ບົດລາຍງານໃໝ່ ຂອງ ສຫລ ບອກວ່າ ປະກົດການ ໂລກຮ້ອນເອົ້າ ແມ່ນມາຈາກການກະທໍາ ຂອງມະນຸດ
By theu vaenvongsod On 6 Nov, 2017 At 11:28 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

     ?????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????

ພາບທີ່ຖ່າຍໃນວັນທີ 4 ມິຖຸນາ, 2016 ສະແດງໃຫ້ເຫັນວ່າ ມີຜູ້ຍິງຄົນນຶ່ງ (ທາງຂວາ) ຖ່າຍຮູບເອົາພາບນໍ້າຖ້ວມໃນເຂດຕາຝັ່ງແມ່ນໍ້າ Seine ໃນນະຄອນ Paris. ພວກນັກວິທະຍາສາດເວົ້າວ່າ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດທີ່ເກີດມາ​ຈາກ​ການ​ກະທໍາ​ຂອງ​ມະນຸດຂ້ອນຂ້າງວ່າ ເຮັດໃຫ້ລະດັບນໍ້າຖ້ວມໃນເດືອນເມສາ ປີ 2016 ໃນຝຣັ່ງເພີ້ມຂຶ້ນສອງເທົ່າ

     ລັດຖະບານ​ສະຫະລັດ​ໄດ້​ເປີດ​ເຜີຍ​ລາຍ​ງານ ​ກ່ຽວກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ທີ່​ເວົ້າວ່າ ບໍ່ມີ​ການ​ອະ​ທິບາຍຢ່າງ​ອື່ນ ​ທີ່ໜ້າ​ເຊື່ອ​ຖື​ໄດ້ສໍາລັບ​ປະກົດ​ການ​ໂລກ​ຮ້ອນ​ເອົ້າ ນອກ​ເໜືອ​ໄປ​ກວ່າ ​ມາ​ຈາກ​ການ​ກະທໍາ​ຂອງ​ມະນຸດ.

     ການ​ປະ​ເມີນ​ດິນ​ຟ້າ​ອາກາດໃນ​ລະດັບ​ຊາດ ທີ່​ລັດຖະບານ​ຖືກ​ບັງຄັບ​ດ້ວຍ​ກົດໝາຍ​ໃຫ້​ພິມ​ເຜີຍ​ແຜ່ ​ຜົນ​ການ​ປະ​ເມີນ​ໃນ​ແຕ່​ລະ​ສີ່​ປີນັ້ນ ​ໄດ້​ເວົ້າ​ໃນ​ວັນ​ສຸກ​ວານ​ນີ້ວ່າ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແມ່ນ​ເກືອບ​ວ່າ ​ລ້ວນ​ແລ້ວ​ແຕ່ເກີດ​ມາ​ຈາກ​ການ​ກະທໍາ​ຂອງ​ມະນຸດ​ ​ໂດຍທັງໝົດ. ລາຍ​ງານສະບັບ​ນີ້ ໄດ້​ອ້າງ​ວ່າ ລະດັບ​ນໍ້າ​ທະ​ເລ​ອາດສູງຂຶ້ນຕື່ມປະມານ 2 ​ແມັດເຄິ່ງ​ ໃນ​ປີ 2100. ນອກນັ້ນ​ຍັງ​ໄດ້​ຂຽນບອກ​ເຖິງ​ເຫດການຕ່າງໆ ​ທີ່​ພາ​ໃຫ້​ມີ​ການ​ເສຍ​ຫາຍ​ຢູ່​ທົ່ວ​ສະຫະລັດ ຊຶ່ງ​ບົດ​ລາຍ​ງານ​ເວົ້າວ່າ​ເກີດ​ມາ​ຈາກ​ການ​ເພີ້ມຂຶ້ນຂອງ​ອຸນນະພູມ​ໂລກ 1 ອົງສາ​ແຊ​ລຊັຽສ ນັບ​ຕັ້ງ​ແຕ່​ປີ 1900 ​ເປັນຕົ້ນມາ.

     ລາຍ​ງານສະບັບ​ນີ້ ​ເວົ້າອີກ​ວ່າ: ສະຫະລັດ​ໄດ້​ປະ​ເຊີ​ນກັບ​ການ​ເພີ້ມຂຶ້ນຂອງອຸນນະພູມ​, ຂອງລະດັບຝົນ ​ຫລື ​ຫິມະ​ຕົກ ​ແລະ ​ຂອງ​ໄຟ​ໄໝ້ປ່າ​ຫລາຍໆ ຄັ້ງມາແລ້ວ. ມັນໄດ້ຂຽນວ່າ ​ເມືອງ ທີ່ຢູ່​ໃກ້ຝັ່ງ​ທະ​ເລຫລາຍ​ກວ່າ 25 ​ເມືອງ​ໃນສະຫະລັດ​ໄດ້​ປະ​ເຊີ​ນກັບ​ໄພ​ນໍ້າ​ຖ້ວມ​ມາ​ແລ້ວ ​ແລະ​ ກໍເວົ້າອີກ​ວ່າ ບໍ່​ເຄີຍ​ມີການ​ປ່ຽນ​ແປງ​ທາງ​ອຸຕຸນິຍົມ​ວິທະຍາອັນ​ໃດ ​ຢູ່​ໃນ​ປະຫວັດສາດ ທີ່​ຈະ​ທຽບ​ໃສ່​ກັບການ​ປ່ຽນ​ແປງ​ເຫລົ່ານີ້​ໄດ້.

     ​ແຕ່, ລາຍ​ງານ​ກໍ​ເວົ້າ​ເຊັ່ນ​ກັນ​ວ່າ: ມີ “ຄວາມ​ເຊື່ອໄດ້ຢ່າງ​ສູງ​” ວ່າລະດັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຈະ​ຂຶ້ນກັບ​ຈໍານວນແກັສເຮືອນ​ແກ້ວ​ທີ່​ປ່ອຍ​ອອກ​ມາ​ໃນ​ໂລກໃນ​ສອງສາມ ທົດ​ສະ​ວັດ​ຂ້າງໜ້ານີ້. ແຕ່ລາຍ​ງານສະບັບ​ນີ້ ​ແມ່ນ​ຄັດ​ກັບ​ທ່າ​ທີ​ ກ່ຽວກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຂອງ​ຄະນະ​ລັດຖະບານ​ສະຫະລັດຊຸດ​ປັດຈຸບັນ ​ແລະ ທັງ​ຂອງຫົວໜ້າອົງການປົກ​ປ້ອງສະພາບ​ແວດລ້ອມ​ ຫລື EPA ອີກ​ດ້ວຍ.

     ປະທານາທິບໍດີ​ ດໍ​ໂນ​ລ ທຣໍາ, ທ່ານ Rick Perry, ລັດຖະມົນຕີ​ກະຊວງ​ພະລັງງານ​ ແລະ ທ່ານ Scott Pruitt, ຫົວໜ້າອົງການ EPA ຕ່າງ​ກໍ​ຖາມ​ວ່າ: ການ​ກະທໍາ​ຂອງ​ມະນຸດ ມີ​ສ່ວນເຮັດ​ໃຫ້​ເກີດການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໄດ້​ຫລາຍ​ປານໃດ.
     ທ່ານ​ປະທານາທິບໍດີ​ ປະກາດ​ວ່າ ສະຫະລັດ ຈະ​ຖອນຕົວ​ອອກ​ຈາກ​ສົນທິສັນຍາ​ ວ່າ​ດ້ວຍ ດິນ​ຟ້າ​ອາກາດ Paris ທີ່​ຈະ​ຜູກ​ມັດ​ໃຫ້​ສະຫະລັດ​ຫລຸດການ​ປ່ອຍ​ອາຍແກັສເຮືອນ​ແກ້ວທັງໝົດລົງ ຢ່າງໜ້ອຍ 26 ​ເປີ​ເຊັນ ​ໃນ​ປີ 2025 ​ເມື່ອ​ທຽບ​ໃສ່ລະດັບ​ທີ່​ປ່ອຍ​ໃນ​ປີ 2005.

     ທ່ານ Robert Kopp ນັກວິທະຍາສາດຈາກ​ມະຫາວິທະຍາ​ໄລ Rutgers ຊຶ່ງເປັນ​ຜູ້ຫນຶ່ງ​ໃນພວກ​ຂຽນລາຍ​ງານສະບັບ​ນີ້ ກ່າວ​ຕໍ່ໜັງສື​ພິມ Washington Post  ວ່າທ່ານ​ຄິດ​ວ່າ ບົດລາຍ​ງານ​ນີ້ “​ໂດຍ​ພື້ນຖານ​ແລ້ວ​ແມ່ນ ​ເປັນ​ລາຍ​ງານທາງວິທະຍາສາດ​ຢ່າງຮອບດ້ານ​ກ່ຽວກັບດິນ​ຟ້າ​ອາກາດ​ໃນ​ໂລກ​ປັດຈຸບັນ​ນີ້.” ​ໃນ​ການ​ຕອບ​ໂຕ້​ຕໍ່ການ​ເປີດ​ເຜີຍ​ຂອງ​ລາຍ​ງານ​ດ່ັງກ່າວ ​ໃນ​ວັນ​ສຸກ​ວານ​ນີ້ທ່ານ Raj Shah ຮອງ​ໂຄສົກ​ໃຫຍ່​ປະ​ຈໍາ​ທໍານຽບຂາວ ​ໃຫ້​ຄໍາ​ເຫັນ​ຢູ່​ໃນ​ບົດ​ລາຍ​ງານ​ນັ້ນແຖວຫ​ນຶ່ງ ​ໂດຍ​ໄດ້​ເວົ້າວ່າ: ​ມີ “​ຄວາມ​ບໍ່​ແນ່ນອນ ຢູ່​ໃນ​ຄວາມ​ຫລໍ່ແຫຼມຂອງດິນ​ຟ້າ​ອາກາດ​ໃນ​ໂລກ​ວ່າ ​ຈະ​ປ່ອຍ​ອາຍ​ແກັສອອກ​ມາ​ຫລາຍ​ປານ​ໃດ. ດິນ​ຟ້າ​ອາກາດ​ແມ່ນໄດ້​ປ່ຽນ​ແປງ​ມາ​ຢູ່​ແລ້ວ ​ແລະ ​ກໍ​ຈະ​ປ່ຽນ​ແປງ​ໄປ​ຕະຫລອດ.”

                                                                                                                                                                                                                                                   [ຂ່າວໂດຍ: VOA]

                                                                                                                                                                                                                        [ຮຽບຮຽງໂດຍ: ຂະແໜງຂ່າວສານ]