ໂຄງການລົງທຶນພາກລັດນັບເປັນບັນຫາທີ່ປະຊາຊົນ ລາວ ຢາກໃຫ້ມີການແກ້ໄຂຢ່າງຮີບດ່ວນທີ່ສຸດໃນປັດຈຸບັນ ເພາະເຊື່ອວ່າມີການຄໍຣັບຊັນ ເກີດຂຶ້ນຢ່າງກວ້າງຂວາງໃນການປະຕິບັດໂຄງການລົງທຶນ ຂອງລັດຖະບານດັ່ງກ່າວ ອັນເປັນສາເຫດສຳຄັນເຮັດໃຫ້ປະຊາຊົນ ລາວ ຕ້ອງແບກຮັບພາລະໜີ້ສິນ ນັບມື້ເພີ່ມສູງຂຶ້ນ.

     ທາງດ້ານ ທ່ານ ໄຊຄຳ ອຸ່ນມີໄຊ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຫ່ງຊາດໃຫ້ການຢືນຢັນວ່າ: ໃນປີ 2011-2015 ອົງການກວດກາລັດຖະບານ ໄດ້ດຳເນີນການກວດສອບ 734 ເປົ້າໝາຍທີ່ເປັນໜ່ວຍງານຂອງລັດຖະບານໃນທົ່ວປະເທດ ແລະໄດ້ກວດພົບການທຸຈະລິດຄໍຣັບຊັນ ຂອງບັນດາພະນັກງານລັດຢ່າງກວ້າງຂວາງ ເຮັດໃຫ້ລັດຖະບານ ລາວ ຕ້ອງສູນເສຍງົບປະມານໄປ ຄິດເປັນມູນຄ່າລວມເກີນກວ່າ 5,000 ຕື້ກີບ ແລະ ມີການຊຳລະໜີ້ໃຫ້ໂຄງການນອກແຜນ 827.05 ຕື້ກີບອີກດ້ວຍ.

                                                                                                                                                                                                                                                    [ຂ່າວໂດຍ:VOA]

                                                                                                                                                                                                                        [ຮຽບຮຽງໂດຍ: ຂະແໜງຂ່າວສານ]