ສະມາຊິກສະພາ ເຂດ 1 ສະເໜີ ໃຫ້ປະຕິຮູບ ການຄັດເລືອກເອົາ ການນຳຂັ້ນສູງ
By theu vaenvongsod On 6 Nov, 2017 At 02:03 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

member of Assembly 1

     ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ປະຕິຮູບວິທີການຄັດເລືອກ ເອົາການນຳທີ່ຕຳແໜ່ງຕັ້ງແຕ່ ລັດຖະມົນຕີຂຶ້ນໄປ ດ້ວຍການລົງຄະແນນຢ່າງປິດລັບ ເພື່ອທີ່ຈະໄດ້ຜູ້ທີ່ມີຄວາມຮູ້-ຄວາມສາມາດຢ່າງແທ້ຈິງ.

     ທ່ານ ນາງບົວຄຳ ທິບພະວົງ ສະມາຊິກສະພາແຫ່ງຊາດລາວ ເຂດ 1 ນະຄອນວຽງຈັນໄດ້ໃຫ້ທັດສະນະວ່າ ສະພາແຫ່ງຊາດ ຈະຕ້ອງມີການປະຕິຮູບວິທີການຄັດເລືອກເອົາບຸກຄະລາກອນຂັ້ນສູງ ໃນວົງການລັດຖະບານ ເພື່ອເຮັດໃຫ້ໄດ້ບຸກຄະລາກອນຜູ້ທີ່ມີຄວາມຮູ້ ແລະ ຄວາມສາມາດ ໃນການປະຕິບັດພາລະໜ້າທີ່ ໃນຕຳແໜ່ງທີ່ໄດ້ຮັບການແຕ່ງຕັ້ງນັ້ນ ຢ່າງແທ້ຈິງ ທັງນີ້ດ້ວຍການປ່ຽນແປງວິທີ ການລົງຄະແນນຮັບຮອງ ຂອງສະມາຊິກສະພາແຫ່ງຊາດຢ່າງເປີດເຜີຍ ໄປເປັນການລົງຄະແນນຢ່າງປິດລັບ ຊຶ່ງຈະເຮັດໃຫ້ການລົງຄະແນນດັ່ງກ່າວ ຂອງສະມາຊິກສະພາແຫ່ງຊາດ ມີອິດສະຫລະຫຼາຍຂຶ້ນ ເພາະບໍ່ຕ້ອງຢ້ານວ່າ ຜູ້ທີ່ເປັນເປົ້າໝາຍທີ່ຈະໄດ້ຮັບການແຕ່ງຕັ້ງນັ້ນ ຈະບໍ່ພໍໃຈ ຖ້າຫາກປາກົດວ່າ ສະມາຊິກສະພາແຫ່ງຊາດຄົນໃດ ບໍ່ລົງຄະແນນຮັບຮອງເອົາຜູ້ເປັນເປົ້າໝາຍດັ່ງກ່າວນັ້ນເອງ.

      ພ້ອມກັນນັ້ນ ຍັງຈະຕ້ອງມີການກວດກາຊັບສິນ ແລະ ກວດສອບ ປະຫວັດການປະຕິບັດໜ້າທີ່ໃນຕຳແໜ່ງທີ່ຜ່ານມາ ຂອງຜູ້ເປັນເປົ້າໝາຍຢ່າງລະອຽດອີກດ້ວຍ ດັ່ງທີ່ ທ່ານນາງບົວຄຳ ຢືນຢັນວ່າ:ບຸກຄະລາກອນນີ້ ເຮົາຕ້ອງປະຕິຮູບ ຄັດເຟັ້ນເອົາຄົນດີຢູ່ຕໍ່ ຄົນບໍ່ດີທຳລາຍປະເທດຊາດ ເອົາອອກໄປ ແລ້ວເຮົາຈະກວດກາຊັບສິນ ກວດສອບປະຫວັດແຈ້ງຂາວແນວໃດຄຸນສົມບັດ ຊື່ສັດໂປ່ງໃສ ຄວາມສາມາດ ແລະ ຄວາມເປັນແບບຢ່າງ ໃນການຈັດຕັ້ງປະຕິບັດກົດໝາຍລັດຖະທຳມະນູນ ແລະ ໃນການລົງຄະແນນສຽງ ຮັບຮອງເອົາຜູ້ຈະເປັນການນຳຂັ້ນລັດຖະມົນຕີຂຶ້ນໄປ ຢູ່ໃນກອງປະຊຸມສະພາແຫ່ງຊາດ ເພື່ອເຮັດໃຫ້ມັນມີສະຕິ ອັນນີ້ນະເນາະ ແລະ ລົງຄະແນນສຽງ ເທື່ອລະຄົນໆ ໄດ້ບໍ່ ຖ້າເຮັດແບບນີ້ ຄືຊິໄດ້ ຜົນດີຫຼາຍ.

     ທາງດ້ານທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງ ໃນຖານະ ຫົວໜ້າຄະນະຈັດຕັ້ງສູນກາງ ພັກປະຊາຊົນປະຕິວັດລາວ ຍອມຮັບວ່າ: ສະມາຊິກພັກທີ່ຂາດຈັນຍາບັນໃນການປະຕິບັດໜ້າທີ່ ຍັງເປັນປາກົດການຫຍໍ້ທໍ້ ທີ່ກະທົບຕໍ່ການນຳຂອງ ພັກ-ລັດ ຢູ່ເລື້ອຍມາ ໂດຍສະເພາະແມ່ນການທຸຈະລິດ ດ້ວຍການຮັບສິນບົນນັ້ນ ເປັນບັນຫາທີ່ເກີດຂຶ້ນຫຼາຍທີ່ສຸດ ໂດຍຄະນະກວດກາ ສູນກາງພັກ ໄດ້ຮັບຈົດໝາຍຈາກປະຊາຊົນ 3,640 ສະບັບ ທີ່ຮຽກຮ້ອງຂໍໃຫ້ກວດກາການໃຊ້ອຳນາດ ແລະ ປະຕິບັດໜ້າທີ່ຂອງສະມາຊິກພັກ ທີ່ຖືກສົງໄສວ່າ ໄດ້ໃຊ້ອຳນາດໂດຍທຸຈະລິດ ເພື່ອຜົນປະໂຫຍດສ່ວນຕົວ. ໂດຍສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ພະຍາຍາມແກ້ໄຂບັນຫາດັ່ງກ່າວ ທັງຍັງເປັນການສ້າງສັດທາຂອງປະຊາຊົນ ໃຫ້ມີຕໍ່ການນຳຂອງ ພັກ-ລັດດ້ວຍນັ້ນ ດ້ວຍການເພີ່ມມາດຕະການເຂັ້ມງວດໃນການສະກັດກັ້ນ ແລະ ປາບປາມການທຸຈະລິດ ດ້ວຍການກຳນົດໃຫ້ຜູ້ທີ່ເປັນຫົວໜ້າໜ່ວຍງານ ຂອງພັກ-ລັດ ທຸກລະດັບຊັ້ນໃນທົ່ວປະເທດ ຈະຕ້ອງຮັບຜິດຊອບຕໍ່ການທຸຈະລິດ ທີ່ເກີດຂຶ້ນໃນໜ່ວຍງານທີ່ຕົນຮັບຜິດຊອບດ້ວຍ.

     ທາງດ້ານ ທ່ານ ບຸນທອງ ຈິດມະນີ ປະທານອົງການຕ້ານການສໍ້ລາດບັງຫລວງແຫ່ງຊາດ ໃຫ້ການຢືນຢັນວ່າ ໃນໄລຍະ 5 ປີຜ່ານມາ ໄດ້ກວດພົບວ່າ: ການທຸຈະລິດເຮັດໃຫ້ ພັກ-ລັດ ເສຍຫາຍເປັນມູນຄ່າຫຼາຍກວ່າ 5,000 ຕື້ກີບ ພ້ອມດ້ວຍເງິນຕາຕ່າງປະເທດຫຼາຍກວ່າ 90 ລ້ານໂດລາ ກັບ 40 ລ້ານບາດ ໂດຍຈາກການຕິດຕາມກວດກາ ກໍປາກົດວ່າສາມາດຍຶດກັບຄືນມາໄດ້ບາງສ່ວນ ຄື:  1,000 ກວ່າຕື້ກີບ ກັບ 70 ກວ່າລ້ານໂດລາ ແລະ 30 ກວ່າລ້ານບາດ ທັງຍັງຍຶດເອົາທີ່ດິນຂອງລັດ ທີ່ຖືກລັກລອບຂາຍໃຫ້ກັບບັນດານາຍທຶນລາວ ແລະ ຕ່າງຊາດກັບຄືນມາໄດ້ໃນເນື້ອທີ່ກວ້າງກວ່າ  10,000 ເຮັກຕາ ອີກດ້ວຍ.

     ສ່ວນອົງການກວດກາແຫ່ງລັດ ກໍໄດ້ກວດສອບ 734 ເປົ້າໝາຍໜ່ວຍງານຂອງພັກ-ລັດ ຊຶ່ງໄດ້ກວດພົບການທຸຈະລິດຂອງບັນດາພະນັກງານລັດ ແລະ ໄດ້ລົງໂທດທາງວິໄນ ຕໍ່ພະນັກງານລັດທີ່ກ່ຽວຂ້ອງໃນການທຸຈະລິດ 165 ຄົນ ແລະ ລົງໂທດຈຳຄຸກພະນັກງານລັດ 38 ຄົນ ທີ່ກ່ຽວຂ້ອງກັບການທຸຈະລິດດັ່ງກ່າວ.

                                                                                                                                                                                                                                                   [ຂ່າວໂດຍ: VOA]

                                                                                                                                                                                                                        [ຮຽບຮຽງໂດຍ: ຂະແໜງຂ່າວສານ]