ເສດຖະກິດລາວ ໃນປີ 2017 ຈະຂະຫຍາຍຕົວ ຕໍ່າກວ່າ ລະດັບຄາດໝາຍ
By theu vaenvongsod On 2 Nov, 2017 At 09:29 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

Asian Dev outlook 2016

      ນາຍົກລັດຖະມົນຕີລາວ ຍອມຮັບວ່າ ເສດຖະກິດຂອງລາວ ໃນຕະຫລອດປີ 2017 ນີ້ ຈະຂະຫຍາຍຕົວເພີ້ມຂຶ້ນຕໍ່າກວ່າລະດັບຄາດໝາຍທີ່ແຜນການວາງໄວ້ ແຕ່ລາຍຮັບຂອງປະຊາຊົນລາວ ຍັງເພີ້ມຂຶ້ນຢ່າງຕໍ່ເນື່ອງ.

     ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ ການຈັດຕັ້ງປະຕິບັດແຜນການ ພັດທະນາດ້ານເສດຖະກິດ ແລະ ສັງຄົມ ໃນຕະຫຼອດປີ 2017 ນີ້ ຈະໄດ້ຕໍ່າກວ່າລະດັບຄາດໝາຍ ທີ່ລັດຖະບານລາວວາງໄວ້ພຽງເລັກນ້ອຍ; ໃນຂະນະດຽວກັນ ສະພາວະເສດຖະກິດມະຫາພາກ ກໍຄົງຍັງມີສະຖຽນລະພາບ ແລະ ລວມຍອດຜະລິດຕະພັນພາຍໃນ ຫລື GDP ຍັງເຮັດໃຫ້ລາຍຮັບສະເລ່ຍຂອງປະຊາຊົນລາວເພີ້ມຂຶ້ນຢ່າງຕໍ່ເນື່ອງ ທັງຍັງສາມາດລົບລ້າງ ບັນຫາຄວາມທຸກຍາກ ຂອງປະຊາຊົນລາວ ໄດ້ເກີນລະດັບຄາດໝາຍອີກດ້ວຍ ດັ່ງທີ່ທ່ານທອງລຸນ ໄດ້ໃຫ້ການຢືນຢັນວ່າ:ເສດຖະກິດມະຫາພາກໃນປີ 2017 ໂດຍລວມມີສະຖຽນລະພາບພໍສົມຄວນ ອັດຕາການເຕີບໂຕສະເລ່ຍ ຢູ່ໃນລະດັບ 6.83 ເປີເຊັນ ຫລຸດແຜນ 0.17 ເປີເຊັນ ຂອງລວມຍອດຜະລິດຕະພັນພາຍໃນ ຫລື GDP ສະເລ່ຍຕໍ່ຫົວຄົນ ໝົດປີ ຄາດວ່າຈະບັນລຸ 2,472 ໂດລາ. ການເຕີບໂຕດັ່ງກ່າວ ໄດ້ປະກອບສ່ວນແກ້ໄຂບັນຫາຄວາມທຸກຍາກ ຂອງປະຊາຊົນ​ໄດ້ 6,546 ຄອບຄົວ ລື່ນແຜນທີ່ວາງໄວ້ ຄື 5,580 ຄອບຄົວ

Than Thonglun

     ທ່ານ ທອງລຸນ ຢືນຢັນວ່າ: ຜົນທີ່ໄດ້ຮັບຈາກການຈັດຕັ້ງປະຕິບັດດັ່ງກ່າວ ເປັນຍ້ອນວ່າທ່ານໄດ້ສັ່ງການໃຫ້ ຈັດຕັ້ງທີມງານສະເພາະກິດຂຶ້ນມາ ເພື່ອຮັບຜິດຊອບການຈັດຕັ້ງປະຕິບັດແຜນການໃນທຸກດ້ານ ເພື່ອຮັບປະກັນໃຫ້ເສດຖະກິດມະຫາພາກຂອງລາວ ຂະຫຍາຍຕົວເພີ່ມຂຶ້ນຕາມຄາດໝາຍທີ່ວາງໄວ້ ໂດຍເປັນການປະສານງານ ລະຫວ່າງ 4 ກະຊວງ​ກັບ 1 ສໍານັກງານຂອງລັດຖະບານລາວ, ຊຶ່ງປະກອບດ້ວຍ ກະຊວງການ​ເງິນ, ກະຊວງ​ແຜນການ​ ແລະ​ ການ​ລົງທຶນ, ທະນາຄານ​ແຫ່ງ​ຊາດ, ກະຊວງ​ອຸດ​ສະຫະ​ກໍາ ​ແລະ ​ການ​ຄ້າ ກັບ ສະ​ຖາ​ບັນ​ຄົ້ນຄວ້າເສດຖະກິດ​ແຫ່ງ​ຊາດ ທີ່ໄດ້​ປະຊຸມ​ຮ່ວມ​ກັນ ​ເພື່ອ​ວາງ​ມາດ​ຕະການ ​ແລະ ​ຄົ້ນຄວ້າບັນດາ​ນະ​ໂຍບາຍ​ຕ່າງໆ ​ເພື່ອ​ນໍາ​ສະເໜີຕໍ່ກອງ​ປະຊຸມ​ຄະນະ​ລັດຖະບານ​ລາວ ​ເປັນປະຈໍາ​ທຸກ​ເດືອນ​ນັ້ນ​ເອງ.

     ທາງດ້ານທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງ ການເງິນ ຖະແຫລງວ່າ: ການເຕີບໂຕທາງເສດຖະກິດ ໃນອັດຕາສະເລ່ຍ 7 ເປີເຊັນ ຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ ຫລື GDP ຂອງລາວ ມີມູນຄ່າລວມເຖິງ 129,683 ຕື້ກີບ ຫຼືປະມານ 16,210 ລ້ານໂດລາ ໂດຍຈະສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ ທີ່ລະດັບ 2,341 ໂດລາ ຕໍ່ຄົນ ໃນທ້າຍປີ 2017 ນີ້ ແລະ ເພີ່ມຂຶ້ນ 18 ເປີເຊັນ ທຽບໃສ່ ປີ 2016 ຫາກແຕ່ການທີ່ນາຍົກ ລັດຖະມົນຕີລາວ ໄດ້ຢືນຢັນວ່າ ລາຍໄດ້ສະເລ່ຍ ຂອງປະຊາຊົນລາວ ຈະເພີ້ມຂຶ້ນ ເປັນ 2,472 ໂດລາຕໍ່ຄົນ ໃນປີ 2017 ນີ້ ຈຶ່ງເປັນການລື່ນຄາດໝາຍ ສະເພາະໃນສ່ວນຂອງລາຍໄດ້ສະເລ່ຍຂອງປະຊາຊົນລາວ. ສ່ວນໃນດ້ານອື່ນໆ ແມ່ນຍັງຫລຸດຄາດໝາຍ ເພາະການທີ່ຈະສາມາດບັນລຸຄາດໝາຍ​ແຜນການດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ຕ້ອງໄດ້ຮັບການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ 10 ມາດຕະການ ທີ່ລັດຖະບານລາວໄດ້ກຳນົດໄວ້ຢ່າງຄົບຖ້ວນ ທີ່ປະກອບດ້ວຍການຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ ແລະ ໝັ້ນທ່ຽງ, ປັບປຸງການຄຸ້ມຄອງລະບົບການເງິນ ແລະ ງົບປະມານໃຫ້ແຂງແຮງ, ປະຕິຮູບກົນໄກການເກັບລາຍຮັບໃຫ້ເຂົ້າສູ່ລະບົບທັນສະໄໝ ແລະ ໂປ່ງໃສ, ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ, ປະຕິບັດນະໂຍບາຍດອກເບ້ຍຕາມກົນໄກຕະຫຼາດ, ປັບປຸງສະພາບແວດລ້ອມ ໃນການດຳເນີນທຸລະກິດ, ສົ່ງເສີມການລົງທຶນພາຍໃນ ແລະ ຈາກຕ່າງປະເທດໃຫ້ເພີ່ມຂຶ້ນ, ສົ່ງເສີມການຜະລິດສິນຄ້າ ແລະ ພັດທະນາການບໍລິການ ໂດຍສຸມໃສ່ການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

     ສືບຕໍ່ສຸມໃສ່ການພັດທະນາທາງດ້ານວັດທະນະທຳ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ, ຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຢ່າງຍືນຍົງ ໃຫ້ເປັນແຜນການ ແລະ ໂຄງການລະອຽດ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ບໍລິຫານລັດຖະການຕາມລະບຽບກົດໝາຍຢ່າງເຂັ້ມງວດ ທີ່ແນໃສ່ການຕ້ານການສໍ້ລາດບັງຫລວງໃຫ້ເປັນຮູບປະທຳ, ສະເໜີສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນ ໃຫ້ຕິດຕາມກວດກາການປັບປຸງນິຕິກຳ ໃຫ້ສອດຄ່ອງກັບສະພາບ
ການຕົວຈິງ ແລະ ການຮັບປະກັນສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໃຫ້ໄດ້ຢ່າງຄັກແນ່.

     ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ປັບຫລຸດລະດັບຄາດໝາຍການຂະຫຍາຍຕົວທາງເສດຖະກິດລົງ ຈາກ 7.5 ເປີເຊັນ ເປັນ 7 ເປີເຊັນຕໍ່ປີ ໃນໄລຍະ 3 ປີທີ່ເຫລືອ ຂອງແຜນການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນໄລຍະ 5 ປີ ຄັ້ງທີ 8 (2016-2020) ທີ່ຈັດຕັ້ງປະຕິບັດ ຢູ່ໃນເວລານີ້ ຊຶ່ງຖ້າຫາກເປັນໄປຕາມຄາດໝາຍດັ່ງກ່າວ ກໍຈະເຮັດໃຫ້ GDP ມີມູນຄ່າລວມຫຼາຍກວ່າ 597,682 ຕື້ກີບ ຄິດສະເລ່ຍເປັນລາຍໄດ້ ຂອງປະຊາຊົນ ທີ່ລະດັບ 2,978 ໂດລາ ຕໍ່ຄົນໃນປີ 2020.

                                                                                                                                                                                                                                                   [ຂ່າວໂດຍ: VOA]

                                                                                                                                                                                                                        [ຮຽບຮຽງໂດຍ: ຂະແໜງຂ່າວສານ]