ສະມາຊິກ ສະພາແຫ່ງຊາດ ລາວ ກວດພົບ ການສໍ້ລາດບັງຫຼວງ ຍັງຄົງນັບມື້ເພີ່ມຂຶ້ນ
By theu vaenvongsod On 1 Nov, 2017 At 12:56 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

Asembly meeting 16 Oct 2017

      ສະມາຊິກແຫ່ງຊາດ ລາວ ລະບຸວ່າ ການກວດພົບການສໍ້ລາດບັງຫຼວງທີ່ຍັງຄົງນັບມື້ເພີ່ມຂຶ້ນ ເພາະການຮ່ວມມື ຢ່າງເປັນຂະບວນການ ຂອງເຈົ້າໜ້າທີ່ລັດ ກັບ ນັກທຸລະກິດລາວ ແລະ ຊາວຕ່າງຊາດ.

     ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາລັດຖະບານລາຍງານ ຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດ ລາວ ຊຸດທີ 8 ທີ່ດຳເນີນກອງປະຊຸມໃນວັນທີ 16 ຕຸລາ ຫາ ວັນທີ 17 ພະຈິກນີ້ວ່າ ໄດ້ກວດພົບໂຄງການນອກແຜນການປະຈຳປີ 2017 ຂອງລັດຖະບານ ລາວ ຈຳນວນ 285 ໂຄງການຢູ່ທີ່ແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ສະຫວັນນະເຂດ, ຈຳປາສັກ, ອັດຕະປື ແລະ ແຂວງວຽງຈັນ ທີ່ມີມູນຄ່າລວມຫຼາຍກວ່າ 4,483 ຕື້ກີບ ຊຶ່ງກໍມີຄວາມສ່ຽງຢ່າງສູງ ທີ່ຈະສ້າງຄວາມເສຍຫາຍໃຫ້ລັດຖະບານ ລາວ ເພາະໄດ້ກວດພົບວ່າການຈັດຕັ້ງປະຕິບັດບັນດາໂຄງການເຫຼົ່ານີ້ ບໍ່ເປັນໄປຕາມລະບຽບກົດໝາຍ ດ້ານງົບປະມານລາຍຮັບ-ລາຍຈ່າຍຂອງ ສປປ ລາວ ທັງຍັງເປັນໂຄງການທີ່ບໍ່ຜ່ານການຮັບຮອງຂອງສະພາແຫ່ງຊາດ ລາວ ອີກດ້ວຍ.

      ທ່ານ ບຸນທອງ ໄດ້ເນັ້ນຢໍ້າດ້ວຍວ່າ ການກວດພົບບັນດາໂຄງການນອກແຜນດັ່ງກ່າວຍັງບໍ່ລວມເຖິງຜົນເສຍຫາຍທີ່ເກີດຂຶ້ນຈາກການຈັດຕັ້ງປະຕິບັດທີ່ຜິດກົດລະບຽບກົດໝາຍ ກ່ຽວກັບ ການຍົກເວັ້ນອາກອນການນຳເຂົ້າເຄື່ອງຈັກ, ຍານພາຫະນະ ແລະ ນໍ້າມັນເຊື້ອໄຟຂອງບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ແຕ່ຢ່າງໃດ ທັງຍັງກວດພົບການສົ່ງໄມ້ໄປຕ່າງປະເທດໂດຍຜິດກົດ  ໝາຍ ຄິດເປັນມູນຄ່າຫຼາຍກວ່າ 2,407 ຕື້ກີບອີກດ້ວຍ ສະເພາະໃນຊ່ວງປີ 2014-2015 ທີ່ຜ່ານມາ.

      ໂດຍການຈັດຕັ້ງປະຕິບັດໄດ້ຄືແນວນີ້ ຈະຕ້ອງມີການຮ່ວມມືກັນຢ່າງເປັນຂະບວນການ ທັງພາກສ່ວນທີ່ເປັນພະນັກງານລັດ, ນັກທຸລະກິດເອກະຊົນ ລາວ ແລະ ນັກທຸລະກິດຊາວຕ່າງຊາດທີ່ລົງທຶນຢູ່ໃນ ລາວ ດັ່ງທີ່ທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດເຂດ 1 ນະຄອນຫຼວງວຽງຈັນ ໄດ້ໃຫ້ການຢືນຢັນວ່າ: ຕົວເລກລາຍງານຂອງອົງການກວດສອບ ຖືວ່າການເສຍຫາຍຕາມບົດລາຍງານນີ້ແມ່ນມະຫາສານ ຖ້າວ່າເປັນແນວນີ້ ເຮົາອາດສາມາດເວົ້າໄດ້ວ່າເປັນການສົມຮູ້ຮ່ວມຄິດ ລະຫວ່າງ ກຸ່ມຄົນຢູ່ໃນກົງຈັກລັດ ແລະ ພາກທຸລະກິດ ລວມທັງຜູ້ລົງທຶນຕ່າງປະເທດທີ່ມັນສາມາດເປັນຜົນກະທົບອັນຮ້າຍແຮງຕໍ່ບັນຫາສັງຄົມ, ເສດຖະກິດ, ການເມືອງ ແລະ ມີຜົນອັນຕະລາຍທີ່ສຸດຕໍ່ການສ້າງສາພັດທະນາປະເທດຊາດ ຖ້າພວກເຮົາບໍ່ຕັດສິນໃຈ, ກ້າຫານ, ສະດຸ້ງໄວ ຫຼື ເສຍສະຫຼະແກ້ບັນຫານີ້.”

     ກ່ອນໜ້ານີ້ ຄະນະກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດ ລາວ ໄດ້ມີຄຳສັ່ງໃຫ້ບັນດາກະຊວງ, ອົງການຈັດຕັ້ງມະຫາຊົນຂອງພັກ, ໜ່ວຍງານຂອງລັດ ແລະ ອຳນາດການປົກຄອງແຂວງໃນ ທົ່ວປະເທດລາວ ໃຫ້ແຕ່ຕັ້ງຄະນະຮັບຜິດຊອບເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດໜ້າທີ່ ຂອງບັນດາສະມາຊິກພັກ ແລະ ພະນັກງານໃນສັງກັດຂອງພວກຕົນຢ່າງໃກ້ຊິດ ດ້ວຍເປົ້າໝາຍເພື່ອການຈັດແບ່ງລະດັບຊັ້ນ ແລະ ຄຸນນະພາບໃນການປະຕິບັດໜ້າທີ່ ຂອງສະມາຊິກພັກ ແລະ ພະນັກງານລັດໃນທົ່ວປະເທດ ໂດຍໃຫ້ກົມຈັດຕັ້ງ ແລະ ກົມກວດກາເປັນພາກສ່ວນທີ່ຮັບຜິດຊອບຮ່ວມກັນ ເນື່ອງຈາກໄດ້ມີບັນຫາປະກົດການຫຍໍ້ທໍ້ ຢ່າງກວ້າງຂວາງທັງໃນພັກ ແລະ ລັດຖະບານ ລາວ ນັ້ນເອງ. ໂດຍອົງການຕ້ານການສໍ້ລາດບັງຫຼວງແຫ່ງຊາດ ລາວ ລາຍງານວ່າໄລຍະ 5 ປີຜ່ານມາ ໄດ້ກວດພົບການທຸຈະລິດທີ່ເຮັດໃຫ້ພັກ-ລັດເສຍຫາຍຄິດເປັນມູນຄ່າຫຼາຍກວ່າ 5,000 ຕື້ກີບ ພ້ອມດ້ວຍເງິນຕາຕ່າງປະເທດຫຼາຍກວ່າ 90 ລ້ານໂດລາ ກັບອີກ 40 ກວ່າລ້ານບາດ ຈາກການດຳເນີນການກວດກາ ແລະ ກວດສອບ 734 ເປົ້າໝາຍທີ່ເປັນໜ່ວຍງານຂອງພັກ ແລະ ລັດຖະບານ ລາວ ຊຶ່ງຈາກການຕິດຕາມກວດກາດັ່ງກ່າວກໍສາມາດຍຶດຊັບສິນກັບຄືນມາໄດ້ 1,000 ກວ່າຕື້ກີບ ກັບ 70 ກວ່າລ້ານໂດລາ ແລະ 30 ກວ່າລ້ານບາດ ທັງຍັງຍຶດເອົາທີ່ດິນຂອງລັດທີ່ຖືກລັກລອບຂາຍ ໃຫ້ນັກທຸລະກິດ ລາວ ແລະ ຊາວຕ່າງຊາດກັບຄືນມາໄດ້ໃນເນື້ອທີ່ກວ້າງກວ່າ 10,000 ເຮັກຕາ ສ່ວນອົງການກວດກາແຫ່ງລັດ ກໍຍັງໄດ້ລົງໂທດທາງວິໄນຕໍ່ພະນັກງານພັກ-ລັດຖະບານທີ່ກ່ຽວຂ້ອງ ໃນການທຸຈະລິດຄໍຣັບຊັ້ນ 165 ຄົນ ແລະ 38 ຄົນຖືກສານຕັດສິນໃຫ້ລົງໂທດຈຳຄຸກໃນຖານຄວາມຜິດ ກ່ຽວກັບ ການສໍ້ລາດບັງຫຼວງດັ່ງກ່າວ.

                                                                                                                                                                                                                                                    [ຂ່າວໂດຍ:VOA]

                                                                                                                                                                                                                       [ຮຽບຮຽງໂດຍ: ຂະແໜງຂ່າວສານ]